ການທີ່ມີຫຼາຍພາກສ່ວນ, ຫຼາຍອົງການຈັດຕັ້ງຊ່ວຍກັນຝຶກວິຊາຊີບ ແລະ ພັດທະນາສີມືໃຫ້ກຳລັງແຮງງານລາວ ແມ່ນເປັນສິ່ງທີ່ດີແຕ່ໃນຄວາມເປັນຈິງທີ່ພວກເຮົາປະເຊີນຢູ່ໃນປັດຈຸບັນແມ່ນ ການຊໍ້າຊ້ອນກັນຂອງເປົ້າໝາຍທີ່ພວກເຮົາຢາກສ້າງ ແລະ ພັດທະນາ ເຊັ່ນ: ຂະແໜງສຶກສາມີເປົ້າໝາຍສ້າງຜູ້ທີ່ຮຽນຈົບສາມັນບໍ່ໄດ້ຮຽນຕໍ່, ແຮງງານສ້າງຜູ້ທີ່ບໍ່ມີວຽກເຮັດ, ແມ່ຍິງສ້າງສະມາຊິກແມ່ຍິງ, ຊາວໜຸ່ມ, ກຳມະບານ ສ້າງສະມາຊິກຂອງອົງການຕົນ ແລະ ອົງການອື່ນໆອີກ. ແຕ່ໃນຄວາມເປັນຈິງ ແຮງງານຜູ້ໜຶ່ງອາດຢູ່ໃນເປົ້າໝາຍຂອງຫຼາຍອົງການທີ່ຂຶ້ນແຜນເພື່ອຈະສ້າງໃຫ້ມີວິຊາຊີບ ໂດຍສະເພາະອົງການທີ່ອາໄສງົບປະມານຂອງລັດກໍຂຶ້ນແຜນຂໍງົບຈາກລັດຖະບານນຳກັນ.
  ລັດຖະບານຍັງຂາດລະບົບ ຫຼື ກົນໄກການຕິດຕາມການເຄື່ອນໄຫວຂອງຕະຫຼາດແຮງງານທີ່ມີປະສິດທິພາບ ຈຶ່ງມີຄວາມຫຍຸ້ງຍາກໃນການເກັບກຳຂໍ້ມູນຂອງແຮງງານມີວຽກເຮັດຫຼື ວ່າງງານຢູ່ໃນແຕ່ລະໄລຍະ, ຄວາມຖີ່ຂອງການສຳຫຼວດກຳລັງແຮງງານຍັງຕ່ຳ ຜ່ານມາການສຳຫຼວດທີ່ເປັນທາງການແມ່ນ 10 ປີ/ຄັ້ງ (ການສຳຫຼວດພົນລະເມືອງ), ສຳຫຼວດຕາມການສະໜອງທຶນຂອງອົງການສາກົນ, ຂາດຂໍ້ມູນທີ່ຕໍ່ເນື່ີອງເພື່ອຄາດຄະເນຕະຫຼາດແຮງານ. ວິທີແກ້ໄຂແມ່ນຕ້ອງສ້າງໃຫ້ມີກົນໄກທີ່ສາມາດຕິດຕາມການເຄື່ອນໄຫວຂອງຕະຫຼາດແຮງງານພາຍໃນປະເທດໄດ້ຕະຫຼອດເວລາ ຫຼື ຕ້ອງມີການສຳຫຼວດກຳລັງແຮງງານ ໃຫ້ຖີ່ຂຶ້ນ (ບົດຮຽນຕ່າງປະເທດທີ່ພັດທະນາແລ້ວ ເດືອນ ຫຼື ສາມເດືອນ/ຄັ້ງ, ປະເທດກຳລັງພັດທະນາ 6 ເດືອນ-1ປີ/ຄັ້ງ ດັ່ງນີ້ເປັນຕົ້ນ).
ວິທີແກ້ໄຂວຽກງານການຄຸ້ມຄອງ ແລະ ພັດທະນາສີມືແຮງງານໃນຕໍ່ໜ້າມີດັ່ງນີ້:
1. ສືບຕໍ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ ເພື່ອເກັບກໍາຂໍ້ມູນຄວາມຕ້ອງການແຮງງານທີ່ລະອຽດ ແລະ ຊັດເຈນ ເພື່ອເປັນຂໍ້ມູນໃນການວາງແຜນຈັດຫາວຽກເຮັດງານທໍາ ແລະ ພັດທະນາສີມືແຮງງານ ໃຫ້ສອດຄ່ອງ ແລະ ພຽງພໍກັບການສະໜອງ ແລະ ຄວາມຕ້ອງການພາຍໃນປະເທດ;
2. ເອົາໃຈໃສ່ປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້ບັນດາຕາໜ່າງການບໍລິການຈັດຫາງານ ເປັນຕົ້ນຈຸດບໍລິຫານຈັດຫາງານ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໃຫ້ສາມາດເຮັດການບໍລິການໄດ້ຢ່າງມີປະສິດທິຜົນ. ສືບຕໍ່ພັດທະນາລະບົບການຂຶ້ນທະບຽນຜູ້ວ່າງງານ  ແລະ ຕໍາແໜ່ງງານວ່າງໂດຍຜ່ານລະບົບຂໍ້ມູນຂ່າວສານຕະຫຼາດແຮງງານແບບທັນສະໄໝ. ຊຸກຍູ້ໃຫ້ມີບົດບັນທຶກການຮ່ວມມືກັບບັນດາຫົວໜ່ວຍແຮງງານ ໃນການຝຶກສີມືແຮງງານ ແລະ ສະໜອງແຮງງານເຂົ້າຕໍາແໜ່ງງານວ່າງ;
3. ຮ່ວມມື ແລະເຮັດວຽກຮ່ວມກັນຢ່າງໃກ້ຊິດກັບພາກທຸລະກິດ ເພື່ອສ້າງເງື່ອນໄຂ ແລະສະພາບແວດລ້ອມທີ່ດີໃນສະຖານທີ່ເຮັດວຽກ ໂດຍສະເພາະແມ່ນການກຳນົດຄ່າແຮງງານທີ່ເໝາະສົມ, ມີສະຫວັດດີການ ຫຼື ປະກັນສັງຄົມທີ່ດີ, ໃຫ້ໂອກາດແຮງງານໄດ້ມີຄວາມກ້າວໜ້າໃນຫນ້າທີ່ວຽກງານທີ່ຕົນຮັບຜິດຊອບໂດຍສະເພາະແມ່ນການສ້າງມາດຕະຖານສີມືແຮງງານຕາມແຕ່ລະຕ່ຳແໜ່ງງານເພື່ອທົດສອບ, ອອກໃບຢັ້ງຢືນລະດັບສີມືແຮງງານ ພ້ອມທັງໃຫ້ຄ່າຕອບແທນຕາມ ລະດັບສີມືແຮງງານດັ່ງກ່າວ ແລະ ມີປັດໄຈການດຳລົງຊີວິດທີ່ມີມີຄວາມໝັ້ນຄົງສູງຂຶ້ນ.
4. ປັບປຸງກົນໄກ ແລະ ຂອດປະສານງານກັບບັນດາຂະແໜງການທີ່ກ່ຽວຂ້ອງນັບແຕ່ຂັ້ນສູນກາງ ຮອດທ້ອງຖິ່ນ, ພາກເສດຖະກິດ ແລະ ສັງຄົມ ໃຫ້ມີຄວາມກົມກຽວ, ສະໜັບສະໜູນຊຶ່ງກັນ ແລະ ກັນ ເພື່ອເຮັດໃຫ້ວຽກງານດ້ານແຮງງານໄດ້ຮັບການຈັດຕັ້ງປະຕິບັດດີຂຶ້ນ.
ການຄຸ້ມຄອງແຮງງານ: ການຄຸ້ມຄອງແຮງງານໃນລະບົບ ແລະ ນອກລະບົບກະຊວງແຮງງານ ແລະສະຫວັດດີການສັງຄົມ ໄດ້ຄົ້ນຄວ້າ ແລະອອກນິຕິກຳຫລາຍສະບັບທີ່ເປັນເຄື່ອງມືໃຫ້ແກ່ວຽກງານຄຸ້ມຄອງແຮງງານ ເພື່ອປົກປ້ອງສິດ ແລະຜົນປະໂຫຍດຂອງຜູ້ອອກແຮງງານ ແລະຜູ້ໃຊ້ແຮງງານ ໂດຍສະເພາະໃນການຄຸ້ມຄອງ, ຕິດຕາມ, ກວດກາ, ການປົກປ້ອງແຮງງານໃນລະບົບ ແລະນອກລະບົບ.
ຕິດພັນກັບການຄຸ້ມຄອງແຮງງານນອກລະບົບ ໃນມາດຕາ 3(ອະທິບາຍຄໍາສັບ) ຂອງກົດໝາຍວ່າດ້ວຍແຮງງານ ເລກທີ 43/ສພຊ, ລົງວັນທີ 24 ທັນວາ 2013 ໄດ້ກໍານົດນິຍາມ ຜູ້ອອກແຮງງານນອກລະບົບ   ໝາຍເຖິງຜູ້ອອກແຮງງານ ທີ່ເຮັດວຽກຢູ່ນອກຫົວໜ່ວຍແຮງງານ ລວມທັງຜູ້ເຮັດວຽກແບບອິດສະລະ ຊຶ່ງໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດຈາກການເຮັດວຽກ, ການປົກປ້ອງທາງສັງຄົມ, ການເຮັດວຽກທີ່ມີຄຸນຄ່າ ແລະ ເປັນທໍາ, ການໄດ້ຮັບຄ່າຕອບແທນ, ຄວາມປອດໄພ ແລະ ສຸຂະພາບແຮງງານ, ໄດ້ຮັບການຊ່ວຍເຫຼືອ ຫຼື ມີສິດສະເໜີໃຫ້ມີການແກ້ໄຂຂໍ້ຂັດແຍ່ງທາງດ້ານແຮງງານ ຄືກັນກັບແຮງງານໃນລະບົບ. 
ນອກຈາກກົດໝາຍວ່າດ້ວຍແຮງງານແລ້ວ ຍັງມີນິຕິກໍາລຸ່ມກົດໝາຍທີ່ເປັນເຄື່ອງມືໃນການປົກປ້ອງແຮງງານນອກລະບົບ ເປັນຕົ້ນແມ່ນ:
1.    ດຳລັດ ວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ ສະບັບເລກທີ 22/ລບ, ລົງວັນທີ 5 ກຸມພາ 2019.
2.    ດຳລັດ ວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານແຮງງານ ສະບັບເລກທີ 76/ລບ, ລົງວັນທີ 28 ກຸມພາ 2018;
3.    ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຜູ້ອອກແຮງງານໃນຄົວເຮືອນ ສະບັບເລກທີ 4369/ຮສສ, ລົງວັນທີ 2 ພະຈິກ 2022.
4.    ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງເຈົ້າໜ້າທີ່ກວດກາແຮງງານ ສະບັບເລກທີ 4277/ຮສສ, ລົງວັນທີ 5 ທັນວາ 2016.
5.    ຄໍາແນະນໍາກ່ຽວກັບການປັບປຸງຄ່າແຮງງານຂັ້ນຕ່ຳສຸດ ສໍາລັບຜູ້ອອກແຮງງານຢູ່ ສປປ ລາວ ເລກທີ 3226/ຮສສ, ລົງວັນທີ 1 ກັນຍາ 2023.