ໂດຍ: ສ.ບຸດປະຊາ
    ການປູກພືດຂອງ ສປປ ລາວ ແມ່ນເປັນການປູກແບບຂະໜາດນ້ອຍ ກະແຈກກະຈາຍ ສ່ວນໃຫຍ່ຍັງຂຶ້ນກັບປັດໄຈທໍາມະຊາດເປັນຫຼັກ, ການນໍາໃຊ້ເຕັກນິກ ແລະ ເຕັກໂນໂລຊີໃໝ່ ຍັງບໍ່ທັນຫຼາຍ; ອີກທັງສະພາບການປ່ຽນແປງຂອງດິນຟ້າອາກາດ ກໍເປັນສາເຫດໃຫ້ເກີດໄພພິບັດທາງທໍາມະຊາດ, ການລະບາດ ຂອງສັດຕູພືດ ກໍເຮັດໃຫ້ຜົນຜະລິດພືດ ເກີດຄວາມເສຍຫາຍ ແລະ ຄັງແຮສຸກເສີນ ສໍາລັບການແກ້ໄຂໃນເວລາເກີດວິກິດການຍັງບໍ່ພຽງພໍ. ຂະນະດຽວກັນ, ການຄໍ້າປະກັນລາຄາຜົນຜະລິດພືດ ແລະ ປັດໄຈການຜະລິດ (ແນວພັນພືດ, ຝຸ່ນ, ແລະ ຢາປາບສັດຕູພືດ) ຍັງບໍ່ຖືກຈັດຕັ້ງປະຕິບັດໄດ້ດີເທົ່າທີ່ຄວນ.
    ດ້ວຍບັນຫາທີ່ກ່າວມານັ້ນ, ລັດຖະບານເຮົາ ຈຶ່ງໄດ້ກຳນົດໃຫ້ມີນະໂຍບາຍຮັບປະກັນຄວາມສ່ຽງ ຕໍ່ການປູກພືດ ຊຶ່ງກຳນົດເປັນນະໂຍບາຍຂໍ້ທີ 6 ຂອງ 8 ນະໂຍບາຍໃນນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການປູກພືດຂອງ ສປປ ລາວ ທີ່ຫາກໍໄດ້ມີການຮັບຮອງ ແລະ ປະກາດໃຊ້ ໂດຍແມ່ນດຳລັດເລກທີ 226/ນຍ, ລົງວັນທີ 10/7/2023 ແລະ ໃນນະໂຍບາຍຂໍ້ທີ 6 ນີ້ ແມ່ນປະກອບມີ 5 ຂໍ້ຄື:1). ລັດ ໃຫ້ນະໂຍບາຍແກ່ຜູ້ລົງທຶນ ທີ່ນໍາໃຊ້ວິທະຍາສາດ, ເຕັກນິກ-ເຕັກໂນໂລຊີ ທີ່ທັນສະໄໝ ແລະ ເປັນມິດກັບສິ່ງ ແວດລ້ອມ ເຂົ້າໃນການຜະລິດ ຕິດພັນກັບ ການປຸງແຕ່ງ ແລະ ການສົ່ງອອກ;2). ລັດສະໜັບສະໜູນການສ້າງລະບົບຕາໜ່າງປ້ອງກັນພືດ, ອຸຕຸກະເສດ ແລະ ລະບົບການເຂົ້າເຖິງຂໍ້ມູນ ຂ່າວສານດ້ານການປ້ອງກັນພືດ ໃຫ້ມີຄວາມເຂັ້ມແຂງ ແຕ່ສູນກາງຮອດທ້ອງຖິ່ນ;3). ລັດ ຄົ້ນຄວ້າສ້າງກອງທຶນຄໍ້າປະກັນລາຄາຂັ້ນຕໍ່າ ເພື່ອຮັບປະກັນໃຫ້ຜູ້ຜະລິດ, ກຸ່ມ, ສະຫະກອນ ຫຼື ສະມາຄົມ ແລະ ຜູ້ປະກອບການໃນການປູກພືດຍຸດທະສາດ ແລະ ພືດທີ່ມີທ່າແຮງ ເປັນສິນຄ້າ; 4). ລັດ ຊຸກຍູ້, ສົ່ງເສີມ ຜູ້ປະກອບການເຮັດສັນຍາຜູກພັນສອງສົ້ນ ເພື່ອກໍານົດລາຄາຄໍ້າປະກັນຂັ້ນຕໍ່າ ແລະ ມາດຕະຖານໃຫ້ແກ່ຜູ້ຜະລິດ;5). ລັດ ຄົ້ນຄວ້າສ້າງຄັງແຮ ແນວພັນພືດ, ຝຸ່ນ ແລະ ເຊື້ອຊີວະວິທະຍາ ເພື່ອຮັບໃຊ້ແກ່ການຜະລິດໃນເວລາເກີດໄພພິບັດທໍາມະຊາດ.
ການກຳນົດນະໂຍບາຍນີ້ໃຫ້ປະກອບມີ 5 ຂໍ້ນັ້ນ, ກໍເພື່ອຮັບປະກັນການປູກພືດ ໃຫ້ມີການຂະຫຍາຍຕົວ ຍົກສູງສະມັດຖະພາບຜົນຜະລິດພືດສະບຽງອາຫານ ແລະ ພືດສິນຄ້າ ດ້ວຍການນໍາໃຊ້ວິທະຍາສາດ-ເຕັກນິກ ທີ່ທັນສະໄໝ ແລະ ສ້າງຄັງແຮສຸກເສີນ ຮອງຮັບເພື່ອແກ້ໄຂຄວາມສ່ຽງທີ່ຈະເກີດຂຶ້ນ; ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການປ້ອງກັນ ແລະ ຄວບຄຸມການລະບາດສັດຕູພືດ ແລະ ພ້ອມທັງສ້າງແຜນແຮສຸກເສີນ ເພື່ອຮັບມືກັບໄພພິບັດທາງທໍາມະຊາດ; ເພື່ອຊຸກຍູ້, ສົ່ງເສີມ ໃຫ້ຜູ້ຜະລິດ ແລະ ຜູ້ປະກອບການສ້າງຕັ້ງ ກຸ່ມ, ສະຫະກອນ ຫຼື ສະມາຄົມ ຜູ້ຜະລິດພືດເປັນສິນຄ້າ ໃນການຄໍ້າປະກັນລາຄາ.