ໂຄງການສ້າງຄວາມເຂັ້ມແຂງດ້ານການບໍລິການຮັກສາສຸຂະພາບ ຈັດກອງປະຊຸມສະຫຼຸບວຽກງານ ແລະ ປິດໂຄງການໄລຍະ III ຂຶ້ນຫວ່າງບໍ່ດົນມານີ້ທີ່ພະແນກສາທາລະນະສຸກແຂວງເຊກອງ ໂດຍການເຂົ້າຮ່ວມຂອງທ່ານ ບົວໄລ ເກດຈັນ ຫົວໜ້າພະແນກສາທາລະນະສຸກ ແຂວງເຊກອງ, ມີທ່ານ ນາງ ສົມຄິດ ໂຫຼຍອິນຕອງ ຜູ້ບໍລິຫານພາກປະຕິບັດງານ ຂອງອົງການຊ່ວຍເຫຼືອຊຶ່ງກັນ ແລະກັນ (SFE), ມີຜູ້ຕາງໜ້າຜູ້ປະສານງານ SFE, ຂະແໜງການກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ, ໂຮງໝໍນ້ອຍ ແລະ ບ້ານເປົ້າໝາຍເຂົ້າຮ່ວມ.
     ທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການ ຕາງໜ້າໃຫ້ອົງການ SFE ໄດ້ສະຫຼຸບຄືນການຈັດຕັ້ງປະຕິບັດກິດຈະກໍາຕ່າງໆວ່າ:ໂຄງການສ້າງຄວາມເຂັ້ມແຂງດ້ານການບໍລິການຮັກສາສຸຂະພາບ ໄລຍະ III ທີ່ແຂວງເຊກອງ ກວມເອົາໂຮງໝໍແຂວງ, ໂຮງໝໍເມືອງ 4 ເມືອງ, ໂຮງໝໍນ້ອຍ 4 ແຫ່ງ ແລະ 8 ບ້ານເປົ້າໝາຍ ໂດຍເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນມັງກອນ 2021 ຫາເດືອນທັນວາ 2023, ປະກອບມີ 6 ກິດຈະກໍາຫຼັກ 35 ກິດຈະກໍາຍ່ອຍ ທັງນີ້ ກໍເພື່ອແນໃສ່ເພື່ອຮັບປະກັນການມີສຸຂະພາບທີ່ດີ ແລະສົ່ງເສີມຊີວິດການເປັນຢູ່ທີ່ດີຂອງປະຊາຊົນແຂວງເຊກອງ ໃຫ້ດີຂຶ້ນດ້ວຍການໃຫ້ບໍລິການດ້ານສຸຂະພາບທີ່ດີຂຶ້ນກວ່າເກົ່າ, ໂດຍສະເພາະເພື່ອໃຫ້ການບໍລິການຮັກສາສຸຂະພາບຂັ້ນພື້ນຖານຢູ່ແຂວງໄດ້ຮັບການປັບປຸງດີກວ່າເກົ່າ.
      ສໍາລັບ 6 ຜົນງານໄດ້ຮັບຂອງການຈັດຕັ້ງປະຕິບັດບັນດາກິດຈະກຳ ແມ່ນເຮັດໃຫ້ການບໍລິການຮັກສາສຸຂະພາບແມ່, ເດັກແດງ, ເດັກນ້ອຍ ແລະໄວໜຸ່ມຢູ່ໂຮງໝໍແຂວງ ແລະເມືອງໄດ້ຮັບການປັບປຸງ 20%; ຄວາມຮູ້ ແລະຄວາມອາດສາມາດໃນການຄຸ້ມຄອງກ່ຽວກັບການຄວບຄຸມພະຍາດຕິດຕໍ່ ແລະບໍ່ຕິດຕໍ່ ຢູ່ໂຮງໝໍແຂວງ ແລະເມືອງ ໄດ້ຮັບການປັບປຸງ 20%; ການຄວບຄຸມການຕິດເຊື້ອ ແລະການຄຸ້ມຄອງອຸປະກອນພາຍໃນໂຮງໝໍ ແລະສຸກສາລາເປົ້າໝາຍ ໄດ້ຮັບການປັບປຸງ, 80% ຂອງຕຽງນອນໃນຂະແໜງຕົວແບບ ມີຄວາມສະອາດ, ມີມຸ້ງ ແລະຜ້າປູຕຽງ, 20% ຂອງພະນັກງານແພດໝໍ ກ່ຽວກັບການລ້າງມືກ່ອນການປິ່ນປົວຄົນເຈັບເພີ່ມຂຶ້ນ; ຄົນພິການ ໄດ້ເຂົ້າເຖິງການບໍລິການຮັກສາສຸຂະພາບທີ່ດີກວ່າເກົ່າ, 20% ຄວາມຮູ້ພື້ນຖານຂອງພະນັກງານແພດໝໍໃນໂຮງໝໍແຂວງກ່ຽວກັບການປິ່ນປົວຄົນເຈັບພິການເພີ່ມຂຶ້ນ; ການບໍລິການຮັກສາສຸຂະພາບໃນສຸກສາລາເປົ້າໝາຍໄດ້ຮັບການປັບປຸງ, 20% ຂອງການຄຸ້ມຄອງໃນສະຖານທີ່ບໍລິການສາມາດປະເມີນແມ່, ເດັກ ແລະການພະຍາບານທົ່ວໄປ; ບັນດາບ້ານເປົ້າໝາຍສະແດງອອກເຖິງການປະຕິບັດທີ່ດີກວ່າເກົ່າ ໃນການຮັກສາສຸຂະພາບຂັ້ນພື້ນຖານ, ນໍ້າ, ສຸຂະພິບານ ແລະສຸຂະອະນາໄມ, 80%ຂອງຫຼັງຄາເຮືອນໄດ້ເຂົ້າເຖິງແຫຼ່ງນໍ້າທີ່ສະອາດ, 60% ຂອງປະຊສຊົນໃນບັນດາບ້ານເປົ້າໝາຍໄດ້ນໍາໃຊ້ວິດຖ່າຍ, 20% ຂອງບັນດາບ້ານເປົ້າໝາຍໄດ້ຮັບການປັບປຸງຄວາມສະອາດພາຍໃນບ້ານເພີ່ມຂຶ້ນ; ພ້ອມນີ້ກໍໄດ້ຜ່ານຮ່າງບົດບັນທຶກຄວາມເຂົ້າໃຈ (MOU) ຕື່ມອີກ.
     ນອກນັ້ນ,ພະແນກສາທາລະນະສຸກແຂວງ ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ໂຄງການ SFE ແລະບຸກຄົນ ທີ່ມີຜົນງານ ແລະຄຸນງາມຄວາມດີທີ່ປະກອບສ່ວນໃນການປະກາດເມືອງລະມາມ ເປັນເມືອງສາທາລະນະສຸກແບບຢ່າງ ແລະເປັນເມືອງຊຸມຊົນເປັນເຈົ້າການ ດ້ານສຸຂະອະນາໄມຕື່ມອີກ.
ຂ່າວ-ພາບ:ພຸດທະສອນ