ໃນວັນທີ 14 ທັນວາ ນີ້ ທີ່ໂຮງໝໍມິດຕະພາບໄດ້ຈັດພິທີເຜີຍແຜ່ 4 ເອກະສານວັນສໍາຄັນຂອງພັກ-ຂອງຊາດຄື: 1. ມະຕິກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 7 ສະໄໝທີ XI ສູນກາງພັກ,2. ເອກະສານ ວຽກງານການເມືອງ-ແນວຄິດ ໃຫ້ພະນັກງານສະມາຊິກພັກ - ພະນັກງານຫຼັກແຫຼ່ງ ເພື່ອກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ,3.ສະເຫຼີມສະຫຼອງວັນເກີດຂອງທ່ານປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, 4. ວັນຊາດທີ 2 ທັນວາ ຄົບຮອບ 48 ປີ ແລະ ວັນເກີດຂອງທ່ານ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ.ໃຫ້ກຽດເປັນປະທານໃນຄັ້ງນີ້ໂດຍ ທ່ານ ສອນໄຊ ລາດຊະວົງ ກໍາມະການຄະນະພັກກະຊວງເລຂາຄະນະພັກຮາກຖານຜູ້ອໍານວຍການໂຮງໝໍມິດຕະພາບ, ໂດຍມີບັນດາຄະນະອໍານວຍການໂຮງໝໍ, ຄະນະພະແນກ, ທ່ານໝໍ, ພະຍາບານເຂົ້າຮ່ວມຢ່າງພ້ອມພຽງ.
ການເຜີຍແຜ່ເອກະສານຕ່າງໆໃນຄັ້ງນີ້ເຮັດໃຫ້ພະນັກງານ-ລັດຖະກອນພາຍໃນໂຮງໝໍ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ໃນວຽກງານການເມືອງ-ແນວຄິດ, ມູນເຊື້ອປະຫວັດສາດວັນສໍາຄັນຕ່າງໆຂອງຊາດ, ຮັບຮູ້ເຖິງການດໍາລົງຊີວິດ ແລະ ແບບແຜນວິທີເຮັດວຽກຂອງທ່ານປະທານ ໄກສອນ ພົມວິຫານ ແລະ ທ່ານປະທານ ຄໍາໄຕ ສີພັນດອນ ໃຫ້ເປັນແວ່ນແຍງອັນໃສແຈ້ງ ໃຫ້ແກ່ພະນັກງານສະມາຊິກພັກ ແລະ ພະນັກງານໃນຍຸກໃໝ່ເພື່ອນໍາໄປປະຕິບັດ.
(ຂ່າວ-ພາບ:ຕຸໄລເພັດ)