
ໂດຍ: ວັນເພັງ
ຢາສູບ ເປັນຜະລິດຕະພັນທີ່ຖືກປຸງແຕ່ງຈາກໃບຢາສູບທັງໝົດ, ບາງສ່ວນ ແລະ ຜະລິດຕະພັນຢາສູບຮູບແບບອື່ນ ໂດຍມີສານນິໂກຕິນເປັນສ່ວນປະກອບ ຊຶ່ງເປັນທາດເບື່ອ ແລະ ເປັນສິ່ງເສບຕິດ. ໃນນັ້ນຢາສູບບໍ່ພຽງເປັນອັນຕະລາຍຕໍ່ຜູ້ສູບ ແຕ່ຄວັນຢາສູບຍັງມີສານເຄມີຫຼາຍກວ່າ 7.000 ຊະນິດພາໃຫ້ເປັນອັນຕະລາຍຕໍ່ສຸຂະພາບຂອງຄົນເຮົາ, ຄົນອ້ອມຂ້າງ ແລະ ກໍ່ໃຫ້ເກີດເປັນພະຍາດຕ່າງໆ.
ຂໍ້ມູນຈາກໜ່ວຍງານຄວບຄຸມຢາສູບ ກະຊວງສາທາລະນະສຸກເປີດເຜີຍໃຫ້ຮູ້ວ່າ: ຄວັນຢາສູບມີສານເຄມີຫຼາຍກວ່າ 7.000 ຊະນິດ, ມີສານພິດຫຼາຍກວ່າ 250 ຊະນິດ, ມີສານກໍ່ມະເຮັງ 70 ຊະນິດ. ໃນນັ້ນ, ສານພິດໃນຄວັນຢາສູບຍັງປະກອບມີ: ນິໂກຕິນ, ກາກບອນມໍນັອກໄຊ, ທາຣ, ອາເຊນິກ, ແຄດມຽນ, ສານຊືນ, ຟໍມາລິນ, ສານບາຫຼອດ, ຟໍໂລນຽມ 210 ຊະນິດທີ່ເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ສູບ ແລະ ຄົນອ້ອມຂ້າງທີ່ໄດ້ຮັບຄວັນຈາກຢາສູບໂດຍສະເພາະແມ່ຍິງ, ເດັກນ້ອຍຊຶ່ງມີຄວາມສ່ຽງໃນການເປັນພະຍາດຮ້າຍແຮງເຊັ່ນ: ພະຍາດມະເຮັງປາກ, ພາໃຫ້ຫົວໃຈວາຍ, ເປັນມະເຮັງປອດ, ແຂ້ວດຳ-ປາກເໝັນ, ເສັ້ນເລືອດໃນສະໝອງແດກ-ຕີບ-ຕັນ, ພະຍາດຫົວໃຈ-ເສັ້ນເລືອດ, ລະບົບຫົວໃຈຊໍ້າເຮື້ອ, ລະບົບປະສາດ, ເບົາຫວານ, ຄວາມດັນເລືອດສູງແລະພະຍາດອື່ນໆ ຊຶ່ງນຳໄປສູ່ການເປັນພິການຂອງອະໄວຍະວະໃດໜຶ່ງ ແລະ ເສຍຊີວິດກ່ອນໄວອັນຄວນໄດ້. ສໍາລັບຄວັນຢາສູບມີ 2 ຊະນິດຄື: ຄວັນຢາສູບມື 2 ແລະ ຄວັນຢາສູບມື 3. ຢາສູບມືສອງແມ່ນຄວັນຢາສູບທີ່ຜູ້ສູບພົ່ນອອກມາຫຼື ຢາສູບທີ່ຈູດປະໄວ້. ດັ່ງນັ້ນ, ຜູ້ທີ່ໄດ້ຮັບຄັວນຢາສູບເປັນປະຈໍາຍັງສາມາດເປັນພະຍາດຮ້າຍແຮງ ແລະ ເສຍຊີວິດກ່ອນໄວອັນຄວນຄືກັນກັບຜູ້ສູບຢາເຊັ່ນກັນ. ສໍາລັບຄວັນຢາສູບມື3 ແມ່ນຄັວນຢາສູບທີ່ຕິດຕາມຜີວໜັງ, ເສັ້ນຜົມ, ເຄື່ອງນຸ່ງຫົ່ມ, ເກາະຕິດກັບຝຸ່ນລະອອງໃນອາກາດ ແລະ ຕິດຕາມເຄື່ອງດູດອາກາດ, ແອ, ພັດລົມ, ຜ້າກັ້ງ, ຜ້າປູໂຕະ ແລະ ອື່ນໆ. ຫຼັກຖານທາງວິທະຍາສາດຢືນຢັນວ່າ: ກໍໃຫ້ເກີດມະເຮັງໄດ້ເຊັ່ນດຽວກັນ.