ຄໍາເກີດ ເປັນເມືອງພູດອຍຂອງແຂວງບໍລິຄໍາໄຊ, ປະຊາຊົນສ່ວນຫຼາຍມີອາຊີບການປູກຝັງ-ລ້ຽງສັດເປັນແຫຼ່ງລາຍຮັບສໍາຄັນຂອງຄອບຄົວ, ຍ້ອນມູນເຊື້ອຄວາມດຸໝັ່ນຂະຫຍັນພຽນຂອງປະຊາຊົນພາຍໃນເມືອງ ເຮັດໃຫ້ຫຼາຍຄອບຄົວຢຶດຖືອາຊີບການປູກ-ການລ້ຽງເປັນອາຊີບຕົ້ນຕໍ ໂດຍອີງໃສ່ທ່າແຮງທີ່ເໝາະສົມຂອງແຕ່ລະຄອບຄົວ ແນໃສ່ສ້າງລາຍຮັບເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ກ້າວໄປສູ່ລຶບລ້າງຄວາມທຸກຍາກ.
ຄອບຄົວ ນາງຮິບ ພະມີໄຊ ປັດຈຸບັນຢູ່ບ້ານດອນຊາດ ເມືອງຄໍາເກີດ ແຂວງບໍລິຄໍາໄຊແມ່ນຄອບຄົວໜຶ່ງທີ່ໄດ້ຢຶດຖືເອົາການຜະລິດກະສິກໍາ ເປັນແຫຼ່ງລາຍຮັບຕົ້ນຕໍຂອງຄອບຄົວ ເຊິ່ງເມື່ອກ່ອນໄດ້ປູກມັນຕົ້ນ, ລ້ຽງງົວ ແລະ ເຮັດນາ. ແຕ່ຍ້ອນເຫັນວ່າການລ້ຽງແບ້ອາດເປັນອີກທ່າແຮງໜຶ່ງໃນການສ້າງລາຍຮັບໃຫ້ແກ່ຄອບຄົວເພາະວ່າແບ້ກິນອາຫານໜ້ອຍ, ແຜ່ພັນດີ, ໄດ້ຂາຍໄວ, ຄວາມຕ້ອງການຂອງຕະຫຼາດສູງ, ໄດ້ລາຄາດີແລະມີພໍ່ຄ້າມາເລາະຊື້ເປັນປະຈຳແຕ່ການຕອບສະໜອງບໍ່ພຽງພໍ ຈຶ່ງເຮັດໃຫ້ເກີດມີແຮງຈູງໃຈຢາກທົດລອງລ້ຽງແບ້.
ນາງ ຮິບ ພະມີໄຊ ເວົ້າໃຫ້ຟັງວ່າ: ໃນເບື້ອງຕົ້ນໄດ້ຮັບເອົາແບ້ຈໍານວນ 4 ໂຕ ໃນນັ້ນແບ້ແມ່ 3 ໂຕ ແລະແບ້ຜູ້ 1 ໂຕ ຈາກຄອບຄົວພໍ່ເຖົ້າມາລ້ຽງເພື່ອປັນລູກກັນເລີ່ມແຕ່ປີ 2017. ຜ່ານການລ້ຽງໄດ້ປະມານ 1 ປີເຫັນວ່າຈໍານວນແບ້ໄດ້ເພີ່ມຂຶ້ນ, ຈຶ່ງຕັດສິນໃຈຊື້ແບ້ແມ່ເຂົ້າມາຕື່ມອີກ 9 ໂຕ ລວມແບ້ທີ່ມີທັງໝົດ25 ໂຕ, ມາຮອດທ້າຍປີ 2020 ມີແບ້ທັງໝົດ 58 ໂຕ, ແຕ່ບັນຫາທີ່ພົບແລະເປັນອຸປະສັກໃນໄລຍະນັ້ນແມ່ນບໍ່ມີທົ່ງຫຍ້າ, ປ່ອຍແບ້ໄປຕາມທໍາມະຊາດ, ຄອກແບ້ຕໍ່າບໍ່ຖືກຕາມເຕັກນິກ, ການຮັກສາສຸຂະພາບແບ້ບໍ່ໄດ້ດີເທົ່າທີ່ຄວນ, ບໍ່ໄດ້ໃຫ້ກ້ອນແຮ່ທາດ, ບໍ່ໄດ້ມີການຄັດເລືອກພໍ່-ແມ່ພັນ, ປັດໄຈສໍາຄັນແມ່ນບໍ່ທັນມີບົດຮຽນໃນການລ້ຽງ ແລະຮັກສາສຸຂະພາບແບ້ ເຮັດໃຫ້ແບ້ນ້ອຍເກີດມາບໍ່ແຂງແຮງ, ຖອກທ້ອງ, ແບ້ຕາຟາງ(ບໍ່ເຫັນຮຸ່ງ) ທ້ອງເບັງ, ເປັນໄອ ແລະອື່ນໆທີ່ບໍ່ສາມາດແກ້ໄຂໄດ້ເຮັດໃຫ້ອັດຕາການຕາຍຂອງແບ້ສູງ ຈຶ່ງເຮັດໃຫ້ປະສິດທິພາບຂອງການລ້ຽງແບ້ໃນໄລຍະນັ້ນບໍ່ໄດ້ດີເທົ່າທີ່ຄວນ.
ມາຮອດຕົ້ນປີ 2021 ມີໂຄງການຄົ້ນຄວ້າ ແລະ ສົ່ງເສີມການລ້ຽງແບ້ ຈາກຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບກົມສົ່ງເສີມກະສິກໍາ ແລະສະຫະກອນ ແລະຫ້ອງການກະສິກໍາ ແລະປ່າໄມ້ ເມືອງຄໍາເກີດ ໂດຍໄດ້ຮັບການສະໜັບສະໜູນດ້ານງົບປະມາຈາກ ອົງການພັດທະນາສາກົນປະເທດສະວີເດັນ (ຊີດາ Sida) ພາຍໃຕ້ແຜນງານຄໍ້າປະກັນສະບຽງອາຫານ 2030 ຫຼື ອາກະໂຣໂຟຊີ (AgroFOSE 2030) ໄດ້ລົງໄປຈັດຕັ້ງກຸ່ມລ້ຽງແບ້ ແລະໃຫ້ຄວາມຮູ້ໂດຍການຝຶກອົບຮົມຄວາມຮູ້ພື້ນຖານເຕັກນິກການລ້ຽງ, ການປູກຫຍ້າ, ການຮັກສາສຸຂະພາບແບ້ ແລະການເຮັດກ້ອນແຮ່ທາດ ເຮັດໃຫ້ຄອບຄົວ ນາງ ຮິບມີຄວາມສົນໃຈ ແລະສະໝັກໃຈເຂົ້າຮ່ວມການຝຶກອົບຮົມ, ພ້ອມດຽວກັນນັ້ນຜູ້ກ່ຽວຍັງໄດ້ຖືກແຕ່ງຕັ້ງເປັນຄະນະກຸ່ມອີກດ້ວຍ.
ພາຍຫຼັງໄດ້ເຂົ້າຮ່ວມການຝຶກອົບຮົມສໍາເລັດ ໂດຍສົມທຽບໃສ່ການລ້ຽງແບ້ທີ່ຜ່ານມາເຫັນວ່າຄອບຄົວນາງ ຮິບ ຕ້ອງໄດ້ປັບປຸງ ແລະປ່ຽນແປງໃນຫຼາຍດ້ານ ເພື່ອໃຫ້ຖືກຕ້ອງຕາມເຕັກນິກ ເຊິ່ງນາງ ຮິບ ແລະຄອບຄົວບໍ່ໄດ້ລັ່ງເລໃຈ ຈຶ່ງຕັດສິນໃຈແກ້ໄຂດ່ວນເປັນຕົ້ນການປຸກສ້າງຄອກແບ້ໃໝ່ ໃຫ້ມີຄວາມສູງຈາກໜ້າດິນປະມານ 1,50 ແມັດ ແລະຂະໜາດຄອກໃຫ້ມີຄວາມເໝາະສົມກັບຈໍານວນແບ້ຄືສະເລ່ຍແບ້ 1 ໂຕຕໍ່ເນື້ອທີ່ 1 ຕາແມັດ, ຈັດໃຫ້ມີຄອກເກີດລູກ, ຄອກພໍ່ພັນ, ປັບປຸງພື້ນຄອກຈາກເຄີຍໃຊ້ໄມ້ແປ້ນປ່ຽນມາເປັນນໍາໃຊ້ໄມ້ດີ້ວ, ເພື່ອໃຫ້ອາໂຈມແບ້ຕົກລົງສູ່ພື້ນດິນ(ບໍ່ໃຫ້ອາໂຈມຄ້າງຢູ່ໃນຄອກ) ອະນາໄມຄອກ ແລະຂ້າເຊື້ອໂດຍການຫວ່ານປູນຂາວເປັນປົກກະຕິ,ໄດ້ສ້າງທົ່ງຫຍ້າ 2 ໄລ່ໂດຍໄດ້ຮັບການສະໜັບສະໜູນແກ່ນຫຍ້າຈາກໂຄງການ, ໄດ້ສັກຢາບໍາລຸງໃຫ້ແບ້ນ້ອຍ ແລະແມ່ພັນ, ຂ້າແມ່ກາຝາກໃຫ້ແບ້, ມີການຊື້ພໍ່ພັນເຂົ້າມາປ່ຽນແທນ,ໄດ້ຄັດເລືອກແມ່ພັນໂຕທີ່ລ້ຽງລູກດີ ແລະຮູບຮ່າງໃຫຍ່, ເອົາໃຈໃສ່ເບິ່ງແຍງເວລາແບ້ເກີດລູກໃຫ້ດີໃນໄລຍະສອງອາທິດທຳອິດເພື່ອໃຫ້ແບ້ນ້ອຍແຂງແຮງ, ໃນໄລຍະລະດູໜາວ ຫຼື ມີລົມພັດແຮງກໍຕ້ອງໄດ້ຊື້ຜ້າມາອ້ອມຄອກເພື່ອບັງລົມບໍ່ໃຫ້ເຂົ້າໄປໃນຄອກແບ້ຫຼາຍ. ເວລາຜ່ານໄປ 3 ເດືອນເຫັນວ່າແບ້ມີສຸຂະພາບແຂງແຮງ, ຕຸ້ຍພີດີງາມ, ຂົນກ້ຽງເຫຼື້ອມ ແລະບໍ່ມີບັນຫາຄືກັບເວລາທີ່ບໍ່ທັນໄດ້ຮັບການຝຶກອົບຮົມ.
ຍ້ອນຄວາມດຸໝັ່ນຂະຫຍັນພຽນ ແລະມີຄວາມຮັກມັກໃນການລ້ຽງແບ້ ນາງ ຮິບ ໄດ້ເອົາໃຈໃສ່ຕິດຕາມ, ເບິ່ງແຍງແບ້ ແລະປະຕິບັດຕາມເຕັກນິກທຸກຢ່າງ ເຮັດໃຫ້ຈໍານວນແບ້ເພີ່ມຂຶ້ນ ແລະໄດ້ຂາຍແບ້ອອກແຕ່ລະໄລຍະ ເຊິ່ງມີລາຍຮັບຈາກການລ້ຽງແບ້ ນັບແຕ່ປີ 2021 ເປັນຕົ້ນມາຮອດເດືອນ 4 /2024 ໄດ້ຂາຍແບ້ທັງໝົດ 107 ໂຕ ຄິດເປັນເງິນ 108.000.000 ກີບ, ນອກຈາກນັ້ນຍັງໄດ້ບໍລິໂພກພາຍໃນຄອບຄົວອີກຈຳນວນໜຶ່ງເຊິ່ງສະແດງໃຫ້ເຫັນຜົນໄດ້ຮັບຂອງການນໍາໃຊ້ເຕັກນິກໃໝ່ເຂົ້າໃນການລ້ຽງແບ້.
ບໍ່ພຽງແຕ່ເທົ່ານັ້ນ ຍ້ອນມີຄວາມຕັ້ງໃຈຢາກຢຶດຖືເອົາການລ້ຽງແບ້ເປັນແຫຼ່ງລາຍຮັບທີ່ສໍາຄັນຕົ້ນຕໍ ບວກກັບທ່າແຮງດ້ານອາຫານທີ່ມີໃນທ້ອງຖິ່ນ ແລະຄວາມຕ້ອງການຂອງຕະຫຼາດ. ຄອບຄົວ ນາງ ຮິບ ຈຶ່ງນໍາໃຊ້ທຶນທີ່ທ້ອນໂຮມມາໄດ້ຈາກການຂາຍແບ້ໃນແຕ່ລະປີສ້າງຮົ້ວອ້ອມພື້ນທີ່ລ້ຽງແບ້ຈໍານວນ 4 ເຮັກຕາສໍາເລັດ ແລະໄດ້ປູກຫຍ້າຫຼາຍຊະນິດຈໍານວນ 15 ໄລ່ ເພື່ອຮັບປະກັນໃຫ້ມີອາຫານສໍາລັບແບ້ຢ່າງພຽງພໍ. ນອກຈາກນັ້ນ, ຍັງໄດ້ນໍາໃຊ້ໃບມັນຕົ້ນທີ່ມີຢ່າງຫຼວງຫຼາຍໃນເຂດດັ່ງກ່າວມາເຮັດໃບມັນຕົ້ນແຫ້ງ, ໃບມັນຕົ້ນໝັກເປັນອາຫານເສີມ ເພື່ອແກ້ໄຂການຂາດແຄນອາຫານຂອງແບ້ໃນລະດູແລ້ງ ແລະ ໃນປີ 2023 ຜ່ານມາສາມາດເຮັດໃບມັນຕົ້ນບົ່ມໄດ້ 1.200 ກິໂລ.
ແນວໃດກໍຕາມ ຄອບຄົວ ນາງ ຮິບ ຍັງພົບບັນຫາໂດຍສະເພາະຍັງຂາດແຮງງານເພາະວ່າໃນຄອບຄົວມີແຕ່ຜົວ, ເມຍ ແລະລູກນ້ອຍໜຶ່ງຄົນ ວຽກການລ້ຽງແບ້ສ່ວນໃຫຍ່ຈຶ່ງເປັນພາລະຂອງເມຍຕ້ອງຮັບຜິດຊອບ, ສ່ວນຜູ້ເປັນຜົວແມ່ນເປັນພະນັກງານລັດຖະກອນ ຈຶ່ງມີເວລາຈໍາກັດແຕ່ໄດ້ນໍາໃຊ້ເວລາຕອນເລີກວຽກ ແລະວັນເສົາອາທິດຊ່ວຍວຽກຄອບຄົວ, ນອກຈາກນີ້ ຍັງບໍ່ທັນມີລະບົບນໍ້າຮັບໃຊ້ຫົດທົ່ງຫຍ້າຢ່າງພຽງພໍ ຈຶ່ງເປັນສາເຫດໜຶ່ງທີ່ຍັງບໍ່ທັນສາມາດພັດທະນາການລ້ຽງແບ້ໄປສູ່ລະບົບຟາມໄດ້ເທື່ອ ແຕ່ຈະພະຍາຍາມສ້າງເປັນຟາມໃຫ້ໄດ້ໃນອະນາຄົດ.
ຜ່ານຂະບວນການຮຽນຮູ້ທິດສະດີຈາກການເຂົ້າຮ່ວມຝຶກອົບຮົມ ແລະນໍາໃຊ້ເຂົ້າພາກປະຕິບັດຕົວຈິງ, ການລົງຕິດຕາມ ແລະແນະນໍາຢ່າງປົກກະຕິຂອງວິຊາການລ້ຽງສັດ ຈາກຫ້ອງການກະສິກໍາ ແລະປ່າໄມ້ເມືອງຄໍາເກີດ ເຮັດໃຫ້ຄອບຄົວນາງ ຮິບລ້ຽງແບ້ຖືກຕ້ອງຕາມເຕັກນິກ, ມີປະສິດທິຜົນດີ, ມີລາຍຮັບທີ່ເພິ່ງພໍໃຈ. ຍ້ອນແນວນັ້ນກຸ່ມລ້ຽງແບ້ບ້ານດອນຊາດ ແລະໂຄງການຄົ້ນຄວ້າ ແລະສົ່ງເສີມການລ້ຽງແບ້ຈຶ່ງຮັບຮອງວ່າ ຄອບຄົວນາງ ຮິບ ພະມີໄຊ ເປັນຄອບຄົວ “ ກ້າປັບປຸງ, ກ້າປ່ຽນແປງ, ກ້າເຮັດສິ່ງໃໝ່ໆ ເພື່ອການລ້ຽງແບ້ໃຫ້ດີກວ່າເກົ່າ ແລະມີຜົນກໍາໄລ ”, ເປັນຄອບຄົວຕົວແບບ ເປັນບ່ອນຮຽນຮູ້ ແລະແລກປ່ຽນບົດຮຽນໃຫ້ແກ່ຊາວກະສິກອນຜູ້ທີ່ສົນໃຈຢາກພັດທະນາການລ້ຽງແບ້ ແລະທີ່ຜ່ານມາກໍໄດ້ມີຫຼາຍພາກສ່ວນໄດ້ໄປຢ້ຽມຢາມ ຖອດຖອນບົດຮຽນເພື່ອນໍາໄປເປັນບົດຮຽນໃນຂັ້ນຕໍ່ໄປ.