ພິທີເປີດຫ້ອງມູນເຊື້ອສະພາແຫ່ງຊາດ ຢ່າງເປັນທາງການໄດ້ຈັດຂຶ້ນໃນວັນທີ 30 ກັນຍານີ້ ທີ່ ຫໍສະພາແຫ່ງຊາດ ໂດຍໃຫ້ກຽດ ເຂົ້າຮ່ວມຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ມີບັນດາອະດີດປະທານສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານສະພາປະຊາຊົນຂັ້ນແຂວງ, ປະທານ, ຮອງປະ ທານກໍາມາທິການ, ສະມາຊິກສະພາແຫ່ງຊາດ, ອະດີດຄະນະນໍາ ຂອງ ສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ
ໃນພິທີ, ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດໄດ້ກ່າວເປີດຫ້ອງມູນເຊື້ອສະພາແຫ່ງຊາດຢ່າງເປັນທາງການວ່າ: ເລີ່ມແຕ່ຕົ້ນປີ 1975 ສະພາບການຢູ່ພາຍໃນປະເທດ, ພາກພື້ນ  ແລະ ສາກົນມີການຫັນປ່ຽນ, ອັນໄດ້ສ້າງເງື່ອນໄຂສຸກງອມ ໃຫ້ແກ່ການປະຕິວັດລາວ; ພັກປະຊາຊົນປະຕິວັດລາວ ໄດ້ຕັດສິນໃຈນໍາພາທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ລຸກຮືຂຶ້ນຍາດເອົາອຳນາດການປົກຄອງໃນຂອບເຂດທົ່ວປະເທດ ແລະ ດຳເນີນການເລືອກຕັ້ງສະມາຊິກສະພາປະຊາຊົນ ຂັ້ນຕາແສງ, ຂັ້ນເມືອງ ແລະ ຂັ້ນແຂວງ-ນະຄອນຫຼວງ ໃນວັນທີ 20-22 ພະຈິກ 1975 ແລະ ໄດ້ກາຍເປັນຂະບວນການຟົດຟື້ນ ພາໄປສູ່ການປົດປ່ອຍປະເທດຊາດຢ່າງສົມບູນ, ສ້າງຕັ້ງເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າອົງອາດ, ເປີດສັງກາດໃໝ່ທີ່ປະເທດຊາດໄດ້ມີເອກະລາດ ແລະ ປະຊາຊົນໄດ້ມີອິດສະລະພາບ ຢ່າງແທ້ຈິງ. ບົນພື້ນຖານຜົນການເລືອກຕັ້ງສະມາຊິກສະພາປະຊາຊົນ ແລະ ເລືອກຕັ້ງຄະນະກໍາມະການປົກ ຄອງປະຕິວັດ ທັງ 3 ຂັ້ນດັ່ງກ່າວ, ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໄດ້ເປີດຂຶ້ນໃນລະຫວ່າງວັນທີ 1-2 ທັນວາ 1975 ໂດຍມີຕົວແທນຂອງປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນໃນສັງຄົມ ຈໍານວນ 264 ທ່ານເຂົ້າຮ່ວມ ຊຶ່ງໄດ້ຮັບຮອງເອົາຫຼາຍບັນຫາສໍາຄັນຂອງປະເທດຊາດ, ໃນນັ້ນ ໄດ້ມີມະຕິສ້າງຕັ້ງສະພາປະຊາຊົນສູງສຸດ ຊຸດທີ I ຢ່າງເປັນທາງການ ເພື່ອປະຕິບັດພາລະບົດບາດ ແລະ ໜ້າທີ່ ໃນການເຕົ້າໂຮມຄວາມສາມັກຄີປອງດອງຊາດ, ຟື້ນຟູເສດຖະກິດ, ຮໍາບາດແຜສົງຄາມ, ປົວແປງຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ ໃຫ້ດີຂຶ້ນເທື່ອລະກ້າວ, ທັງເປັນອົງການນິຕິບັນຍັດ ຄົ້ນຄວ້າ ຮ່າງລັດຖະທໍາມະນູນ ແລະ ກົດໝາຍ.
ເພື່ອຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການ ໃນການຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງ ໃໝ່ຢ່າງຮອບດ້ານ ແລະ ມີຫຼັກການຂອງພັກ, ນັບແຕ່ປີ 1986 ເປັນຕົ້ນມາ, ສະພາປະຊາຊົນສູງສຸດ ຊຸດທີ II ໄດ້ຮັບການເລືອກຕັ້ງຈາກປະຊາຊົນບັນດາເຜົ່າ ຕາມຫຼັກການທົ່ວໄປ, ສະເໝີພາບ, ໂດຍກົງ ແລະ ປິດລັບ ໃນວັນທີ 26 ມີນາ 1984 ຊຶ່ງເປັນສະພາທີ່ປະຕິບັດພາລະບົດບາດຕົ້ນຕໍ ເປັນສະພາສ້າງຮ່າງລັດຖະທໍາມະນູນ ສະບັບທໍາອິດ ແຫ່ງ ສປປ ລາວ ແລະ ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II ໄດ້ຮັບຮອງ ລັດຖະທໍາມະນູນ ແລະ ປະກາດໃຊ້ຕາມລັດຖະດໍາລັດ ຂອງປະທານປະເທດ ສະບັບເລກທີ 55/ປທປທ, ລົງວັນທີ 15 ສິງຫາ 1991. ລັດຖະທຳມະນູນ ຂອງ ສປປລາວ ປີ 1991 ເປັນລັດຖະທຳມະນູນ ສະບັບທຳອິດ ຂອງລະບອບປະຊາທິປະໄຕປະຊາຊົນ ທີ່ກາຍເປັນກົດໝາຍພື້ນຖານຂອງປະເທດ, ເປັນບ່ອນອີງທີ່ສຳຄັນໃນການປົກຄອງດ້ວຍກົດໝາຍ ຊຶ່ງໄດ້ຫັນເປັນກົດໝາຍໃນແຕ່ລະຂົງເຂດ ເພື່ອເປັນເຄື່ອງມືໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ນັບແຕ່ນັ້ນເປັນຕົ້ນມາ ສະພາປະຊາຊົນສູງສຸດ ໄດ້ປ່ຽນຊື່ມາເປັນ ສະພາແຫ່ງຊາດ ເພື່ອປະຕິບັດພາລະບົດບາດອັນຄົບຖ້ວນ ຕາມທີ່ກໍານົດໃນລັດຖະທໍາມະນູນ; ນັບແຕ່ສະພາປະຊາຊົນສູງສຸດ ຊຸດທີ I ມາເຖິງ ສະພາແຫ່ງຊາດ ຊຸດທີ IX ໂດຍອີງຕາມລັດຖະທໍາມະນູນ ແລະ ກົດໝາຍ, ສະພາແຫ່ງຊາດພວກເຮົາໄດ້ມີການຈັດຕັ້ງ ແລະ ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃນແຕ່ລະໄລຍະ ຄື: ເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ເປັນອົງການສູງສຸດແຫ່ງອຳນາດລັດ, ເປັນອົງການນິຕິບັນຍັດ ປະຕິບັດພາລະບົດບາດຮັບຮອງເອົາລັດຖະທຳມະນູນ ແລະ ກົດໝາຍ, ຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ ແລະ ຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ຂອງບັນດາອົງການລັດ. 
ໃນຕະຫຼອດໄລຍະ 49 ປີທີ່ຜ່ານມາ, ສະພາແຫ່ງຊາດ ໄດ້ຕັ້ງໜ້າປັບປຸງຕົນເອງ ໃຫ້ມີຄວາມເຂັ້ມແຂງເປັນກ້າວໆ, ເປັນເຈົ້າການໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຕາມລັດຖະທໍາມະນູນ ແລະ ກົດໝາຍ ເປັນຕົ້ນ ແມ່ນການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍ, ນະໂຍບາຍ ແລະ ມະຕິຕ່າງໆ ຂອງພັກ, ລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ກໍຄືເປັນແຜນຍຸດທະສາດ ໃນການສ້າງສາພັດທະນາປະເທດຊາດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. 
ຍ້ອນເຫັນໄດ້ຄວາມສໍາຄັນ ໃນການຈັດຕັ້ງ ແລະ ເຄື່ອນໄຫວຂອງສະພາແຫ່ງຊາດ ດັ່ງກ່າວ ແລະ ເພື່ອເປັນມໍລະດົກສືບທອດໃຫ້ແກ່ຄົນຮຸ່ນຫຼັງ, ຄະນະປະຈໍາສະພາແຫ່ງຊາດ ຈຶ່ງໄດ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາ ການຂຽນເນື້ອໃນ, ຄັດເລືອກວັດຖຸພັນ ແລະ ຈັດວາງສະແດງ ໃນຫ້ອງມູນ ເຊື້ອສະພາແຫ່ງຊາດ ແຫ່ງນີ້, ແຕ່ການຄັດເລືອກ ແລະ ທ້ອນໂຮມວັດຖຸພັນ ແມ່ນມີຄວາມຫຍຸ້ງຍາກພໍສົມຄວນ ເນື່ີອງຈາກໄລຍະຜ່ານມາ ມີການເຄື່ອນຍ້າຍເຄື່ອງຂອງວັດຖຸພັນ ຈາກຫໍສະພາຜູ້ແທນລາຊະດອນ (ຕຶກເກົ່າ ຢູ່ສໍານັກງານນາຍົກລັດຖະມົນຕີ), ການເຄື່ອນຍ້າຍເຄື່ອງຂອງວັດຖຸພັນ ໃນໄລຍະການປຸກສ້າງຫໍສະພາແຫ່ງຊາດຫຼັງໃໝ່ ແລະ ຄວາມຈໍາກັດດ້ານສະຖານທີ່ເກັບມ້ຽນຮັກສາວັດຖຸພັນ ຊຶ່ງໄດ້ເຮັດໃຫ້ວັດຖຸພັນຈໍານວນໜຶ່ງ ມີການຕົກເຮ່ຍ, ເສຍຫາຍ ແລະ ຕົກຫຼົ່ນຈາກບັນຊີເກັບກໍາເດີມ. ເຖິງຢ່າງໃດກໍຕາມ, ຄະນະຮັບຜິດຊອບຊີ້ນໍາວຽກງານຫ້ອງມູນເຊື້ອສະພາແຫ່ງຊາດ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ບັນດາໜ່ວຍງານ ແລະ ກອງເລຂາ ເພື່ອສຸມໃສ່ການຂຽນເນື້ອໃນ, ຄັດເລືອກວັດຖຸພັນ ແລະ ຈັດວາງສະແດງເຂົ້າໃນຫ້ອງມູນເຊື້ອສະພາແຫ່ງຊາດ ຄັ້ງນີ້; ທ່ານກ່າວຕື່ມວ່າ: ຈຸດປະສົງໃນການສ້າງຕັ້ງ "ຫ້ອງມູນເຊື້ອ ສະພາແຫ່ງຊາດ" ແມ່ນສ້າງໃຫ້ເປັນສະຖານທີ່ສະສົມ, ທ້ອນໂຮມ, ສຶກສາ, ຄົ້ນຄວ້າ, ວິໄຈ ແລະ ຈັດວາງສະແດງວັດຖຸພັນຕ່າງໆ ກ່ຽວກັບ ມູນເຊື້ອການປະຕິວັດ, ປະຫວັດການເຄື່ອນໄຫວ ແລະ ວັດຖຸສິ່ງຂອງຕ່າງໆ ຂອງ ທ່ານຜູ້ນຳປະຕິວັດ, ສະມາຊິກສະພາປະຊາຊົນສູງສຸດ, ສະມາຊິກສະພາແຫ່ງຊາດ ແລະ ພະນັກງານ-ລັດຖະກອນ ສະພາແຫ່ງຊາດ ເພື່ອເປັນຂໍ້ມູນທີ່ສຳຄັນໃຫ້ແກ່ພວກນ້ອງນັກຮຽນ, ນັກສຶກສາ ແລະ ສັງຄົມ ໄດ້ເຂົ້າໃຈ, ສາມາດຮຽນຮູ້ ແລະ ເຫັນໄດ້ປະຫວັດຄວາມເປັນມາຂອງອົງການນິຕິບັນຍັດ ທີ່ຈະມີອາຍຸຄົບຮອບ 50 ປີ ໃນປີ 2025 ນີ້, ທັງເປັນການປູກຈິດສຳນຶກໃຫ້ປະຊາຊົນລາວບັນດາເຜົ່າ ມີນໍ້າໃຈຮັກຊາດ, ຮັກມູນເຊື້ອອັນດີງາມຂອງຊາດລາວ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ນັບມື້ນັບເຂັ້ມແຂງຂຶ້ນເລື້ອຍໆ.
ການສ້າງຕັ້ງຫ້ອງມູນເຊື້ອຂອງສະພາແຫ່ງຊາດໃຫ້ເປັນລະບົບຄົບຊຸດຈະເປັນການອຳນວຍຄວາມສະດວກໃນການຄຸ້ມຄອງ, ບູລະນະ, ປົກປັກຮັກສາ ແລະ ຕິດຕາມກວດກາ ຕໍ່ວັດຖຸພັນເຄົ້າເດີມ ແລະ ວັດຖຸພັນທີ່ມີຄຸນຄ່າສູງ ເພື່ອເປັນມໍລະດົກໃຫ້ແກ່ລູກຫຼານໃນຕໍ່ໜ້າ; ເນື້ອໃນຂອງຫ້ອງມູນເຊື້ອ ສະພາແຫ່ງຊາດໄດ້ຈັດວາງສະແດງເປັນ 4 ພາກ ຄື: ພາກທີ 1: ໄລຍະຕໍ່ສູ້ກູ້ຊາດ, ພາກທີ 2: ການເຄື່ອນໄຫວວຽກງານລວມ ຂອງ ສະພາປະຊາຊົນສູງສຸດ ຊຸດທີ I  ຫາ ສະພາແຫ່ງຊາດ ຊຸດທີ VIII, ພາກທີ 3: ການເຄື່ອນໄຫວວຽກງານລວມ ຂອງ ສະພາແຫ່ງຊາດ ຊຸດທີ IX, ພາກທີ 4: ການເຄື່ອນໄຫວວຽກງານ ການຕ່າງປະເທດ ຂອງສະພາແຫ່ງຊາດ.
ໃນໂອກາດດັ່ງກ່າວ ບັນດາຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດເຫັນ ກ່ຽວກັບເນື້ອໃນການບັນລະຍາຍ, ການຈັດວາງສະແດງວັດຖຸພັນ ແລະ ຮູບພາບປະກອບການເຄື່ອນໄຫວວຽກງານລວມຂອງສະພາແຫ່ງຊາດ ໃນແຕ່ລະພາກ ເພື່ອເປັນການລະດົມຄວາມຮູ້, ຂໍ້ມູນ ແລະ ບົດຮຽນອັນດີ ໃນການແກ້ໄຂປັບປຸງບັນດາຂໍ້ມູນ, ຮູບພາບ ແລະ ວັດຖຸພັນ ຊຶ່ງຫ້ອງມູນເຊື້ອຍັງຂາດເຂີນຢູ່ ແລະ ຈະສະໜອງວັດຖຸພັນ ຫຼື ເອກະສານຕ່າງໆທີ່ກ່ຽວຂ້ອງ ເພື່ອມາປັບປຸງຫ້ອງມູນເຊື້ອນີ້ ໃຫ້ມີຄວາມສົມບູນຍິ່ງຂຶ້ນ. (ຂ່າວ-ພາບ: ສຳນານ)