ໂດຍ: ພະແນກຂໍ້ມູນຂ່າວສານແລະປະຊາສຳພັນ ທຫລ
ບົນເສັ້ນທາງແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຕະຫຼອດໄລຍະ 56 ປີ (1968-2024) ຜ່ານມາ, ຂະແໜງການທະນາຄານຂອງ ສປປ ລາວ ໄດ້ຜ່ານວິວັດທະນາການ ທາງດ້ານປະຫວັດສາດອັນສຳຄັນຫຼາຍຢ່າງ ທີ່ຕິດພັນກັບຂະບວນການຕໍ່ສູ້ກູ້ຊາດ ບໍ່ວ່າຈະເປັນໃນໄລຍະທີ່ຕົກເປັນຫົວເມືອງຂຶ້ນຂອງຈັກກະພັດແບບເກົ່າ ແລະ ແບບໃໝ່ກໍຄື ໄລຍະແຫ່ງການປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ. ເມື່ອຫວນຄືນເບິ່ງສະພາບຂອງຂະແໜງການທະນາຄານ ໄລຍະທີ່ພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ໄດ້ເຄີຍມາປົກຄອງປະເທດເຮົາເປັນເວລາເກືອບຮ້ອຍປີ, ພວກເຂົາກໍບໍ່ໄດ້ສ້າງລະບົບທະນາຄານ ທີ່ເປັນພື້ນຖານ ໃຫ້ແກ່ປະເທດເຮົາ.
ໃນໄລຍະຕົກເປັນຫົວເມືອງຂຶ້ນ,“ຫໍທະນະບັດ” ໄດ້ຖືກສ້າງຕັ້ງຂຶ້ນ ໃນປີ 1951ຕາມຂໍ້ຕົກລົງວ່າດ້ວຍການສ້າງຕັ້ງສະຖາບັນພິມຈຳໜ່າຍເງິນຂອງສາມຊາດອິນດູຈີນເພື່ອພິມຈຳໜ່າຍເງິນປຽດສ ອິນດູຈີນອອກນໍາໃຊ້.
ໃນວັນທີ 25 ທັນວາ 1954, ຝ່າຍຣາຊະອານາຈັກລາວ ໄດ້ຍຸບຫໍທະນະບັດແຫ່ງຊາດລາວ ແລະ ໄດ້ສ້າງຕັ້ງທະນາຄານແຫ່ງຊາດລາວຂຶ້ນ. ຈາກນັ້ນ, ທະນາຄານໄດ້ພິມຈໍາໜ່າຍເງິນກີບວຽງຈັນ ໃນວັນທີ 5 ພຶດສະພາ 1955 ໃຊ້ແທນເງິນປຽດສ ອິນດູຈີນ (Piastre). ຈຸດປະສົງໃນການສ້າງຕັ້ງທະນາຄານ ແມ່ນເປັນເຄື່ອງມືຮັບໃຊ້ພວກຈັກກະພັດລ່າເມືອງຂຶ້ນ ເພື່ອຕ້ານຂະບວນການຮັກຊາດຂອງປະຊາຊົນລາວ ບັນດາເຜົ່າ. ທະນາຄານແຫ່ງຊາດລາວຂອງຝ່າຍຣາຊະອານາຈັກລາວ ໃນເວລານັ້ນ ມີສຳນັກງານຕັ້ງຢູ່ນະຄອນຫຼວງວຽງຈັນ (ໃກ້ນໍ້າພຸ) ແລະ ມີສາຂາສອງແຫ່ງ; ພາກເໜືອ ຢູ່ເມືອງຫຼວງພະບາງ (ແຂວງຫຼວງພະບາງ) ແລະ ພາກໃຕ້ ຢູ່ເມືອງປາກເຊ (ແຂວງຈໍາປາສັກ). ສໍາລັບກໍາລັງຂອງແນວລາວຮັກຊາດ ຝ່າຍປະເທດລາວ ທີ່ຢູ່ 2 ແຂວງເຕົ້າໂຮມ (ແຂວງຫົວພັນ ແລະ ແຂວງຜົ້ງສາລີ) ກໍນຳໃຊ້ເງິນກີບວຽງຈັນ ເຊັ່ນດຽວກັບ ຝ່າຍວຽງຈັນ.
ໃນເວລານີ້, ລະບົບທະນາຄານຢູ່ໃນເຂດຄວບຄຸມຂອງຝ່າຍຣາຊະອານາຈັກລາວ ປະກອບມີ: ທະນາຄານແຫ່ງຊາດລາວ ທີ່ໄດ້ສ້າງຕັ້ງໃນເມື່ອກ່ອນ ແລະ ມີທະນາຄານທຸລະກິດເອກະຊົນ (ພາຍໃນ ແລະ ຕ່າງປະເທດ) ຈຳນວນໜຶ່ງຄື: (1) ທະນາຄານອິນດູຈີນ; (2) ທະນາຄານລາວພານິດ ພັດທະນາ; (3) ທະນາຄານພັດທະນາແຫ່ງຣາຊະອານາຈັກລາວ; (4) ທະນາຄານລາວວຽງ ແລະ (5) ທະນາຄານໂຕກຽວຊຶ່ງທັງໝົດຕັ້ງຢູ່ນະຄອນຫຼວງວຽງຈັນເທົ່ານັ້ນ.
ໃນເວລານັ້ນຢູ່ເຂດປົດປ່ອຍຂອງກຳລັງຮັກຊາດ ກໍໄດ້ມີການສ້າງຕັ້ງຄັງເງິນຢູ່ ຄັງໄຂ ທີ່ແຂວງຊຽງຂວາງ ໃນປີ 1961 ໂດຍແມ່ນ ທ່ານ ສີສະຫວາດ ສີສານ ເປັນອະທິບໍດີຄັງເງິນ ໄດ້ຮັບການແຕ່ງຕັ້ງໂດຍທ່ານນາຍົກລັດຖະມົນຕີ ສຸວັນນະພູມາ ແລະ ໄດ້ມີການພິມຈຳໜ່າຍເງິນກີບຄັງໄຂ ໃນປີ 1961, ຈຳນວນ 750 ລ້ານກີບ ທີ່ປະເທດບຸນກາລີ ເພື່ອຮັບໃຊ້ກຳລັງແນວລາວຮັກຊາດ ແລະ ກຳລັງເປັນກາງຮັກຊາດ.ເງິນກີບຄັງໄຂທີ່ພິມສ່ວນໃຫຍ່ແມ່ນຈໍລະຈອນຢູ່ໃນເຂດປົດປ່ອຍ ຊຶ່ງແມ່ນເຂດຄວບຄຸມຂອງບັນດາກຳລັງຮັກຊາດ.
ເພື່ອສ້າງເຂດປົດປ່ອຍ ຊຶ່ງເປັນຖານທີ່ໝັ້ນສຳຄັນຂອງການປະຕິວັດໃຫ້ກາຍເປັນລັດໜຶ່ງທີ່ເປັນເອກະລາດທາງດ້ານການເມືອງ, ດ້ານເສດຖະກິດ, ມີຄວາມເປັນເຈົ້າຕົນເອງທາງດ້ານການເງິນ ແລະ ໝັ້ນຄົງດີຂຶ້ນ, ທັງເປັນການເພີ່ມທະວີການກໍ່ສ້າງ ແລະ ປັບປຸງພື້ນຖານເສດຖະກິດໃນເຂດປົດປ່ອຍໃຫ້ກ້າວໜ້າ ເພື່ອຊຸກຍູ້ການເພີ່ມພູນຜະລິດຜົນ ຮັບໃຊ້ການຕໍ່ສູ້ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ສາມາດຕອບສະໜອງໄດ້ພາລະກິດຕໍ່ສູ້ປົດປ່ອຍຊາດໃນຂອບເຂດທົ່ວປະເທດນັ້ນ;ກອງປະຊຸມຄະນະບໍລິຫານງານສູນກາງພັກ ຄັ້ງທີ13 ສະໄໝທີ Iໃນເດືອນພຶດສະພາ 1965 ໄດ້ວາງທິດທາງໜ້າທີ່ຄື: ກ) ອອກແຮງປັບປຸງເຂດປົດປ່ອຍໃນທຸກດ້ານ ແລະ ຂ) ກໍ່ສ້າງເຂດປົດປ່ອຍໃຫ້ເປັນຄືລັດໜຶ່ງ ເພື່ອເປັນບ່ອນອີງອັນໜັກແໜ້ນໃຫ້ແກ່ການຕໍ່ສູ້ຢູ່ໃນທົ່ວປະເທດ.
ໂດຍປະຕິບັດແຜນນະໂຍບາຍ ແລະ ທິດທາງທີ່ກໍານົດໄວ້ຂ້າງເທິງ, ໃນເດືອນມີນາ 1966 ສູນກາງພັກ ໄດ້ອອກມະຕິກ່ຽວກັບວຽກງານເສດຖະກິດ-ການເງິນຂອງເຂດປົດປ່ອຍ ໂດຍໄດ້ກໍານົດທິດທາງລວມຄື: “ຕ້ອງອອກແຮງຈັດຕັ້ງນຳພາລະດົມກຳລັງຂອງປະຊາຊົນ, ຂຸດຄົ້ນຄວາມອາດສາມາດບົ່ມຊ້ອນຂອງປະເທດ, ນໍາໃຊ້ການຊ່ວຍເຫຼືອຂອງບັນດາປະເທດອ້າຍນ້ອງໃຫ້ດີ, ຊຸກຍູ້ການຜະລິດໃຫ້ຂະຫຍາຍຕົວ ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການປະຕິວັດ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນເທື່ອລະກ້າວ, ສະເພາະໜ້ານີ້ແມ່ນແກ້ໄຂບັນຫາສະບຽງອາຫານ, ກໍ່ສ້າງພື້ນຖານເບື້ອງຕົ້ນ ໃຫ້ແກ່ເສດຖະກິດທີ່ເປັນເອກະລາດ ເປັນເຈົ້າຕົນເອງ”.
ປະຕິບັດຈິດໃຈມະຕິດັ່ງກ່າວ, ຄະນະກຳມະການສູນກາງພັກ ຈຶ່ງໄດ້ກະກຽມເງື່ອນໄຂຕ່າງໆໃນການສ້າງຕັ້ງທະນາຄານຂຶ້ນຢູ່ໃນເຂດປົດປ່ອຍ ໂດຍມີຈຸດປະສົງສ້າງຄວາມເປັນເອກະລາດທາງດ້ານການເງິນ, ທັງເປັນການສ້າງຜົນງານຂ່ຳນັບຮັບຕ້ອນວັນປະກາດເອກະລາດ ວັນທີ 12 ເດືອນຕຸລາ ຄົບຮອບ 23 ປີ (12 ຕຸລາ 1945-12 ຕຸລາ 1968). ດັ່ງນັ້ນ, ຈຶ່ງໄດ້ວາງນະໂຍບາຍໃນການເອົາເງິນກີບປົດປ່ອຍອອກໝູນວຽນຈໍລະຈອນໃນທົ່ວເຂດປົດປ່ອຍ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການປະຕິວັດ, ທັງເປັນພາຫະນະເຄື່ອງມືຮັບໃຊ້ໃຫ້ແກ່ການຕໍ່ສູ້ກູ້ຊາດຂອງປະຊາຊົນເຮົາ, ເພື່ອຂະຫຍາຍການຜະລິດ ແລະ ແກ້ໄຂຊີວິດການເປັນຢູ່ ຂອງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ, ດ້ານໜຶ່ງກໍເພື່ອສ້າງພື້ນຖານເງິນຕາຂອງເຂດປົດປ່ອຍໃຫ້ມີຄວາມເປັນເອກະລາດ ເປັນເຈົ້າຕົນເອງ ແລະ ໝັ້ນຄົງດີຂຶ້ນ.
ໂດຍໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ກໍຄືທະນາຄານແຫ່ງລັດຫວຽດນາມ,ຄະນະກຳມະການສູນກາງພັກໄດ້ຈັດສົ່ງພະນັກງານທີ່ເປັນຫຼັກແຫຼ່ງຈຳນວນ 35 ທ່ານ ໄປຮຽນຢູ່ໂຮງຮຽນ T-16 ເຊິນໄຕສສຫວຽດນາມ, ຈາກນັ້ນ, ກໍໄດ້ສືບຕໍ່ສົ່ງໄປບຳລຸງກໍ່ສ້າງວຽກງານທະນາຄານ ຢູ່ທະນາຄານແຫ່ງລັດຫວຽດນາມ ແລະ ກະຊວງການເງິນ ສສຫວຽດນາມ. ຮອດເດືອນກັນຍາ 1968, ພະນັກງານທີ່ໄດ້ສົ່ງໄປຝຶກອົບຮົມຈຳນວນໜຶ່ງໄດ້ກັບຄືນມາເພື່ອກະກຽມໃຫ້ແກ່ການສ້າງຕັ້ງທະນາຄານ ຢ່າງເປັນທາງການ.