ໂດຍ: ພະແນກຂໍ້ມູນຂ່າວສານແລະປະຊາສຳພັນ
ໃນວັນທີ 7 ຕຸລາ 1968, ຄະນະປະຈຳສູນກາງແນວລາວຮັກຊາດ ໄດ້ປະກາດສ້າງຕັ້ງທະນາຄານ ໂດຍເອີ້ນຊື່ວ່າ “ທະນາຄານປະເທດລາວ” ຂຶ້ນຢ່າງເປັນທາງການ ທີ່ຖໍ້າເສດຖະກິດ-ການເງິນ, ບ້ານນາໄກ່ເມືອງວຽງໄຊແຂວງຫົວພັນ ຊຶ່ງເປັນຖານທີ່ໝັ້ນ ແລະ ເປັນສູນກາງບັນຊາຊີ້ນຳການປະຕິວັດທົ່ວປະເທດ.ຈຸດປະສົງໃນການສ້າງຕັ້ງແມ່ນເພື່ອສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ-ການເງິນຂອງກຳລັງແນວລາວຮັກຊາດ, ສ້າງຄວາມເອກະລາດທາງດ້ານເງິນຕາ ໂດຍພິມຈຳໜ່າຍເງິນກີບປົດປ່ອຍອອກໝູນວຽນໃນທົ່ວເຂດປົດປ່ອຍ ເພື່ອຮັບໃຊ້ວຽກງານດ້ານຕ່າງໆ. ຈາກນັ້ນ, ຂະບວນການກຳເນີດຂອງທະນາຄານແມ່ນໄດ້ຜ່ານບາດລ້ຽວທາງດ້ານປະຫວັດສາດ ທີ່ມີຄວາມສໍາຄັນໃນຂະບວນວິວັດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດ.
ໃນໄລຍະຕົ້ນຂອງການສ້າງຕັ້ງທະນາຄານປະເທດລາວຢູ່ເຂດປົດປ່ອຍ, ໄດ້ມີພະນັກງານຮຸ່ນກໍ່ຕັ້ງທະນາຄານທັງໝົດ 6 ທ່ານໂດຍປະກອບມີ: ທ່ານ ໜູຮັກ ພູມສະຫວັນອະດີດຄະນະປະຈຳສູນກາງ ແນວລາວຮັກຊາດ ຜູ້ຊີ້ນຳວຽກງານເສດຖະກິດ,ທ່ານ ທອງຈັນ ອຸປະລາວັນອະດີດຫົວໜ້າທະນາຄານສູນກາງ, ທ່ານ ສີສະຫວາດ ສີສານອະດີດຮອງຫົວໜ້າທະນາຄານສູນກາງ ພ້ອມດ້ວຍຄະນະຈຳນວນໜຶ່ງ.
ທະນາຄານປະເທດລາວ ໃນເບື້ອງຕົ້ນປະກອບມີ 2 ພາກສ່ວນ ຄື: (1) ທະນາຄານສູນກາງແມ່ນມີບົດບາດຊີ້ນຳວຽກງານທະນາຄານໃນທົ່ວເຂດປົດປ່ອຍ, ໂດຍແມ່ນທ່ານ ທອງຈັນ ອຸປະລາວັນ ເປັນຫົວໜ້າຊີ້ນຳລວມທົ່ວປະເທດ ໃນນາມຄະນະຫ້ອງການການເງິນ, ທ່ານ ສີສະຫວາດ ສີສານ ເປັນຮອງຫົວໜ້າ; (2)ທະນາຄານພິເສດ ເຮັດໜ້າທີ່ຄ້າຍຄືທະນາຄານທຸລະກິດ ຮັບໃຊ້ບັນດາສໍານັກງານອົງການຈັດຕັ້ງ ປິ່ນອ້ອມສູນກາງວຽງໄຊ ແລະ ເຂດພິເສດທີ່ຂຶ້ນກັບສູນກາງ, ໂດຍແມ່ນ ທ່ານ ອຸດອນ ພົນເສນາ ເປັນຫົວໜ້າ. ໃນເບື້ອງຕົ້ນມີພະນັກງານພຽງແຕ່ 14 ຄົນ, ມີຊ່ຽວຊານ ສສຫວຽດນາມ 4 ສະຫາຍ; ມີສະມາຊິກພັກນຳພາ 1 ສະຫາຍ ຕໍ່ມາຈຶ່ງເພີ່ມເປັນ 3 ສະຫາຍ, ໂຄງຮ່າງການຈັດຕັ້ງຂອງທະນາຄານສູນກາງແບ່ງອອກເປັນ 4 ພາກສ່ວນຄື: ຫ້ອງການ, ບັນຊີ, ຄັງສາງ ແລະ ສິນເຊື່ອ. ໜ້າທີ່ຕົ້ນຕໍຂອງທະນາຄານສູນກາງ ແມ່ນປະຕິບັດໜ້າທີ່ເປັນຄັງເງິນໃນການເບີກຈ່າຍງົບປະມານບໍລິຫານຮັບໃຊ້ກຳລັງຕໍ່ສູ້ຢູ່ແນວໜ້າ ແລະ ກຳລັງສະໜັບສະໜູນຢູ່ແນວຫຼັງ.
ນັບແຕ່ມື້ສ້າງຕັ້ງທະນາຄານປະເທດລາວເປັນຕົ້ນມາ, ຝ່າຍແນວລາວຮັກຊາດ ໄດ້ມີເງິນຕາເປັນຂອງຕົນເອງຄື: ເງິນກີບປົດປ່ອຍ ທີ່ໄດ້ຈໍລະຈອນໄປຄຽງຄູ່ກັບເງິນກີບວຽງຈັນ ແລະ ເງິນກີບຄັງໄຂ, ເງິນກີບປົດປ່ອຍທີ່ໄດ້ພິມອອກມານັ້ນແມ່ນເພື່ອສ້າງຄວາມເປັນເອກະລາດທາງດ້ານເງິນຕາຢູ່ເຂດປົດປ່ອຍ ແລະ ເພື່ອຮັບໃຊ້ວຽກງານຕ່າງໆຄື: (1) ໃຫ້ຮ້ານຄ້າຂອງລັດກູ້ຢືມ ເພື່ອຊື້ເຄື່ອງກະສິກຳ, ເຄື່ອງປ່າຂອງດົງຈາກປະຊາຊົນ ເພື່ອສົ່ງສິນຄ້າອອກໄປຂາຍ ໃຫ້ບັນດາປະເທດອ້າຍນ້ອງ ແລະ ແລກປ່ຽນເອົາສິນຄ້າອຸດສາຫະກຳເຂົ້າມາຂາຍໃຫ້ປະຊາຊົນໃນເຂດປົດປ່ອຍ, (2)ໃຫ້ກູ້ຢືມ ເພື່ອຂະຫຍາຍການຜະລິດກະສິກຳ ແລະ ຫັດຖະກຳ ເພື່ອໃຫ້ມີເຄື່ອງຊົມໃຊ້ຫຼາຍຂຶ້ນຕື່ມ ແລະ ຊຸກຍູ້ການຈໍລະຈອນແຈກຢາຍສິນຄ້າໃຫ້ດີຂຶ້ນ; (3) ໃຫ້ກູ້ຢືມ ເພື່ອຊື້ພາຫະນະລໍາລຽງຂົນສົ່ງໃຫ້ຫຼາຍຂຶ້ນ ແລະ (4) ເປັນພາຫະນະຊຳລະສະສາງໃນເຂດປົດປ່ອຍ ເຮັດໃຫ້ປະຊາຊົນມີເຄື່ອງມື ເພື່ອຊື້ອຸປະກອນການຜະລິດ. ເງິນກີບປົດປ່ອຍ ທີ່ໄດ້ພິມອອກໃນເວລານັ້ນ ມີ 7 ປະເພດຄື: ທະນະບັດ ໃບ 1ກີບ, 10 ກີບ, 20 ກີບ, 50 ກີບ, 100 ກີບ, 200 ກີບ ແລະ 500 ກີບ ທີ່ຈໍລະຈອນຄຽງຄູ່ກັບເງິນຣາຊະອານາຈັກລາວ ແລະ ເງິນກີບຄັງໄຂ.
ເງິນກີບປົດປ່ອຍຈໍລະຈອນຮັບໃຊ້ໃນຖານທີ່ໝັ້ນຂອງການປະຕິວັດ ໄດ້ມີຜົນດີຫຼາຍຢ່າງ, ເປັນຕົ້ນແມ່ນໄດ້ປະກອບສ່ວນຊຸກຍູ້ການຜະລິດ ແລະ ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ, ທະຫານ ແລະ ປະຊາຊົນ ໃນເຂດປົດປ່ອຍທີ່ຢູ່ແນວໜ້າ ແລະ ແນວຫຼັງ ພ້ອມທັງໄດ້ສ້າງເງື່ອນໄຂສະດວກໃຫ້ເຂດປົດປ່ອຍ ສາມາດຄຸ້ມຄອງການຈໍລະຈອນຂອງເງິນ ໄດ້ຢ່າງເປັນເອກະລາດ.
ສະນັ້ນ, ມາຮອດຕົ້ນປີ 1969 ສູນກາງແນວລາວຮັກຊາດ ຈຶ່ງໄດ້ຂະຫຍາຍທະນາຄານລົງສູ່ທ້ອງຖິ່ນ ຢູ່ແຂວງຕ່າງໆຂອງເຂດປົດປ່ອຍຢ່າງເປັນລະບົບ ຄື: ແຂວງຫົວພັນ, ຊຽງຂວາງ, ຫຼວງພະບາງ, ຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ, ບໍລິຄໍາໄຊ ຫຼື ສະຫະ 90, ຄໍາມ່ວນ ແລະ ສະຫວັນນະເຂດ ເພື່ອເປີດກວ້າງການນໍາໃຊ້ເງິນກີບປົດປ່ອຍ. ແຕ່ການຂະຫຍາຍທະນາຄານລົງສູ່ທ້ອງຖິ່ນເຂດປົດປ່ອຍ ໃນເວລານັ້ນມີຄວາມຫຍຸ້ງຍາກຫຼາຍ ເນື່ອງຈາກຢູ່ໃນພາວະສົງຄາມ, ເສດຖະກິດເຂດປົດປ່ອຍອ່ອນນ້ອຍຖືກສັດຕູທຳລາຍບໍ່ຂາດສາຍ. ດັ່ງນັ້ນ, ການຂະຫຍາຍທະນາຄານແມ່ນຕ້ອງໄດ້ຢູ່ປ່າຢູ່ຖ້ຳເລິກດົງໜາ ເພື່ອຄວາມປອດໄພ ດ້ານຊີວິດ ແລະ ຊັບສິນ, ການປະກອບພະນັກງານເບື້ອງຕົ້ນ ສະເພາະທະນາຄານສູນກາງ ແມ່ນມີປະມານ 10 ກວ່າຄົນ ແລະ ມີຫ້ອງການຮ່ວມຢູ່ໃນຖໍ້າດຽວກັນກັບພາກສ່ວນການເງິນ, ແຜນການ, ການຄ້າ, ຄົມມະນາຄົມຂົນສົ່ງ; ໃນນີ້, ພະນັກງານວິຊາການຮັບໃຊ້ວຽກງານທະນາຄານ ຢູ່ແຕ່ລະແຂວງມີ 3-4 ຄົນເທົ່ານັ້ນ ທີ່ຮຽນຈົບລະດັບຊັ້ນຕົ້ນມາຈາກ ສສ ຫວຽດນາມ.
ສຳລັບວັດຖຸເຕັກນິກຮັບໃຊ້ການເຄື່ອນໄຫວວຽກງານທະນາຄານໃນເຂດປົດປ່ອຍແມ່ນປະຖົມປະຖານທີ່ສຸດ, ການມ້ຽນມັດເງິນຄໍາ ກໍມີແຕ່ຫີບເຫຼັກທຳມະດາ, ລະບົບຄັງສາງເງິນແມ່ນເຮັດເອົາເອງ, ບໍ່ມີພາຫະນະຂົນສົ່ງສະເພາະ ເພື່ອຮັບໃຊ້ການຂົນຍ້າຍເງິນ ອາໄສພາຫະນະລວມຂອງກຸ່ມເສດຖະກິດ ຫຼື ກອງລຳລຽງຂອງສູນກາງ, ຂອງແຂວງ ຫຼື ລົດຮັບໃຊ້ການທະຫານ, ການຕິດຕໍ່ພົວພັນລະຫວ່າງທະນາຄານ ສູນກາງ ແລະ ແຂວງ ແມ່ນພົບຄວາມຫຍຸ້ງຍາກ ເປັນຕົ້ນການສັ່ງຈ່າຍເງິນ, ສ່ວນຫຼາຍແມ່ນຜ່ານລະບົບສື່ສານກົດລັບ ເພື່ອເປັນໃຈກາງໃນການຕິດຕໍ່ພົວພັນກັນ.
ໃນການເຄື່ອນໄຫວວຽກງານທະນາຄານໃນໄລຍະນັ້ນໄດ້ປະຕິບັດບົດບາດຂອງຕົນໄດ້ເປັນຢ່າງດີ ສະແດງອອກຄືພະນັກງານ,ທະຫານ ແລະ ປະຊາຊົນໃນເຂດປົດປ່ອຍໄດ້ນໍາໃຊ້ເງິນກີບຂອງຕົນ ເພື່ອຊຳລະສະສາງໃນການຊື້-ຂາຍສິນຄ້າ, ການຮັບ-ຈ່າຍເງິນຂອງອົງການບໍລິຫານ, ເງິນກີບປົດປ່ອຍໄດ້ຮັບຄວາມເຊື່ອໝັ້ນ ແລະ ມີບົດບາດກວ້າງຂວາງ ສະແດງເຖິງລັກສະນະເອກະລາດທາງດ້ານເງິນຕາຂອງແນວລາວຮັກຊາດ.
ເພື່ອປະຕິບັດຕາມມະຕິຂອງພັກ ກໍຄືສູນກາງແນວລາວຮັກຊາດ ໃນການຕໍ່ສູ້ແນວຮົບດ້ານເງິນຕາກັບສັດຕູ ເພື່ອຮັກສາຄວາມເປັນເອກະລາດຂອງເງິນກີບປົດປ່ອຍໃຫ້ມີຄວາມສະຫງົບ ແລະໝັ້ນທ່ຽງ, ລະຫວ່າງ ທ້າຍປີ 1969 ຫາ ກາງປີ 1970, ສູນກາງແນວລາວຮັກຊາດ ຈຶ່ງໄດ້ມີນະໂຍບາຍລຶບລ້າງເງິນກີບວຽງຈັນ ແລະ ເງິນກີບຄັງໄຂ ອອກຈາກເຂດປົດປ່ອຍ ຢ່າງສົມບູນ ໂດຍໄດ້ມີນະໂຍບາຍຕໍ່ຜູ້ທີ່ຖືຄອງເງິນກີບວຽງຈັນ ສາມາດປ່ຽນເອົາເງິນກີບປົດປ່ອຍໄດ້ທີ: 20 ກີບວຽງຈັນຕໍ່ 1 ກີບປົດປ່ອຍ, ຈາກນັ້ນ, ເງິນກີບປົດປ່ອຍກໍນັບມື້ນັບໄດ້ຮັບຄວາມເຊື່ອໝັ້ນຈາກປະຊາຊົນໃນເຂດປົດປ່ອຍຢ່າງກວ້າງຂວາງ. ຈາກຄວາມເຊື່ອໝັ້ນຕໍ່ເງິນກີບປົດປ່ອຍຄືດັ່ງກ່າວ ບວກກັບຄວາມເດັດດ່ຽວໃນການຕໍ່ສູ້ຍາດເອົາເອກະລາດທາງດ້ານເງິນຕາໃນຂອບເຂດທົ່ວປະເທດ, ພວກເຮົາຈຶ່ງສາມາດກວດລ້າງເງິນກີບວຽງຈັນ ແຕ່ຂັ້ນສູນກາງ ຮອດຂັ້ນທ້ອງຖິ່ນໃນເຂດປົດປ່ອຍໃຫ້ໝົດໄປ.
ພາຍຫຼັງໄດ້ມີການເຊັນສັນຍາວ່າດ້ວຍການຟື້ນຟູສັນຕິພາບ ແລະ ປະຕິບັດຄວາມຖືກຕ້ອງປອງດອງຊາດຢູ່ລາວ ໃນວັນທີ 21 ກຸມພາ 1973, ລັດຖະບານປະສົມຄັ້ງທີສາມ ແລະ ຄະນະມົນຕີປະສົມການເມືອງແຫ່ງຊາດ ໄດ້ຖືກສ້າງຕັ້ງຂຶ້ນ ໂດຍຖືເອົານະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ເປັນນະຄອນເປັນກາງ. ໃນເວລານີ້ລະບົບເງິນຕາລະຫວ່າງ 2 ເຂດ ແມ່ນເຄື່ອນໄຫວຕາມປົກກະຕິຢູ່ເຂດໃຜລາວ; ຢູ່ຝ່າຍຣາຊະອານາຈັກເຂດວຽງຈັນ ຄວບຄຸມ ແລະ 2 ຕົວເມືອງເປັນກາງ ກໍແມ່ນໃຊ້ເງິນກີບວຽງຈັນ, ຢູ່ເຂດຄວບຄຸມຂອງກຳລັງຮັກຊາດ ກໍສືບຕໍ່ນໍາໃຊ້ເງິນກີບປົດປ່ອຍ.
ໃນເງື່ອນໄຂ ແລະ ສະພາບການດັ່ງກ່າວ ຊຸມປີ 1973-1974, ສູນກາງພັກ ກໍຄືສູນກາງແນວລາວຮັກຊາດ ໄດ້ແຕ່ງຕັ້ງຄະນະເສດຖະກິດເຄື່ອນທີ່ຂອງສູນກາງ ຊຶ່ງນໍາໂດຍ ທ່ານ ຊົມຊື່ນ ໄຂຄຳພິທູນອະດີດກຳມະການສູນກາງພັກ ພ້ອມດ້ວຍພະນັກງານການນໍາຂະແໜງການຄ້າ, ການເງິນ, ທະນາຄານ ແລະ ພາກສ່ວນອື່ນໆ ລົງໄປເຄື່ອນໄຫວວຽກງານຢູ່ບັນດາແຂວງພາກໃຕ້ ແລະ ກໍໄດ້ມີການຈັດຕັ້ງສາຂາທະນາຄານສູນກາງເຄື່ອນທີ່ຂຶ້ນ ຊຶ່ງມີທີ່ຕັ້ງຢູ່ບ້ານກະເພີເມືອງປາກຊ່ອງ ສະຫະດົງບໍລິເວນ (ແຂວງຈຳປາສັກ) ໂດຍມີພະນັກງານ 2 ຄົນ ແລະ ຕໍ່ມາຈຶ່ງໄດ້ດຳເນີນການຂະຫຍາຍທະນາຄານຢູ່ບັນດາແຂວງພາກໃຕ້ ເຊັ່ນ: ແຂວງຈຳປາສັກ, ແຂວງສາລະວັນ, ແຂວງຕາເວັນອອກ (ແຂວງເຊກອງ ປັດຈຸບັນ) ແລະ ແຂວງອັດຕະປື.
ຈາກການຂະຫຍາຍການຈັດຕັ້ງຂອງທະນາຄານສູນກາງ ໄດ້ເຮັດໃຫ້ການເຄື່ອນໄຫວວຽກງານ ຄ່ອຍໆມີບາດກ້າວໃໝ່ ເປັນຕົ້ນແມ່ນວຽກງານສິນເຊື່ອໄດ້ມີການຂະຫຍາຍຕົວບໍ່ວ່າຢູ່ສູນກາງກໍຄືຢູ່ເຂດແຂວງຕ່າງໆ. ໃນນີ້, ການປ່ອຍສິນເຊື່ອແມ່ນເພື່ອຊຸກຍູ້ການຜະລິດດ້ານກະສິກຳປູກຝັງລ້ຽງສັດຂອງປະຊາຊົນເປັນຕົ້ນຕໍ; ນອກນັ້ນ, ແມ່ນການໃຫ້ກູ້ຢືມເພື່ອການຄ້າ ເພື່ອຊື້ເຄື່ອງນາຂອງປ່າ, ຊື້ເຄື່ອງຮັບໃຊ້ ແລະ ໃຫ້ສິນເຊື່ອແກ່ການຜະລິດຫັດຖະກຳ ແລະ ອຸດສະຫະກຳ, ວຽກງານລະດົມແຫຼ່ງທຶນ ໂດຍສະເພາະແມ່ນເງິນຝາກປະຢັດຂອງປະຊາຊົນ ກໍເລີ່ມຂະຫຍາຍຕົວ ຊຶ່ງໄດ້ເຮັດໃຫ້ເຂດປົດປ່ອຍມີການຫັນປ່ຽນ ແລະ ເຂັ້ມແຂງຂຶ້ນເທື່ອລະກ້າວ.
ແຫຼ່ງຂໍ້ມູນ: ປຶ້ມ 50 ປີ ທະນາຄານແຫ່ງ ສປປ ລາວ