
ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ (7 ຕຸລາ 1994-7 ຕຸລາ 2024) ຄົບຮອບ 30 ປີ, ສະຫຼຸບຊຸດຮຽນ2020-2024, ສະຫຼຸບສົກຮຽນ 2023-2024 ແລະ ເປີດສົກຮຽນໃໝ່ 2024-2025 ຂຶ້ນໃນວັນທີ 30 ຕຸລານີ້ ທີ່ ມຊ ໂດຍການເປັນປະທານຂອງທ່ານ ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີ ມຊ, ເຂົ້າຮ່ວມເປັນກຽດຂອງທ່ານ ກິ່ງມະໂນ ພົມມະຫາໄຊຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາ (ສສກ), ມີທ່ານ ບໍ່ແສງຄຳວົງດາລາປະທານສະພາມຊ,ມີຮອງອະທິການບໍດີ, ຄະນະບໍດີ, ຜູ້ອຳນວຍການສະຖາບັນ, ຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.
ທ່ານ ເດຊານຸລາດ ແສນດວງເດດ ກ່າວວ່າ:ການຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດໃນມື້ນີ້ ເພື່ອລະນຶກເຖິງຄຸນງາມຄວາມດີຂອງຄູຜູ້ທີ່ເສຍສະຫຼະ ແລະປະຕິບັດໜ້າທີ່ອັນມີກຽດເພື່ອໃຫ້ຄວາມຮູ້ ແລະແສງສະຫວ່າງແກ່ລູກຫຼານຂອງປະຊາຊົນລາວບັນດາເຜົ່າຕະຫຼອດໄລຍະຜ່ານມາ ໂດຍກຳນົດເອົາວັນເຂົ້າສັງກັດຄູຂອງນາຍຄູຄຳຜູ້ທີ່ທັງສິດສອນຄວາມຮູ້ວິຊາການທັງອົບຮົມບົ່ມເພາະແນວຄິດຮັກຊາດຮັກບ້ານເກີດເມືອງນອນໃນສະໄໝຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນໃນຕົ້ນສະຕະວັດທີ 20.
ໃນພິທີໄດ້ມີການສະຫຼຸບຊຸດຮຽນ 2020-2024, ສະຫຼຸບສົກຮຽນ 2023-2024ແລະເປີດສົກຮຽນ 2024-2025 ຂອງ ມຊ;ມຊ ໄດ້ຮັບການສ້າງຕັ້ງໃນປີ1996 ໂດຍການຮວມເອົາ 3 ມະຫາວິທະຍາໄລແລະ 7 ສະຖາບັນການສຶກສາຊັ້ນສູງທີ່ຂຶ້ນກັບຫຼາຍກະຊວງມາເປັນມະຫາວິທະຍາໄລແຫ່ງດຽວເອີ້ນວ່າ: ມະຫາວິທະຍາໄລແຫ່ງຊາດຊຶ່ງມີອາຍຸໄດ້ 28 ປີປະກອບມີ 13 ຄະນະວິຊາ, 2 ສະຖາບັນ, 11 ຫ້ອງການ; ນອກນີ້ຍັງມີບັນດາສູນ, ຫໍສະໝຸດກາງແລະໂຮງໝໍວິທະຍາເຂດ,ປັດຈຸບັນມີຫຼັກສູດການຮຽນ-ການສອນທັງໝົດ 267 ຫຼັກສູດ ໃນນັ້ນມີປະລິນຍາເອກ 11 ຫຼັກສູດ, ປະລິນຍາໂທ 70ຫຼັກສູດ,ປະລິນຍາຕີ 119 ຫຼັກສູດ, ຫຼັກສູດຕໍ່ເນື່ອງປະລິນຍາຕີ 44 ຫຼັກສູດ ແລະ ຫຼັກສູດອະນຸປະລິນຍາ 4ຫຼັກສູດ.(ໃນນັ້ນມີຫຼັກສູດນາໆຊາດປະລິນຍາໂທ 1 ຫຼັກສູດແລະຫຼັກສູດນາໆຊາດປະລິນຍາຕີ 2 ຫຼັກສູດ), ມຊ ມີວິໄສທັດວ່າສ້າງໃຫ້ມະຫາວິທະຍາໄລແຫ່ງຊາດກາຍເປັນສູນກາງການສຶກສາ ແລະການຄົ້ນຄວ້າວິທະຍາສາດທີ່ມີຄຸນນະພາບໄດ້ມາດຕະຖານພາກພື້ນ ແລະ ສາກົນ.
ໃນຊຸດຮຽນ 2020-2024 ມີນັກສຶກສາທີ່ສຳເລັດການສຶກສາທັງໝົດ 18,240 ຄົນ ຍິງ 8,772 ຄົນ;ສົກຮຽນ 2023-2024 ມີນັກສຶກສາທີ່ສຳເລັດການສຶກສາທັງໝົດ 5,649 ຄົນ ຍິງ 2,605 ຄົນ, ມີນັກສຶກສາໄດ້ຮັບກຽດນິຍົມທັງໝົດ 96 ຄົນ ຍິງ 59 ຄົນ.ໃນສົກຮຽນນີ້ຈຶ່ງມີຄູດີເດັ່ນປະເພດນາມມະຍົດຈໍານວນ 1,220 ທ່ານຍິງ 569 ທ່ານ, ຂັ້ນກະຊວງສຶກສາທິການ ແລະກິລາຈໍານວນ 670 ທ່ານ ຍິງ 340 ທ່ານ, ຂັ້ນມະຫາວິທະຍາໄລແຫ່ງຊາດຈໍານວນ 214 ຄົນ ຍິງ 119 ຄົນ ໃຫ້ກຽດມອບໃບຍ້ອງຍໍໂດຍທ່ານ ກິ່ງມະໂນ ພົມມະຫາໄຊແລະ ມອບໃບປະກາສະນີຍະບັດແດງໃຫ້ນັກສຶກສາຈຳນວນ 96 ຄົນ, ໂອກາດນີ້ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນຳຂອງທ່ານກິ່ງມະໂນ ພົມມະຫາໄຊ ຕື່ມອີກ.
ຂ່າວ-ພາບ: ພູວັນ+ວັນເພັງ