ໂດຍ: ວັນເພັງ
ແຂວງສະຫວັນນະເຂດຕັ້ງຢູ່ພາກກາງຕອນໃຕ້ຂອງສປປ ລາວມີເນື້ອທີ່ 21,774 ກິໂລຕາແມັດ, ມີ 14 ເມືອງ 1 ນະຄອນ, 1,033 ບ້ານ, 207,199 ຄອບຄົວ, ມີປະຊາກອນ 1,086,992 ຄົນ, ທິດເໜືອຕິດກັບແຂວງຄໍາມ່ວນ, ທິດໃຕ້ຕິດກັບແຂວງສາລະວັນ,ທິດຕາເວັນອອກຕິດກັບແຂວງກວາງຈິ ແລະ ແຂວງກວາງບິງສສ ຫວຽດນາມ, ທິດຕາເວັນຕົກຕິດກັບແຂວງນະຄອນພະນົມ, ມຸກດາຫານ, ອຳນາດຈະເລີນ ແລະ ອຸບົນຣາຊະທານີ ແຫ່ງຣາຊະອານາຈັກໄທ. ແຂວງສະຫວັນນະເຂດ ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ, ມີພື້ນຖານອຸດສາຫະກຳທີ່ທັນສະໄໝຫຼາຍແຫ່ງ. ຊາວແຂວງສະຫວັນນະເຂດມີປະເພນີວັດທະນະທຳອັນດີງາມ, ມີຄວາມດຸໝັ່ນໃນການສ້າງສາພັດທະນາຄຽງຄູ່ກັບການອະນຸລັກຮັກສາມໍຣະດົກທາງດ້ານວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ເຮັດໃຫ້ເກີດມີສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈຢ່າງຫຼວງຫຼາຍ. ໜຶ່ງໃນນັ້ນ, ພະທາດໂຜ່ນເປັນໜຶ່ງແຫຼ່ງທ່ອງທ່ຽວທາງດ້ານປູສະນີຍະສະຖານ ອີກແຫ່ງໜຶ່ງທີ່ສໍາຄັນ, ເປັນມິ່ງຂວັນ, ເປັນບ່ອນສັກກາລະບູຊາກາບໄຫວ້ຂອງຊາວເມືອງໄຊພູທອງ.
ທ່ານ ລໍາຄູນ ວໍລະວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງສະຫວັນນະເຂດ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 29 ມັງກອນຜ່ານມາວ່າ: ປັດຈຸບັນແຂວງສະຫວັນນະເຂດ ຖືເອົາການທ່ອງທ່ຽວເປັນທ່າແຮງໜຶ່ງໃນການຍົກສູງເພື່ອດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວໃຫ້ໄດ້ຫຼາຍທີ່ສຸດ. ໃນນັ້ນ, ອົງການປົກຄອງແຂວງພວມປະສານສົມທົບກັບກົມມໍຣະດົກ ກໍຄືກະຊວງ ຖວທ ກະກຽມຄວາມພ້ອມດ້ານຕ່າງໆ ເພື່ອຍົກລະດັບພະທາດໂຜ່ນຂຶ້ນເປັນມໍຣະດົກແຫ່ງຊາດຄາດວ່າຈະປະກາດຮັບຮອງໃນທ້າຍປີ 2025 ນີ້. ເນື່ອງຈາກພະທາດແຫ່ງນີ້ມີຄວາມສໍາຄັນ ແລະ ສ້າງຂຶ້ນພ້ອມໆກັບພະທາດອີງຮັງ ນອກຈາກຈະມີຕຳນານທີ່ເລົ່າຂານມາແຕ່ບູຮານນະການວ່າ: ເປັນອົງພະທາດສັກສິດ, ປັດຈຸບັນຍັງເປັນແຫຼ່ງທ່ອງທ່ຽວທີ່ສຳຄັນຂອງຊາວເມືອງໄຊພູທອງ ກໍຄືຂອງຊາວແຂວງສະຫວັນນະເຂດ ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວເປັນຈໍານວນຫຼາຍ ຊຶ່ງເຫັນໄດ້ວ່າ 1 ເດືອນສາມາດສ້າງລາຍຮັບໄດ້ 200 ລ້ານກີບ ລາຍຮັບດັ່ງກ່າວແມ່ນໄດ້ຈາກການປະກອບສ່ວນຂອງປະຊາຊົນ ກໍຄືຜູ້ມາທ່ຽວ, ການບູຊາຂັນໝາກເບັງ, ການບໍລິຈາກ ແລະ ອື່ນໆ ແລະ ສະຖານທີ່ແຫ່ງນີ້ຍັງສາມາດສ້າງວຽກເຮັດງານທຳໃຫ້ປະຊາຊົນໄດ້ເປັນຢ່າງດີ.
ພະທາດໂຜ່ນ ຕັ້ງຢູ່ບ້ານໂພນທາດ ເມືອງໄຊພູທອງ ແຂວງສະຫວັນນະເຂດ ເປັນພະທາດທີ່ມີຊື່ສຽງທາງດ້ານຄວາມສະຫງ່າງາມຂອງໂຄງສ້າງ, ເປັນສະຖານທີ່ສັກສິດຕິດພັນກັບຈິດໃຈຂອງຊາວພຸດເປັນເວລາຫຼາຍພັນປີມາແລ້ວ. ຊາວເມືອງໄຊພູທອງ ກໍຄືຊາວແຂວງສະຫວັນນະເຂດໃຫ້ຄວາມເຄົາລົບນັບຖືເປັນບ່ອນກາບໄຫວ້, ສັກກາລະບູຊາ ຖືວ່າເປັນສະຖານທີ່ບູຮານໜຶ່ງທີ່ຈັດຢູ່ໃນປະເພດປູຊະນີ ຍະສະຖານ ທີ່ມີຄວາມໂດດເດັ່ນ ຊຶ່ງມີຄຸນຄ່າສໍາຄັນທາງປະຫວັດສາດ, ທາງດ້ານວັດທະນະທໍາ, ສິລະປະ,ສະຖາປັດຕະຍະກໍາທີ່ເປັນເອກະລັກ, ສາສະໜາ, ບູຮານຄະດີ ແລະ ອື່ນໆ. ສິລະປະທີ່ເປັນເອກະລັກສະເພາະແບບຂອມທີ່ຍັງຄົງສະພາບໄວ້ ຊຶ່ງຊາວພຸດສ່ວນຫຼາຍຈະພາກັນໄປກາບໄຫວ້ບູຊາຂໍພອນ ແລະ ຖວາຍເຄື່ອງບູຊາຕ່າງໆ ແລະ ຫຼາຍຄົນເຊື່ອວ່າເມື່ອຂໍພອນແລ້ວຈະສົມປາຖະໜາ, ຄອບຄົວຢູ່ດີມີສຸກ ແລະ ອື່ນໆ.
ທ່ານ ລໍາຄູນ ວໍລະວົງ ກ່າວຕື່ມວ່າ: ການມາທ່ຽວ ແຂວງສະຫວັນນະເຂດຈະມີກິດຈະກໍາ 3 ກາບໄຫວ້: ກາບໄຫວ້ພະທາດອີງຮັງ, ກາບໄຫວ້ພະທາດໂຜ່ນ, ກາບໄຫວ້ຫໍພະໄຕປີດົກ; 4 ທ່ຽວເບິ່ງ: ເບິ່ງຫໍພິພິທະພັນແຂວງ, ເບິ່ງຫໍພິພິທະພັນໄດໂນເສົາ, ເບິ່ງຫໍພິພິທະພັນຮ່ວມສໍາພັນສູ້ຮົບລາວ-ຫວຽດນາມ, ມໍຣະດົກສະຖານໜອງເຮືອທອງ; 5 ທ່ຽວຊົມ: ທ່ຽວຊົມຕົວເມືອງເກົ່າປະຫວັດສາດ, ດົງນາຕາດ-ໜອງຫຼົ່ມ ນະຄອນໄກສອນພົມວິຫານ; ທ່ຽວຊົມຝູງລີງ-ປາຝາ-ຝາຍສຸຍ ເມືອງຈຳພອນ, ທ່ຽວຊົມໂອ່ງ-ມັ່ງ, ນົກຍາງຂາວ, ແຫຼ່ງຂຸດຄົ້ນກະດູກໄດໂນເສົາ ເມືອງຊົນນະບູລີ, ທ່ຽວຊົມດອນຫີນດ້າງ-ໂພນຊ້າງສານ-ສີສະເກສວນຕານ-ເຮືອນຫີນ ເມືອງໄຊພູທອງ, ທ່ຽວຊົມພະທາດນາງລາວພະເຈົ້າອົງແສນ, ຫີນສາມເສົ້າ-ນໍ້າເກົ້າແຄວ ເມືອງວິລະບູລີ.