
ໂຮງໝໍມະໂຫສົດ ຮ່ວມກັບມູນນິທິພົງສະຫວັນແລະອົງການA New Vision (ປະເທດສິງກະໂປ)ໄດ້ຈັດພິທີເປີດກິດຈະກໍາໂຄງການຜ່າຕັດພະຍາດແກ່ນຕາຂຸ້ນໂດຍບໍ່ເສຍຄ່າຂຶ້ນໃນວັນ4 ກຸມພານີ້ ທີ່ໂຮງໝໍມະໂຫສົດໂດຍການເຂົ້າຮ່ວມຂອງທ່ານບຸນໂຮມ ກັນທະວົງ ຮອງຜູ້ອໍານວຍການໂຮງໝໍມະໂຫສົດ, ທ່ານ ຕັນ ຊີ່ງ ກູນ (Tan Ching Khoon)ປະທານມູນນິທິ A New Vision ປະເທດສິງກະໂປ,ທ່ານ ຄຳຫຼ້າ ລໍລອນສີ ປະທານມູນນິທິພົງສະຫວັນ ແລະ ທ່ານ Ong Chin Leeຮອງປະທານມູນິທິພົງສະຫວັນ ພ້ອມດ້ວຍຄະນະຊ່ຽວຊານຈາກຕ່າງປະເທດເຂົ້າຮ່ວມ.
ທ່ານ ບຸນໂຮມ ກັນທະວົງ ກ່າວວ່າ: ການຈັດກິດຈະກຳໃນຄັ້ງນີ້ໂດຍເລັງເຫັນຄວາມສໍາຄັນບັນຫາພະຍາດແກ່ນຕາຂຸ້ນຢູ່ໃນລາວເພື່ອຍົກລະດັບຄຸນນະພາບຊີວິດໃຫ້ປະຊາຊົນ ໂດຍສະເພາະຜູ້ທີ່ປະສົບປັນຫາດ້ານສຸຂະພາບຕາ ແລະ ຂາດໂອກາດໃນການເຂົ້າເຖິງການຮັກສາທີ່ມີປະສິດທິຜົນ, ໂຄງການດັ່ງກ່າວຈັດຂຶ້ນເປັນຄັ້ງທໍາອິດ ນັບແຕ່ວັນທີ 3-8 ກຸມພາ 2025 ໂດຍການສະໜັບສະໜູນຈາກມູນນິທິພົງສະຫວັນ A New Vision ປະເທດສິງກະໂປທາງດ້ານງົບປະມານ ແລະ ວິຊາການສົມທົບກັບຊ່ຽວຊານຈາກປະເທດເນປານເພື່ອມາຊ່ວຍເຫຼືອປິ່ນປົວຄົນເຈັບທີ່ເປັນພະຍາດແກ່ນຕາຂຸ້ນ. ເປົ້າໝາຍເອົາໂຮງໝໍມະໂຫສົດເປັນສະຖານທີ່ ແລະ ວິຊາການຊ່ຽວຊານຕາກວດ ແລະ ຄັດກອງຄົນເຈັບ.
ຂ່າວ-ພາບ: ບຸນອູ້ມ