
ຫ້ອງການສຶກສາທິການ ແລະ ກິລາເມືອງເລົ່າງາມ ແຂວງສາລະວັນ ໄດ້ຈັດພິທີສອບເສັງຄັດເລືອກນັກຮຽນເກັ່ງຊັ້ນປະຖົມສຶກສາປີທີ 5, ຊັ້ນມັດທະຍົມສຶກສາ ມໍ 4 ແລະ ມໍ 7 ປະຈໍາສົກຮຽນ 2024-2025 ຢູ່ທີ່ສູນໂຮງຮຽນ ມສ ເລົ່າງາມ ໃນທ້າຍອາທິດຜ່ານມານີ້. ໂດຍການເປັນປະທານຂອງ ທ່ານ ຄໍາລຽງ ປະຕິລາດ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ.
ການສອບເສັງຄັ້ງນີ້, ມີນັກຮຽນມາຈາກບັນດາໂຮງຮຽນປະຖົມສຶກສາ, ມັດຖະຍົມສຶກສາຕອນຕົ້ນ, ຕອນປາຍ ທົ່ວເມືອງ ເຂົ້າຮ່ວມທັງໝົດ 120 ນ້ອງ ຍິງ 92 ນ້ອງ. ໃນນັ້ນ, ນັກສອບເສັງຊັ້ນປະຖົມສຶກສາ ປໍ5 ມີ 72 ຄົນ ຍິງ 55 ຄົນ ປະກອບມີ 3 ວິຊາສອບເສັງຄື: ວິຊາຄະນິດສາດ, ວິຊາພາສາລາວ, ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ, ມໍ 4 ມີ 24 ນ້ອງ ຍິງ 17 ນ້ອງ ແລະ ມໍ 7 ມີ 24 ນ້ອງ ຍິງ 20 ນ້ອງ ປະກອບມີ 4 ວິຊາສອບເສັງຄື: ວິຊາຄະນິດສາດ, ວິຊາເຄມີສາດ, ວິຊາຟິຊີກສາດ ແລະ ວິຊາພາສາລາວ-ວັນນະຄະດີ. ຜ່ານການສອບເສັງ ສາມາດຄັດເລືອກນັກຮຽນເກັ່ງທີ່ເປັນຕົວແທນຊັ້ນ ປໍ5 ວິຊາພາສາລາວ ໄດ້ແກ່ ນາງ ເພັດວິໄລ ພັນມະເຫສັກ ຈາກໂຮງຮຽນປະຖົມໂນນຄໍາ, ວິຊາຄະນິສາດ, ໄດ້ແກ່ ນາງ ພານິດ ຈັນທະລັງສີ ຈາກໂຮງຮຽນປະຖົມໂນນຄໍາ, ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ໄດ້ແກ່ ນາງ ຫັດສະດີ ດາລາແສງ ຈາກໂຮງຮຽນປະຖົມໂນນຄໍາ. ຕົວແທນນັກຮຽນເກັ່ງຊັ້ນ ມໍ4 ວິຊາຄະນິດສາດ ໄດ້ແກ່ ນາງ ສຸກສາຄອນ ຈາກໂຮງຮຽນມັດທະຍົມຕອນຕົ້ນອົ້ນນ້ອຍ, ວິຊາ ພາສາລາວ-ວັນນະຄະດີ ໄດ້ແກ່ ນາງ ຟາງ ພົງສະຫວັດ ຈາກໂຮງຮຽນມັດທະຍົມຕອນຕົ້ນຫໍກອງ, ວິຊາ ເຄມີສາດ ໄດ້ແກ່ທ້າວ ທັນວາ ຈາກໂຮງຮຽນມັດທະຍົມຕອນຕົ້ນເລົ່າງາມ ແລະ ວິຊາຟີຊິກສາດ ໄດ້ແກ່ ທ້າວ ກັນ ວັນວິສິດ ຈາກໂຮງຮຽນມັດທະຍົມຕອນຕົ້ນອົ້ນນ້ອຍ, ຊັ້ນ ມໍ7 ວິຊາ ພາສາລາວ-ວັນນະຄະດີ ໄດ້ແກ່ ທ້າວ ວິລະພົນ ຈາກໂຮງຮຽນ ມສ ເລົ່າງາມ, ວິຊາຄະນິດສາດ ໄດ້ແກ່ ນາງ ບົວລະພາ ຈາກໂຮງຮຽນ ມສ ເລົ່າງາມ, ວິຊາຟີຊິກສາດ ໄດ້ແກ່ ນາງ ລິດຕ້າ ຈາກໂຮງຮຽນ ມສ ເລົ່າງາມ ແລະ ວິຊາ ເຄມີສາດ ໄດ້ແກ່ ນາງ ອອນ ພິມົນ ຈາກໂຮງຮຽນ ມສ ວັງເປືອນ ເປັນຕົວແທນນັກຮຽນເກັ່ງຂັ້ນເມືອງ ເພື່ອສືບຕໍ່ໄປເຂົ້າຮ່ວມສອບເສັງນັກຮຽນເກັ່ງຂັ້ນແຂວງ ແລະ ລະດັບຊາດຕໍ່ໄປ. ໃຫ້ກຽດມອບໃບຍ້ອງຍໍ ແລະ ລາງວັນ ໂດຍ ທ່ານ ຄໍາລຽງ ປະຕິລາດ.
(ຂ່າວ:ພາບ-ວົງດາລາ ຈັນທະວົງ)