ວັນທີ 5 ກຸມພານີ້ ທີ່ສະພາປະຊາຊົນແຂວງ ອັດຕະປື ໄດ້ມີພິທີ ມອບ-ຮັບລົດຖີບຈາກໂຄງການ ນໍ້າໃຈຮັກຊາດລາວ ໃຫ້ໂຮງຮຽນ ສາມັນກີນນອນ ຊົນເຜົ່າ, ຊຶ່ງຕາງໜ້າກ່າວມອບໂດຍ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ໄມແສງ ດວງສີ ວ່າການອໍານວຍການໂຮງຮຽນສາມັນກີນນອນຊົນເຜົ່າ, ມີຄະນະນໍາຈາກສະພາປະຊາຊົນແຂວງ, ຄູ, ອາຈານ ແລະ ນັກຮຽນ ຈໍານວນໜຶ່ງເຂົ້າຮ່ວມ ເປັນສັກຂີພະຍານ.
ທ່ານ ໄມແສງ ດວງສີ ວ່າການອໍານວຍການໂຮງຮຽນສາມັນກີນນອນຊົນເຜົ່າ ໄດ້ສະແດງຄວາມຂອບໃຈຢ່າງຍິ່ງມາຍັງສະພາປະຊາຊົນແຂວງ ກໍ່ຄືສະພາແຫ່ງຊາດ ແລະ ຜູ້ໃຫ້ການຊ່ວຍເຫຼືອສະໜັບສະໜຸນໃນຄັ້ງນີ້, ທັງໃຫ້ຄໍາໝັ້ນສັນຍາວ່າຈະນໍາເອົາລົດຖີບຈໍານວນດັ່ງກ່າວ ນໍາໃຊ້ໃຫ້ຖືກຕ້ອງຕາມຈຸດປະສົງ ແລະ ເປົ້າໝາຍໂດຍສະເພາະນັກຮຽນທີ່ດ້ອຍໂອກາດ, ຜູ້ຮຽນດີຮຽນເກັ່ງຂອງໂຮງຮຽນ ເພື່ອໃຫ້ກໍາລັງໃຈ ແລະ ເປັນພາຫະນະອໍານວຍຄວາມສະດວກຂອງນ້ອງໆນັກຮຽນ. ລົດຖີບທີ່ມອບໃນຄັ້ງນີ້, ມີຈໍານວນ 15 ຄັນ ລວມມູນຄ່າ 20 ລ້ານກວ່າກີບ.
(ຂ່າວ: ວິນັດ ສີສຸລາດ)