ໃນຕອນເຊົ້າວັນທີ 6 ກຸມພານີ້ທີ່ສະໂມສອນເມືອງຫຼາ ແຂວງອຸດົມໄຊ ໄດ້ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຫຼາ ຄັ້ງທີ XII ຂື້ນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສົມພາວັນ ສຸດຈະລິດ ວ່າການເລຂາຄະນະບໍລິຫານງານພັກເມືອງວ່າການເຈົ້າເມືອງໆຫຼາ, ເປັນກຽດເຂົ້າຮ່ວມມີ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງອຸດົມໄຊ, ມີປຂກຖືກເຊີນ ແລະ ຜູ້ແທນສົມບູນ 91 ສະຫາຍ, ຍິງ 9 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວເມືອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ຕີລາຄາຄືນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກເມືອງ ໃນໄລຍະ 5 ປີຜ່ານມາ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ III (2020-2024) ແລະ ທິດທາງແຜນການ ຄັ້ງທີ IV (2025-2029) ຂອງເມືອງຫຼາ, ຜ່ານບົດສຳຫຼວດການນຳພາລວມ ຂອງອົງຄະນະພັກເມືອງຫຼາ ຄັ້ງທີ XI ບັນຫາສຳຄັນ ຜູ້ແທນກອງປະຊຸມຈະໄດ້ພ້ອມກັນເລືອກເອົາຄະນະບໍລິຫານພັກເມືອງຊຸດໃໝ່, ເລືອກເອົາຜູ້ທີ່ມີມາດຖານເງື່ອໄຂຄົບຖ້ວນ, ຮັບປະກັນລັກສະນະສືບທອດ ປ່ຽນແທນ ຕໍ່ເນື່ອງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ເພື່ອສືບຕໍ່ນຳພາ-ຊີ້ນຳ ແບກຮາບເຮັດຫຼ້ອນໜ້າທີ່ໃນພາລະກິດປ່ຽນແປງໃໝ່ໃນແຕ່ລະໄລຍະຂອງເມືອງຫຼາໃຫ້ມີຜົນສຳເລັດ.ກອງປະຊຸມຈະໄດ້ດຳເນີນໄປເປັນເວລາ 2 ວັນ ຈິ່ງຈະສຳເລັດ.
(ຂ່າວ: ອ່ຽງຄຳ)