ໂດຍຕອບຮັບຕາມການເຊື້ອເຊີນ ຂອງ ສົມເດັດເຊັກໂມຮາມັດບິນລາຊິດອໍມາກຕຸມຮອງປະທານາທິບໍດີນາຍົກລັດຖະມົນຕີແຫ່ງສະຫະນະຄອນເອເມຣັດອາຣັບ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວພ້ອມດ້ວຍພັນລະຍາ ແລະ ຄະນະເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດລັດຖະບານທົ່ວໂລກປະຈໍາປີ 2025 (World Governments Summit 2025),ພາຍໃຕ້ຄໍາຂວັນ: “ຮູບແບບຂອງລັດຖະບານໃນອະນາຄົດ(Shaping Future Governments)”ໃນລະຫວ່າງວັນທີ 10-12 ກຸມພາ 2025ທີ່ນະຄອນດູໄບສະຫະນະຄອນເອເມຣັດອາຣັບ.
ສະຫະນະຄອນ ເອເມຣັດ ອາຣັບ ໄດ້ລິເລີ່ມສ້າງຕັ້ງກົນໄກກອງປະຊຸມດັ່ງກ່າວຂຶ້ນ ໃນປີ 2013 ເພື່ອສ້າງເປັນເວທີໃຫ້ແກ່ບັນດາຜູ້ນຳຂັ້ນສູງ/ຫົວໜ້າລັດຖະບານຂອງປະເທດຕ່າງໆ, ອົງການຈັດຕັ້ງສາກົນ ແລະ ພາກທຸລະກິດ ເພື່ອປຶກສາຫາລື ກ່ຽວກັບການສົ່ງເສີມການຮ່ວມມືໃນຂົງເຂດຕ່າງໆ ເປັນຕົ້ນແມ່ນນະວັດຕະກຳເຕັກໂນໂລຊີ, ເສດຖະກິດ-ສັງຄົມ, ການບໍລິຫານລັດ, ການເງິນ, ການປ່ຽນແປງຂອງສະພາບດິນຟ້າອາກາດ, ສາທາລະນະສຸກ, ການພັດທະນາຊັບພະຍາກອນມະນຸດ ແລະ ບັນຫາສິ່ງທ້າທາຍອື່ນໆ ໃນທ່າມກາງສະພາບການສາກົນທີ່ປ່ຽນແປງໄປ ລວມທັງທິດທາງການຮ່ວມມືໃນອະນາຄົດ.
ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມຄັ້ງນີ້, ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈະໄດ້ນໍາພາພາກທຸລະກິດ ຂອງ ສປປ ລາວ ພົບປະກັບພາກທຸລະກິດ ຂອງ ສະຫະນະຄອນ ເອເມຣັດ ອາຣັບ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຊຸກຍູ້ການຮ່ວມມືໃນຂະແໜງການທີ່ສອງຝ່າຍມີທ່າແຮງ.