ອົງຄະນະພັກເມືອງຊະນະຄາມ ແຂວງວຽງຈັນ ໄດ້ວາງຄາດໝາຍໃຫ້ເສດຖະກິດຂະຫຍາຍຕົວ 6,2% ຕໍ່ປີ ລວມຍອດລາຍຮັບພາຍໃນໃຫ້ໄດ້ 2,049 ຕື້ກວ່າກີບ, ລາຍຮັບຕໍ່ຫົວຄົນໃຫ້ໄດ້ 44 ລ້ານກວ່າກີບຕໍ່ຄົນຕໍ່ປີ, ຕົວເລກນີ້ໄດ້ຖືກຍົກຂຶ້ນຢູ່ໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຊະນະຄາມ ຄັ້ງທີ VIII ຊຶ່ງຈັດຂຶ້ນໃນວັນທີ 13-14 ກຸມພານີ້ ທີ່ເມືອງດັ່ງກ່າວ.
ສະຫາຍ ບຸນຊ່ວງ ວັນສີ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງຊະນະຄາມ ກ່າວຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຊະນະຄາມ ຄັ້ງທີ VIII ວ່າ: ຮອດປີ 2029 ອົງຄະນະພັກເມືອງຊະນະຄາມຈະສູ້ຊົນນຳພາ-ຊີ້ນຳເຮັດໃຫ້ເສດຖະກິດຂອງເມືອງຂະຫຍາຍຕົວສະເລຍ່ 6.2%ຕໍ່ປີ, ລວມຍອດລາຍຮັບພາຍໃນໃຫ້ໄດ້ 2,049.01 ຕື້ກີບ, ລາຍຮັບຕໍ່ຫົວຄົນໃຫ້ໄດ້ 44.30 ລ້ານກີບ. ໃນນີ້, ກະສິກໍາຂະ ຫຍາຍຕົວສະເລ່ຍ 6% ກວມ 49.61%; ອຸດສາຫະກໍາຂະຫຍາຍຕົວສະເລ່ຍ 6% ກວມ 25.44% ແລະ ບໍລິການ ຂະຫຍາຍຕົວສະເລ່ຍ 7% ກວມ 24.95% ເພື່ອສ້າງພື້ນຖານໃຫ້ແກ່ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 91.13 ຕື້ກີບ ເພື່ອກ້າວໄປເຖິງການກຸ້ມຕົນເອງດ້ານງົບປະມານໃນຕໍ່ໜ້າ, ຄວບຄຸມລາຍຈ່າຍງົບປະມານບໍ່ໃຫ້ເກີນ 9.87 ຕື້ກີບ; ສູ້ຊົນສົ່ງສິນຄ້າອອກໃຫ້ໄດ້ 154.46 ລ້ານໂດລາ ແລະ ຄຸ້ມຄອງການນໍາເຂົ້າໃຫ້ຕໍ່າກວ່າ 90.25 ລ້ານໂດລາ. ສູ້ຊົນຜະລິດແຮ່ທາດໃຫ້ໄດ້ຫຼາຍກວ່າ 1.6 ຕື້ກີບ, ຜະລິດເຂົ້າໃຫ້ໄດ້ 40,860 ໂຕ່ນຂຶ້ນໄປ, ໃນເນື້ອທີີ່ 8,936 ຮຕ, ສະເລ່ຍເຂົ້າກິນໃຫ້ໄດ້ 930 ກິໂລ/ຄົນ/ປີ, ປູກພືດເປັນສິນຄ້າໃຫ້ໄດ້ 16,110 ເຮັກຕາ/ປີ, ຜົນຜະລິດໃຫ້ໄດ້ 346,917 ໂຕ່ນ/ປີ. ສົ່ງເສີມການລ້ຽງສັດໃຫຍ່ ງົວ, ຄວາຍ, ຈັດສັນເຂດລ້ຽງສັດໃຫ້ເປັນລະບົບ ຕິດພັນກັບການປູກຫຍ້າໃຫ້ຫຼາຍຊຸກຍູ້ສົ່ງເສີມການລ້ຽງສັດນ້ອຍ ແລະ ການລ້ຽງປາ ເພື່ອຕອບສະໜອງຜົນຜະລິດຊີ້ນ, ປາໃຫ້ຫຼາຍຂຶ້ນ, ສ້າງສິນຄ້າ ໜຶ່ງເມືອງ ໜຶ່ງຜະລດິຕະພັນ ໃຫ້ໄດ້ຢ່າງໜ້ອຍ 2 ລາຍການຂຶ້ນໄປ, ລວມຍອດຜະລິດຕະພັນດ້ານອຸດສະຫະກໍາ-ຫັດຖະກໍາໃຫ້ໄດ້ 223.62 ຕື້ກີບ, ສ້າງເມືອງຊະນະຄາມ ໃຫ້ເປັນເມືອງວັດທະນະທໍາໃນປີ 2029, ຂະຫຍາຍຕາໜ່າງໂທລະຄົມມະນາຄົມ ເຮັດໃຫ້ມີສັນຍານຄວບຄຸມມທຸກພື້ນທີີ່ກວມ 100%.
ເພື່ອໃຫ້ຄາດໝາຍດັ່ງກ່າວສໍາເລັດຜົນ, ອົງຄະນະພັກເມືອງໄດ້ວາງມາຕະການໃນການຈັດຕັ້ງປະຕິບັດດັ່ງນີ້: ມາດຕະການໃນການສົ່ງເສີມຄວາມຢືນຍົງ ແລະ ຄວາມຫຼາກຫຼາຍຂອງເສດຖະກິດ, ມາດຕະການໃນການພັດທະນາຊັບພະຍາກອນມະນຸດ, ມາດຕະການໃນການສົ່ງເສີມຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ສັງຄົມໜ້າຢູ່, ມາດຕະການປົກປັກຮັກສາສິ່ງແວດລ້ອມ ແລະ ຫຼຸດຜອ່ນຄວາມສ່ຽງຈາກຜົນກະທົບຕ່າງໆ, ມາດຕະການໃນການປັບປຸງການຄຸ້ມຄອງບໍລິຫານລັດ ແລະ ມາດຕະການໃນການສ້າງໂຄງລ່າງພື້ນຖານທີ່ມີຄວາມໝັ້ນຄົງທົນທານ ເພື່ອການເຊື່ອມຈອດ-ເຊື່ອມໂຍ່ງ ແລະ ເຂົ້າເຖິງຂົງເຂດການຜະລິດ.
(ແຫຼ່ງຂ່າວ: ເມືອງຊະນະຄາມ)