ສະຫາຍ ວຽງສະໄໝ ສີລິພອນພັນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆປະທຸມພອນ ແຂວງຈໍາປາສັກ ໃຫ້ສໍາພາດຕໍ່ສື່ທ້ອງຖິ່ນໃນວັນທີ 12 ກຸມພາຜ່ານມາວ່າ: ການນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງຄັ້ງທີ VIII ໃນໄລຍະ 5 ປີຜ່ານມາ (2020-2024), ມີຜົນສຳເລັດຫຼາຍດ້ານ, ເຮັດໃຫ້ທົ່ວເມືອງມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ-ສັງຄົມໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ຕາມທິດທີ່ໄດ້ກຳນົດໄວ້. ສຳລັບການພັດທະນາເສດຖະກິດ ຂອງເມືອງ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ ສະເລ່ຍ 7.26% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ 5 ປີ ບັນລຸໄດ້ 6,690 ຕື້ກີບ, ທຽບໃສ່ແຜນການ ປະຕິບັດໄດ້ລື່ນແຜນ 15.73%, ລາຍຮັບສະເລ່ຍຂອງພົນລະເມືອງ ບັນລຸໄດ້ 18.74 ລ້ານກີບ ຫຼື ເທົ່າກັບ 1,150 ໂດລາສະຫະລັດຕໍ່ຄົນຕໍ່ປີ; ເຮັດໃຫ້ໂຄງປະກອບເສດຖະກິດມີການຂະຫຍາຍຕົວຕາມທ່າແຮງບົ່ມຊ້ອນຂອງເມືອງ. ນອກນີ້, ຍັງໄດ້ນໍາພາຈັດຕັ້ງຜັນຂະຫຍາຍວາລະຂອງແຂວງ ຕາມເນື້ອໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕາມເນື້ອໃນ 5 ຈຸດສຸມທີ່ໄດ້ກໍານົດໄວ້ຢ່າງແຂງແຮງ ໂດຍສະເພາະ ໄດ້ນໍາພາຈັດຕັ້ງປະຕິບັດການປະຢັດ, ຕ້ານການຟຸມເຟືອຍໃນການໃຊ້ຈ່າຍງົບປະມານ ແລະ ສ້າງຄວາມເຂັ້ມແຂງໃນການຈັດເກັບລາຍຮັບ, ສາມາດເກັບລາຍຮັບເຂົ້າງົບປະມານບັນລຸໄດ້ 67.73 ຕື້ກີບ ທຽບໃສ່ແຜນລື່ນແຜນ 10%; ອັນພົ້ນເດັ່ນ ສາມາດເກັບລາຍຮັບຈາກສິນຄ້າເຄື່ອງປ່າຂອງດົງ ປະເພດໝາກຈອງບານ ໄດ້ 1,385 ໂຕນ, ເພີ່ມຂຶ້ນ 77.33%, ສ້າງລາຍຮັບເຂົ້າງົບປະມານໄດ້ 10.99 ຕື້ກີບ, ສາມາດເປັນເມືອງກຸ້ມຕົນເອງທາງດ້ານລາຍຮັບງົບປະມານ.
ປຸກລະດົມກໍາລັງແຮງທົ່ວສັງຄົມ ເຂົ້າໃນວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ວຽກງານ 3 ສ້າງ ຕາມ 4 ເນື້ອໃນ 4 ຄາດໝາຍ, ປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຕາມດຳລັດ 348 ປະຈໍາປີ 2024, ຄອບຄົວທຸກຍາກ ຍັງເຫຼືອ 194 ຄອບຄົວ ກວມ 1.60%, ຄອບຄົວພົ້ນທຸກ ມີ 11,895 ຄອບຄົວ ກວມ 98.40%, ຄອບຄົວພັດທະນາເພີ່ມຂຶ້ນເປັນ 10,684 ຄອບຄົວ ກວມ 88.38% ແລະ ບ້ານທຸກຍາກຫຼຸດລົງຍັງເຫຼືອ 2 ບ້ານ ກວມ 2.94%, ບ້ານພົ້ນທຸກມີ 66 ບ້ານ ກວມ 97% ແລະ ບ້ານທີ່ບັນລຸມາດຕະຖານພັດທະນາ ເພີ່ມຂຶ້ນເປັນ 23 ບ້ານ ກວມ 33.82% ຂອງບ້ານທົ່ວເມືອງ. ອັນພົ້ນເດັ່ນ ໄດ້ຮັບຮອງບ້ານຫົວດອນແດງ ເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ແລະ ໄດ້ຮັບຮອງເມືອງປະທຸມພອນ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ.
(ຂ່າວ-ພາບ: ເກດສະໜາ)