
ໂດຍ: ຕະວິນຍານ
ບ້ານໂພນສະອາດ ເມືອງໂຂງ ແຂວງຈໍາປາສັກ ເປັນບ້ານຊົນເຜົ່າເບຣົາ ມີພົນລະເມືອງທັງໝົດ 2,583 ຄົນ ຍິງ 1,847 ຄົນ, ມີ 225 ຄອບຄົວ, ອາຊີບປູກຝັງ - ລ້ຽງສັດເປັນສ່ວນໃຫຍ່ ກວມ 95%, ມີ 213 ຄອບຄົວ, ອາຊີບຄ້າຂາຍ 7 ຄອບຄົວ ກວມ 3% ແລະ ອາຊີບພະນັກງານ 5 ຄອບຄົວ ກວມ 2% ຂອງຈໍານວນຄອບຄົວທັງໝົດ, ມີບາງຄອບຄົວທໍາການຜະລິດຫັດຖະກໍາຈັກສານໄມ້ປ່ອງເປັນອາຊີບສໍາຮອງ ຊຶ່ງໃນເບື້ອງຕົ້ນມີສະມາຊິກ 50 ຄອບຄົວ; ປີ 2018 ມີສະມາຊິກເພີ່ມຂຶ້ນເປັນ 100 ຄອບຄົວ,ຂະບວນການຜະລິດໄດ້ຮັບການພັດທະນາຂຶ້ນເລື້ອຍໆ.
ມາຮອດ ເດືອນມີຖຸນາ 2021 ຫັດຖະກໍາຈັກສານໄມ້ປ່ອງ ບ້ານໂພນສະອາດຈຶ່ງໄດ້ຖືກຮັບຮອງເປັນສິນຄ້າໂອດັອບ (ODOP) ແລະ ເວລາຕໍ່ມາ ຈຶ່ງໄດ້ປະກາດເປັນສະຫະກອນຜະລິດຫັດຖະກໍາຈັກ ສານໄມ້ປ່ອງຢ່າງເປັນທາງການ ແລະ ຂະຫຍາຍສະມາຊິກເພີ່ມຂຶ້ນ ເປັນ 150 ຄອບຄົວ, ມີແຮງງານຕົ້ນຕໍ 286 ຄົນ ຍິງ 172 ຄົນ, ມີທຶນຈົດທະບຽນທັງໝົດ 750 ລ້ານກີບ, ທຶນຄົງທີ່ 500 ລ້ານກີບ.
ເພື່ອຊຸກຍູ້ສົ່ງເສີມຜະລິດຕະພັນ ແລະ ພັດທະນາສີມືແຮງງານໃຫ້ດີຂຶ້ນທາງດ້ານປະລິມານ ແລະ ຄຸນນະພາບ ສະຫະກອນໄດ້ປະສານສົມທົບກັບໂຄງການ LEBPF ປະຈໍາລາວ ໃນປີ 2022 ໄດ້ຂຽນໂຄງການ ຂໍທຶນຊ່ວຍເຫຼືອ ໄດ້ 2 ໂຄງການ, ໄດ້ຮັບທຶນ 1 ໂຄງການ ມູນຄ່າ 28,620 ໂດລາ ແລະ ໄດ້ຮັບທຶນສະໜັບສະໝູນຈາກການນໍາສູນກາງຈໍານວນ 100 ລ້ານກີບ, ໄດ້ຮັບການຝຶກອົບຮົມຍົກລະດັບທາງດ້ານວິຊາການ, ການອອກແບບລວດລາຍ ສີສັນຕ່າງໆ ຈຶ່ງເຮັດໃຫ້ຜະລິດຕະພັນມີຄວາມຫຼາກຫຼາຍ ໄດ້ທັງປະລິນມານ ແລະ ຄຸນນະພາບ.
ໃນຊຸມປີຜ່ານມາ, ສະຫະກອນຫັດຖະກໍາຈັກສານໄມ້ປ່ອງໂພນສະອາດສາມາດຜະລິດ-ຈໍາໜ່າຍກະຕ່ານ້ອຍ 21,000 ໜ່ວຍ, ກະຕ່າລຸ້ນກາງໄດ້ 19,500 ໜ່ວຍ, ກະຕ່າໃຫຍ່ໄດ້ 18,300 ໜ່ວຍ,ກະບຽນໄດ້ຈໍານວນ 95,400 ໜ່ວຍ, ຜະລິດຫວດໄດ້ 305,000 ໜ່ວຍ, ມີລາຍຮັບທັງໝົດ 4.27 ຕື້ກີບ.ລາຍໄດ້ທັງໝົດ ແມ່ນແບ່ງໃຫ້ສະມາຊິກຂອງກຸ່ມຕາມຜະລິດຕະພັນຂອງຄອບຄົວ, ເຫຼືອນັ້ນ ຫັກເປັນທຶນສະສົມ, ເງິນບໍລິການກຸ່ມ ແລະ ອື່ນໆ.
ປັດຈຸບັນ, ການຜະລິດຂອງສະຫະກອນຫັດຖະກໍາຈັກສານໄມ້ປ່ອງ ສາມາດສະໜອງຕາມຄວາມຕ້ອງການຂອງຕະຫຼາດ ໄດ້ແຕ່ 55% ເທົ່ານັ້ນ, ທາງສະຫະກອນ ຈຶ່ງໄດ້ພົວພັນກັບພາກລັດ ເພື່ອປັບປຸງເຕັກນິກການຜະລິດ ລວມທັງການອອກແບບຜະລິດຕະພັນໃໝ່, ເພີ່ມກໍາລັງການຜະລິດໃຫ້ສາມາດຕອບສະໜອງຜະລິດຕະພັນໃຫ້ມີຄວາມຫຼາກຫຼາຍ ເປັນທາງເລືອກໃຫ້ລູກຄ້າໄດ້ຊົມໃຊ້ຕາມຄວາມຕ້ອງການ ທັງສາມາດສົ່ງອອກຈໍາໜ່າຍຜະລິດຕະພັນທັງພາຍໃນ ແລະ ຕ່າງປະເທດ.