ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງປາກອູ ແຂວງຫຼວງພະບາງ ຄັ້ງທີ IX ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ່ 27 ກຸມພານີ້ ທີ່ສະໂມສອນຂອງເມືອງ, ມີສະຫາຍ ວົງສະຫວັນ ເທບພະຈັນ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຜູ້ແທນຮັບເຊີນ ແລະ ຜູ້ແທນສົມບູນ ຈຳນວນ 117 ສະຫາຍ ຍິງ 16 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ ໃນທົ່ວເມືອງ 1,534 ສະຫາຍ ເຂົ້າຮ່ວມ.
ສະຫາຍ ແກ່ນຄຳ ຄຳພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງປາກອູ ໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມໃຫຍ່ໃນຄັ້ງນີ້ ຈະໄດ້ຕີລາຄາ ຜົນງານ ແລະ ການເຄື່ອນໄຫວຂອງອົງຄະນະພັກເມືອງ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ, ຍົກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດບັນດາມະຕິ ແລະ ກຳນົດວິທີການແກ້ໄຂໃນຕໍ່ໜ້າ, ພ້ອມນັ້ນ ຈະໄດ້ປະກອບຄຳເຫັນ ແລະ ພິຈາລະນາຮັບຮອງ ເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ພ້ອມທັງດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ ທີ່ວາງໄວ້ໃຫ້ສຳເລັດຜົນ ແລະ ຈະໄດ້ຄັດເລືອກເອົາຜູ້ແທນສົມບູນ ຕາງໜ້າອົງຄະນະພັກເມືອງປາກອູ ໄປຮ່ວມກອງປະຊຸມໃຫ່ຍຜູ້ແທນ ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງພະບາງ ຕື່ມອີກ. ໂອກາດນີ້, ສະຫາຍໄດ້ຮຽກຮ້ອງໃຫ້ບັນດາສະຫາຍຜູ້ແທນກອງປະຊຸມ ຈົ່ງເປັນເຈົ້າການເຊີດຊູຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ກອງປະຊຸມຂອງພວກເຮົາ ດຳເນີນໄປດ້ວຍເນື້ອໃນອັນເລີກເຊິ່ງ ແລະ ມີຜົນສຳເລັດອັນຈົບງາມ. ຈາກນັ້ນ, ສະຫາຍ ກໍໄດ້ສືບຕໍ່ຜ່ານຮ່າງລາຍງານການເມືອງ ຍົກໃຫ້ເຫັນຜົນສຳເລັດ ຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິ VIII ຂອງອົງຄະນະພັກແຂວງ ແລະ ມະຕິ VIII ຂອງອົງຄະນະພັກເມືອງແຕ່ປີ 2020-2024, ຜ່ານການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ ຂອງພັກປະຊາຊົນປະຕິວັດລາວ ໃນໄລຍະ 40 ກ່ວາປີຜ່ານມາ ບົດບາດນໍາພາຂອງພັກ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກ ໄດ້ຮັບການເຊີດຊູຂຶ້ນຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດວຽກງານ, ພື້ນຖານເສດຖະກິດ ຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍຈັງຫວະສະເລ່ຍ 3,61% ຕໍ່ປີ, ມີເງື່ອນໄຂພັດທະນາ ໃນຂົງເຂດ ວັດທະນະທຳ-ສັງຄົມ ໃນຫຼາຍດ້ານ ໂດຍສະເພາະ ດ້ານຊັບພະຍາກອນມະນຸດ, ວັດທະນະທໍາໄດ້ຮັບການອະນຸລັກຮັກສາ ແລະ ພັດທະນາ ບົນພື້ນຖານ ການເຂົ້າຮ່ວມຂອງປະຊາຊົນບັນດາເຜົ່າ ເປັນຢ່າງດີ. ຈາກນັ້ນ ຜູ້ແທນກອງປະຊຸມ ໄດ້ຮັບຟັງການຜ່ານແຜນພັດທະນາເສດຖະກິດ-ສັງຄົມ ແລະ ຮັບຟັງການປະກອບຄຳເຫັນຈາກບັນດາຕົວແບບແຕ່ລະດ້ານ, ຮັບຟັງການຜ່ານບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກເມືອງ ຊຸດທີ່ VIII ແລະ ດໍາເນີນການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ຕື່ມອີກ.
(ຂ່າວ: ອາພຸດເດດ ບຸບຜາ, ພາບ: ດາວອນ ມະນີວັນ-ທະນູສີນ ອິດທິພົນ)