
ຂ່າວຕ່າງປະເທດລາຍງານ; ເຈົ້າໜ້າທີ່ອຸດສາຫະກຳຂອງອິນໂດເນເຊຍເປີດເຜີຍໃນວັນທີ 26 ກຸມພາ ຜ່ານມາວ່າ: ການສົ່ງອອກນໍ້າມັນປາມຂອງອິນໂດເນເຊຍໃນປີ 2025 ມີທ່າອ່ຽງທີ່ຈະຫຼຸດລົງ 7.3% ຈາກ 2024 ເຫຼືອ 27.35 ລ້ານໂຕນ, ເຖິງແມ່ນວ່າການຜະລິດນ້ໍາມັນປາມຈະເພີ່ມຂຶ້ນກໍຕາມ, ທັງນີ້ເນື່ອງຈາກອິນໂດເນເຊຍ ຊຶ່ງເປັນປະເທດຜະລິດນໍ້າມັນປາມໃຫຍ່ທີ່ສຸດໃນໂລກ ເພີ່ມການຜະລິດໄບໂອດີເຊລ ພາຍໃນປະເທດຫຼາຍຂຶ້ນ.
ທ່ານ ຟາດິລ ຮາຊັນ ຫົວໜ້າດ້ານການຄ້າ ແລະ ສົ່ງເສີມການຂາຍ ຂອງສະມາຄົມນ້ຳມັນປາມອິນໂດເນເຊຍ ຄາດຄະເນວ່າ: ການຜະລິດນ້ຳມັນປາມດິບຂອງອິນໂດເນເຊຍຈະເພີ່ມຂຶ້ນເປັນ 50 ລ້ານໂຕນໃນປີ 2025 ຈາກ 48.16 ລ້ານໂຕນໃນປີ 2024.
ທ່ານ ເອນີຍາ ລິສເຕຍນີ ເດວີ ເຈົ້າໜ້າທີ່ກະຊວງພະລັງງານຂອງອິນໂດເນເຊຍ ເປີດເຜີຍໃນວັນທີ 14 ກຸມພາ ຜ່ານມາວ່າ:ອິນໂດເນເຊຍຄາດວ່າຈະດຳເນີນໂຄງການ B40 ຊຶ່ງເປັນການໃຊ້ໄບໂອດີເຊລທີ່ມີສ່ວນປະສົມຂອງນໍ້າມັນປາມ 40% ໄດ້ຢ່າງເຕັນສ່ວນໃນເດືອນມີນາຈະມາເຖິງນີ້. ຫຼັງຈາກເກີດຄວາມຊັກຊ້າໃນຕົ້ນປີ.
ຂ່າວລະບຸວ່າ: ອິນໂດເນເຊຍ ວາງແຜນທີ່ຈະເປີດໂຄງການໄບໂອດີເຊລB40 ຊຶ່ງມີສ່ວນປະສົມຂອງນໍ້າມັນປາມ 40% ຕັ້ງແຕ່ວັນທີ 1 ມັງກອນ 2025 ແຕ່ປະເຊີນກັບຄວາມຊັກຊ້າ. ຍ້ອນບັນຫາດ້ານກົດລະບຽບ ເຮັດໃຫ້ຜູ້ຈໍາໜ່າຍນ້ໍາມັນມີໄລຍະເວລາຜ່ອນຜັນຈົນເຖິງທ້າຍເດືອນກຸມພາ ນີ້.