
ຂ່າວຕ່າງປະເທດລາຍງານໃນວັນທີ 26 ກຸມພາ ຜ່ານມາ; ກົມການປະມົງຂອງມຽນມາລາຍງານວ່າ:ມຽນມາໄດ້ສ້າງລາຍຮັບຈາກການສົ່ງອອກປາປະມານ 342 ລ້ານໂດລາໃນ 10 ເດືອນ ຂອງປີງົບປະມານ 2024-2025 ຊຶ່ງເລີ່ມແຕ່ເດືອນເມສາປີ 2024, ໂດຍມຽນມາໄດ້ສົ່ງອອກປາຫຼາຍກວ່າ 320,000 ໂຕນ, ໃນນັ້ນທາງທະເລມີ 146,000 ກວ່າໂຕນ ແລະ ທາງບົກ 173,000 ໂຕນ.
ບົດລາຍງານຍັງລະບຸວ່າ: ມຽນມາສົ່ງອອກອາຫານທະເລຜ່ານການຂົນສົ່ງທາງທະເລແລະທາງບົກໄປຍັງ 40 ປະເທດລວມທັງຈີນ, ໄທ, ບັງກະລາເທດແລະຍີ່ປຸ່ນ ຊຶ່ງສ່ວນຫຼາຍແມ່ນປາ 20 ກວ່າຊະນິດ,ໂດຍມຽນມາມີໂຮງງານປຸງແຕ່ງອາຫານທະເລແບບແຊ່ແຂງ 140 ກວ່າແຫ່ງ.