ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ກຸມພາ ຜ່ານມາ; ສະມາຄົມຜູ້ຜະລິດລົດເອີຣົບ (ACEA) ເປີດເຜີຍວ່າ: ຍອດຂາຍລົດໃນເອີຣົບຫຼຸດລົງ 2.1% ໃນເດືອນມັງກອນ, ໂດຍຍອດຂາຍລົດນໍ້າມັນແອັດຊັງແລະກາຊວນຫຼຸດລົງຢ່າງຫຼວງຫຼາຍ ຊຶ່ງເຮັດໃຫ້ຍອດຂາຍໂດຍລວມຫຼຸດລົງ. ເຖິງແມ່ນວ່າຍອດຂາຍລົດໄຟຟ້າ (EV) ເພີ່ມຂຶ້ນ 37.3%
ACEA ລະບຸວ່າ: ຍອດຂາຍລົດTesla ຫຼຸດລົງ 45.2% ໃນສະຫະພາບເອີຣົບ (EU), ອັງກິດແລະເຂດການຄ້າເສລີເອີຣົບ. ໃນຂະນະທີ່ຍອດຂາຍຂອງSAIC Motor ເພີ່ມຂຶ້ນ 36.8%.
ຂ່າວລະບຸວ່າ: ຄະນະກໍາມະການເອີຣົບ (EC) ກຽມຈະນໍາສະເໜີແຜນການຂອງຕົນສໍາລັບຂະແໜງການລົດໃນວັນທີ 5 ມີນາ ທີ່ຈະມາເຖິງນີ້, ຫຼັງຈາກການປຶກສາຫາລືກັບຜູ້ຜະລິດລົດ, ສະຫະພາບແຮງງານ ແລະ ກຸ່ມຜົນປະໂຫຍດຕ່າງໆ.
ຜູ້ຜະລິດລົດ ໃນ EUກຳລັງປະເຊີນກັບການແຂ່ງຂັນທີ່ຮຸນແຮງຈາກຈີນແລະ ກຽມຮັບມືກັບອັດຕາພາສີນໍາເຂົ້າຂອງສະຫະລັດ ອາເມຣິກາ ແລະຮຽກຮ້ອງໃຫ້ EC ຜ່ອນຜັນຄ່າປັບໃໝທີ່ອາດຈະເກີດຂຶ້ນຈາກເປົ້າໝາຍການປ່ອຍແກ໊ສ CO2 ຂອງຍານພາຫະນະ ຊຶ່ງມີຜົນບັງຄັບໃຊ້ໃນເດືອນມັງກອນ ຜ່ານມາ.
ສໍາລັບຕະຫຼາດໃຫຍ່ ໃນ EUມີພຽງແຕ່ແອັດສະປາຍເທົ່ານັ້ນທີ່ຍອດຂາຍເພີ່ມຂຶ້ນ 5.3%, ໃນຂະນະທີ່ການຂາຍໃນປະເທດຝຣັ່ງ, ອີຕາລີແລະເຢຍລະມັນຫຼຸດລົງ 6.2%, 5.8% ແລະ 2.8% ຕາມລໍາດັບ.
ນອກຈາກນີ້, ຜູ້ຜະລິດລົດໃນເອີຣົບຍັງຕ້ອງກຽມຮັບມືກັບອັດຕາພາສີນໍາເຂົ້າທີ່ ທ່ານ ໂດນັລ ທຣໍາປະທານາທິບໍດີ ສະຫະລັດ ອາເມຣິກາ ກ່າວວ່າຈະປະກາດໃຊ້. ຫຼັງຈາກທີ່ໄດ້ຂຶ້ນອັດຕາພາສີອາລູມິນຽມແລະເຫຼັກ ແລ້ວ,ພ້ອມທັງກ່າວວ່າຈະເກັບພາສີ 25% ຕໍ່ສິນຄ້ານໍາເຂົ້າຈາກເມັກຊິກແລະການາດາ. ລວມທັງລົດແລະ semiconductors ທັງໝົດ.