ຂ່າວຕ່າງປະເທດລາຍງານ ໃນວັນທີ 25 ກຸມພາ ຜ່ານມາວ່າ: ມະຫາວິທະຍາໄລເມລເບິຣນ ຂອງອົສຕຣາລີໄດ້ເຜີຍແຜ່ການຄົ້ນຄວ້າສະບັບໃໝ່ ຊຶ່ງນໍາໃຊ້ເຕັກນິກການຖ່າຍພາບຂັ້ນສູງເພື່ອສຶກສາການພົວພັນລະຫວ່າງຫົວໃຈແລະສະໝອງຕະຫຼອດຊີວິດຂອງມະນຸດແລະຄົ້ນພົບຂໍ້ມູນໃໝ່ກ່ຽວກັບຜົນກະທົບຈາກການປ່ຽນແປງຕາມອາຍຸຂອງລະບົບຫົວໃຈ ແລະ ຫຼອດເລືອດ ທີ່ມີຕໍ່ເຄືອຂ່າຍສະໝອງ.
ທ່ານ ແອນດຣູ ຊາເລສກີ ຜູ້ຮ່ວມຂຽນບົດຄົ້ນຄວ້າ ແລະ ຜູ້ຊ່ຽວຊານດ້ານປະສາດວິທະຍາ ຈາກພະແນກຈິດຕະວິທະຍາແລະ ພາກວິຊາວິສະວະກໍາຊີວະການແພດ ຂອງມະຫາວິທະຍາໄລເມລເບິຣນ ກ່າວ​ວ່າ: ຜົນ​ການ​ຄົ້ນ​ຄວ້າ​ໄດ້​ເນັ້ນ​ໃຫ້​ເຫັນ​ເຖິງ​ສຸ​ຂະ​ພາບ​ຫົວໃຈ ແລະ ​ເສັ້ນ​ເລືອດ​​ທີ່​ບໍ່​ດີຖື​ເປັນ​ປັດ​ໄຈ​ສ່ຽງ​ການ​ເປັນ​ພະ​ຍາດ​ກ່ຽວກັບສະ​ໝອງ.
ການຄົ້ນຄວ້າຊີ້ໃຫ້ເຫັນວ່າການອອກກໍາລັງກາຍທີ່ຊຸກຍູ້ລະບົບຫົວໃຈ ແລະ ຫຼອດເລືອດໃນບຸກຄົນທົ່ວໄປອາດຊ່ວຍຫຼຸດຜ່ອນຄວາມສ່ຽງຂອງພະຍາດຫົວໃຈແລະພະຍາດທີ່ເກີດຈາກການເສື່ອມສະພາບຂອງລະບົບປະສາດ ຊຶ່ງລວມເຖິງພະຍາດສະໝອງເສື່ອມ, ພາຄິນສັນ, ເຊລປະສາດກ້າມຊີ້ນ ແລະ ພະຍາດອື່ນໆທີ່ມັກເກີດຂຶ້ນຮ່ວມກັນ.
ນັກຄົ້ນຄວ້າໄດ້ວິເຄາະຮູບພາບຂອງອະໄວຍະວະຫຼາຍສ່ວນຈາກຜູ້ເຂົ້າຮ່ວມການສຶກສາເກືອບ3,000ຄົນ ຊຶ່ງມີສຸຂະພາບດີ ແລະ ມີອາຍຸ 46 ຫາ 80 ປີເພື່ອກໍານົດພື້ນທີ່ສະເພາະໃນສະໝອງທີ່ໄດ້ຮັບຜົນກະທົບເມື່ອລະບົບຫົວໃຈ ແລະ ຫຼອດເລືອດມີການການປ່ຽນແປງຕາມອາຍຸ.
ທັງນີ້, ທີມຄົ້ນຄວ້າໄດ້ຈັດປະເພດເຄືອຂ່າຍສັນຍານສຳຄັນ (salience), ເຄືອຂ່າຍຮູບແບບເລີ່ມຕົ້ນ(default mode)ແລະເຄືອຂ່າຍການຄວບຄຸມການເຄື່ອນໄຫວ(somatomotor) ຂອງສະໝອງຊຶ່ງມີບົດບາດສໍາຄັນໃນການຄວບຄຸມການເຮັດວຽກຂອງຫົວໃຈແລະລະບົບປະສາດອັດຕະໂນມັດເປັນລະບົບທີ່ໄດ້ຮັບຜົນກະທົບ. ທ່ານກ່າວຕື່ມວ່າ: ການຄົ້ນຄວ້ານີ້ອາດຊ່ວຍແນະນໍາວິທີການປິ່ນປົວໃນອະນາຄົດ.