ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຄັ້ງທີ VIII ຈັດຂຶ້ນວັນທີ 3-4 ມີນາ ນິ້ຢູ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC) ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນໍາພາຂອງພັກໃຫ້ໜັກແໜ້ນ ເຂັ້ມແຂງຮອບດ້ານ ຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ ຕິດພັນກັບການປະຕິບັດນະໂຍບາຍ6ສ ໃຫ້ປະກົດຜົນເປັນຈິງ” ໂດຍເປັນປະທານຂອງ ສະຫາຍ ນາງ ວິໄລວອນ ຈັນທະລາຕີ ເລຂາພັກເມືອງເຈົ້າເມືອງໄຊເສດຖາ ໂດຍມີ ສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກເລຂາຄະນະພັກປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ(ນວ), ມີຄະນະຈັດຕັ້ງນະຄອນຫຼວງວຽງຈັນ, ຜູ້ແທນສົມບູນ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ນາງ ວິໄລວອນ ຈັນທະລາຕີໄດ້ຜ່ານຮ່າງລາຍງານການເມືອງທັງສອງພາກ ໂດຍໄດ້ຕີລາຄາໝາກຜົນ ແຫ່ງການຈັດຕັ້ງປະຕິບັດສະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງ ອົງຄະນະພັກເມືອງໄຊເສດຖາ ແຕ່ລະດ້ານໃນ 5 ປີຜ່ານ ເປັນຕົ້ນການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການປະຕິບັດວາລະແຫ່ງຊາດ ເຖິງວ່າໄລຍະຜ່ານມາເມືອງໄຊເສດຖາ ຈະພົບຄວາມຫຍຸ້ງຍາກ ເປັນຕົ້ນການລະບາດຂອງພະຍາດໂຄວິດ-19, ບັນຫາໄພເງິນເຟີ້ ແລະ ຄ່າຄອງຊີບເພີ່ມສູງຂຶ້ນ, ແຕ່ພາຍໃຕ້ການນຳພາ-ຊີ້ນຳຂອງ ອົງຄະນະພັກເມືອງໄຊເສດຖາ ກໍຄືອົງການປົກຄອງ ນວ ເຮັດໃຫ້ເສດຖະກິດໂດຍລວມຂອງເມືອງຍັງສາມາດປະຄັບຄອງຕົວຢູ່ໃນສະພາບໝັ້ນທ່ຽງ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ ໃນ 5 ປີ 7.81%, ລວມຍອດຜະລິດຕະພັນພາຍໃນບັນລຸ 6,284.98 ຕື້ກີບເທົ່າກັບ 94.78% ຂອງແຜນການ, ລວມຍອດຜະລິດຕະພັນສະເລ່ຍຕໍ່ຫົວຄົນບັນລຸ ໄດ້ 50.58 ລ້ານກີບຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 2,229 ໂດລາຕໍ່ຄົນຕໍ່ປີ; ການສ້າງພື້ນຖານເສດຖະກິດເປັນເຈົ້າຕົນເອງ ໂດຍການມີສ່ວນຮ່ວມຂອງທົ່ວສັງຄົມ ໂຄງປະກອບເສດຖະກິດພາຍໃນ ໄດ້ປ່ຽນແປງໄປຕາມກົນໄກເສດຖະກິດຕະຫຼາດ; ໄດ້ຕັ້ງໜ້າຊຸກຍູ້ການຄຸ້ມຄອງພື້ນຖານລາຍຮັບ ຕາມຫຼັກການລວມສູນງົບປະມານ ແລະ ຫັນການຈັດເກັບງົບປະມານຕາມທິດ 3 ສ້າງ, ປັບປຸງການເງິນຂັ້ນບ້ານໃຫ້ເຂັ້ມແຂງ, ສາມາດປະຕິບັດພາລະບົດບາດຢ່າງມີປະສິດທິ ຜົນ ສາມາດຂຸດຄົ້ນຈັດເກັບລາຍຮັບທັງໝົດ 412.02 ຕື້ກີບ ທຽບໃສ່ກອງປະຊຸມໃຫຍ່ຜ່ານມາ ເພີ່ມຂຶ້ນ 162.65 ຕື້ກີບ ແລະ ທຽບໃສ່ແຜນການ 5 ປີ ຄັ້ງທີ VII ປະຕິບັດໄດ້ 110.16%.
ກອງປະຊຸມຄັ້ງນີ້, ຍັງໄດ້ຮັບຟັງການຜ່ານຮ່າງລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຜ່ານມາ (2020-2024) ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ(2025-2029), ຮັບຟັງການປະກອບຄໍາເຫັນໃສ່ບົດລາຍງານການເມືອງ ຈາກພາກສ່ວນຕ່າງໆ ເປັນຕົ້ນ ການນໍາພາປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການແກ້ໄຂບັນຫາຢາເສບຕິດ ການນໍາພາພັດທະນາພື້ນຖານໂຄງລ່າງ ໂດຍການມີສ່ວນຮ່ວມຂອງປະຊາຊົນ, ການສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ ແລະ ການຊຸກຍູ້ສົ່ງເສີມຜະລິດຕະພັນປອດສານຜິດ ຂອງຄອບຄົວຕົວແບບ. ພ້ອມນີ້, ຍັງໄດ້ຜ່ານບົດສຳຫຼວດນໍາພາລວມ, ຜ່ານມາດຖານເງື່ອນໄຂຂອງພະນັກງານຜູ້ລົງສະໝັກເລືອກຕັ້ງ ແລະ ໄດ້ດຳເນີນການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກເມືອງໄຊເສດຖາ ຊຸດທີ VIII ແລະ ໃນຕອນທ້າຍກອງປະຊຸມ, ຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ເລຂາຄະນະບໍລິຫານງານພັກ ນວ ເພື່ອໃຫ້ທິດຊີ້ນໍາແກ່ຄະນະພັກຊຸດໃໝ່ຕື່ມອີກ.
ຂ່າວ: ວຽງຈັນໃໝ່;ພາບ: ເກດສະໜາ