ພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ຈັດພິທີສອບເສັງນັກຮຽນເກັ່ງ ປະຈຳສົກຮຽນ 2024-2025ຂຶ້ນ ໃນວັນທີ 6 ມີນາຜ່ານມາ ທີ່ຫ້ອງປະຊຸມພະແນກຂອງຕົນ ໂດຍການເປັນປະທານຂອງທ່ານ ຢົງຢີ ລີເຍ່ຍວື ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ມີຫົວໜ້າຂະແໜງການ, ຄະນະຮັບຜິດຊອບການສອບເສັງ, ຕະຫຼອດຮອດຕົວແທນນ້ອງນັກຮຽນເກັ່ງ ທົ່ວແຂວງໄຊສົມບູນເຂົ້າຮ່ວມ.
ການສອບເສັງນັກຮຽນເກັ່ງຄັ້ງນີ້, ຊັ້ນປະຖົມສຶກສາ (ປ5)ສອບເສັງ3 ວິຊາ ຄື: ວິຊາ ຄະນິດສາດ, ວິຊາ ພາສາລາວ, ວິຊາ ວິທະຍາສາດ ແລະ ສິ່ງແວດລ້ອມ; ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ4) ແລະ ມັດທະຍົມສຶກສາ (ມ7) ມີ 4 ວິຊາຄື: ວິຊາ ພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ວິຊາ ເຄມີສາດ; ມີນັກສອບເສັງທັງໝົດ 130 ຄົນ ຍິງ 70 ຄົນ.ໃນນັ້ນ, ຊັ້ນປະຖົມສຶກສາ 23 ຄົນຍິງ 11 ຄົນ, ມ4 ມີ 26 ຄົນຍິງ 16 ຄົນ ແລະ ມ7 ມີ 81 ຄົນຍິງ 43 ຄົນ. ສຳລັບນັກຮຽນເກັ່ງຂັ້ນ ປ5 ແມ່ນຈະສອບເສັງຮອດຂັ້ນແຂວງ, ສ່ວນນັກຮຽນເກັ່ງຂັ້ນ ມ4 ແລະ ມ7 ແມ່ນຈະຄັດເລືອກ ເອົາວິຊາລະ 2 ຄົນ ເປັນຕົວແທນຂອງແຂວງ ເພື່ອສົ່ງເຂົ້າຮ່ວມການສອບເສັງນັກຮຽນເກັ່ງລະດັບຊາດ ທີ່ກະຊວງສຶກສາທິການ ແລະ ກິລາ ຈັດຂຶ້ນໃນກາງເດືອນເມສາ 2025 ທີ່ຈະມາເຖິງນີ້.
ຜ່ານການສອບເສັງຄັດເລືອກຕົວຈິງ ຂັ້ນປ.5 ມີນັກຮຽນເກັ່ງສອບເສັງສາມາດຍາດໄດ້ອັນດັບໜຶ່ງ ຈຳນວນ 3 ຄົນ ຄື:ນາງ ນະພັດສອນ ສຸວັນນະວົງ ວິຊາພາສາລາວ ຈາກໂຮງຮຽນປະຖົມສຸກປະເສີດເມືອງລ້ອງຊານ;ນາງ ຢື ເຈຍລໍ່ ປາວລໍ ວິຊາຄະນິດສາດຈາກໂຮງຮຽນ ປະຖົມສຸກປະເສີດເມືອງລ້ອງຊານ;ນາງ ແຫວນເພັດ ເຮີ່ຫວ່າງຕົວ ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ຈາກໂຮງຮຽນ ປະຖົມສອນດາລາເມືອງອະນຸວົງ. ສຳລັບນັກຮຽນຂັ້ນ ມ4 ມີນັກຮຽນເກັ່ງສອບເສັງສາມາດຍາດໄດ້ອັນດັບໜຶ່ງ ຈຳນວນ 2 ຄົນ ຄື: ນາງ ໄມເນັ້ງຊົ່ງ ວິຊາພາສາລາວ-ວັນນະຄະດີ ຈາກ ມສ ໄຊສົມບູນ, ເມືອງອະນຸວົງ, ນາງ ກ່າເຊ້ຍຊົ່ງ ໄຊເຕັງວິຊາເຄມີຈາກ ມສ ຊົນເຜົ່າເມືອງອະນຸວົງ. ສຳລັບນັກຮຽນຂັ້ນ ມ7 ນັກຮຽນເກັ່ງສອບເສັງໄດ້ອັນດັບທີ 1 ຈຳນວນ 2 ຄົນຄື: ນາງ ຫຼ້າຄຳຮູ້ ເຂັມວົງສາ ວິຊາພາສາລາວ-ວັນນະຄະດີ ຈາກໂຮງຮຽນ ມສ ລ້ອງແຈ້ງ ແລະ ທ້າວ ຕຸລາ ວິຊາເຄມີສາດ ຈາກໂຮງຮຽນ ມສ ລ້ອງຊານ. ໂອກາດດຽວກັນນີ້ ຍັງສາມາດຄັດເລືອກເອົານັກຮຽນເກັງ ວິຊາລະ 2 ຄົນ ຂອງຊັ້ນມັດທະຍົມສຶກສາຕອນຕົ້ນ ມ4 ແລະ ມັດທະຍົມສຶກສາ ຕອນປາຍ ມ7 ເພື່ອເປັນຕົວແທນຂອງແຂວງ ເຂົ້າຮ່ວມການສອບເສັງລະດັບຊາດຕື່ມອີກ.
(ຂ່າວ: ວຽງໃຈ ຄຳມະນີວົງ)