
ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ເມືອງລ້ອງຊານ ແຂວງໄຊສົມບູນ ຄັ້ງທີ IV ໄດ້ໄຂຂຶ້ນ ໃນວັນທີ 5 ມີນາຜ່ານມານີ້ ທີ່ສະໂມສອນຂອງເມືອງ ພາຍໃຕ້ການເປັນປະທານຂອງ ສະຫາຍ ພົມມາ ແກ້ວບົວພາກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງເຈົ້າເມືອງໆລ້ອງຊານ ໂດຍການເຂົ້າຮ່ວມຂອງ ສະຫາຍ ພອຍຄໍາ ຮຸ່ງບຸນຮວງເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງໄຊສົມບູນ, ມີແຂກຖືກເຊີນແລະ ຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວເມືອງເຂົ້າຮ່ວມ104 ສະຫາຍ.
ສະຫາຍ ພົມມາ ແກ້ວບົວພາ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ສັງເກດຕີລາຄາຄືນຜົນສໍາເລັດ ແຫ່ງການຈັດຕັ້ງປະຕິບັດແນວທາງຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກເມືອງ ໃນໄລຍະ 5 ປີ ຜ່ານມາ, ໄດ້ຖອດຖອນບົດຮຽນທີ່ສໍາຄັນ, ຄົ້ນຄວ້າ-ຕົກລົງເປັນເອກະພາບຮ່ວມກັນ, ຮັບຮອງເອົາມະຕິກອງປະຊຸມ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໃນ 5 ປີ ຕໍ່ໜ້າ; ພ້ອມນັ້ນ ຍັງຈະໄດ້ດໍາເນີນການປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງ ຊຸດໃໝ່ ເພື່ອສືບຕໍ່ນໍາພາ-ຊີ້ນໍາປະຊາຊົນບັນດາເຜົ່າ ປະຕິບັດແນວທາງການເມືອງຂອງພັກ ຢູ່ເມືອງລ້ອງຊານ ໃນ 5 ປີ ຕໍ່ໜ້າ ໃຫ້ປະກົດຜົນເປັນຈິງ ແລະ ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກ ແຂວງໄຊສົມບູນ ທີ່ຈະໄດ້ໄຂຂຶ້ນໃນຕໍ່ໜ້ານີ້.
ກອງປະຊຸມ ຄັ້ງນີ້, ຍັງຈະໄດ້ຮັບຟັງຄໍາໂອ້ລົມ ຂອງສະຫາຍ ເລຂາຄະນະບໍລິຫານງານພັກແຂວງ ເພື່ອເປັນທິດຊີ້ນໍາ-ເຍືອງທາງ ໃຫ້ຄະນະບໍລິຫານງານພັກເມືອງ ຊຸດທີ IV ແລະ ບັນດາຜູ້ແທນກອງປະຊຸມ ໄດ້ກໍາແໜ້ນ, ເຊື່ອມຊຶມ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.
(ຂ່າວ: ຈິນລະວອນ ວໍລະສົມບູນ)