ໃນວັນທີ 7 ມີນາ ຜ່ານມາທີ່ສະໂມສອນກະຊວງກະສິກໍາ ແລະ ປ່າໄມ້, ໄດ້ມີກອງປະຊຸມພົບປະ ຂອງສະມາຊິກສະພາແຫ່ງຊາດ(ສສຊ)ຊຸດທີ IX ປະຈໍາເຂດເລືອກຕັ້ງທີ I ນະຄອນຫຼວງວຽງຈັນເພື່ອເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ(ສພຊ)ຊຸດທີ IX, ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ເນື້ອໃນຄັ້ງນີ້ ໂດຍ ທ່ານ ລິນຄໍາ ດວງສະຫວັນ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ I ນະຄອນຫຼວງວຽງຈັນລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ນາງ ສົມພຽນ ວົງໄຊ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ I ນະຄອນຫຼວງວຽງຈັນຄະນະປະຈໍາສະພາປະຊາຊົນປະທານຄະນະກໍາມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ທ່ານ ທະນົງສິດ ເມືອງຈັນ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ I ນະຄອນຫຼວງວຽງຈັນ ຮອງຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານນະຄອນຫຼວງວຽຈັນ, ໂດຍມີຫົວໜ້າ-ຮອງຫົວໜ້າກົມ, ພະແນກ, ຫົວໜ້າ-ຮອງຫົວໜ້າກອງເລຂາສະພາວິທະຍາສາດ, ສູນ, ສະຖາບັນ, ພະນັກງານຫຼັກແຫຼ່ງ ອ້ອມຂ້າງກະຊວງກະສິກໍາ ແລະ ປ່າໄມ້ ເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ຮັບຟັງການລາຍງານຫຍໍ້ສະພາບລວມຂອງກະຊວງກະສິກໍາ ແລະ ປ່າໄມ້ ໂດຍ ທ່ານ ນາງຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ຈາກນັ້ນ ກໍໄດ້ຮັບຟັງຄໍາຄິດເຫັນຂອງຜູ້ມີສິດເລືອກຕັ້ງຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ລັດຖະທໍາມະນູນ, ກົດໝາຍ ແລະ ບັນດາບັນຫາພົ້ນເດັ່ນຕ່າງໆ ທີ່ຈະເປັນຂໍ້ມູນໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງ ໄດ້ນໍາໄປຄົ້ນຄວ້າພິຈາລະນາ ປະກອບຄໍາຄິດເຫັນ ເຂົ້າໃນການພິຈາລະນາບັນຫາສໍາຄັນຕ່າງໆໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນໃນຕໍ່ໜ້າ.
(ຂ່າວ: ຂ່າວສານກະສິກຳ ປ່າໄມ້)