ໂດຍ: ບຸນອູ້ມ
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ (22/3/1955-22/3/2025), ສະຫາຍນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກຮອງເລຂາຄະນະພັກຮອງປະທານສູນກາງແນວລາວສ້າງຊາດໄດ້ໃຫ້ທັດສະນະຕໍ່ວັນດັ່ງກ່າວວ່າ: ພັກປະຊາຊົນປະຕິວັດລາວໄດ້ຊີ້ນຳ-ນຳພາ ສ້າງສາພັດທະນາປະເທດຊາດຕາມແນວທາງປ່ຽນແປງໃໝ່ຮອບດ້ານ ແລະມີຫຼັກການໂດຍເລີ່ມຈາກສະພາບຄວາມເປັນຈິງຂອງປະເທດຊາດ ແລະ ດ້ວຍຄວາມສະດຸ້ງໄວຂອງພັກ, ພັກໄດ້ກໍານົດແນວທາງປ່ຽນແປ່ງໃໝ່ ໂດຍເລີ່ມຈາກປ່ຽນແປງໃໝ່ດ້ານເສດຖະກິດ, ເປັນຕົ້ນແມ່ນການປ່ຽນແປງໃໝ່ດ້ານນະໂຍບາຍເສດຖະກິດ; ຮັບຮູ້ ແລະ ນຳໃຊ້ເສດຖະກິດຫຼາຍພາກສ່ວນ, ເສດຖະກິດຕະຫຼາດ, ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ຫັນເສດຖະກິດທຳມະຊາດ ແລະ ເຄິ່ງທຳມະຊາດ, ເພິ່ງຕົນເອງ, ກຸ້ມຕົນເອງໄປສູ່ເສດຖະກິດສິນຄ້າ.
ຕະຫຼອດໄລຍະສ້າງຕັ້ງ, ຕໍ່ສູ້, ເຕີບໃຫຍ່ຂະຫຍາຍຕົວ ແລະ ນຳພາການປະຕິວັດ 70 ປີຜ່ານມາ ພັກເຮົາຍາມໃດກໍຮັກສາໄດ້ຄຸນທາດການເມືອງ, ທາດແທ້ປະຕິວັດວິທະຍາສາດ; ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອອັນດີງາມຂອງພັກຂອງຊາດ; ພັກໄດ້ຢຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍຕໍ່ອຸດົມການສັງຄົມນິຍົມດ້ວຍການສ້າງ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ. ໃນເງື່ອນໄຂໃໝ່ພັກໄດ້ສືບຕໍ່ນຳພາປະເທດຊາດຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດສອບຕ່າງໆ ສາມາດຍາດໄດ້ຜົນງານໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ, ປະຕິບັດສອງໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາປະເທດຊາດມີຜົນສຳເລັດເປັນກ້າວໆ. ເຮັດໃຫ້ປະເທດເຮົາມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ຍູ້ແຮງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ; ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແລະເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ, ຍົກສູງບົດບາດຂອງປະເທດໃນເວທີສາກົນນັບມື້ສູງຂຶ້ນ; ປະຊາຊົນບັນດາເຜົ່າເຊື່ອໝັ້ນຕໍ່ກັບການຊີ້ນຳ-ນຳພາຂອງພັກ. ພັກເຮົາສົມແລ້ວທີ່ເປັນກຳລັງຫຼັກແຫຼ່ງນຳພາໃນທົ່ວລະບົບການເມືອງ ປະຊາທິປະໄຕ ປະຊາຊົນ, ຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ນັ້ນ. ນອກຈາກການຊີ້ນຳ-ນຳພາອັນໜັກແໜ້ນຂອງພັກແລ້ວ ແມ່ນມາຈາກຄວາມພະຍາຍາມສູ້ຊົນ, ບາກບັ່ນຂອງທົ່ວກອງທັບແລະ ທົ່ວປວງຊົນລາວທັງຊາດ, ໃນນັ້ນຍັງມີການປະກອບສ່ວນດ້ວຍການເສຍສະຫຼະຊີິວິດເລືອດເນື້ອເຫື່ອແຮງ, ສະຕິປັນຍາອັນສຳຄັນຂອງຖັນແຖວພະນັກງານ-ສະມາຊິກພັກ, ນັກຮົບ ແລະ ຕະຫຼອດຮອດປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ.
ສະຫາຍນາງ ອິນລາວັນ ແກ້ວບຸນພັນ ຍັງຍົກໃຫ້ເຫັນເເຖິງການນໍາພາຂອງພັກ ແລະ ຜົນງານທີ່ພົ້ນເດັ່ນ ຂອງ ຄະນະພັກສູນກາງແນວລາວສ້າງຊາດ (ສນຊ) ກໍໄດ້ມີຄວາມຮັບຜິດຊອບຕໍ່ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກໃນການປະຕິບັດໜ້າທີ່ການເມືອງໃນຂົງເຂດວຽກງານສນຊຢ່າງສະເໝີຕົ້ນສະເໝີປາຍ ໄດ້ຖືສໍາຄັນໃນການຄົ້ນຄ້ວາເຊື່ອມຊຶມບັນດາມະຕິຕ່າງໆຢູ່ໃນແຕ່ລະສະໄໝຂອງພັກ ແລະ ຂອງສນຊກໍຄືບັນດາມະຕິກອງປະຊຸມຄັ້ງຕ່າງໆ ຂອງອົງຄະນະພັກສນຊ ແລະ ນໍາພາຈັດຕັ້ງຜັນຂະຫຍາຍເຂົ້າໃນຂົງເຂດວຽກງານຂອງສນຊ,ສ້າງເປັນແຜນງານ ແລະ ໂຄງການລະອຽດເພື່ອຈັດຕັ້ງປະຕິບັດໃນແຕ່ລະໄລຍະ, ຍາມໃດຄະນະພັກກໍໄດ້ຊີ້ນໍາໆພາໃນການປະຕິບັດພາລະບົດບາດເປັນເສນາທິການດ້ານວຽກງານແນວໂຮມເຊັ່ນ: ວຽກງານຊົນເຜົ່າ,ວຽກງານສາສະໜາ, ວຽກງານຊັ້ນຄົນ-ອົງການຈັດຕັ້ງສັງຄົມ,ວຽກງານໂຄສະນາ ແລະ ວຽກງານພົວພັນຕ່າງປະເທດ, ເປັນເຈົ້າການໃນການປຸກລະດົມປະຊາຊົນບັນດາເຜົ່າເຂົ້າໃນຂະບວນການສ້າງບ້ານ ແລະຄອບຄົວສາມັກຄີປອງດອງທີ່ຕິດພັນກັບການແຂ່ງຂັນຮັກຊາດ ແລະ ພັດທະນາ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ,ຄະນະພັກຊີ້ນໍາໆພາຄະນະກໍາມະການສນຊ, ສນຊຂັ້ນຕ່າງໆ ໃນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5ປີຄັ້ງທີ IX, ແຜນວຽກຈຸດສຸມການພັດທະນາສນຊ5ປີ ໃຫ້ກາຍເປັນແຜນງານ,ໂຄງການລະອຽດສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສາມາດເຊື່ອມເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ, ເຮັດໃຫ້ປະເທດຊາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ສ້າງບາດລ້ຽວໃໝ່ແນໃສ່ປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ, ດ້ວຍເຫດນັ້ນມັນຮຽກຮ້ອງໃຫ້ສນຊຕ້ອງໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າອົງອາດຂອງຕົນໃນໄລຍະ 75ປີທີ່ຜ່ານມາໃຫ້ແຂງແຮງ, ຈັດຕັ້ງຜັນຂະຫຍາຍ 9 ຂໍ້ແຂ່ງຂັນ, 4 ການຫັນປ່ຽນໃໝ່ ແລະ 4 ເສີມສ້າງ ຂອງວຽກງານແນວໂຮມໃຫ້ໜັກແໜ້ນ, ເຂັ້ມແຂງ, ເຄື່ອນໄຫວມີປະສິດທິພາບ, ປະສິດທິຜົນ; ສືບຕໍ່ສ້າງ, ປັບປຸງ ແລະ ເພີ່ມທະວີຄວາມສາມັກຄີປອງດອງທີ່ເປັນປຶກແຜ່ນຂອງທຸກຊົນເຜົ່າ, ຊັ້ນຄົນ, ສາສະໜາ ແລະ ເພດໄວ ຢູ່ພາຍໃນປະເທດ ແລະ ສືບຕໍ່ສົ່ງເສີມໃຫ້ພີ່ນ້ອງຊາວລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ມີສ່ວນຮ່ວມໃນພາລະກິດສ້າງສາປະເທດຊາດໃຫ້ຫຼາຍຂຶ້ນ;ສະນັ້ນເພື່ອເສີມຂະຫຍາຍມູນເຊື້ອຂອງສນຊກ່ອນອື່ນຕ້ອງເພີ່ມທະວີຄວາມສາມັກຄີປອງດອງປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດໄວ ພາຍໃຕ້ການນໍາພາຂອງພັກເສີມຂະຫຍາຍສິດເປັນເຈົ້າຂອງປະເທດຊາດບົນພື້ນຖານນ້ຳໃຈຮັກຊາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ປະກອບສ່ວນໃນການຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ເພີ່ມທະວີບົດບາດຄວາມສາມາດນຳພາຂອງການຈັດຕັ້ງສນຊທຸກຂັ້ນ ເພື່ອເສີມຂະຫຍາຍມູນເຊື້ອ ແລະ ສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ, ເຂົ້າຮ່ວມຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ຍຸດທະສາດໃນການພັດທະນາປະເທດຊາດຮອດປີ 2025, ວິໄສທັດຮອດປີ 2030 ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສນຊໂດຍສະເພາະການຈັດຕັ້ງຜັນຂະຫຍາຍ 6 ແຜນງານຂອງສນຊ ມາເປັນ 42 ໂຄງການ, ເປັນກິດຈະກຳລະອຽດ ສອດຄ່ອງກັບສະພາບຈຸດພິເສດຂອງແຕ່ລະທ້ອງຖິ່ນ, ໂຄສະນາ ສຶກສາອົບຮົມ ປຸກລະດົມປະຊາຊົນບັນດາເຜົ່າ, ສ້າງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນແລະກົດໝາຍຢ່າງເຂັ້ມງວດ, ຊຸກຍູ້ສົ່ງເສີມບັນດາອົງການຈັດຕັ້ງທາງສັງຄົມສາສະໜາຕ່າງໆ ໃຫ້ມີການເຄື່ອນໄຫວຖືກຕ້ອງຕາມລະບຽບ, ກົດໝາຍ.
ເນື່ອງໃນໂອກາດອັນສະຫງ່າລາສີນີ້, ຂໍອວຍພອນໄຊອັນປະເສີດໃຫ້ການນໍາພັກ-ລັດ, ແນວລາວສ້າງຊາດ, ກໍາລັງປະກອບອາວຸດ, ພະນັກງານປະຕິວັດອາວຸໂສບໍານານ ແລະ ປະຊາຊົນບັນດາເຜົ່າ, ທຸກຊັ້ນຄົນ, ສາສະໜາຕ່າງໆ ຈົ່ງມີແຕ່ຄວາມສຸກ, ຄວາມຈະເລີນ ພ້ອມກັນອອກແຮງແຂ່ງຂັນສ້າງຂະບວນການຂໍ່ານັບຊົມເຊີຍ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວລາວຄົບຮອບ 70 ປີ, ໃຫ້ເປັນຂະບວນການຟົດຟື້ນ ໃນຂອບເຂດທົ່ວປະເທດ.
ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70ປີ ຢ່າງສຸດໃຈ!.