
ໃນໂອກາດມີຄໍາເຫັນໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງກະລຶມ ຄັ້ງທີ X ໃນວັນທີ 6 ມີນາຜ່ານມາ, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ ໄດ້ເນັ້ນໃຫ້ການນໍາເມືອງກະລຶມ ຫັນລົງກໍ່ສ້າງຮາກຖານການເມືອງ, ແກ້ໄຂຄວາມທຸກຍາກ ແລະ ສ້າງຄວາມຢູ່ດີກິນດີ, ຄວາມຮັ່ງມີຜາສຸກ ໃຫ້ແກ່ປະຊາຊົນ ແລະ ເພື່ອສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ເພື່ອເປັນພື້ນຖານຂອງການສ້າງສັງຄົມນິຍົມຢ່າງໜັກແໜ້ນ, ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງໃຫ້ແກ່ລະບອບປະຊາທິປະໄຕປະຊາຊົນ. ສະຫາຍໄດ້ເນັ້ນຕື່ມໃຫ້ຄະນະບໍລິຫານງານພັກເມືອງກະລຶມ ສະໄໝທີ X ຊີ້ນໍາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ເປັນແຜນງານ, ໂຄງການ ແລະ ແຜນການລະອຽດ ເຂົ້າສູ່ຊີວິດຕົວຈິງໃນທົ່ວລະບົບການເມືອງນັບແຕ່ຂັ້ນເມືອງລົງຮອດຮາກຖານບ້ານ; ປັບປຸງແບບແຜນນໍາພາ-ວິທີເຮັດວຽກ, ແບ່ງວຽກ-ແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານພັກເມືອງ ໃຫ້ລະອຽດ ແລະ ຈະແຈ້ງ; ຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດບັນດາຫຼັກການ, ລະບອບແບບແຜນວິທີນຳພາຂອງພັກ, ເຊີດຊູຄວາມເປັນເຈົ້າການຕໍ່ໜ້າທີ່ການເມືອງ, ທຸ້ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້ຄວາມສາມາດ ແລະ ມີຄວາມເສຍສະຫລະ ເພື່ອເຮັດສໍາເລັດໜ້າທີ່ ທີ່ຖືກມອບໝາຍ; ເພີ່ມທະວີແບບແຜນນຳພາອັນເປັນມູນເຊື້ອຂອງພັກ, ໃກ້ຊິດຕິດແທດກັບປະຊາຊົນ, ອີງໃສ່ກຳລັງແຮງຂອງປະຊາຊົນ ແລະ ເຮັດທຸກສິ່ງທຸກຢ່າງ ເພື່ອຜົນປະໂຫຍດລວມຂອງປະເທດຊາດ ແລະ ຂອງປະຊາຊົນ; ຫັນພະນັກງານລົງສູ່ຮາກຖານ ເພື່ອນຳພາປະຊາຊົນພັດທະນາ, ສ້າງການຫັນປ່ຽນໃໝ່ຢູ່ຮາກຖານ; ກຳຈັດປັດເປົ່າທັດສະນະຮູບການ, ອວດອົ່ງທະນົງຕົວ, ບົ່ງການ ແລະ ທັດສະນະເອື່ອຍອີງໃສ່ແຕ່ໝູ່ຄະນະ, ແກ້ຕົວ, ຫຼີກລ້ຽງຄວາມຮັບຜິດຊອບ. ພ້ອມທັງ ຕີຖອຍທ່າອຽງ ແລະ ຄວາມພະຍາຍາມສວຍໃຊ້ແບບແຜນນຳພາເປັນໝູ່ຄະນະ ໃຫ້ກາຍເປັນການສ້າງກຸ່ມ, ສ້າງພວກ ເພື່ອມີບົດບາດຄອບງຳໃນການນຳພາ ຫຼື ຕົກລົງບັນຫາຕ່າງໆ ທີ່ຂັດກັບກົດໝາຍ; ເຊີດຊູຄວາມເປັນແບບຢ່າງໃນການດໍາລົງຊີວິດ ທີ່ປອດໃສ, ປະຢັດ, ຕ້ານການຟຸມເຟືອຍ, ເປັນແບບຢ່າງໃນການປະຕິບັດກົດລະບຽບພັກ, ກົດໝາຍ ແລະ ລະບຽບການຕ່າງໆ; ສຸມໃສ່ພັດທະນາພື້ນຖານໂຄງລ່າງ, ຍູ້ແຮງຂະບວນການຜະລິດກະສິກໍາ ເພື່ອຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າສົ່ງອອກຢ່າງມີຈຸດສຸມ; ພັດທະນາ ແລະ ຍົກລະດັບສີມືແຮງງານ ທາງດ້ານເຕັກນິກ-ວິຊາການ ໃຫ້ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ຂອງບັນດາຂະແໜງການຕ່າງໆ.
(ຂ່າວ-ພາບ: ສັນຍາ)
(ຂ່າວ-ພາບ: ສັນຍາ)