ພິທີເຊັນຍາສໍາປະທານເນື້ອທີ່ດິນເພື່ອຂຸດຄົ້ນ ແລະ ສ້າງຕັ້ງໂຮງງານປຸງແຕ່ງຫີນອ່ອນມາໂບ້ (Marble) ຢູ່ບ້ານນາດີ ເມືອງມະຫາໄຊ ແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ7 ມີນາຜ່ານມາ ທີ່ແຂວງຄໍາມ່ວນ, ຝ່າຍອົງການປົກຄອງແຂວງຕາງໜ້າເຊັນໂດຍ ທ່ານ ໝັ້ນຍືນ ຄີນສະໝອນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຝ່າຍບໍລິສັດ (ຜູ້ລົງທຶນ) ຕາງໜ້າ ໂດຍທ່ານ ນາງ ມະນີວັນ ໄຊຍະຈັກ ປະທານບໍລິສັດ ຟູເປົ່າການຄ້າ ແລະ ພັດທະນາກະສິກຳ ຈຳກັດຜູ້ດຽວ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານມີ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງແຂວງຄໍາມ່ວນ, ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນພິທີໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຄໍາມ່ວນ ວ່າດ້ວຍການອະນຸມັດໃຫ້ ບໍລິສັດ ຟູເປົ່າການຄ້າ ແລະ ພັດທະນາກະສິກຳ ຈຳກັດຜູ້ດຽວ ເຊັນສັນຍາວ່າດ້ວຍການຂຸດຄົ້ນ ແລະ ສ້າງຕັ້ງໂຮງງານປຸງແຕ່ງຫີນອ່ອນ ມາໂບ້ ຢູ່ບ້ານນາດີ ເມືອງມະຫາໄຊ ແຂວງຄຳມ່ວນ, ມີເນື້ອທີ່ 4 ເຮັກຕາ, ກໍານົດເວລາໃນການສຳປະທານ 5 ປີ ແລະ ສາມາດຕໍ່ໄດ້ຕາມລະບຽບກົດໝາຍ. ສໍາລັບບາດກ້າວດຳເນີນໂຄງການຈັດແບ່ງເປັນແຕ່ລະໄລຍະຕົວຈິງຄື: ບຸກເບີກສະຖານທີ່ຂຸດຄົ້ນ ແລະ ເກັບມ້ຽນຫີນອ່ອນມາໂບ້, ກໍ່ສ້າງເສັ້ນທາງເຂົ້າສູ່ສະຖານທີ່ທຳການຂຸດຄົ້ນ ແລະ ກໍ່ສ້າງຫ້ອງການ, ຕິດຕັ້ງອຸປະກອນ ແລະ ເຄື່ອງຈັກ, ດຳເນີນການຜະລິດ-ຈໍາໜ່າຍ ແລະ ດຳເນີນກິດຈະກຳອື່ນໆ ທີ່ຕິດພັນ. ສ່ວນການລົງທຶນຂອງໂຄງການມີມູນຄ່າທັງໝົດ 1,100,000 ໂດລາສະຫະລັດ ຊຶ່ງເປັນຮູບການລົງທຶນພາຍໃນ 100%.
(ຂ່າວ: ກອງຄໍາ)