ໂດຍ: ແສງຈັນ
ຄືດັ່ງບັນດາປະເທດໃນໂລກ, ສປປ ລາວ ກໍເປັນປະເທດໜຶ່ງທີ່ໃຫ້ຄວາມເອົາໃຈໃສ່ຕໍ່ແມ່ຍິງ ຊຶ່ງພັກ-ລັດເຮົາ ຍາມໃດກໍເອົາໃຈໃສ່ຕໍ່ແມ່ຍິງລາວບັນດາເຜົ່າ ຊຶ່ງໃນໂອກາດສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ (8 ມີນາ 1910 – 8 ມີນາ 2025) ທ່ານ ນາງ ອິນລາວັນແກ້ວບຸນພັນກໍາມະການສູນກາງພັກຮອງເລຂາຄະນະພັກຮອງປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ສຳພາດຕໍ່ໜັງສືພິມປະຊາຊົນ ທີ່ນະຄອນຫຼວງວຽງຈັນ ເມື່ອຕົ້ນເດືອນນີ້ ໂດຍໃຫ້ຮູ້ວ່າ: ພັກ-ລັດເຮົາ ຍາມໃດກໍເອົາໃຈໃສ່ຕໍ່ສົ່ງເສີມຄວາມກ້າວໜ້າ ແລະ ປົກປ້ອງດມ່ຍິງລາວບັນດາເຜົ່າ.
ນັບແຕ່ມີການຮັບຮອງເອົາ ວັນທີ 8 ມີນາ ເປັນວັນແມ່ຍິງສາກົນ ນັບແຕ່ເວລານັ້ນມາ, ພໍເຖິງວັນທີ 8 ມີນາ ຂອງທຸກໆປີ ໂດຍສະເພາະຫຼາຍສິບປີຜ່ານມານີ້ ແມ່ຍິງລາວບັນດາເຜົ່າ ໄດ້ຈັດຕັ້ງສະເຫຼີມສະຫຼອງວັນດັ່ງກ່າວ ຕິດພັນກັບບັນດາແມ່ຍິງຂອງບັນດາປະເທດໃນໂລກ; ທ່ານ ອິນລາວັນແກ້ວບຸນພັນ ກ່າວວ່າ: ການສະເຫຼີມສະຫຼອງແຕ່ລະປີເປັນການລະນຶກເຖິງແມ່ຍິງທີ່ໄດ້ເສຍສະຫຼະຊີວິດຕົນເອງເພື່ອຊາວກໍາມະກອນໃນທົ່ວໂລກຊຶ່ງບໍ່ພຽງແຕ່ເອື້ອຍນ້ອງແມ່ຍິງເທົ່ານັ້ນແຕ່ຍັງລວມເຖິງກໍາມະກອນທີ່ເປັນເພດຊາຍກໍໄດ້ຜົນປະໂຫຍດເຊັ່ນກັນ. ໃນແຕ່ລະປີ,ກໍໄດ້ຈັດກອງປະຊຸມຕ່າງໆເພື່ອປຶກສາຫາລືກ່ຽວກັບວຽກງານແມ່ຍິງເປັນອັນສະເພາະແລະໄດ້ວາງຄໍາຂັວນເພື່ອສູ້ຊົນຈັດຕັ້ງປະຕິບັດໃຫ້ສໍາເລັດເປັນຕົ້ນມີສົນທິສັນຍາແມ່ຍິງແລະເດັກນ້ອຍ, ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ,ເດັກຍິງ ແລະອື່ນໆ;ໃນທົ່ວໂລກໄດ້ມີຄະນະກໍາມະການສາກົນທີ່ເວົ້າເລື່ອງວຽກແມ່ຍິງ.ສໍາລັບສປປລາວ,ກໍໄດ້ມີຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ,ແມ່ແລະເດັກ(ຄຊກມດ),ແຕ່ລະໄລຍະໄດ້ວາງທິດທາງນໍາພາແມ່ຍິງໃຫ້ໄດ້ມີການເຄື່ອນໄຫວ; ສຳລັບຄໍາຂັວນການສະເຫຼີມສະຫຼອງວັນແມ່ຍິງສາກົນປີ2025ຄົບຮອບ115 ປີ: “ສິດທິຄວາມສະເໝີພາບແລະການສ້າງຄວາມເຂັ້ມແຂງສໍາລັບແມ່ຍິງແລະເດັກຍິງທຸກຄົນ”.
ນັບຕັ້ງແຕ່ມີພັກນໍາພາ,ພັກໄດ້ວາງແນວທາງ ແລະ ກໍານົດແຕ່ຫົວທີແລ້ວ; ຖ້າຢ້ອນໄປເບິ່ງໃນກອງປະຊຸມໃຫຍ່ ຄັ້ງທີ Iຂອງພັກປະຊົນລາວ (ພັກປະຊາຊົນປະຕິວັດລາວ) ກໍໄດ້ວາງນະໂຍບາຍພື້ນຖານ ແລະ ໂຄງການດຳເນີນງານ ຊຶ່ງແມ່ນໂຄງການການເມືອງ12ຂໍ້ຂອງພັກ ໂດຍໃນນີ້ ຂໍ້ 7 “ປະຕິບັດສິດສະເໝີພາບ ລະຫວ່າງ ເພດຍິງ ກັບ ເພດຊາຍ, ປະຕິບັດນະໂຍບາຍສະເໝີພາບ...”; ສະນັ້ນ, ຈຶ່ງເຮັດໃຫ້ແມ່ຍິງດໍາລົງຊີວິດພາຍໃຕ້ການນໍາພາຂອງພັກ ໄດ້ຊີວິດການເປັນຢູ່ນັບມື້ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ,ແມ່ຍິງໄດ້ມີສິດແລະປະກອບສ່ວນໃນທຸກຂົງເຂດວຽກງານເປັນຕົ້ນດ້ານການເມືອງ,ການທະຫານ, ດ້ານເສດຖະກິດ-ສັງຄົມນັບມື້ໄດ້ປະກອບສ່ວນຢ່າງເຕັມສ່ວນ.ປະທານໄກສອນພົມວິຫານໄດ້ກ່າວໃນກອງປະຊຸມໃຫຍ່ສະຫະພັນແມ່ຍິງຄັ້ງທີIວ່າ: ເອື້ອຍນ້ອງແມ່ຍິງບໍ່ພຽງແຕ່ເປັນກໍາລັງແຮງທີ່ສໍາຄັນແຕ່ຍັງເປັນກໍາລັງແຮງສໍາໜຶ່ງຂອງສັງຄົມໂດຍສະເພາະເປັນຜູ້ໃຫ້ກໍາເນີດຊັບພະຍາກອນມະນຸດໃນການພັດທະນາປະເທດຊາດ(ເກີດລູກ) ທີ່ຜູ້ຊາຍເຮັດບໍ່ໄດ້.
ໃນໂອກາດນີ້, ທ່ານ ອິນລາວັນແກ້ວບຸນພັນ ຍັງໄດ້ສະແດງຄວາມຄວາມພາກພູມໃຈເປັນຢ່າງຍິ່ງທີ່ພັກ-ລັດຍາມໃດກໍໄດ້ສົ່ງເສີມແລະເອົາໃຈໃສ່ຕໍ່ແມ່ຍິງລາວບັນດາເຜົ່າ ນັບມື້ນັບຫຼາຍຂຶ້ນ ຊຶ່ງສະແດງອອກໃນການວາງທິດທາງການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ເຫັນໄດ້ຄວາມສໍາຄັນຂອງແມ່ຍິງໃນການປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ. ພ້ອມດຽວກັນນີ້, ກໍໄດ້ຮຽກຮ້ອງເຖິງເອື້ອຍນ້ອງແມ່ຍິງລາວບັນດາເຜົ່າແລະແມ່ຍິງຢູ່ທຸກໆອົງການຈັດຕັ້ງຈົ່ງຝຶກຝົນຕົນເອງຕັ້ງໜ້າປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານຄຽງບ່າຄຽງໄຫຼ່ກັບເພດຊາຍຢ່າງປະດິດສ້າງແລະຈົ່ງມີຄວາມພາກພູມໃຈໃນການເປັນເພດຍິງ.
ທ່ານນາງອິນລາວັນແກ້ວບຸນພັນຍັງໄດ້ອວຍໄຊໃຫ້ພອນແດ່ແມ່ຍິງລາວບັນດາເຜົ່າກໍຄືແມ່ຍິງທີ່ພວມປະຕິບັດໜ້າທີ່ວຽກງານ, ຜູ້ທີ່ກໍາລັງປິ່ນປົວກໍຈົ່ງມີສຸຂະພາບແຂງແຮງ, ອາຍຸໝັ້ນຂວັນຍືນແລະມີຜົນສໍາເລັດຢ່າງຈົບງາມແລະຂໍໃຫ້ເອື້ອຍນ້ອງແມ່ຍິງຂອງພວກເຮົາຈົ່ງກ້າວຂຶ້ນທັນກັບສະພາບການຂອງໂລກກໍຄືພາກພື້ນ.