ຂ່າວສານຊີອາໄອ ລາຍງານວ່າ: ໃນວັນທີ 8 ມີນາຜ່ານມາ, ກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງກອງປະຊຸມຄັ້ງທີ 3 ຂອງສະພາປະຊາຊົນແຫ່ງຊາດຈີນ ຊຸດທີ 14 ໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງຂອງຈີນ. ກອງປະຊຸມໄດ້ຮັບຟັງ ແລະ ພິຈາລະນາບົດລາຍງານວຽກງານຂອງຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນ, ບົດລາຍງານວຽກງານຂອງສານປະຊາຊົນສູງສຸດ ແລະ ບົດລາຍງານວຽກງານຂອງອົງການໄອຍະການປະຊາຊົນສູງສຸດ.
ໂດຍໄດ້ຮັບການມອບໝາຍຈາກຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນ, ທ່ານ ຈ້າວເລີ້ຈີ້ ປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນ ໄດ້ລາຍງານວຽກງານຕໍ່ກອງປະຊຸມ. ທ່ານ ຈ້າວເລີ້ຈີ້ ກ່າວວ່າ: ວຽກງານດ້ານຕ່າງໆ ຂອງຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນ ໄດ້ຮັບຄວາມຄືບໜ້າ ແລະ ມີປະສິດທິຜົນອັນໃໝ່ ຄື:
ໜຶ່ງ, ໄດ້ເພີ່ມທະວີການປະຕິບັດ ແລະ ຕິດຕາມກວດກາການປະຕິບັດລັດຖະທຳມະນູນ, ປົກປ້ອງຄວາມສັກສິດ ແລະ ກຽດສັກສີຂອງລັດຖະທຳມະນູນ;
ສອງ, ປະຕິບັດໜ້າທີ່ຮັບຜິດຊອບດ້ານນິຕິບັນຍັດຢ່າງຕັ້ງໃຈ, ປັບປຸງລະບົບກົດໝາຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃຫ້ສົມບູນຂຶ້ນເລື້ອຍໆ;
ສາມ, ປະຕິບັດສິດໃນການກວດກາຕາມກົດໝາຍ, ເສີມຂະຫຍາຍບົດບາດສຳຄັນຂອງການຕິດຕາມກວດກາທາງສະພາປະຊາຊົນໃນລະບົບການຕິດຕາມກວດກາຂອງພັກ ແລະ ລັດ;
ສີ່, ເພີ່ມທະວີ ແລະ ປັບປຸງວຽກງານຂອງຜູ້ແທນປະຊາຊົນ, ສະໜັບສະໜູນ ແລະ ຮັບປະກັນໃຫ້ຜູ້ແທນປະຊາຊົນປະຕິບັດໜ້າທີ່ຕາມກົດໝາຍ;
ຫ້າ, ດຳເນີນການໄປ-ມາຫາສູ່ກັບພາຍນອກຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ, ເປັນເຈົ້າການຮັບໃຊ້ສະພາບລວມແຫ່ງວຽກງານການຕ່າງປະເທດຂອງລັດ;
ຫົກ, ເພີ່ມທະວີການກໍ່ສ້າງຕົນເອງຂອງຄະນະປະຈຳສະພາຢ່າງຮອບດ້ານ, ຍົກລະດັບຄວາມສາ ມາດ ແລະ ລະດັບການປະຕິບັດໜ້າທີ່ຕາມກົດໝາຍ.
ນອກນີ້, ກອງປະຊຸມຍັງໄດ້ຮັບຟັງ ແລະ ພິຈາລະນາ ບົດລາຍງານວຽກງານຂອງສານປະຊາຊົນສູງສຸດ ແລະ ບົດລາຍງານວຽກງານຂອງອົງການໄອຍະການປະຊາຊົນສູງສຸດ.