ຂ່າວສານຊີອາໄອລາຍງານໃນວັນທີ 8 ມີນາ ຜ່ານມາວ່າ: ຄະນະກຳມະການໂອແລັມປິກສາກົນຈະເລືອກຕັ້ງປະທານຄົນໃໝ່ໃນວັນທີ 20 ມີນານີ້, ທ່ານໂທມາສ ບາສ ປະທານຄະນະກຳມະການໂອແລັມປິກສາກົນຄົນປັດຈຸບັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວຫຼາຍປະເທດຜ່ານທາງອອນລາຍໃນວັນທີ 7 ມີນາ ຜ່ານມມານີ້ ໂດຍກ່າວວ່າ: ຄະນະກຳມະການໂອແລັມປິກສາກົນພວມຄົ້ນຄວ້າການປະຕິຮູບກ່ຽວກັບສິດ ແລະຜົນປະໂຫຍດຂອງຜູ້ອຸປະຖຳ, ຜູ້ອຸປະຖຳອາດຈະມີໂອກາດວາງສະແດງຫຼາຍກວ່າເກົ່າຢູ່ເວທີງານກິລາໂອແລັມປິກໃນອະນາຄົດ.
ກົດບັດໂອແລັມປິກກຳນົດວ່າ: ພາຍໃນຫໍ ແລະສະໜາມກິລາຂອງງານກິລາໂອແລັມປິກຫ້າມບໍ່ໃຫ້ມີການໂຄສະນາ ຫຼື ກິດຈະກຳໂຄສະນາໃນຮູບແບບໃດໆເອີ້ນວ່າ “ຫຼັກການສະໜາມສະອາດ”.
ທ່ານໂທມາສ ບາສ ກ່າວວ່າ: ເຖິງວ່າພວກເຮົາຢຶດໝັ້ນຫຼັກການ“ຫຼັກການສະໜາມສະອາດ”ຢ່າງສະເໝີຕົ້ນສະເໝີປາຍກໍຕາມ, ແຕ່ພວມພິຈາລະນາປັບປຸງນະໂຍບາຍທີ່ມີຢູ່ແລ້ວໃຫ້ກາຍເປັນນະໂຍບາຍ “ສະໜາມແຂ່ງຂັນທີ່ສະອາດ”ທີ່ຄ່ອງແຄ້ວກວ່າເກົ່າ. ນີ້ໝາຍຄວາມວ່າພາຍໃນຫໍ ແລະສະໜາມກິລາ, ພວກເຮົາຈະຜ່ອນຄາຍຄວາມຈຳກັດດ້ານການວາງສະແດງການຄ້າ, ຈະຈັດຕັ້ງປະຕິບັດແຜນການອຸປະຖຳທີ່ຄ່ອງແຄ້ວກວ່າເກົ່າຢູ່ງານກິລາໂອແລັມປິກລອສແອງເຈີລິສ, ໃນຂະນະທີ່ຢຶດໝັ້ນຄວາມບໍລິສຸດຂອງສະໜາມແຂ່ງຂັນ, ຍັງຈະສ້າງໂອກາດວາງສະແດງຫຼາຍກວ່າເກົ່າໃຫ້ແກ່ຜູ້ອຸປະຖຳອີກດ້ວຍ.