LaosEdu ເປັນແນວທາງໃໝ່ຂອງການສຶກສາທີ່ທັນສະໄໝ ຊຶ່ງສອດຄ່ອງກັບຍຸກປັດຈຸບັນ ທີ່ມີການພັດທະນາເຕັກນິກ ການສິດສອນ ໃຫ້ນັບມື້ນັບດີຂຶ້ນ ເຮັດໃຫ້ຂະແໜງການສຶກສາ ສາມາດນຳໃຊ້ອຸປະກອນເຕັກໂນໂລຊີ ເຂົ້າມາ ເພື່ອຊ່ວຍເຮັດໃຫ້ການຮຽນ-ການສອນ, ການຮຽນຮູ້ຂອງນັກຮຽນມີຄວາມສະດວກ, ມີປະສິດທິພາບ ແລະ ມີຄຸນນະພາບທີ່ດີຂຶ້ນ. ໂດຍສະເພາະໃນຍຸກຂອງການພັດທະນາແບບ 4.0, ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການຮຽນ ໄດ້ສ້າງຈຸດຫັນປ່ຽນອັນໃຫຍ່ຫຼວງໃນຂະແໜງການສຶກສາ.
ແລ້ວເຫດຜົນທີ່ຄວນໃຊ້ເຕັກໂນໂລຍີເຂົ້າໃນການສຶກສາ ມີຫຍັງແດ່? ທ່ານສາມາດສຶກສາໄປພ້ອມໆກັບ Unitel ຜ່ານບົດຄວາມນີ້ເລີຍ!.
1. ສະພາບການສຶກສາໃນປັດຈຸບັນ ແລະ ການນຳໃຊ້ເຕັກໂນໂລຊີ ການສຶກສາ
ອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງສະຫະປະຊາຊາດ UNESCO ໃຫ້ການຄາດຄະເນວ່າ: ເຕັກໂນໂລຊີຂໍ້ມູນຂ່າວສານ (IT) ຈະປ່ຽນແປງການສຶກສາໃນພື້ນຖານ ແລະ ຮອບດ້ານ, ມີລະບົບ ແລະ ມີຄວາມເຊື່ອມໂຍງເຂົ້າກັນໄດ້ດີທີ່ສຸດໃນຕົ້ນສະຕະວັດທີ XXI. ເລື່ອງນີ້, ເຮັດໃຫ້ຕ້ອງຫັນເບິ່ງຄືນ ກ່ຽວກັບຄຸນຄ່າ ແລະ ຄວາມໝາຍຄວາມສຳຄັນຂອງການຮຽນການສອນ (ການສຶກສາທົ່ວໄປ) ພາຍໃຕ້ສອງປັດໄຈຫຼັກ ລະຫວ່າງ ການພັດທະນາເຕັກໂນໂລຊີ ແລະ ການປ່ຽນແປງວິທີການຮຽນການສອນໃນຂົງເຂດການສຶກສາ.
ເພື່ອແກ້ໄຂ "ບັນຫາທີ່ເປັນຂໍ້ຂັດແຍ່ງຫຼັກ" ສິ່ງທີ່ຂາດບໍ່ໄດ້ ກໍຄືຂໍ້ມູນຂ່າວສານ (IT) ທີ່ຈະເຂົ້າມາຊ່ວຍແກ້ໄຂບັນຫາທີ່ນັບມື້ນັບຕ້ອງໄດ້ເອົາໃຈໃສ່ຄື:
- ການຂະຫຍາຍຕົວ ແລະ ເຄື່ອນຍ້າຍປະຊາກອນ, ຄວາມສາມາດໃນການປັບຕົວເຂົ້າກັບການປ່ຽນແປງວຽກໃໝ່, ອາຊີບໃໝ່ ໃນໄລຍະທີ່ມີການປ່ຽນແປງ ເພື່ອໃຫ້ທຸກຄົນສາມາດສຶກສາຮຽນຮູ້ໄດ້ຕະຫຼອດຊີວິດ;
- ຄວາມສະເໝີພາບ ເທົ່າທຽມໃນການເຂົ້າເຖິງຂໍ້ມູນ ແລະ ຄວາມຕ້ອງການທີ່ຫຼາກຫຼາຍ, ບໍ່ຈໍາກັດຕໍ່ການສຶກສາ ແລະ ເຂົ້າເຖິງຄວາມຮູ້ ຫຼື ສິ່ງໃໝ່ໆ;
- ຄວາມສາມາດແຂ່ງຂັນທາງດ້ານປະລິມານ ແລະ ຄຸນນະພາບ ຂອງຊັບພະຍາກອນມະນຸດ (ພົນລະເມືອງດີຈີຕອນ);
- ເພື່ອສ້າງຄວາມຮັ່ງມີ ແລະ “ກໍ່ເກີດ” ຄວາມຮູ້; ປະສົບຜົນສຳເລັດໃນວຽກງານການສືກສາ, ການຝຶກອົບຮົບຕ່າງໆ ແມ່ນຕ້ອງອີງໃສ່ຄວາມຮູ້ ຄວາມສາມາດຂອງນັກຮຽນ-ນັກສຶກສາຮຸ່ນຕໍ່ໆໄປ ໃນສະຕະວັດທີ 21.
ໃນນັ້ນ, ພັກ ແລະ ລັດໄດ້ກຳນົດວ່າ: “ການສຶກສາ ແມ່ນນະໂຍບາຍອັນດັບໜຶ່ງຂອງຊາດ...; ການລົງທຶນໃນການສຶກສາ ແມ່ນການລົງທຶນໃນການພັດທະນາ.” ເພື່ອໃຫ້ແທດເໝາະກັບແນວທາງການພັດທະນາລວມຂອງສັງຄົມ ໃນໄລຍະຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງປະເທດຊາດ, ຈຳເປັນຕ້ອງປ່ຽນແປງຂະບວນການສຶກສາແບບພື້ນຖານ ຕາມແນວທາງນຳໃຊ້ເຕັກໂນໂລຊີແບບໃໝ່ ແລະ ຊຸກຍູ້ສົ່ງເສີມຜູ້ທີ່ຮ່ຳຮຽນ ເພື່ອຍົກສູງຄຸນນະພາບການສຶກສາໃຫ້ດີຂື້ນ.
2. ທ່າອ່ຽງເຕັກໂນໂລຊີການສຶກສາໃນປັດຈຸບັນ
ແນວທາງການຮຽນ-ການສອນ ແບບ Smart ໄດ້ຖືກເວົ້າເຖິງຕັ້ງແຕ່ຕົ້ນສະຕະວັດທີ 21 ເປັນຕົ້ນມາ, ຊຶ່ງໄດ້ຮັບການຄົ້ນຄວ້າ ແລະ ພັດທະນາຫຼາກຫຼາຍຮູບແບບແຕກຕ່າງການ. ໃນນັ້ນ, ແມ່ນເນັ້ນໜັກໃສ່ການຫັນປ່ຽນ ຈາກຮູບແບບການຮຽນ-ການສອນແບບດັ້ງເດີມ ຫັນມາໃຊ້ເຕັກໂນໂລຢີແບບໃໝ່ ເຂົ້າໃນການສຶກສາ.
ການສຶກສາແບບ "SMARTER Education", ແມ່ນມີອົງປະກອບ ແລະ ສ້າງຂຶ້ນເປັນລະບົບທັງໝົດ, ມີການເຄື່ອນໄຫວໂຕ້ຕອບ, ສົ່ງເສີມຂະບວນການດ້ານການສຶກສາ ໃຫ້ມີຄຸນນະພາບ ແລະ ປະສິດທິພາບຍິ່ງຂຶ້ນ. ໃນອົງປະກອບທີ່ເວົ້າມາດ້ານເທິງນັ້ນ, ລວມມີ: S (self-directed): ສາມາດຊີ້ນຳດ້ວຍຕົນເອງ; M (motivated): ສ້າງແຮງຈູງໃຈ; A (adaptive): ປັບຕົວໄດ້ສູງ; R (resources): ຊັບພະຍາກອນ, ເອກະສານ, ອຸປະກອນການຮຽນອື່ນໆ; T (technology): ອີງໃສ່ແພັດຟອມເຕັກໂນໂລຊີ; E (engagement): ຊຸກຍູ້ການມີສ່ວນຮ່ວມ; R (relevance): ຄວາມເຂົ້າກັນໄດ້. ຮູບແບບການສຶກສານີ້, ອາດສົ່ງຜົນໃນຫຼາຍດ້ານ ຕໍ່ຂະບວນການສຶກສາດັ່ງຕໍ່ໄປນີ້:
- ການປ່ຽນແປງຕາມສິ່ງທີ່ນັກຮຽນຄາດຫວັງ ແລະ ຄວາມສາມາດຈາກທາງໂຮງຮຽນ ທີ່ຈະຊ່ວຍສະໜອງແກ່ນັກຮຽນ (ຄວາມສາມາດໃນການປັບຕົວ, ມີວຽກເຮັດງານທຳ ແລະ ສ້າງວຽກເຮັດງານທຳພາຍຫຼັງຮຽນຈົບ; ຄວາມສາມາດໃນການຮັກສາ ແລະ ພັດທະນາວິຊາສະເພາະ...);
- ຄວາມຫຼາກຫຼາຍໃນການຫັນປ່ຽນ "ຜະລິດຕະພັນການສຶກສາ", ໃນຂະບວນການຫັນປ່ຽນນີ້ ຕ້ອງໄດ້ອີງໃສ່ຖານຂໍ້ມູນຂະໜາດໃຫຍ່ ເພື່ອຮັບປະກັນ ແລະ ຍົກສູງຄຸນນະພາບການສຶກສາ, ປັນຍາປະດິດ ໃຫ້ສອດຄ່ອງກັບຄຸນຄ່າການສຶກສາ;
- ການປ່ຽນແປງໃນການພົວພັນວຽກງານ, ພາລະບົດບາດ, ຕໍາແໜ່ງ, ໜ້າທີ່ຂອງຄູ ແລະ ນັກຮຽນ ໃນຂະບວນການຮຽນ-ການສອນ ແລະ ພາຍໃນລະບົບນິເວດການສຶກສາ;
- ການປ່ຽນແປງສະພາບແວດລ້ອມໃນການຮຽນ-ການສອນ ແລະ ວິທະຍາເຂດ ດ້ວຍອຸປະກອນການຮຽນທີ່ມີປະສິດທິຜົນຫຼາກຫຼາຍຂຶ້ນ;
- ການປ່ຽນແປງຮູບແບບການຄຸ້ມຄອງ, ການບໍລິຫານໃນຂົງເຂດການສຶກສາ ແລະ ການສອນເທິງແພັດຟອມດິຈິຕອນແບບໃໝ່.
ໂດຍພື້ນຖານ, ໃນການນຳໃຊ້ເຕັກໂນໂລຊີແບບໃໝ່ ເຂົ້າຊ່ວຍນີ້ ແມ່ນຈະນຳໃຊ້ການສຶກສາແບບ Smart ແຕ່ຕ້ອງສ້າງຂໍ້ແຕກຕ່າງກັບແບບເກົ່າຂຶ້ນນມາຢ່າງສິ້ນເຊີງ ເຊັ່ນ: “ເຄື່ອງແບບ”, ຊີ້ໃຫ້ເຫັນເຖິງຄວາມແຕກຕ່າງ, ຄວາມເປັນເອກະລາດສະເພາະບຸກຄົນສູງ. ລະບົບຈະເຊື່ອມຕໍ່ຄົນ-ຂໍ້ມູນຂ່າວສານ-ວັດຖຸ, ເຄື່ອງຈັກ ປະກອບເຂົ້າເປັນລະບົບຕ່ອງໂສ້ໝູນໃຊ້ເຂົ້າໃນການຮຽນຮູ້, ຄົ້ນຄວ້າ ແລະ ຖ່າຍທອດເຕັກໂນໂລຊີ, ຊຸກຍູ້ຂະບວນການຫັນປ່ຽນຂອງບັນດາສະຖາບັນການສຶກສາ ໃຫ້ກາຍເປັນລະບົບນິເວດປະດິດສ້າງ.

2.1. ແພັດຟອມການສຶກສາແບບດີຈິຕອນ (Digital education platform)
ໃນປີ 2012, UNESCO ໄດ້ແນະນໍາແນວທາງ ແລະ ຄວາມເປັນໄປໄດ້ຂອງການສຶກສານອກຫ້ອງຮຽນ ໂດຍຂ້າມຜ່ານການສຶກສາແບບດັ້ງເດີມ ເພື່ອກ້າວເຂົ້າສູ່ການສຶກສາແບບ “ຢັ້ງຍືນ” ແລະ “ຄຽງຄູ່ກັບການໃຊ້ຊີວິດ” (Life-long and life –wide learning), ສ້າງຄວາມສະເໝີພາບ, ໂອກາດ ໃນການເຂົ້າເຖິງການສຶກສາສໍາລັບທຸກຄົນ. ດ້ວຍວິທີການນີ້, ຈະນຳໄປສູ່ວິທີການຮຽນ-ການສອນ ຕາມຮູບແບບໃໝ່ (ແພັດຟອມການແລກປ່ຽນຄວາມຮູ້ຢ່າງເປັນທາງການ ຫຼື ບໍ່ເປັນທາງການ ແລະ ເປັນການເປີດກວ້າງສັງຄົມ), ແລະ ຈັດວາງເຂົ້າໃນປະເພດການສຶກສາແບບດີຈິຕອນ, ລວມມີບາງແພັດຟອມດັ່ງລຸ່ມນີ້:
- E-learning (Electronic learning): ການຮຽນຮູ້ແບບອີເລັກໂຕຣນິກ (ຮຽນແບບອອນລາຍ) ບໍ່ຈຳກັດສະຖານທີ່ການສຶກສາເຊັ່ນ: ສາມາດຮຽນໄດ້ທຸກທີ່ທຸກເວລາ, ເປີດກວ້າງການຮຽນຮູ້, ມີຄວາມສອດຄ່ອງ, ເຊື່ອມໂຍງແບບປະສິດທິພາບ ລະຫວ່າງວິຊາທີ່ຮຽນ ແລະ ຂໍ້ມູນຂ່າວສານ, ຄວາມຮູ້ອື່ນໆ.
- M-learning (Mobile learning): ການຮຽນຮູ້ຜ່ານໂທລະສັບມືຖື ສາມາດຕອບສະໜອງຄວາມຕ້ອງການການຮຽນຮູ້ ແລະ ການພັດທະນາຄວາມຮູ້ບຸກຄົນໄດ້ດີທີ່ສຸດ.
- U-learning (Ubiquitous learning): ການຮຽນຮູ້ຕາມເວລາຕົວຈິງໃນຄະນະນັ້ນ (just in time) ຊຶ່ງສາມາດຕອບສະໜອງ ແລະ ແບ່ງປັນຂໍ້ມູນຢ່າງວ່ອງໄວ ໃນທຸກພື້ນທີ່, ທຸກເວລາ ແລະ ທຸກສະຖານທີ່ ຕາມຄວາມຕ້ອງການຂອງຜູ້ຮຽນ.
- ລະບົບຫຼັກສູດອອນລາຍ ເພື່ອເປີດກວ້າງການສຶກສາ (Massive Online Open Courses - MOOCs), ລະບົບວິຊາສະເພາະສ່ວນບຸກຄົນ (Small Private Online Courses - SPOCs): ແມ່ນແພັດຟອມຫຼັກສູດອອນລາຍຟຣີ (ຍໍ່ເສຍຄ່າ) ທີ່ຕອບສະໜອງຄວາມຕ້ອງການການຮຽນຮູ້ ຕາມຄວາມສາມາດ, ຕາມຄວາມມັກ ແລະ ສະຖານະການຕົວຈິງຂອງບຸກຄົນ; ເພີ່ມທະວີການເຂົ້າເຖິງ ແລະ ການມີສ່ວນຮ່ວມຂອງຜູ້ຮຽນ ໃນຮູບແບບການສຶກສາແບບອອນລາຍ ເປີດກວ້າງ.
ໂດຍສະເພາະແມ່ນການພັດທະນາຂອງເຕັກໂນໂລຊີ, ການສຶກສາດີຈິຕອນ ຈະຄ່ອຍໆກາຍເປັນການສຶກສາ “ຮູບແບບໃໝ່ຂອງການຮຽນຮູ້” ຊຶ່ງຈະປ່ຽນຮູບແບບການສອນແບບດັ້ງເດີມ ທີ່ມີມາແຕ່ດົນນານ (Top-down) ຫຼື (Bottom - Up) ມາເປັນຮູບແບບເຄືອຂ່າຍທີ່ມີການແບ່ງປັນອອກສູ່ສັງຄົມ (Social sharing) ຊຶ່ງຜູ້ຮຽນຈະກາຍເປັນສູນກາງຂອງການຮຽນຮູ້ໃນໂລກອອນລາຍ.
2.2. ຜູ້ຮຽນໃນລະບົບດີຈີຕອນ (Digital learner)
ອີງຕາມທ່າອ່ຽງທີ່ໄດ້ກ່າວມາດ້ານເທິງນີ້, ໄດ້ຊ່ວຍໃຫ້ຂະບວນການສິດສອນ ນັບມື້ນັບເຂັ້ມແຂງ ແລະ ໄດ້ຈັດແບ່ງອອກຕາມສາຂາດັ່ງນີ້:
- ການສອນຢ່າງເປັນທາງການ ຕາມໂປຼແກມທີ່ຈັດຂຶ້ນ (ລວມທັງການສອນແບບໜ້າຕໍ່ໜ້າ ແລະ ອອນລາຍ);
- ການສອນແບບຕົວຕໍ່ຕົວ (ມີເນື້ອໃນ ແລະ ຮູບແບບການສອນ ຕອບສະໜອງຄວາມຕ້ອງການຂອງບຸກຄົນນັ້ນໆ, ເນັ້ນຄວາມສາມາດ, ຄວາມໄວ ແລະ ຄວາມມັກສ່ວນບຸກຄົນ ... );
- ການສອນແບບກຸ່ມ ໂດຍຈັດຂື້ນສະເພາະກຸ່ມ (ເຊັ່ນ: ພາຍໃນຫ້ອງຮຽນ, ໃນໂຮງຮຽນ…) ແລະ ກຸ່ມແບບອອນລາຍ (ຕອບສະຫນອງຄວາມຕ້ອງການຂອງບຸກຄົນພາຍນອກທີ່ຕ້ອງການເຂົ້າຮ່ວມກຸ່ມ);
- ການສອນແບບສຸ່ມ (ຮຽນຮູ້ບາງສິ່ງບາງຢ່າງ, ຮຽນຮູ້ຈາກໃຜ, ຮຽນຮູ້ໄດ້ທຸກເວລາຕາມຄວາມຕ້ອງການສ່ວນບຸກຄົນ, "ແບບສຸ່ມ, ໂດຍບັງເອີນ").
ຂະບວນການແບບດິີຈິຕອນ ແລະ ຄວາມສະເໝີພາບໃນການເຂົ້າເຖິງການສຶກສາໃນຮູບແບບດີຈິຕອນ ນີ້ເປັນການຊຸກຍູ້ສົ່ງເສີມຜະລິດເນື້ອຫາໃຫ້ຄວາມຮູ້, ຊ່ວຍປ່ຽນແປງເນື້ອໃນການສອນໃນຮູບແບບທົ່ວໄປຄືກ່ອນໜ້ານີ້ ໃຫ້ກາຍເປັນການເກັບຂໍ້ມູນຂັ້ນສູງ (Meta-data), "ເນື້ອຫາແບບຜ່ານໂທລະສັບມືຖື" (Mobile / potable content) ດ້ວຍວິທີການທີ່ແຕກຕ່າງກັນ (ເທິງແພັດຟອມອອນລາຍ) ເພື່ອຕອບສະໜອງຂໍ້ມູນຂ່າວສານຕາມຄວາມຕ້ອງການຂອງສັງຄົມ.

2.3. ຜູ້ສອນໃນລະບົບດີຈີຕອນ (Digital teacher/educator)
ການປະກົດຕົວທ່າອ່ຽງຂອງການນຳໃຊ້ Apps ເພື່ອຮອງຮັບການຮຽນຮູ້ເປັນ "ຄູສອນສະເໝືອນ" ໂດຍນຳໃຊ້ເທັກໂນໂລຍີປັນຍາປະດິດ (AI), ຖານຂໍ້ມູນຂະໜາດໃຫຍ່ (Big Data), ການເຊື່ອມຕໍ່ອິນເຕີເນັດ (IoT), ຄອມພິວເຕີເພື່ອການຮຽນຮູ້ (Learning machine), ການຮຽນຮູ້ແບບລົງເລິກ (Deep learning), Robot ສອນຮຽນ... ວິທີເຫຼົ່ານີ້ຊ່ວຍຂະຫຍາຍພື້ນທີ່ ແລະ ໂອກາດ, ເພີ່ມຄຸນນະພາບຂອງການຮຽນຮູ້ຂອງຜູ້ຮຽນ ພ້ອມກັບຊ່ວຍໃຫ້ "ຜູ້ສອນໃນລະບົບດີຈິຕອນ" ແຂງແຮງຂຶ້ນ ໃນລັກສະນະ: ຈັດຕັ້ງຂະບວນການຮຽນການສອນ (ໃນສະຖາບັນການສຶກສາແບບເປັນທາງການ ແລະ ບໍ່ເປັນທາງການ, ສະໜອງບໍລິການການຮຽນຮູ້ທີ່ຫຼາກຫຼາຍ, ຄຸ້ມຄອງ ແລະ ການຮັບປະກັນຄຸນນະພາບ ...)

2.4. ອຸປະກອນການຮຽນຮູ້ແບບດີຈິຕອນ ( (Digital learning resources)
ຄຽງຄູ່ກັບການຂະຫຍາຍຕົວຂອງອຸດສາຫະກໍາເນື້ອຫາດີຈິຕອນ (DCI), ຂົງເຂດການສຶກສາເວົ້າລວມ, ເວົ້າສະເພາະ ແມ່ນໂອກາດພັດທະນາອຸປະກອນການຮຽນຮູ້ແບບດີຈິຕອນ. ແຫຼ່ງຂໍ້ມູນ, ເນື້ອໃນຄວາມຮູ້ດ້ານການສຶກສາ ທີ່ຖືກນຳເຂົ້າມາແມ່ນເປັນດີຈິຕອນ (ອອກແບບ, ຜະລິດ, ເຜີຍແຜ່, ເກັບຮັກສາ) ແລະ ສົ່ງຕໍ່ດ້ວຍເຄື່ອງມືດີຈິຕອນ ເພື່ອຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນສໍາລັບ "ຄວາມຕ້ອງການທີ່ຫຼາກຫຼາຍ" ແລະ ການໂຕ້ຕອບສໍາລັບຜູ້ຮຽນ. ບົນການພັດທະນາໃນແພັດຟອມ, ເຄື່ອງມືທີ່ຮັບປະກັນວ່າມີເນື້ອຫາຄົບຖ້ວນ, ຫຼາຍຮູບແບບ, ມີການໂຕ້ຕອບສູງ, ນໍາໃຊ້ຄືນໄດ້, ເຂົ້າເຖິງງ່າຍ, ຊອກຫາ, ແບ່ງປັນ ແລະ ປະກອບສ່ວນ… ອຸປະກອນການຮຽນຮູ້ແບບດີຈິຕອນ ກາຍເປັນເປົ້າໝາຍສຳຄັນ ແລະ ວິທີການທີ່ມີປະສິດທິພາບໃນຂະບວນການການສຶກສາ.

ໃນຂະບວນການລະຫວ່າງ ຜູ້ຮຽນ ກັບ ສິ່ງປັນຍາປະດິດ (AI), ການນຳໃຊ້ຫຸ່ນຍົນ Robot ໃນການສອນ, ເທັກໂນໂລຢີການອ່ານໃບໜ້າ (Biometrics), ການຮັບຮູ້ທາງອາລົມ (Emotive recognition)... ແມ່ນຊ່ວຍສ້າງໂອກາດໃນການເຂົ້າເຖິງຂໍ້ມູນໃໝ່ໆ, ຫຼາກຫຼາຍ ແລະ ມີປະສິດທິພາບຫຼາຍຂຶ້ນດ້ວຍການຮຽນຮູ້ໄດ້ດ້ວຍຕົນເອງ ສະເພາະບຸກຄົນ.
ໃນໄລຍະທີ່ຈະມາເຖິງ, ຄາດວ່າເຕັກໂນໂລຊີດ້ານການສຶກສາ ຈະສືບຕໍ່ສ້າງເງື່ອນໄຂສະດວກເພື່ອຈັດຕັ້ງຂະບວນການສຶກສາ ໃຫ້ມີຄຸນນະພາບໃໝ່ຕາມທ່າອ່ຽງດັ່ງນີ້: ເພີ່ມທະວີການພົວພັນລະຫວ່າງບຸກຄົນໃນການຈັດກິດຈະກໍາຂອງນັກຮຽນຕາມແຕ່ລະ “ແພັກເກັດ” ເປີດກວ້າງເນື້ອໃນ, ມີການເຄື່ອນໄຫວ; ເພີ່ມໂອກາດ, ຊ່ວງເວລາ, ເປີດພື້ນທີ່ການຮຽນຮູ້ແບບໃໝ່, ມີຫ້ອງຮຽນສົມໝຸດ; ສ້າງລະບົບຕ່ອງໂສ້ ແລະ ເຊື່ອມຕໍ່ຜູ້ຮຽນ ກັບ ພາກສ່ວນສິດສອນ ແລະ ພາກສ່ວນຮັບສະໝັກ; ສ້າງລະບົບຕ່ອງໂສ້ການເຊື່ອມໂຍງ, ລະບົບນິເວດການສຶກສາທີ່ປ່ຽນໃໝ່ ແລະ ສ້າງສັນ.

3. ເຕັກໂນໂລຊີການສຶກສາ Lao Edu ຂອງ Unitel
ວັນທີ 12 ສິງຫາ 2022, ກະຊວງສຶກສາທິການ ແລະ ກິລາ ຂອງລາວ ແລະ ບໍລິສັດ ສະຕາໂທລະຄົມ (ຢູນິເທວ) ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ “ການຮ່ວມມືຈັດຕັ້ງປະຕິບັດການນຳໃຊ້ລະບົບເຕັກໂນໂລຊີຂໍ້ມູນຂ່າວສານຫັນເປັນດິຈິຕອນ ໃນຂະແໜງການສຶກສາ ແລະ ກິລາລາວ ໃນຍຸກຂອງ ການປະຕິວັດອຸດສາຫະກໍາ 4.0" ເທິງມືຖື.
ອີງຕາມເນື້ອໃນຂອງບົດບັນທຶກຄວາມເຂົ້າໃຈ, ຢູນິເທວ ໄດ້ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາລາວ ຈັດຕັ້ງຮ່ວມມືສະເພາະຄື: ການສ້າງໂຮງຮຽນດີຈີຕອນໃນຍຸກ 4.0 ເຊັ່ນ: ລະບົບການຄຸ້ມຄອງໂຮງຮຽນທົ່ວໄປ (Laos Edu); ລະບົບການຄຸ້ມຄອງໂຮງຮຽນອະນຸບານ (Kid Online); ລະບົບການຮຽນ-ການສອນອອນລາຍ (E Learning); ລະບົບຕິດຕາມການຮຽນທາງອີເລັກໂທຣນິກ (SMS Edu); ລະບົບການຄຸ້ມຄອງແອັບພລິເຄຊັນມືຖື (S-kid).

ຈຸດປະສົງຫຼັກຂອງການພັດທະນາ Unitel smart education ແມ່ນເພື່ອສ້າງ ແລະ ຫັນເປັນວິທະຍາໄລດິຈິຕອນ, ລະບົບນິເວດໃນການສິດສອນ, ການຄົ້ນຄວ້າ ແລະ ການຖ່າຍທອດຜະລິດຕະພັນຕ່າງໆ ໃຫ້ເຂົ້າເຖິງເຕັກໂນໂລຊີ 4.0, ສ້າງການເຊື່ອມຕໍ່ທີ່ເປັນປະໂຫຍດ ລະຫວ່າງ ພາກສ່ວນທີ່ໃຫ້ການສິດສອນ, ຄົ້ນຄວ້າ, ໃຫ້ການສະໜັບສະໜູນຝຶກອົບຮົມ, ວີທະຍາການສູງ, ປ່ຽນໃໝ່ແບບກົງລວມ, ເປັນລະບົບຈາກເຕັກໂນໂລຊີການສອນ ໄປສູ່ການຮຽນຮູ້ ແລະ ການປະຕິບັດຕົວຈິງ, ມີປຶ້ມແບບຮຽນ, ອຸປະກອນການຮຽນຮູ້, ສິ່ງອໍານວຍຄວາມສະດວກ ແລະ ຄວາມສາມາດໃນການເຂົ້າເຖິງເຕັກໂນໂລຊີ ສໍາລັບອາຈານ ແລະ ນັກຄົ້ນຄວ້າ. ບົນພື້ນຖານດັ່ງກ່າວນັ້ນ, ບັນດາສະມາຊິກພາຍໃນໜ່ວຍງານຈະສະເໜີມາດຕະການແກ້ໄຂຢ່າງຕັ້ງໜ້າ ໃຫ້ເໝາະສົມກັບຄຸນລັກສະນະຂອງໜ່ວຍງານຂອງຕົນເອງ.
ຫຼັງຈາກທີ່ພະຍາຍາມຢ່າງຕໍ່ເນື່ອງຫຼາຍປີ, Unitel ໄດ້ກາຍເປັນເຄື່ອງໝາຍການຄ້າທີ່ມີຊື່ສຽງທາງດ້ານໂທລະຄົມມະນາຄົມ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານໃນລາວ. ໃນໄລຍະ 14 ປີແຫ່ງການກໍ່ສ້າງ ແລະ ພັດທະນາ, Unitel ໄດ້ພັດທະນາພື້ນຖານໂຄງລ່າງດ້ານໂທລະຄົມມະນາຄົມທົ່ວປະເທດລາວ; ພ້ອມດຽວກັນນັ້ນ, ກໍມີການພັດທະນາລະບົບເຕັກໂນໂລຊີແບບທັນສະໄໝ, ປະກອບສ່ວນສະໜອງການບໍລິການໂທລະຄົມມະນາຄົມຄຸນນະພາບສູງ ໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ, ປະຕິບັດຍຸດທະສາດການຫັນເປັນດິຈິຕອນຮອບດ້ານຕາມແນວທາງຂອງລັດຖະບານລາວ. ໃນນີ້, LaosEdu ຈະເປັນແຮງຍູ້ໜຸນທີ່ສຳຄັນ ໃນລະບົບການສຶກສາຂອງລາວ ເພື່ອສ້າງການຫັນປ່ຽນທີ່ແຂງແຮງ ແລະ ຕັ້ງໜ້າ ຊ່ວຍໃຫ້ການສຶກສາຂອງປະເທດລາວ ກ້າວໄປສູ້ຄຸນນະພາບໃໝ່ ຕາມແນວທາງນະໂຍບາຍຂອງພັກ-ລັດຖະບານເຮົາ.