Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ວຽກງານການເມືອງ- ແນວຄິດເປັນຂະແໜງວິທະຍາ ສາດສັງຄົມໜຶ່ງທີ່ກະທົບເຂົ້າໃສ່ພາກສ່ວນບັນຊາຂອງຄົນເຮົາ ຊຶ່ງນັບແຕ່ມື້ພັກເຮົາກໍາ ເນີດຂຶ້ນກໍໄດ້ກໍານົດທັດສະນະ ແລະ ຖືເອົາວຽກງານການເມືອງ-ແນວຄິດ ເປັນພາຫະນະອັນແຫຼມຄົມ ເປັນສ່ວນປະກອບໜຶ່ງທີ່ສໍາຄັນໃນການກໍ່ສ້າງພັກ, ສ້າງພະນັກງານ ແລະ ຖືວຽກ ງານນີ້ເປັນໜ້າທີ່ສໍາຄັນພື້ນ ຖານ, ເປັນວຽກງານກົກ, ເປັນ ວຽກງານ ທີ່ເຮັດເປັນປະຈໍາ ແລະ ສອດຫ້ອຍໄປທຸກຂົງ ເຂດວຽກງານ ບໍ່ວ່າຈະເຮັດວຽກ ໃດກໍ່ຕ້ອງມີການນໍາພາການເມືອງ-ແນວຄິດ, ມີການຊີ້ ແຈງອະທິບາຍໃຫ້ສັງຄົມເຂົ້າ ໃຈແຈ້ງ ເພື່ອນໍາໄປຈັດຕັ້ງປະ ຕິບັດ, ຍ້ອນຄວາມສໍາຄັນດັ່ງ ກ່າວ ພັກເຮົາຈຶ່ງມີມະຕິກ່ຽວກັບວຽກງານການເມືອງ-ແນວຄິດໃນແຕ່ລະໄລຍະຂອງການປະຕິວັດເພື່ອສຶກສາອົບຮົມນໍາພາແນວຄິດໃນທົ່ວພັກ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນເຂົ້າໃຈ ແລະ ກໍາແໜ້ນລະບົບແນວຄິດຂອງພັກ ເພື່ອເຮັດສໍາເລັດໜ້າທີ່ການເມືອງຂອງຕົນ.
ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ສູນກາງພັກໄດ້ສຸມໃສ່ຊີ້ນໍາ-ນໍາພາວຽກງານການເມືອງ-ແນວຄິດຢ່າງໃກ້ຊິດ; ຄະນະພັກ-ຄະນະໂຄສະນາອົບຮົມຂັ້ນຕ່າງໆໃນທົ່ວປະເທດ ໄດ້ເປັນເຈົ້າການຈັດຕັ້ງປະຕິບັດການສຶກສາອົບຮົມການເມືອງ ແລະ ນໍາພາແນວຄິດ ເຮັດໃຫ້ວຽກງານດັ່ງກ່າວສອດຫ້ອຍຕິດພັນກັບວຽກງານກໍ່ສ້າງພັກ-ພະນັກງານ, ຂະບວນປົກປັກຮັກສາ ແລະ ພັດທະນາປະເທດ, ບັນດາເນື້ອໃນ ແລະ ວິທີດໍາເນີນວຽກງານການເມືອງ-ແນວຄິດຂອງພັກເຮົາ ໄດ້ຮັບການປັບປຸງໃຫ້ຕິດແທດກັບໜ້າທີ່ການເມືອງ ແລະ ສະພາບການທີ່ພົ້ນເດັ່ນ ໂດຍເນັ້ນໜັກການໂຄສະນາ, ອະທິບາຍ, ຊີ້ແຈງ ແລະ ປຸກລະດົມມະຫາຊົນຈັດຕັ້ງປະຕິບັດແນວທາງຂອງພັກໃຫ້ເກີດຜົນຕົວຈິງ, ເຊີດຊູຄວາມເປັນແບບຢ່າງຂອງສະມາຊິກພັກ-ພະນັກງານ, ຕ້ານປະກົດການຫຍໍ້ທໍ້ ແລະ ທັບມ້າງທຸກກົນອຸບາຍຂອງອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີຢ່າງທັນການ.
ຢືນຢູ່ຕໍ່ໜ້າສະພາບການ ໃໝ່, ພວກກຸ່ມຄົນບໍ່ດີ ໄດ້ເຄື່ອນໄຫວມ້າງເພທໍາລາຍການປະ ຕິວັດໂລກ ແລະ ການປະຕິວັດເຮົາໃນທຸກດ້ານ ລວມທັງການທະຫານ, ການເມືອງ, ການທູດ, ສົງຄາມການຄ້າ-ຄ່າເງິນ, ສົງຄາມໄຊເບີ (AI), ສົງຄາມ ຊີວະພາບ...ແລະ ຜ່ານມາທີ່ເຫັນເຕັມຕາແມ່ນພວກເຂົາໄດ້ກໍ່ສົງຄາມຈິດຕະວິທະຍາທີ່ຈະຫັນປ່ຽນຄົນໃນປະເທດຕ່າງໆ (ມີສີສົ້ມ, ນໍ້າໝາກກ້ຽງ, ດອກມະລິ, ລະ ດູບານໃໝ່...) ອັນໄດ້ເຮັດໃຫ້ຄົນຫຼາຍປະເທດທີ່ບໍ່ມີຈຸດຢືນຖືກຕ້ອງ ໄດ້ຖືກທໍາລາຍ ແລະ ປັດຈຸບັນຊຶ່ງຢູ່ໃນໄລຍະສະພາບເສດຖະກິດມີຄວາມຫຍຸ້ງຍາກບວກກັບສະພາບໄພນໍ້າຖ້ວມໃນປີ 2019 ແລະ ມີເຫດການພະຍາດໄວຣັດສາຍພັນໃໝ່ ໂຄວິດ-19 ກໍາລັງແຜ່ລະບາດເກືອບ ທຸກພື້ນທີ່ຂອງໂລກ ມັນຍິ່ງເລັ່ງທວງໃຫ້ຄະນະພັກ-ອໍານາດການປົກຄອງທຸກຂັ້ນ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນ ດາເຜົ່າ ຈົ່ງເພີ່ມທະວີການນໍາພາການເມືອງ-ແນວຄິດໃຫ້ສູງກວ່າເວລາໃດໝົດ ແລະ ຕ້ອງເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ລັດຖະບານເຮົາ; ພ້ອມກັນ ຕີຖອຍປະກົດການຫຍໍ້ທໍ້, ການເຄື່ອນໄຫວຂອງພວກຄົນບໍ່ດີຜ່ານສື່ມວນຊົນຕ່າງໆ ໂດຍສະເພາະສື່ສັງຄົມອອນລາຍ ຊຶ່ງໃນຂະນະນີ້ພວກເຂົາໄດ້ອອກແຮງສ້າງຂ່າວປອມ, ຂ່າວບິດເບືອນ ແລະ ໂຈມຕີການນຳພາຂອງພັກ, ຂອງລັດ ແລະ ການດໍາລົງຊີວິດທີ່ດີງາມ, ຄວາມສະຫງົບ, ປອດໄພ ແລະ ການສ້າງສາພັດທະນາບ້ານເມືອງຂອງປະຊາຊົນເຮົາ.
ເພື່ອຮັບປະກັນໃຫ້ປະ ເທດຊາດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ແມ່ນສືບຕໍ່ເພີ່ມທະວີຖັນແຖວພະນັກງານເຮັດວຽກງານການເມືອງ-ແນວຄິດໃນຫຼາຍດ້ານ ໂດຍບໍາລຸງຍົກລະດັບທາງດ້ານທິດສະດີ-ແນວທາງ ແລະ ວິຊາສະເພາະທັງພາຍໃນ ແລະ ຕ່າງປະເທດ, ມີເຄື່ອງມື ແລະ ອຸປະກອນຮັບໃຊ້ການເຮັດວຽກງານການເມືອງ-ແນວຄິດ ໃຫ້ທັນສະພາບການ; ກົນໄກ, ການປະສານງານ ເພື່ອຕິດຕາມກໍາແໜ້ນສະພາບແນວຄິດ-ຫາງສຽງສັງຄົມ ດໍາເນີນເປັນປົກກະຕິ ແລະ ຮັບຜົນດີ, ການແກ້ໄຂຫາງສຽງຖ້ອຍທໍານອງທີ່ບໍ່ດີ ກໍເຮັດໄດ້ວ່ອງໄວທັນການ ແລະ ຖືກກັບເປົ້າໝາຍກ່ວາເກົ່າ, ວຽກງານຄົ້ນຄ້ວາທິດສະດີ ແລະ ສັງລວມພຶດຕິກໍາ ເຖິງວ່າເງື່ອນໄຂ ແລະ ລະດັບຄວາມສາມາດຍັງຈໍາກັດຫຼາຍດ້ານ ແຕ່ດ້ວຍຄວາມບາກບັ່ນພະຍາຍາມຢ່າງສຸດຂີດຈຶ່ງສາມາດຍາດໄດ້ຜົນງານທີ່ສໍາຄັນຫຼາຍດ້ານ ໂດຍ ສະເພາະໄດ້ສະໜອງພື້ນຖານທິດສະດີວິທະຍາສາດໃຫ້ແກ່ການວາງແນວທາງນະໂຍບາຍຂອງພັກ.
ເຖິງວ່າການສຶກສາອົບຮົມການເມືອງ-ແນວຄິດ ໄດ້ດໍາເນີນດ້ວຍຫຼາຍຮູບການ ແລະ ຫຼາຍລະດັບ, ແຕ່ຄວາມຮັບຮູ້ ແລະ ເຂົ້າໃຈຂອງພະນັກງານ ແລະ ປະຊາຊົນເຮົາ ຕໍ່ແນວທາງປ່ຽນແປງໃໝ່ຂອງພັກ ຍັງບໍ່ທັນເລິກເຊິ່ງ ເປັນຕົ້ນບໍ່ທັນບຸກທະລຸ ເພື່ອຫັນປ່ຽນດ້ານແນວຄິດຈິນຕະນາການຢ່າງເລິກເຊິ່ງເຖິງຖອງ, ການຫັນເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ກໍຄືມະຕິຕ່າງໆເປັນແຜນງານ, ໂຄງການລະອຽດ, ແທດເໝາະກັບຄວາມສາມາດ ແລະ ທ່າແຮງບົ່ມຊ້ອນຈໍານວນໜຶ່ງຍັງຊັກຊ້າ, ຄະນະພັກ-ພະນັກງານການນໍາຢູ່ຫຼາຍບ່ອນຍັງຖືເບົາການໂຄສະນາເຜີຍແຜ່ແນວທາງ ແລະ ມະຕິຕ່າງໆຂອງພັກ, ຫຼາຍບ່ອນເຮັດແບບຜິວເຜີນບໍ່ເລິກເຊິ່ງ, ການສຶກສາອົບຮົມການເມືອງ-ແນວຄິດ ຍັງຂາດລັກສະນະຕໍ່ສູ້-ຕໍານິວິຈານ, ສະມາຊິກພັກ-ພະນັກງານ ຈໍານວນໜຶ່ງຂາດຄວາມເປັນແບບຢ່າງ, ເສື່ອມຖອຍທາງດ້ານແນວຄິດ ແລະ ອຸດົມການປະຕິວັດ, ເກີດມີແນວຄິດອາຍາສິດ, ສວຍໂອກາດ, ສໍ້ລາດບັງຫຼວງ, ສວຍໃຊ້ຖານະຕໍາແໜ່ງ, ຖືຜົນປະໂຫຍດສ່ວນຕົວເໜືອກ່ວາຂອງຊາດ-ຂອງປະຊາຊົນ, ມີແນວຄິດຈຸ້ມເຈື້ອເຊື້ອສາຍ, ກຸ່ມກ້ອນພັກພວກ, ລ່ວງລະເມີດລະບຽບກົດໝາຍ ແລະ ສິດເປັນເຈົ້າຂອງປະຊາຊົນ, ຫຼິ້ນກິນຟຸມເຟືອຍ, ເສລີຊະຊາຍ, ບໍ່ປະຢັດ ຊຶ່ງເປັນຜົນສະທ້ອນທາງລົບຕໍ່ພາບພົດບົດບາດອິດທິພົນຂອງພັກເຮົາ ແລະ ບັນຫາອື່ນໆຈໍານວນໜຶ່ງ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ ຢັ້ງຢືນວ່າ: ການປັບປຸງ ແລະ ຍົກສູງຄຸນນະພາບວຽກງານແນວຄິດ, ທິດສະດີ ແມ່ນບັນຫາສໍາຄັນທີ່ມີລັກສະນະຍຸດທະສາດ, ທັງແມ່ນໜ້າທີ່ອັນຮີບດ່ວນໃນຊຸມປີຕໍ່ໜ້າ ຊຶ່ງກ່ອນອື່ນໝົດແນໃສ່ກໍ່ສ້າງພາຍໃນພັກໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນທາງດ້ານການເມືອງ, ແນວຄິດ, ຮັບປະກັນໃຫ້ທົ່ວພັກຍາມໃດກໍເປັນຕົວແທນແຫ່ງສະຕິປັນຍາ, ມານະຈິດປະຕິວັດ ແລະ ກຽດສັກສີ ພ້ອມກັນນັ້ນ ກໍກ້າວໄປເຖິງເຮັດໃຫ້ລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ກາຍເປັນພື້ນຖານແຫ່ງແນວຄິດ ແລະ ການກະທໍາຂອງປະຊາຊົນໃນທົ່ວສັງຄົມ ເຮັດໃຫ້ທົ່ວສັງຄົມເຮົາມີຄວາມ ຮັບ ຮູ້ເຂົ້າໃຈ, ມີຄວາມເຊື່ອໝັ້ນ, ສະໜັບສະໜູນ ແລະ ຕື່ນຕົວ ປະຕິບັດຢ່າງຕັ້ງໜ້າຕໍ່ທຸກທັດ ສະນະ, ແນວທາງນະໂຍບາຍຂອງພັກ ແລະ ລັດເຮົາ.
ໃນຊຸມປີຕໍ່ໜ້ານີ້ ສືບຕໍ່ປ່ຽນແປງໃໝ່ດ້ານເນື້ອໃນ, ຮູບການ ແລະ ຍົກສູງຄຸນນະພາບວຽກງານແນວຄິດ, ຮໍ່າຮຽນທິດສະດີມາກ-ເລນິນ, ແນວທາງ, ທັດສະນະຂອງພັກ, ນະໂຍບາຍ ແລະ ກົດໝາຍຂອງລັດ, ສຶກສາອົບຮົມມູນເຊື້ອຮັກຊາດ ແລະ ໂຄສະນາປຸກ ລະດົມປັດໄຈໃໝ່, ຕົວແບບທີ່ກ້າວໜ້າ, ບຸກຄົນແບບຢ່າງ-ວຽກດີຄົນເດັ່ນໃຫ້ພະນັກງານ-ສະມາຊິກພັກ ແລະ ປະຊາຊົນໄດ້ຮຽນຮູ້, ສ້າງຂໍ້ກໍານົດໃຫ້ສະມາຊິກພັກ ມີຄວາມຮັບຜິດຊອບຕໍ່ວຽກງານແນວຄິດໂດຍກົງ ເພື່ອກໍາແໜ້ນຕີລາຄາສະພາບແນວຄິດ ແລະ ມີວິທີແກ້ໄຂທັນເວລາ, ການສຶກສາອົບຮົມການເມືອງ-ແນວຄິດ ຕິດແໜ້ນສອດຫ້ອຍໄປນໍາທຸກວຽກງານຂອງພັກ ແລະ ລັດ ເຮັດໃຫ້ພະນັກງານກໍາແໜ້ນແນວທາງນະໂຍບາຍ, ມີຄຸນທາດການເມືອງ ແລະ ມີຄວາມຮັບຜິດຊອບສູງໃນການປະຕິບັດໜ້າທີ່, ມີທັດສະນະຄະຕິ ແລະ ໂລກະທັດວິທະຍາສາດ, ເປັນເຈົ້າການໃນການປົກປ້ອງແນວທາງ ແລະ ອຸດົມການຂອງພັກ, ຕີຖອຍ ແລະ ຕອບຕ້ານສິ່ງຫຍໍ້ທໍ້ເສື່ອມຊາມຢູ່ໃນພັກ ແລະ ໃນສັງຄົມ, ສືບຕໍ່ປັບປຸງວຽກງານໂຄສະນາອົບຮົມຂອງພັກໃຫ້ມີຄຸນນະພາບ, ເພີ່ມທະວີການຍົກລະດັບຄວາມສາມາດຂອງບັນດາອົງ ການເຮັດວຽກງານແນວຄິດ ຕິດພັນກັບການຍົກສູງຄວາມສາມາດນໍາພາ-ຊີ້ນໍາຂອງຄະນະພັກຕໍ່ວຽກງານແນວຄິດ, ທິດສະດີ ໂດຍສະເພາະຄວາມສາມາດໃນການຄົ້ນຄ້ວາ, ກໍາແໜ້ນ ແລະ ຫັນເປັນແຜນກໍານົດ, ແຜນການ ແລະ ໂຄງການຂອງຂັ້ນຕົນ ທັງຈັດຕັ້ງປະຕິບັດໃຫ້ເກີດຜົນຕົວຈິງອີກດ້ວຍ.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com