Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເນື່ອງໃນໂອກາດວັນສ້າງ ຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ ( 22 ມີນາ 1955 -22 ມີນາ 2020) ທ່ານ ນາງ ຈົງຈິດ ວົງສາ ຄະນະພັກ ສກລເລຂາໜ່ວຍພັກ ຫົວໜ້າກົມ ໂຄສະນາອົບຮົມສູນກາງສະ ຫະພັນກໍາມະບານ ລາວ (ສກລ) ໄດ້ໃຫ້ສໍາພາດຜ່ານສື່ມວນ ຊົນວ່າ: ໃນນາມ ສ່ວນຕົວ, ຂ້າ ພະເຈົ້າສຸດທີ່ມີ ຄວາມຮູ້ສຶກພາກ ພູມໃຈເປັນຢ່າງຍິ່ງທີ່ໄດ້ເຫັນ ການເຕີບໃຫຍ່ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງຂອງພັກປປ ລາວ ໂດຍຖືສຳຄັນຕໍ່ວຽກງານອົງການຈັດຕັ້ງມະຫາຊົນ ເວົ້າລວມ ແລະ ອົງການຈັດຕັ້ງກຳມະບານເວົ້າສະເພາະ ຂອງພັກເຮົາ, ພາຍຫຼັງປົດປ່ອຍປະເທດ ຊາດໃນປີ 1975 ຈົນເຖິງປັດຈຸ ບັນກົມການເມືອງສູນກາງພັກ ໄດ້ສືບຕໍ່ຊີ້ນໍາໆພາການເຄື່ອນ ໄຫວຂອງອົງການຈັດຕັ້ງກໍາ ມະບານລາວໃຫ້ມີຄວາມໜັກ ແໜ້ນ ແລະ ເຕີບໃຫຍ່ຂະຫຍາຍ ຕົວຢ່າງຕໍ່ເນື່ອງ. ສູນກາງພັກຍາມໃດກໍໄດ້ໃຫ້ທັດສະນະພື້ນ ຖານຂອງຕົນຕໍ່ກັບອົງການຈັດ ຕັ້ງກຳມະບານລາວ ໃນໄລຍະ ໃໝ່ຢ່າງຈະແຈ້ງສະເໝີຕົ້ນສະ ເໝີປາຍ ແລະ ຖືວ່າອົງການຈັດ ຕັ້ງກໍາມະບານລາວເປັນຕົວແທນ ໃຫ້ແກ່ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນ ດາເຜົ່າ, ມີບົດບາດສຳຄັນ ແລະ ເປັນບັນຫາຍຸດທະສາດຂອງການປະຕິວັດ ເພາະວ່າສະມາ ຊິກກຳມະບານກໍຄືພະນັກງານ ລັດຖະກອນເປັນຜູ້ຕັດສິນຕໍ່ຜົນ ໄດ້ຜົນເສຍຂອງວຽກງານຢູ່ຕາມສຳນັກງານ - ອົງການ, ໂຮງຈັກ, ໂຮງງານ ຫຼື ຫົວໜ່ວຍແຮງງານໃນຂອບເຂດທົ່ວປະເທດ. ສະນັ້ນ, ພັກຈະຕ້ອງຊີ້ນຳ ໂດຍກົງຮອບດ້ານ ແລະ ເດັດຂາດຕໍ່ ຊົນຊັ້ນກຳມະກອນ ແລະ ຊາວ ຜູ້ອອກແຮງງານລາວ, ເວົ້າແຈ້ງ ແມ່ນບໍ່ປ່ອຍໃຫ້ຊົນຊັ້ນອື່ນມາກຳເອົາກຳມະບານກໍຄືກຳມະ ກອນລາວຢ່າງເດັດຂາດ. ດ້ວຍເຫດຜົນນີ້ພັກເຮົາຍາມໃດກໍໄດ້ເພີ່ມທະວີຄວາມຮັບຜິດຊອບຊີ້ ນຳຕໍ່ວຽກງານກຳມະບານ ໃນການກໍ່ສ້າງ, ຄຸ້ມຄອງລວມເຖິງການປະຕິບັດນະໂຍບາຍຂອງພັກຕໍ່ກັບກໍາມະບານ.
ທ່ານ ນາງ ຈົງຈິດ ວົງສາ ໄດ້ກ່າວເນັ້ນໃຫ້ຮູ້ຕື່ມອີກວ່າ: ໃນໄລຍະຜ່ານມາ ອົງການຈັດ ຕັ້ງກຳມະບານລາວໄດ້ນຳເອົາ ແນວທາງຂອງພັກ, ແຜນການຂອງລັດຫັນເປັນແຜນການລະ ອຽດຂອງຕົນ ເພື່ອນຳພາສະ ມາຊິກກຳມະບານກຳມະກອນ ແລະ ຜູ້ອອກແຮງງານຈັດຕັ້ງປະ ຕິບັດຕາມພາລະບົດບາດຂອງຕົນສຳເລັດຜົນ ໃນທຸກດ້ານເປັນກ້າວໆມາເປັນຕົ້ນໄດ້ເອົາໃຈ ໃສ່ປັບປຸງຄຸນນະພາບຂອງອົງ ຄະນະພັກ, ບັນດາໜ່ວຍພັກ ໃນຂົງເຂດກຳມະບານຮັບຜິດ ຊອບໃຫ້ເຂັ້ມແຂງຮອບດ້ານ, ຊຸກຍູ້ກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ ແລະ ໜັກແໜ້ນ, ຊຸກ ຍູ້ຄະນະພັກ ແລະ ອຳນາດການປົກຄອງແຕ່ລະຂັ້ນເອົາໃຈໃສ່ຊີ້ ນຳໆພາສ້າງເງື່ອນໄຂ ແລະ ອຳ ນວຍຄວາມສະດວກໃຫ້ອົງການຈັດຕັ້ງກຳມະບານໄດ້ເຄື່ອນໄຫວ ເຮັດໜ້າທີ່ການເມືອງຂອງຕົນຢ່າງຕັ້ງໜ້າ ແລະ ມີຜົນສຳເລັດ.
ເພື່ອຍົກສູງຄຸນນະພາບການນຳພາຂອງອົງຄະນະພັກສູນກາງສະຫະພັນກໍາມະບານລາວ, ສະມາຊິກພັກຢູ່ພາຍໃນ ສໍານັກງານໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ ແລະ ການຈັດຕັ້ງ, ສ້າງໜ່ວຍ ພັກຂອງຕົນໃຫ້ເຂັ້ມແຂງ ໃນ ທຸກດ້ານ, ຄະນະພັກໄດ້ນໍາພາຊີ້ນໍາໃຫ້ແຕ່ລະໜ່ວຍພັກເລັ່ງໃສ່ສ້າງແຕ່ລະໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກສູນກາງສະຫະ ພັນກຳມະບານລາວວາງອອກ ເພື່ອສ້າງໃຫ້ໄດ້ສະມາຊິກພັກ, ພະນັກງານທີ່ດີເດັ່ນ ແລະ ສ້າງ ອົງການຈັດຕັ້ງມະຫາຊົນທົ່ວ ສໍານັກງານໃຫ້ເຂັ້ມແຂງ, ສາ ມາດປະຕິບັດໜ້າທີ່ວິຊາສະ ເພາະຂອງຕົນ ແລະ ເປັນກໍາລັງ ແຮງ ໃນການປະຕິບັດໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້ສໍາເລັດຜົນຢ່າງຈົບງາມ. ຢາກເຮັດໄດ້ຄືແນວນັ້ນ, ຄະນະໜ່ວຍພັກ ແລະ ສະມາ ຊິກພັກແຕ່ລະກົມຕ້ອງໄດ້ສູ້ຊົນປະຕິບັດໜ້າທີ່ໃນແຕ່ລະດ້ານ ໃຫ້ສໍາເລັດຕາມຄາດໝາຍສູ້ ຊົນ ແລະ ຄຽງຄູ່ກັບການເພີ່ມ ທະວີຊີ້ນຳ-ນຳພາຂອງຄະນະພັກຮັບປະກັນເຮັດໃຫ້ໜ່ວຍພັກ, ສະມາຊິກພັກມີການຫັນ ປ່ຽນຢ່າງຕັ້ງໜ້າດ້ວຍບາດກ້າວບຸກທະລຸສາມາດເປັນແກນນຳ ທີ່ເຂັ້ມແຂງ ໃນລະບົບການເມືອງ ຢູ່ຂັ້ນຮາກຖານໜ່ວຍພັກບັນດາ ກົມພາຍໃນສູນກາງສະຫະພັນກໍາມະບານລາວ.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com