Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ພັກປະຊາຊົນ ປະຕິວັດລາວ ໄດ້ສືບຕໍ່ຢຶນຢັນຄວາມຖືກ ຕ້ອງຂອງລັດທິມາກ-ເລນິນ; ຖືເອົາລັດທິມາກ-ເລນິນເປັນ ພື້ນ ຖານທາງດ້ານແນວຄິດ ຂອງພັກເຮົາ, ຊີ້ນຳທຸກພາລະກິດປະຕິວັດເຊັ່ນ: ໝູນໃຊ້ ເຂົ້າ ໃນພາລະກິດການປະຕິວັດຊາດ ປະຊາທິປະໄຕ, ພັດ ທະນາເສດຖະກິດ-ສັງຄົມ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືພາລະກິດປ່ຽນແປງໃໝ່ຮອບ ດ້ານຢ່າງມີຫຼັກການຂອງພັກ.
ນັບແຕ່ມື້ສ້າງຕັ້ງຂຶ້ນ ພັກປະຊາຊົນ ປະຕິວັດລາວ ກໍໄດ້ກຳນົດອຸດົມການຂອງຕົນຢ່າງ ຈະແຈ້ງຄື: ນຳພາປວງຊົນລາວດຳເນີນການຕໍ່ສູ້ກັບພວກຈັກກະພັດລ່າເມືອງຂຶ້ນ ເພື່ອນຳເອົາຄວາມເປັນເອກະລາດມາໃຫ້ແກ່ປະເທດຊາດ ແລະ ສິດເປັນເຈົ້າໃຫ້ແກ່ປະຊາຊົນ, ສ້າງສາປະເທດຊາດສູ່ຈຸດໝາຍສັງຄົມນິຍົມ. ປັດຈຸບັນ ພັກເຮົາໄດ້ເສີມຂະຫຍາຍອຸດົມການໃຫ້ມີຄວາມສອດຄ່ອງຕື່ມອີກ ຄື: ນຳພາທົ່ວປວງຊົນລາວປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດຮັ່ງມີເຂັ້ມແຂງ, ສັງຄົມສາມັກຄີປອງດອງປະ ຊາທິປະໄຕ, ຍຸຕິທຳ ແລະ ສີ ວິໄລ ຊຶ່ງລວມຄວາມແລ້ວກໍມີຄວາມໝາຍດຽວກັນກັບຄຳວ່າສັງຄົມນິຍົມ.
ພັກປະຊາຊົນປະຕິວັດລາວ ແມ່ນພັກຂອງຊົນຊັ້ນກຳ ມະກອນ, ເປັນຕົວແທນທີ່ຈົງຮັກພັກດີຕໍ່ສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານລາວທີ່ຮັກຊາດ ແລະ ຂອງປະຊາຊົນລາວທັງໝົດ. ພັກປະຊາຊົນລາວຢຶດໝັ້ນລັດທິມາກ-ເລນິນ ແລະ ມູນເຊື້ອອັນດີງາມຂອງພັກ ເປັນພື້ນຖານແຫ່ງແນວຄິດ, ເປັນເຂັ້ມຊີ້ທິດໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ; ເສີມຂະຫຍາຍລັດທິຮັກຊາດອັນແທ້ຈິງສົມທົບກັບລັດທິສາກົນອັນຜ່ອງໃສຂອງຊົນຊັ້ນກຳມະກອນ; ຮັບເອົາສິ່ງຍອດຍິ່ງທັງສະຕິປັນຍາທີ່ກ້າວໜ້າຂອງມວນມະນຸດເມື່ອກຳນົດແນວທາງ ແຜນນະໂຍບາຍຂອງພັກ, ຍົກສູງຄວາມສາມາດ ແລະ ຄຸນນະພາບການນຳພາຂອງພັກ ເພື່ອຕ້ານລະບອບຫຼາຍເຄົ້າ, ຫຼາຍພັກ, ຕ້ານລັດທິເອກະຊົນ ແລະ ຕ້ານລັດທິສວຍໂອກາດໃນທຸກຮູບແບບ.
ຜ່ານການເຄື່ອນໄຫວນຳພາ ມາເປັນເວລາ 65 ປີນັ້ນ, ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການປັບປຸງ ແລະ ຫຼໍ່ຫຼອມ ໃຫ້ເປັນພັກທີ່ມີທາດແທ້ມູນເຊື້ອອັນສະຫງ່າລາສີດັ່ງນີ້:
1. ມີຄວາມຈົງຮັກພັກດີ ແລະ ຢຶດໝັ້ນໃນແນວຄິດ-ທິດສະດີມາກ-ເລນິນ ກໍຄືຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ; ບໍ່ຄຳພີຕາຍຕົວ ແຕ່ຫາກມີຄວາມເປັນເຈົ້າການປະດິດສ້າງໃນ ການໝູນໃຊ້ທິດສະດີ ແລະ ບົດ ຮຽນດ້ານຕ່າງໆເຂົ້າກັບເງື່ອນ ໄຂຕົວຈິງ ແລະ ສະພາບຈຸດພິ ເສດຂອງປະເທດຊາດ; ມີການສະຫຼຸບຖອດຖອນບົດຮຽນຈາກພຶດຕິກຳ ແລະ ການປັບປຸງບູ ລະນະແນວທາງໃຫ້ສອດຄ່ອງ.
2. ພັກໄດ້ຢຶດໝັ້ນ ແລະ ປະຕິບັດຢ່າງຖືກຕ້ອງບັນດາ ຫຼັກການພື້ນຖານທາງດ້ານການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງພັກນັ້ນຄືການລວມສູນປະຊາທິປະໄຕ, ເວລາໃດກໍຖືຄວາມສຳຄັນການເສີມຂະຫຍາຍຄວາມສາມັກຄີເປັນເອກະພາບບົນພື້ນຖານແນວທາງ ແຜນນະໂຍບາຍຂອງພັກ, ພັກນຳພາເປັນໝູ່ຄະນະບົນພື້ນຖານການແບ່ງງານ ແລະ ມອບໝາຍຄວາມຮັບຜິດຊອບໃຫ້ບຸກຄົນ, ໃຫ້ໝູ່ຄະນະ, ຖືສຳຄັນການເສີມຂະຫຍາຍ ປະຊາທິປະໄຕຄຽງຄູ່ກັບການປະຕິບັດກົດລະບຽບຂອງພັກ ແລະ ລະບອບດຳເນີນຊີວິດການເມືອງ, ຕຳນິສົ່ງຂ່າວຊ່ວຍເຫຼືອກໍ່ສ້າງກັນ; ຕ້ານລັດທິອາຍາສິດ, ເຈົ້າໂຄດ ແລະ ອະ ທິປະໄຕໃນພັກ.
3. ພັກເຮົາເວລາໃດກໍຢຶດໝັ້ນໃນຊົນຊັ້ນ ແລະ ມີຄວາມຈົງຮັກພັກດີຕໍ່ຜົນປະໂຫຍດ ລວມຂອງຊາດ, ຂອງປະຊາຊົນ ຖືການສະໜັບສະໜູນຂອງປະຊາຊົນເປັນສິ່ງສຳຄັນຕັດສິນບົດບາດນຳພາ ແລະ ການກຳອຳນາດຂອງພັກ;
4. ພັກເຮົາເວລາໃດກໍເຊີດຊູລັກສະນະນຳໜ້າຂອງພັກ ແລະ ຄວາມເປັນແບບຢ່າງ ຂອງສະມາຊິກພັກ, ຄວາມເດັດຂາດເຂັ້ມງວດໃນການຈຳກັດແກ້ໄຂປະກົດການຫຍໍ້ທໍ້, ພັກໄດ້ເປັນເຈົ້າການປັບປຸງປ່ຽນແປງຕົວເອງຢູ່ສະເໝີ, ເອົາໃຈໃສ່ບຳລຸງສ້າງຖັນແຖວສະມາຊິກພັກໃຫ້ມີ ຄວາມເປັນແບບຢ່າງນຳໜ້າ, ເປັນກຳລັງແຮງສູ້ຮົບໃນທຸກຂົງເຂດວຽກງານທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນຮາກຖານ, ຖືຄວາມສາມາດເປັນສິ່ງສຳຄັນ ແລະ ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດເປັນສິ່ງຕັດສິນໃນການເລືອກເຟັ້ນ ແລະ ນຳໃຊ້ພະນັກງານ.
5. ພັກເວລາໃດກໍຢຶດໝັ້ນຈິດໃຈຊາດເອກະລາດເປັນ ເຈົ້າຂອງຕົນເອງ, ເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຕັ້ງໜ້າເສີມຂະຫຍາຍກຳລັງແຮງພາຍໃນຊາດ ສົມ ທົບກັບການພົວພັນຮ່ວມມື ກັບພັກປະເທດເພື່ອນມິດຍຸດ ທະສາດ ແລະ ການຍາດແຍ່ງເອົາການສະໜັບສະໜູນຊ່ວຍ ເຫຼືອ ຈາກພາຍນອກຢ່າງມີຫຼັກການສ້າງເປັນກຳລັງສັງລວມເຂົ້າໃນພາລະ ກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com