Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ພັກປະຊາຊົນ ປະຕິວັດລາວ ໄດ້ນໍາພາປະຊາຊົນລາວ ບັນດາເຜົ່າ ໃນການພັດທະນາ ເສດຖະກິດ-ສັງຄົມຂະຫຍາຍ ຕົວຢ່າງຕໍ່ເນື່ອງ ຕາມທິດຫັນ ເປັນອຸດສາຫະກໍາທັນສະໄໝ, ເສດຖະກິດພູມປັນຍາໄດ້ມີການ ຂະຫຍາຍຕົວ ເຮັດໃຫ້ ປະເທດຊາດ ມີບາດກ້າວຂະ ຫຍາຍຕົວໃໝ່ຕາມທິດຍືນຍົງ, ທີ່ຕັ້ງ, ບົດບາດອິດທິພົນຂອງປະເທດຊາດ ໄດ້ຮັບການເຊີດຊູສູງຂຶ້ນ ໃນເວທີສາກົນແລະພາກພື້ນ.
ໃນໂອກາດສະເຫຼີມສະ ຫຼອງວັນສ້າງຕັ້ງ ພັກ ປປ ລາວ ຄົບຮອບ 65 ປີ (22 ມີນາ 1955 -22 ມີນາ 2020) ທ່ານ ບຸນຄໍ້າ ລາດຊະວົງ ປະທານສະມາຄົມລົດຕູ້ ຂົນສົ່ງໂດຍສານ-ໃຫ້ເຊົ່າ-ເໝົາ ພະແນກໂຍທາທິການຂົນສົ່ງນະຄອນຫຼວງວຽງຈັນໄດ້ໃຫ້ສໍາພາດວ່າ: ຍ້ອນມີພັກນໍາພາສະມາຄົມລົດຕູ້ຈຶ່ງໄດ້ຮັບການສ້າງຕັ້ງຂຶ້ນ, ເລີ່ມທໍາອິດ ເຕົ້າໂຮມຢູ່ທີ່ຂົວມິດຕະພາບ ລາວ-ໄທແຫ່ງທີ 1 ອັນໄດ້ແຍກຕົວມາຈາກລົດຕຸກໆ, ລົດຈໍາໂບ້, ລົດແທັກຊີ; ຈາກນັ້ນ ກໍຄ່ອຍໆເພີ່ມຂຶ້ນ ຊຶ່ງເລີ່ມຕັ້ງ ແຕ່ປີ 2002 ເປັນຕົ້ນມາ, ມາເຖິງປີ 2008 - 2009, ມາເຖິງປັດຈຸບັນ ມີລົດຕູ້ຫຼາຍກວ່າ 260 ຄັນ ລົດທີ່ດໍາເນີນກິດຈະການຖືກຕ້ອງຕາມລະບຽບຂອງສະມາຄົມ ແມ່ນຕ້ອງໄດ້ລົງທະບຽນກັບສະມາຄົມ ແລະ ປະຕິບັດຕາມລະບຽບຂອງສະມາຄົມເທົ່ານັ້ນ. ຈາກນັ້ນມາ,ສະມາຄົມ ໄດ້ຮັບແຈ້ງການຈາກພະແນກ ຍທຂ ຢາກໃຫ້ມີການປັບປ່ຽນລົດຈາກລົດທີ່ເກົ່າແກ່ແດ່ ຂຶ້ນມາເປັນລົດໃໝ່ໆ ຕາມຈັ່ງຫວະການຂະຫຍາຍຕົວຂອງສັງຄົມ. ປັດຈຸບັນ, ລົດທີ່ນໍາໃຊ້ເຂົ້າໃນການບໍລິການແຂກພາຍໃນ- ຕ່າງປະເທດ ຈໍານວນຫຼາຍ ແມ່ນລົດຕູ້ແອັກວ້ານ, ລົດໂຕໂຢຕ້າ. ຍ້ອນພັກ-ລັດໃຫ້ການຊີ້ນໍາ-ນໍາພາສະມາຄົມ ຈຶ່ງໄດ້ພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ຕາມທິດຫັນເປັນທັນສະໄໝເທື່ອລະກ້າວ ສະແດງອອກ ບັນດາສະມາຊິກທີ່ຂຶ້ນກັບສະມາຄົມ ຊີວິດການເປັນຢູ່ຂອງເຂົາເຈົ້ານັບມື້ນັບດີຂຶ້ນ ສັງເກດໄດ້ຈາກການປັບປ່ຽນລົດ ຈາກລົດທີ່ເກົ່າແກ່ ກ້າວໄປສູ່ລົດທີ່ດີ ແລະ ງາມ ເພື່ອສ້າງໃຫ້ບັນດາລູກຄ້າມີຄວາມເຊື່ອໝັ້ນ,ເພິ່ງພໍໃຈໃນການໃຫ້ບໍລິການຂອງສະມາຄົມ.
ປະທານສະມາຄົມກ່າວ ຕື່ມວ່າ: ລົດທີ່ເຂົ້າຮ່ວມສະມາ ຄົມແມ່ນໄດ້ຜ່ານການກວດ ກາ ແລະ ຖືກຕ້ອງຢ່າງຄົບຖ້ວນແລ້ວ ພ້ອມທັງມີກ້ອງວົງຈອນປິດ ເພື່ອປ້ອງກັນການບໍລິການທີ່ດີກັບລູກຄ້າ ແລະ ຮັບປະກັນສໍາລັບຜູ້ໃຫ້ບໍລິການອີກດ້ວຍ, ຈະສັງເກດໄດ້ ຈາກການຕິດສະຕິກເກີ ທາດຫຼວງ 2020 ຊຶ່ງແຕ່ລະປີ ແມ່ນໄດ້ມີການປ່ຽນໂຕເລກຂອງປີເທົ່ານັ້ນ ສ່ວນສະຕິກເກີ ແມ່ນຄືເກົ່າ. ລົດທີ່ປະຈໍາຢູ່ຂົວມິດຕະພາບມີ 180 ຄັນ ໃນນັ້ນກໍພ້ອມບໍລິການຄອຍຮັບທີ່ຈຸດເສັ້ນທາງລົດໄຟທ່ານາແລ້ງ, ປະຈໍາທາງລົດໄຟມີພຽງ 5 ຄັນ ລູກຄ້າສ່ວນຫຼາຍແມ່ນກຸ່ມນັກທ່ອງທ່ຽວຄົນໄທ, ປະຈໍາຢູ່ສະໜາມບິນວັດໄຕ 32 ຄັນ ລູກຄ້າແມ່ນນັກທ່ອງທ່ຽວມາຈາກ ສ.ເກົາຫຼີ - ສປ ຈີນ ໃນນັ້ນບໍລິການຢູ່ທາງເຂດ ໜອງດາພ້ອມ, ຄິວລົດສາຍ ເໜືອ ມີຈໍານວນ 15 ຄັນ ແລະ ສ່ວນໜຶ່ງ ບໍລິການຢູ່ຕາມໂຮງ ແຮມ, ສາທາລະນະທົ່ວໆໄປ. ປັດຈຸບັນ, ລູກຄ້າຈໍານວນໜຶ່ງກໍແມ່ນຄົນລາວດ້ວຍກັນ ໝາຍຄວາມວ່າ ລາວທ່ຽວລາວກໍນັບມຶ້ນັບຫຼາຍຂຶ້ນ; ປະທານຍັງກ່າວຕື່ມອີກວ່າ: ການເຮັດໜ້າທີ່ສະມາຄົມດັ່ງກ່າວ, ແມ່ນບໍ່ມີເງິນເດືອນ ແຕ່ເປັນຫຍັງຈຶ່ງເຮັດ ຍ້ອນວ່າ ເມື່ອພັກ-ລັດມີຄວາມຕ້ອງການ ບວກກັບ ຕົນເອງເຄີຍເຮັດວຽກງານຂັບລົດບໍລິການລູກຄ້າມາກ່ອນ ຈຸດປະສົງ ແມ່ນຢາກຊ່ວຍພັດທະນາເລື່ອງການທ່ອງທ່ຽວ-ບໍລິການຊ່ວຍເຫຼືອສັງຄົມ ຄືກັບປະເທດອື່ນໆ ໃຫ້ນັບມື້ນັບດີຂຶ້ນ ແລະ ມີຄວາມເປັນລະບຽບຮຽບຮ້ອຍ. ປັດຈຸບັນ ແລະ ໃນອະນາຄົດໃກ້ໆນີ້ ສະມາຄົມ ແມ່ນໄດ້ຮ່ວມມືກັບພາກເອກະຊົນ ພັດທະນາ ການໃຫ້ບໍລິການ ຊຶ່ງຈະພະຍາຍາມຄິດໄລ່ເປັນກິໂລແມັດ ເພື່ອໃຫ້ລູກຄ້າມີຄວາມເພິ່ງພໍໃຈຕໍ່ກັບການບໍລິ ການຂອງສະມາຄົມຕື່ມອີກ.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com