Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ພາຍໃຕ້ການນຳພາຂອງພັກ ທຄຕລ ມີການເຕີບໃຫຍ່ເຂັ້ມແຂງ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 31/03/2020 09:11:36 ຈຳ​ນວນ​​ຢ້ຽມ​ຊົມ 6166 ຄັ້ງ

   ສະ­ຫາຍ ພູ​ຂົງ ຈັນ­ທະ​ຈັກ ຄະ­ນະ​ພັກ​ທະ­ນາ­ຄານ ແຫ່ງ ສປປ ລາວ ເລ­ຂາ​ຄະ­ນະ​ພັກ​ຮາກ​ຖານ​ທະ­ນາ­ຄານ​ການ​ຄ້າ​ຕ່າງ­ປະ­ເທດ​ລາວ ມະ­ຫາ­ຊົນ (ທຄຕລ) ຜູ້­ອຳ­ນວຍ­ການ​ໃຫຍ່ ທຄຕລ ​ໄດ້​ຕອບ​ຄຳ​ສຳ­ພາດ​ຕໍ່​ນັກ​ຂ່າວ ໜັງ­ສື­ພິມ​ປະ­ຊາ­ຊົນ ເນື່ອງ​ໃນ​ໂອ­ກາດ​ວັນ​ສ້າງ​ຕັ້ງ​ພັກປະ­ຊາ­ຊົນ ປະ­ຕິ­ວັດ​ລາວ ຄົບ­ຮອບ 65 ປີ
1. ທ່ານ​ມີ​ຄວາມ​ຮູ້­ສຶກ​ແນວ­ໃດ ຕໍ່​ວັນ​ສ້າງ­ຕັ້ງ​ພັກ​ປະ ­ຊາ­ຊົນ​ປະ­ຕິ­ວັດ​ລາວ ?.
   ດັ່ງ​ທີ່​ພວກ​ເຮົາ​ຮູ້​ແລ້ວ​ວ່າ: ປະ­ຫວັດ​ແຫ່ງ​ການ​ຕໍ່­ສູ້​ປະ­ຕິ ­ວັດ​ຂອງ​ປະ­ຊາ­ຊົນ​ລາວ ບັນ ­ດາ­ເຜົ່າ​ໃນ​ກວ່າ​ເຄິ່ງ​ສະ­ຕະວັດ​ຜ່ານ​ມາ​ນີ້ ໄດ້​ຕິດ​ພັນ​ກັບ​ການ​ກໍາ​ເນີດ ແລະ ເຕີບ​ໃຫຍ່​ຂະ ­ຫຍາຍ­ຕົວ​ຂອງ​ພັກ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ຕະ­ຫຼອດ​ມາ, ທຸກ​ບາດ­ກ້າວ​ເດີນ, ທຸກ​ໄຊ­ຊະ­ນະ​ຂອງ​ປະ­ຊາ­ຊົນ​ລາວ​ໃນ​ການ​ຕໍ່­ສູ້​ປະ­ຕິ­ວັດ​ປົດ​ປ່ອຍ​ຊາດ​ໃນ​ເມື່ອ​ກ່ອນ ກໍຄື​ໄລ­ຍະ​ປົກ​ປັກ​ຮັກ­ສາ ແລະ ສ້າງ­ສາ​ພັດ­ທະ­ນາ​ປະ­ເທດ​ຊາດ ປັດ­ຈຸ​ບັນ ລ້ວນ​ແຕ່​ຕິດ​ພັນ​ກັບ​ການ​ນໍາ​ພາ​ຂອງ​ພັກ.
   ການ​ກໍາ​ເນີ​ດ​ເກີດ​ຂຶ້ນ​ຂອງ​ພັກ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ແມ່ນ​ວິ­ວັດ­ທະ­ນາ​ການ​ອັນ​ຈໍາ​ເປັນ​ຂອງ​ປະ­ຫວັດ­ສາດ, ແມ່ນ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ພາ ­ວະ​ວິ­ໄສ​ຂອງ​ຂະ­ບວນ​ການ ​ຕໍ່​ປະ­ຊາ­ຊົນ​ເຮົາ, ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ ໄດ້​ສາມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ ດໍາ​ເນີນ​ການ​ຕໍ່­ສູ້​ອັນ​ລະ​ອິດ​ລະ​ອ້ຽວ ຍືດ​ເຍື້ອ​ຍາວ​ນານ ພາຍ​ໃຕ້​ຄັນ​ທຸງ​ຊາດ​-​ປະ­ຊາ­ທິ­ປະ­ໄຕ ທີ່​ສາ­ມາດ​ສ້າງ ແລະ ໝູນ​ໃຊ້​ກາ­ລະ​ໂອ­ກາດ​ໄດ້​ຢ່າງ​ຄ່ອງ​ແຄ້ວ​ເພື່ອ​ປັບ­ປຸງ ແລະ ຂະ​ຫຍາ​ຍກໍາ​ລັງ​ຕົວ​ຈິງ​ຂອງ​ການ​ປະ­ຕິ­ວັດ, ຕີ​ສັດ­ຕູ​ໃຫ້​ຖອຍ​ໄປ​ເທື່ອ​ລະ​ກ້າວ, ຍາດ​ເອົາ​ໄຊ​ຊະ​ນະ​ເ​ເຕ່​ລະ​ບັ້ນ​ຢ່າງ​ຕໍ່​ເນື່ອງ, ຈັບ​ກາ­ລະ​ໂອ ກາດ​ອໍາ​ນວຍ​ກ້າວ​ຂຶ້ນ​ຍາດ​ເອົາ​ໄຊ­ຊະ ­ນະ​ຢ່າງ​ສົມ­ບູນ, ລຶບ​ລ້າງ​ແອກ​ປົກ­ຄອງ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ ແລະ ສັກ​ດີ​ນາ​ຢ່າງ​ສິ້ນ​ເຊີງ, ສະ​ຖາ​ປະນາ ສາ­ທາ­ລະ­ນະ​ລັດ ປະ­ຊາ­ທິ­ປະ­ໄຕ ປະ­ຊາ­ຊົນ​ລາວ​ຂຶ້ນ, ຈົນ​ກ້າວ​ເຂົ້າ​ສູ່​ການ​ນໍາ​ພາ​ປະ­ຕິ­ບັດ 2 ໜ້າ­ທີ່​ຍຸດ­ທະ­ສາດ ໃນ​ການ​ປົກ​ປັກ​ຮັກ­ສາ ແລະ ສ້າງ­ສາ​ພັດ­ທະ­ນາ​ປະ­ເທດ​ຊາດ ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ.
   ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​​ເຫັນ​ວ່າປະ­ເທດ​ຊາດ​ໄດ້​ມີຜົນ ­ງານ​ຍິ່ງ​ໃຫຍ່ ແລະ ຜົນ­ສຳ­ເລັດ​ໃນ​ຫຼາຍ​ດ້ານ​ເປັນ­ຕົ້ນ​ແມ່ນການ​ແກ້​ໄຂ​ຄວາມ​ຫຍຸ້ງ­ຍາກ​ດ້ານ​ເສດ­ຖະ­ກິດ​ມະ­ຫາ​ພາກ, ການ ­ຈັດ­ຕັ້ງ​ປະ­ຕິ­ບັດ​ງົບ­ປະມານ​ຂອງ​ລັດ, ການ​ແກ້​ໄຂ​ໜີ້​ສິນ​ສາ­ທາ ­ລະ­ນະ;  ການ​ປັບ­ປຸງ​ລັດ​ວິ​ສາ​ຫະ​ກິດ;  ການ​ບໍ­ລິ­ການ​ຂອງ​ລັດ ເພື່ອ​ອຳ­ນວຍ​ຄວາມ​ສະດວກ​ໃຫ້​ແກ່​ພາກ​ທຸ­ລະ​ກິດ, ການ​ຫຼຸດ ­ຜ່ອນ​ຂອດ​ຂັ້ນທີ່​ກົດ​ໜ່ວງ​ຖ່ວງ​ດຶງ​ການ​ພັດ­ທະ­ນາ;  ການ​ແກ້​ໄຂ​ບັນ­ຫາ​ເງິນຕາ; ການ​ຈໍ​ລະ​ຈອນ​ສິນ­ຄ້າ; ການ​ຊຸກ­ຍູ້​ສົ່ງ­ເສີມ​ວິ​ສາ​ຫະ​ກິດ​ຂະ­ໜາດ​ກາງ​-​ຂະ­ໜາດ​ນ້ອຍ ແລະ ການ​ສ້າງ​ຖານ​ລາຍ​ຮັບ​ໃໝ່; ຊົນ­ນະ­ບົດ​ຢູ່​ປະ­ເທດ​ເຮົາ ໂດຍ​ລວມ​ໄດ້​ມີ​ໂສມ​ໜ້າ​ຫັນ­ປ່ຽນ​ໃໝ່​ຢ່າງ​ຈະ­ແຈ້ງ, ນັບ​ທັງ​ພື້ນ­ຖານ​ໂຄງ​ລ່າງ, ລະ­ບົບ​ສາ​ທາ​ລະ​ນຸ​ປະ​ໂພກ, ການ​ຜະ­ລິດ, ບໍ­ລິ­ການ ລ້ວນ​ແຕ່​ໄດ້​ມີ​ການ​ພັດ­ທະ­ນາ, ຄວາມ­ທຸກ​ຍາກ​ໄດ້​ຫຼຸດ​ລົງ​ເປັນ​ກ້າວໆ; ຍົກ​ລະ­ດັບ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ດີ​ຂຶ້ນ, ດ້ານ​ການ​ສຶກ­ສາ​ກໍ​ມີ​ຄຸນ​ນະ​ພາບ​ຫຼາຍ​ຂຶ້ນ, ດ້ານ​ສາ​ທາ ລະ­ນະ​ສຸກ ກໍ​ໄດ້​ຮັບ​ການ​ພັດ­ທະ­ນາ, ເອົາ­ໃຈ ­ໃສ່​ແກ້​ໄຂ​ປະ­ກົດ​ການ​ຫຍໍ້­ທໍ້​ໃນ​ສັງ­ຄົມ​ຢ່າງ​ຕັ້ງ­ໜ້າ ແລະ ດ້ານ​ອື່ນໆ​ກໍ​ໄດ້​ຮັບ​ການ​ປັບ­ປຸງ​ດີຂຶ້ນ; ຈາກ​ບັນ­ດາ​ຜົນ­ງານ ແລະ ໄຊ ­ຊະ­ນະ​ທີ່​ປະ­ຊາ­ຊົນ​ລາວ​ຍາດ​ມາ​ໄດ້ ແມ່ນ​ຍ້ອນ​ພັກ​ເຮົາ​ມີ​ແນວ­ທາງ​ອັນ​ຖືກ­ຕ້ອງ, ຍ້ອນ​ກໍາ​ລັງ​ແຮງ​ມະ­ຫາ​ສາ­ມັກ­ຄີ​ຂອງ​ທົ່ວ​ພັກ, ທົ່ວ​ກອງ­ທັບ ແລະ ທົ່ວ​ປວງ​ຊົນ, ຍ້ອນ​ລັດ­ທິ​ຮັກ​ຊາດ​ອັນ​ດູດ­ດື່ມ ແລະ ຈິດ­ໃຈ​ເອ­ກະ­ລາດ, ຍ້ອນ​ການ​ປະ­ສານ​ສົມ​ທົບ​ກໍາ​ລັງ​ແຮງ​ຂອງ​ຊາດ ແລະ ຂອງ​ຍຸກ​ສະໄໝ, ຍ້ອນ​ພັກ​ເຮົາ​ຍາມ​ໃດ​ກໍຕິດ​ພັນ​ກັບ​ປະ­ຊາ­ຊົນ ອີງ​ໃສ່​ກໍາ​ລັງ​ແຮງ​ຂອງ​ປະ­ຊາ­ຊົນ ແລະ ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ຜົນ​ປະ­ໂຫຍດ​ຂອງ​ປະ­ຊາ­ຊົນ, ມີ​ແຕ່​ພັກ​ປະ­ຊາ​ຊົນ​ປະ­ຕິ­ວັດ​ລາວ ຊຶ່ງ​ເປັນ​ກໍາ​ລັງ​ການ­ເມືອງ​ອັນ​ໜຶ່ງ​ອັນ​ດຽວ​ເທົ່າ​ນັ້ນ ທີ່​ໄດ້​ນໍາ​ພາ​ປວງ​ຊົນ​ລາວ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ­ຍາກ​ທຸ­ລະ­ກັນ­ດານ ແລະ ທົດ​ສອບ​ທ້າ​ທາຍ​ຕ່າງໆ ເພື່ອ​ກ້າວ​ເຂົ້າ​ສູ່​ຈຸດໝາຍ​ສັງ ­ຄົມ​ນິ­ຍົມ; ໃນ​ນາມຄະ­ນະ​ພັກ​ຮ​າກ​ຖານຄະ­ນະ​ຜູ້​ບໍ­ລິ­ຫານກໍ​ຄື​ພະ­ນັກ­ງານ​ໃນ​ທົ່ວ​ລະ­ບົບ ທຄຕລ ຂໍ​ຢັ້ງຢືນ​ວ່າ​ຈະ​ຕັ້ງ­ໜ້າ​ປະ­ກອບ­ສ່ວນ​ອຸ­ທິດ​ເຫື່ອ­ແຮງ, ສຸມ​ທຸ​ກສະ­ຕິ­ປັນ­ຍາ ແລະ ກໍາ​ລັງ​ວັງ­ຊາ ເຂົ້າ​ໃນ​ການ​ປະ­ຕິ­ບັດ​ໜ້າ­ທີ່​ການ­ເມືອງ​ຂອງ​ຕົນ​ຕາມ​ພາ­ລະ​ບົດ­ບາດ​ໜ້າ ທີ່​ເປັນ​ການ​ປະ­ກອບ­ສ່ວນ​ໃນ​ການ​ພັດ­ທະ ­ນາ​ປະ­ເທດ​ຊາດ ກໍຄື​ຂະແໜງ​ການ​ເງິນ​ການ​ທະ­ນາ­ຄານ ໃຫ້​ເທົ່າ​ທຽມ​ກັບ​ສາ​ກົນ.
2. ທ່ານ​ມີ​ຄວາມ​ເຂົ້າ­ໃຈ​ແນວ­ໃດ​ຕໍ່​ພັກ​ປະ­ຊາ­ຊົນ​ປະ­ຕິ ­ວັດ​ລາວ?.
   ພັກ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ສ້າງ­ຕັ້ງ​ຂຶ້ນ​ໃນ​ວັນ​ທີ 22 ມີນາ 1955 ເປັນ​ພັກ​ທີ່​ກໍາ​ເນີ​ດ​ຂຶ້ນ​ໃນ​ປະ­ເທດ​ກະ​ສິ​ກໍາ​ຫຼ້າ­ຫຼັງ, ປະ­ຊາ­ຊົນ​ລາວ​ສ່ວນ​ຫຼວງ­ຫຼາຍ​ແມ່ນ​ຊາວ​ໄຮ່­ນາ, ແຕ່​ກໍ​ແມ່ນ​ພັກ​ທີ່​ເດີນ​ຕາມ​ລັດ­ທິ​ມາກ​-​ເລ​ນິນ, ເປັນ​ພັກ​ທີ່​ສືບ​ທອດ​ພາ ­ລະ­ກິດ​ຂອງ​ພັກ​ກອມ​ມູ​ນິດ​ອິນ ­ດູ­ຈີນ, ເປັນ​ພັກ​ທີ່​ເປັນ​ຕົວ​ແທນ​ຂອງ​ຊົນ​ຊັ້​ນກໍາ​ມະ­ກອນ ແລະ ຊາວ​ຜູ້​ອອກ­ແຮງ​ງານ​ລາວ​ທີ່­ແທ້​ຈິງ; ເດັດ­ດ່ຽວ​ປົກ​ປັກ​ຮັກ­ສາ​ສິດ ແລະ ຜົນ​ປະ­ໂຫຍດ​ອັນ​ຊອບ​ທໍາ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ແລະ ຊັ້ນ​ຄົນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ. ພັກ​ຖື​ເອົາ​ການ​ຮັບ​ໃຊ້​ຊາດ, ຮັບ​ໃຊ້​ປະ­ຊາ­ຊົນ ເປັນ​ທິດ​ນໍາ​ພື້ນ­ຖານ​ໃນ​ການເຄື່ອນ​ໄຫວ​ຂອງ​ຕົນ.
   ພັກ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ປະ­ຕິ­ບັດ​ສອງ​ໜ້າ­ທີ່​ຍຸດ ­ທະ­ສາດ ຄື: ປົກ​ປັກ​ຮັກ­ສາ​ລະ ­ບອບ​ປະ­ຊາ­ທິ­ປະ­ໄຕ​ປະ­ຊາ­ຊົນ ແລະ ພັດ­ທະ­ນາ​ປະ­ເທດ​ຊາດ, ຊຶ່ງ​ປົກ​ປັກ​ຮັກ­ສາ​ລະ­ບອບ​ປະ ­ຊາ­ທິ­ປະ­ໄຕ​ປະ­ຊາ­ຊົນ ກໍ​ແມ່ນ​ການ​ປົກ​ປັກ​ຮັກ­ສາ​ປະ­ເທດ​ຊາດ, ປົກ​ປັກ​ຮັກ­ສາ​ໝາກ­ຜົນ​ຂອງ​ການ​ປະ­ຕິ­ວັດ​ທີ່​ຍາດ​ມາ​ໄດ້, ປົກ​ປັກ​ຮັກ­ສາ​ເອ­ກະ­ລາດ, ອະ­ທິ­ປະ​ໄຕ ແລະ ຜືນ​ແຜ່ນ­ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ​ໄວ້​ໃຫ້​ໄດ້​ຢ່າງ​ໝັ້ນ­ຄົງ, ຮັບ­ປະ­ກັນ​ໃຫ້​ປະ­ເທດ​ເຮົາ​ມີ​ຄວາມ​ສະ­ຫງົບ ແລະ ມີ​ສະ­ຖຽນ​ລະ​ພາບ ທົ່ວ​ປວງ​ຊົນ​ຮອບ­ດ້ານ​ຢ່າງ​ຕັ້ງ­ໜ້າ; ສ້າງ​ໃຫ້​ກອງ­ທັບ​ກາຍ­ເປັນ​ກອງ ­ທັບ​ທີ່​ເຂັ້ມ­ແຂງ ທັນ​ສະ­ໄໝ, ເປັນ​ກໍາ​ລັງ​ທີ່​ຈົງ​ຮັກ​ພັກ­ດີ​ອັນ​ບໍ­ລິ­ສຸດ​ຜຸດ​ຜ່ອງ​ຕໍ່​ຜົນ​ປະ­ໂຫຍດ​ລວມ​ຂອງ​ຊາດ ເພື່ອ​ເປັນ​ກໍາ​ລັງ​ຫຼັກ​ທີ່​ສໍາ​ຄັນ​ໃນ​ການ​ປົກ​ປັກ​ຮັກ­ສາ​ລະ­ບອບ​ປະ­ຊາ­ທິ­ປະ ­ໄຕ ປະ­ຊາ­ຊົນ​ເຮົາ, ສ້າງ​ເງື່ອນ​ໄຂ​ອໍາ​ນວຍ​ໃຫ້​ແກ່​ພາ­ລະ­ກິດ​ສ້າງ­ສາ​ພັດ­ທະ­ນາ​ປະ­ເທດ​ຊາດ ແລະ ການ​ທໍາ​ມາ​ຫາ​ກິນ​ຂອງ​ປະ­ຊາ­ຊົນ​ເຮົາ.
ການ​ພັດ­ທະ­ນາ​ປະ­ເທດ​ຊາດ ໂດຍ​ສະ­ເພາະ​ແມ່ນ​ການ​ພັດ­ທະ­ນາ​ເສດ​ຖະ​ກິດ​-​ສັງ­ຄົມ, ວັດ​ທະ​ນະ​ທໍາ ແລະ ຊີ­ວິດ​ການ​ເປັນ​ຢູ່​ຂອງ​ຄົນ​ພາຍ​ໃນ​ຊາດ​ໃຫ້​ດີ​ຂຶ້ນ, ມີ​ລາຍ​ຮັບ​ສູງ​ຂຶ້ນ ແລະ ມີ​ສ່ວນ​ເຫຼືອ​ແຮ​ໄວ້, ເຮັດ​ໃຫ້​ຄົນ​ໃນ​ຊາດ​ໄດ້​ຮັບ​ການ​ພັດ­ທະ­ນາ, ມີ​ຄວາມ​ຮູ້, ຄວາມ​ສາ­ມາດ, ມີ​ຈິດ­ໃຈ​ໂອບ​ເອື້ອ​ອາ­ລີ, ຮັກ​ເຊື້ອ​ແພງ​ຊາດ, ມີ​ນໍ້າ​ໃຈ​ບໍ­ລິ­ສຸດ​ສັດ ­ຊື່, ຮັກ​ຄວາມ​ກ້າວ­ໜ້າ ແລະ ມີ​ສຸ­ຂະ­ພາບ​ແຂງ­ແຮງ ປະ­ກອບ ­ສ່ວນ​ພັດ­ທະ­ນາ​ປະ­ເທດ​ຊາດ ໃຫ້​ຈະ­ເລີນ​ຮຸ່ງ­ເຮືອງ​ຂຶ້ນ.
   ພ້ອມ​ກັນ​ນີ້, ພັກ​ປະ­ຊາ ­ຊົນ​ປະ­ຕິ­ວັດ​ລາວ​ເວ­ລາ​ໃດ​ກໍ​ຢຶດ​ໝັ້ນ 6 ຫຼັກ­ການ​ຂອງ​ການ​ປ່ຽນ­ແປງ​ໃໝ່ ຄື: ຫຼັກ­ການ​ທີ 1: ຢຶດ​ໝັ້ນ​ຈຸດ­ໝາຍ​ສັງ­ຄົມ​ນິ­ຍົມ, ຫຼັກ­ການ​ທີ 2: ຢຶດ​ໝັ້ນ ແລະ ໝູນ​ໃຊ້​ລັດ­ທິ​ມາກ​-​ເລ​ນິນ ຢ່າງ​ປະ­ດິດ​ສ້າງ, ສອດ­ຄ່ອງ​ກັບ​ຈຸດ​ພິ­ເສດ​ຂອງ​ປະ­ເທດ​ເຮົາ,  ຫຼັກ ­ການ​ທີ 3: ຢຶດ​ໝັ້ນ​ໃນ​ການ​ນໍາ​ພາ​ຂອງ​ພັກ, ເພີ່ມ​ທະ­ວີ​ຄວາມ​ສາ­ມັກ­ຄີ​ເປັນ​ເອ­ກະ​ພາບ​ພາຍ​ໃນ​ພັກ ບົນ​ພື້ນ­ຖານ​ຫຼັກ­ການ​ລວມ​ສູນ​ປະ­ຊາ­ທິ­ປະ­ໄຕ ແລະ ແນວ­ທາງ​ຂອງ​ພັກ, ຫຼັກ­ການ​ທີ 4: ເສີມ​ຂະ­ຫຍາຍ​ປະ­ຊາ­ທິ ­ປະ­ໄຕ ແລະ ສິດ​ເປັນ​ເຈົ້າ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ, ສ້າງ​ກໍາ​ລັງ​ສາ­ມັກ­ຄີ​ທົ່ວ​ປວງ​ຊົນ ແລະ ຄວາມ​ເປັນ​ປຶກ​ແຜ່ນ​ຂອງ​ຊາດ​ລາວ​ເອ­ກະ​ພາບ, ຫຼັກ­ການ​ທີ 5: ເພີ່ມ​ທະ­ວີ​ຄວາມ​ສັກ­ສິດ​ຂອງ​ລະ​ບົ​ບອໍາ​ນາດ ປະ­ຊາ­ທິ­ປະ­ໄຕ ປະ­ຊາ­ຊົນ, ອີງ​ໃສ່​ກໍາ​ລັງ​ແຮງ​ຂອງ​ປະ­ຊາ­ຊົນ ແລະ ເພື່ອ​ປະ ­ຊາ­ຊົນ, ຕ້ານ​ປະ­ກົດ​ການ​ອາ­ຍາ​ສິດ​ທຸກ​ຮູບ​ແບບ ແລະ ຫຼັກ­ການ​ທີ 6: ເຊີດ​ຊູ​ຈິດ ­ໃຈ​ເອ­ກະ­ລາດ​ເປັນ​ເຈົ້າ​ຕົນ​ເອງ ສົມ­ທົບ​ກັບ​ກໍາ​ລັງ​ແຮງ​ຂອງ​ຍຸກ​ສະ​ໄໝ.
   ພັກ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ​ເປັນ​ພັກ​ກໍາອໍາ​ນາດ, ມີ​ຄວາມ​ຮັບ­ຜິດ­ຊອບ​ໃນ​ການ​ນໍາ​ພາ​ທົ່ວ​ປວງ​ຊົນ, ວາງ​ແຜນ ແລະ ບູ­ລະ­ນະ​ແນວ­ທາງ​ນະ­ໂຍ ­ບາຍ​ໃໝ່​ທີ່​ມີ​ລັກ​ສະ​ນະ​ກໍາ​ນົດ​ທິດ​ຂະ­ຫຍາຍ­ຕົວ​ຂອງ​ປະ­ເທດ​ຊາດ​ໃນ​ທຸກ​ຂົງ­ເຂດ ໃຫ້​ສອດ ­ຄ່ອງ​ກັບ​ການ​ຂະ­ຫຍາຍ­ຕົວ​ຂອງ​ສັງ­ຄົມ ແລະ ສອດ­ຄ່ອງ​ກັບ​ການ​ຂະ­ຫຍາຍ­ຕົວ​ຂອງ​ປະ­ເທດ​ຊາດ, ຕອບ​ສະ­ໜອງ​ຄວາມ​ມຸ່ງ​ມາດ​ປາ­ຖະ­ໜາ​ອັນ​ແຮງ​ກ້າ​ຂອງ​ປະ­ຊາ­ຊົນ​ບັນ­ດາ ­ເຜົ່າ, ເຕົ້າ­ໂຮມ​ຄວາມ​ສາ­ມັກ­ຄີ​ເປັນ​ເອ­ກະ​ພາບ​ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ. ພັກ​ເປັນ​ແກນ​ນໍາ​ໃນ​ລະ­ບົບ​ການ­ເມືອງ ແຫ່ງ​ລະ­ບອບ​ປະ­ຊາ­ທິ­ປະ­ໄຕ​ປະ­ຊາ­ຊົນ, ເສີມ​ຂະ­ຫຍາຍ​ພາ­ລະ​ບົດ­ບາດ​ຄຸ້ມ​ຄອງ ແລະ ຈັດ​ຕັ້ງ​ປະ­ຕິ­ບັດ​ຂອງ​ລັດ, ແນວ​ລາວ​ສ້າງ​ຊາດ, ອົງ­ການ​ຈັດ​ຕັ້ງ​ມະ­ຫາ­ຊົນ ແລະ ອົງ­ການ​ຈັດ​ຕັ້ງ​ສັງ­ຄົມ​ອື່ນໆ. ພັກ​ເຄົາ­ລົບ ແລະ ເຄື່ອນ​ໄຫວ​ຕາມ​ລັດ​ຖະ​ທໍາ​ມະ­ນູນ ແລະ ກົດ​ໝາຍ.
3. ການ​ຊີ້​ນໍາ-ນໍາ​ພາ​ໃນ​ຂົງ ­ເຂດ​ວຽກ​ງານ​ທີ່​ຮັບ­ຜິດ­ຊອບ​ວຽກ​ງານ​ມີ​ຄື​ແນວ­ໃດ? ໂດຍ​ສະ­ເພາະ​ຜົນ­ງານ​ການ​ເຄື່ອນ ໄຫວ​ວຽກ​ງານ​ຂອງ​ທະ­ນາ­ຄານ ພາຍ​ໃຕ້​ການ​ຊີ້​ນໍາ-ນໍາ​ພາ​ຂອງ​ຄະ­ນະ​ພັກ​ຮາກ​ຖານ ທຄຕລ ເປັນ​ແນວ­ໃດ?
   ຄະ­ນະ​ພັກ​ຮາກ​ຖານ​ໄດ້​ເອົາ­ໃຈ­ໃສ່​ຊີ້​ນຳໆ​ພາ ການ​ດຳ ­ເນີນ​ທຸ­ລະ​ກິດ​ຂອງ​ທະ­ນາ­ຄານ ຢ່າງ​ມີ​ຫົວ­ຄິດ​ປະ­ດິດ​ສ້າງ, ນຳ​ໃຊ້ ແລະ ບໍ­ລິ­ຫານ​ທຶນ­ຮອນ​ທີ່​ມີ​ຢູ່​ໃຫ້​ມີ​ປະ­ສິດ​ທິ​ຜົນ ບົນ​ພື້ນ ­ຖານ​ການ​ວິ­ເຄາະ, ພິ­ຈາ­ລະ­ນາ​ຄວາມ​ສ່ຽງ ແລະ ສຸມ​ໃສ່​ຄວາມ​ອາດ​ສາ­ມາດ​ທ່າ­ແຮງ​ບົ່ມຊ້ອນ​ທີ່​ມີ ເພື່ອ​ເຮັດ​ໃຫ້­ການ​ດຳ­ເນີນ​ງານ​ມີ​ປະ­ສິດ​ທິ​ຜົນ​ສູງ​ສຸດ​ຊຶ່ງ​ສະ­ແດງ ອອກ​ຄື: ໄດ້ຈັດ​ກອງ​ປະ­ຊຸມ​ສະ­ພາ​ບໍ­ລິ­ຫານ​ສະ­ໄໝ​ສາ­ມັນ 5 ຄັ້ງ; ກອງ​ປະ­ຊຸມ​ຜູ້​ຖື​ຮຸ້ນ ປະ​ຈໍາ​ປີ 2018  1 ຄັ້ງ, ຈັດ​ກອງ​ປະ­ຊຸມ​ທົບ​ທວນ​ຜົນ​ການ​ດໍາ​ເນີນ​ທຸ­ລະ​ກິດ ທຄຕລ 4 ຄັ້ງ, ເຊັນ​ສັນ­ຍາ​ວ່າ​ດ້ວຍ​ການ​ບໍ­ລິ­ການ​ດ້ານ​ການ​ເງິນ ແລະ ຈຳ­ໜ່າຍ​ຮຸ້ນ ທຄຕລ 19% ຂອງ​ກະ­ຊວງ​ການ​ເງິນ​ລະ­ຫວ່າງ ທຄຕລ ກັບ ບໍ­ລິ­ສັດ ​ຫຼັກ​ຊັບ​ລາວ​-​ຈີນ ຈຳ­ກັດ ພ້ອມ​ທັງ​ສໍາ​ເລັດ​ການ​​ຂາຍ​ຮຸ້ນ​ອອກ​ສູ່​ສັງ​ຄົມ ​ຈໍາ​ນວນ 10% ຕາມ​ເວລາ ​ທີ່​ກໍາ​ນົດ, ແຍກ​ພະ​ແນກ​​ຄຸ້ມ​ຄອງ​ສິນ​ເຊື່ອ​ອອກ​ເປັນ 3 ພະ​ແນກຄື: ພະ​ແນ​ກ​ປະ­ຕິ­ບັດ​ການ​ສິນ​ເຊື່ອ, ພະ​ແນ​ກ​ຂາຍ​ຜະ­ລິດ​ຕະ​ພັນ​ສິນ​ເຊື່ອ, ພະ​ແນ​ກ​ບໍ­ລິ ­ຫານ​ສິນ​ເຊື່ອ ແລະ ສ້າງ­ຕັ້ງ​ພະ​ແນ​ກ​ນິ­ຕິ​ກຳ, ທຄຕລ ເຂົ້າ​ເປັນ​ສະມາ­ຊິກ​ໂດຍ​ກົງ​ຂອງ AMEX, ອອກ​ຜະ­ລິດ​ຕະ​ພັນ​ໃໝ່ BCEL MasterCard, ຮ່ວມ​ມື​ກັບ Swift Pass ໃນ​ການ​ບໍ­ລິ­ການ​ຊໍາ​ລະ​ເງິນ​ດ້ວຍ WeChat ແລະ AliPay ແລະ ຮ່ວມ​ມື​ກັບ​ຢູ​ນຽນ​ເພ​ສາ­ກົນ ໃນ​ການ​ໃຫ້​ບໍ­ລິ­ການ​ຊໍາ​ລະ­ສະ​ສາງ​ຜ່ານ QR CODE UnionPay ແລະ ຮ່ວມ​ມື​ກັບ ທະ ­ນາ­ຄານ​ທະ​ນາ​ຊາດ ປະ­ເທດ​ໄທ ໃນ​ການ​ຊຳ­ລະ​ຊະ​ສາງ​ຂ້າມ​ຊາຍ​ແດນ​ດ້ວຍ​ລະ ­ບົບ QR Code,ຮ່ວມ​ລົງ​ນາມ​ສັນ­ຍາ​ຮ່ວມ​ທຶນ​ສ້າງ­ຕັ້ງ ບໍ­ລິ­ສັດ ລາວ​ເນ​ເຊິ​ນ​ນໍ​ເພ​ເມັ້ນ​ເນັດ​ເວີກ ຈໍາ​ກັດ (LAPNET),BCEL Road Tax ສາ­ມາດ​ຍາດ​ລາງ­ວັນ​ຮອງ​ຊະ­ນະ​ເລີດ ICT AWARD 2019 ລະ­ດັບ​ປະ ­ເທດ ແລະ ຍາດ​ໄດ້​ລາງ­ວັນ​ຊະ­ນະ​ເລີດ ລະ­ດັບ​ອາ​ຊຽນ, ພັດທະ­ນາ​ໂຄງ­ການ Smart VAT Phase II ແລະ ເຊື່ອມ​ລະ­ບົບ ບ 53 ການ​ຊໍາ​ລະ​ຄ່າ​ທໍາ​ນຽມ​ນໍາ​ເຂົ້າ​ລົດ­ຊົ່ວ​ຄາວ​ຄົນ​ ຕ່າງ­ປະ­ເທດຂອງ​ກົມ​ພາ­ສີ ໃຫ້​ມາ​ຊໍາ​ລະ​ຢູ່​ຕູ້​ບໍ­ລິ ­ການ​ອັດຕະ­ໂນ­ມັດ ທີ່​ຂົວ​ມິດ ­ຕະ­ພາບ​ລາວ​-​ໄທ 1, ເປີດ​ບໍ­ລິ ­ການ​ໃນ​ວັນ​ເສົາ​-​ອາທິດ ໂດຍ​ເນັ້ນ​ໃສ່​ໜ່ວຍ​ບໍ­ລິ­ການ​ທີ່​ມີ​ບໍ​ລິ​ມາດ​ການ​ບໍ­ລິ­ການ​ຫຼາຍ​ຈໍາ​ນວນ 5 ໜ່ວຍ​ໃນ​ເບື້ອງ​ຕົ້ນ​ຄື: ໜ່ວຍ​ບໍ ­ລິ­ການ​ໄອ​ເຕັກ, ໜ່ວຍ​ບໍ­ລິ­ການ​ຕະ­ຫຼາດ​ເຊົ້າ; ໜ່ວຍ​ບໍ­ລິ­ການ​ສີ​ໄຄ, ໜ່ວຍ​ບໍ ­ລິ­ການ​ທົ່ງ​ຈະ­ເລີນ ແລະ ໜ່ວຍ​ບໍ ­ລິ­ການ​ຕະ­ຫຼາດ​ໃໝ່​ປາກ​ເຊ, ຜົນ​ການ​ດໍາ​ເນີນ​ທຸ­ລະ​ກິດ ປີ 2019 ຄື: ຍອດ​ຊັບ​ສິນ/ໜີ້​ສິນ ປະ­ຕິ­ບັດ​ໄດ້ເກີນ​ແຜນ 9,6%, ຍອດ​ເງິນ ​ກູ້​ທັງ​ໝົດ: ປະ­ຕິ ­ບັດ​ໄດ້ 104,5%, ຍອດ​ເງິນ​ຝາກ: ປະ­ຕິ­ບັດ​ໄດ້​ເກີນ​ແຜນ 12%.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com