Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ດໍາເນີນນະໂຍບາຍ ສົ່ງເສີມທຸກພາກສ່ວນ ເສດຖະກິດ ທັງພາຍໃນ ແລະ ຕ່າງປະເທດຢ່າງແຂງ ແຮງ, ສ້າງເງື່ອນໄຂທີ່ຈຳເປັນກະຕຸກຊຸກຍູ້ການ ຂະຫຍາຍຕົວຂອງທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່ໄປພ້ອມໆກັນ; ເອົາໃຈໃສ່ເສີມຂະຫຍາຍ ແລະ ປັບປຸງລະ ບອບນະໂຍບາຍຕໍ່ຊົນເຜົ່າ, ສາ ສະໜາ ແລະ ວຽກງານການຕ່າງປະເທດທີ່ຢູ່ໃນຄວາມຮັບ ຜິດຊອບຂອງໜ່ວຍພັກຢ່າງເໝາະສົມ. ຄະນະພັກ, ສະ ມາຊິກພັກຕ້ອງເປັນເຈົ້າການນຳພາແກ້ໄຂຄວາມທຸກຍາກຂອງປະຊາຊົນ, ສ້າງບ້ານໃຫ້ກາຍເປັນບ້ານພັດທະນາເຮັດໃຫ້ຊີວິດການເປັນຢູ່ຂອງສະ ມາຊິກພັກ, ພະນັກງານ ແລະ ປະຊາຊົນລາວບັນດາເຜົ່າໄດ້ຮັບການປັບປຸງນັບມື້ດີຂຶ້ນ, ຄອບຄົວທຸກຍາກໃນຂອບເຂດ ທົ່ວປະເທດໄດ້ຮັບການແກ້ໄຂເປັນກ້າວໆ; ເປັນເຈົ້າການນຳພາ-ຊີ້ນຳປັບປຸງບູລະນະອົງ ການປົກຄອງ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ສັງຄົມທີ່ຢູ່ໃນຂອບເຂດການນຳພາຂອງຕົນ ໃຫ້ສາມາດເປັນກໍາລັງແຮງໃນການປະຕິບັດແນວທາງຂອງພັກ ໃນແຕ່ລະໄລຍະມີໝາກຜົນຕົວຈິງ. ປະຕິບັດວຽກງານຮອບ ດ້ານຢູ່ຮາກຖານ, ຜ່ານສະມາ ຊິກພັກ, ຈັດຕັ້ງນຳພາການ ຈັດຕັ້ງຕ່າງໆປະຕິ ບັດວຽກງານຂອງແຕ່ລະການຈັດຕັ້ງເປັນປົກ ກະຕິ; ອົງການປົກຄອງຂັ້ນບ້ານໄດ້ຮັບການປັບປຸງດ້ານການ ຈັດຕັ້ງຕາມ 5 ໜ່ວຍງານ, 15 ຕໍາແໜ່ງງານ, ໄດ້ເອົາໃຈໃສ່ບຳລຸງຍົກລະດັບ ຄວາມຮູ້ກ່ຽວກັບທິດສະດີການເມືອງ-ການປົກຄອງ, ກົດໝາຍ, ລະບຽບການຕ່າງໆ ຮັບໃຊ້ການຄຸ້ມຄອງ ບໍລິຫານ, ສົມທົບລະຫວ່າງການ ບໍລິຫານລັດກັບການບໍລິຫານແບບຊຸມຊົນໄປພ້ອມໆກັນ. ພ້ອມກັນນັ້ນ ແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນຕ້ອງປະກອບ ສ່ວນສຳຄັນໃນການໂຄສະນາ, ປຸກລະດົມຂົນຂວາຍ ແລະ ເຕົ້າໂຮມປະຊາຊົນບັນດາເຜົ່າ ປະຕິບັດແນວທາງ, ແຜນນະ ໂຍບາຍຂອງພັກ, ກົດໝາຍຂອງລັດ, ປັບປຸງການຈັດຕັ້ງດັ່ງ ກ່າວໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຢູ່ແຕ່ລະບ່ອນ, ເພີ່ມທະວີການນຳພາຂອງພັກ ແລະ ຈັດວາງບຸກຄະລາກອນເຂົ້າໃນອົງການນຳພາຂອງອົງການດັ່ງກ່າວໃຫ້ເຄື່ອນໄຫວຖືກຕ້ອງ ຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງແຕ່ລະ ອົງການ.
ຄະນະພັກ, ຄະນະບັນຊາຂັ້ນຕ່າງໆ, ສະມາຊິກພັກຕ້ອງເອົາໃຈໃສ່ນຳພາຢ່າງຈົດຈໍ່ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບດ້ວຍການກໍ່ສ້າງ, ຈັດວາງ, ສັບຊ້ອນ ແລະ ນຳໃຊ້ບຸກຄະລາກອນທີ່ມີຄວາມພ້ອມ ເຂົ້າໃນກຳລັງປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ເຮັດໃຫ້ກຳລັງດັ່ງກ່າວມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ໂປ່ງໃສທາງດ້ານຄຸນສົມບັດສິນທຳປະຕິວັດ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ການຊີ້ນຳ-ບັນຊາ ແລະ ມີໄຫວພິບທາງດ້ານສິລະປະຍຸດ, ຍຸດທະ ວິທີສາມາດເປັນກຳລັງ ຫຼັກແຫຼ່ງແກ່ນສານໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ; ເອົາໃຈໃສ່ກໍ່ສ້າງ, ປັບປຸງຮາກຖານການ ເມືອງໃນກົມກອງກຳລັງປະ ກອບອາວຸດ ດ້ວຍການຍູ້ແຮງຂະບວນການກໍ່ສ້າງກອງແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ, ຫັນກຳລັງລົງກໍ່ສ້າງຮາກຖານການເມືອງສ້າງບ້ານປ້ອມໝັ້ນ ແລະ ກຸ່ມບ້ານສູ້ຮົບຕິດລຽນໃນຂອບເຂດທົ່ວປະເທດໃຫ້ກາຍ ເປັນໃຈກາງສຳຄັນໃນການຮັກ ສາຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ, ຄວາມເປັນ ລະ ບຽບຮຽບຮ້ອຍ ແລະ ຄວາມປອດໄພໃນ ສັງຄົມ. ເພື່ອກໍ່ສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນໃນທຸກດ້ານຕ້ອງກໍາແໜ້ນເນື້ອໃນ ພື້ນຖານດັ່ງນີ້:
1. ຄົ້ນຄວ້າ, ເຊື່ອມຊຶມ ແລະ ກຳແໜ້ນນິຕິກຳຂອງພັກ ກ່ຽວກັບການກໍ່ສ້າງພັກໃນໄລ ຍະໃໝ່.
ຄະນະພັກທຸກຂັ້ນ, ສະມາ ຊິກພັກທຸກສະຫາຍຕ້ອງເອົາ ໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມ ແລະ ກຳແໜ້ນບັນດານິຕິກຳຂອງພັກທີ່ກຳນົດ ອອກໃນແຕ່ລະໄລຍະ ເປັນຕົ້ນແມ່ນກົດລະບຽບຂອງພັກ, ມະຕິ, ຄຳສັ່ງ, ຄຳແນະນຳຂອງຂັ້ນເທິງກ່ຽວກັບວຽກງານກໍ່ສ້າງພັກເຊັ່ນ: ຄຳສັ່ງເລກທີ 01/ກມສພ, ລົງວັນທີ 3/1/2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແລະ ຄຳແນະນຳເລກທີ 291/ຄຈສພ, ລົງວັນທີ 26/4/2018 ກ່ຽວກັບການ ຈັດຕັ້ງປະຕິບັດຄຳສັ່ງຂອງກົມ ການເມືອງສູນກາງພັກວ່າດ້ວຍການເພີ່ມທະວີການກໍ່ສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຢ່າງເລິກເຊິ່ງ, ກວ້າງ ຂວາງ ແລະ ທົ່ວເຖິງ, ຫັນເປັນແຜນການ, ແຜນງານ, ໂຄງ ການ, ຄາດໝາຍສູ້ຊົນຂອງອົງ ຄະນະພັກຂັ້ນຕົນ ພ້ອມທັງຊີ້ນຳ-ນຳພາຈັດຕັ້ງປະຕິບັດໃຫ້ມີຜົນ ສຳເລັດ, ຖືເປັນຄວາມຮັບຜິດ ຊອບໂດຍກົງຂອງຄະນະພັກຕໍ່ຜົນໄດ້ຜົນເສຍຕໍ່ຄະນະ ພັກຂັ້ນເທິງໃນວຽກງານກໍ່ສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.
2. ຍົກສູງຄວາມຮັບຜິດ ຊອບຂອງຄະນະພັກຕໍ່ການກໍ່ສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.
ການປັບປຸງບູລະນະການ ຈັດຕັ້ງພັກແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບໂດຍກົງ ຂອງຄະນະພັກຂັ້ນຕ່າງໆ ແລະ ສະມາຊິກພັກ ແຕ່ລະສະຫາຍ ຊຶ່ງກ່ອນອື່ນແມ່ນຄະນະພັກຂັ້ນເທິງຕ້ອງມີການຊີ້ນຳ-ນຳພາຄະນະພັກຂັ້ນລຸ່ມທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເຄື່ອນ ໄຫວໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ກໍຄືການປະຕິ ບັດໜ້າທີ່ກໍ່ສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ສ້າງແຜນການກໍ່ສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໃນແຕ່ລະປີ ພ້ອມທັງສູ້ຊົນຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ, 1 ປີ ຕ້ອງມີການດຳເນີນການກວດ ກາ, ຕີລາຄາປະເມີນຜົນ ເພື່ອຢັ້ງຢືນຄຸນນະພາບຂອງສະມາ ຊິກພັກ ແລະ ໜ່ວຍພັກ.
3. ຍົກສູງຄວາມຮັບຜິດ ຊອບຂອງຄະນະພັກ, ສະມາ ຊິກພັກໃນການຕີລາຄາຄຸນນະພາບ ແລະ ແບ່ງປະເພດສະ ມາຊິກພັກ ແລະ ໜ່ວຍພັກໃຫ້ຖືກຕ້ອງຊັດເຈນ.
ການຕີລາຄາຄຸນນະພາບ ແລະ ແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກຕ້ອງບົນພື້ນ ຖານການສະຫຼຸບຕີລາຄາການເຄື່ອນ ໄຫວນຳພາ-ຊີ້ນຳຈັດຕັ້ງປະຕິບັດແຜນການ ກໍ່ສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແລະ ຜົນສຳເລັດໃນການ ຈັດຕັ້ງປະຕິບັດໜ້າທີ່ວຽກງານແຕ່ລະດ້ານຂອງສະມາຊິກພັກ ແລະ ໜ່ວຍພັກເປັນໄມ້ຫຼາວັດ ແທກຄຸນນະພາບຂອງສະມາ ຊິກພັກ ແລະ ໜ່ວຍພັກ.
4. ປັບປຸງບູລະນະການ ຈັດຕັ້ງ, ຍົກສູງຄຸນນະພາບວຽກງານຄຸ້ມຄອງສະມາຊິກພັກ ແລະ ການດຳເນີນຊີວິດພັກຂອງການຈັດຕັ້ງຮາກຖານ.
ການປັບປຸງບູລະນະການ ຈັດຕັ້ງຕ້ອງຮັບປະກັນຄວາມສອດຄ່ອງລະຫວ່າງກົງຈັກ ການຈັດຕັ້ງກັບກົງຈັກການຈັດ ຕັ້ງບໍລິຫານຢູ່ຫົວໜ່ວຍຮາກຖານ, ແຕ່ລະຮາກຖານພັກ, ຕ້ອງ ສ້າງຂຶ້ນໂດຍຕິດພັນກັບຫົວໜ່ວຍຮາກຖານໃດໜຶ່ງໃນລະບົບການຈັດຕັ້ງສັງຄົມ. ຍົກສູງຄຸນນະພາບວຽກງານຄຸ້ມຄອງສະມາຊິກພັກ, ຈຸພັກ, ໜ່ວຍພັກຕ້ອງຄຸ້ມຄອງສະມາ ຊິກພັກໂດຍກົງ; ກຳແໜ້ນແນວຄິດຈິດໃຈ, ລະດັບຄວາມຮູ້-ຄວາມສາມາດ, ສຸຂະພາບ ແລະ ເງື່ອນໄຂດຳລົງຊີວິດ ເພື່ອດຳເນີນການແບ່ງວຽກໃຫ້ ເໝາະສົມ; ກວດກາການປະຕິ ບັດໜ້າທີ່ຂອງສະມາຊິກພັກ; ສ້າງແຜນສຶກສາອົບຮົມຍົກລະ ດັບດ້ານການເມືອງ, ລະດັບຄວາມສາ ມາດທຸກດ້ານໃຫ້ແກ່ສະມາຊິກພັກໃນວຽກງານຕົວຈິງ; ການດຳເນີນຊີວິດໜ່ວຍພັກຕ້ອງເລືອກເຟັ້ນເນື້ອໃນໃຫ້ຖືກຕ້ອງ, ຊັດເຈນ ແລະ ກຳນົດເວລາຢ່າງເໝາະສົມ, ກະກຽມເນື້ອໃນຢ່າງລະອຽດ, ຄົບຖ້ວນໃຫ້ແກ່ບັ້ນດຳເນີນຊີວິດພັກ; ຍົກສູງໜ້າທີ່, ຄວາມຮັບຜິດຊອບຂອງຄະນະພັກຮາກຖານ ແລະ ໜ່ວຍພັກຕໍ່ບັ້ນດຳເນີນຊີວິດ ພັກ; ເປັນເຈົ້າການ ແລະ ປະ ຊາທິປະໄຕ ປະ ກອບຄຳຄິດຄຳເຫັນໃນເວລາດຳເນີນຊີວິດພັກ, ປະຕິບັດຫຼັກ ການຕິຊົມຕົນເອງ ແລະ ຕິຊົມກັນພາຍໃນພັກຢ່າງເຂັ້ມງວດ.
5. ເປັນເຈົ້າການສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ ທໍ້ຕ່າງໆພາຍໃນການຈັດຕັ້ງ ແລະ ຖັນແຖວສະມາຊິກພັກ.
ຖືເອົາລະບຽບ, ກົດໝາຍ ແລະ ການ ຈັດຕັ້ງເປັນພື້ນຖານ, ບ່ອນອີງໃຫ້ແກ່ການເຄື່ອນໄຫວ ເພື່ອແນໃສ່ຈຳກັດປະກົດການຫຍໍ້ທໍ້ຂອງພະນັກງານ, ສະມາ ຊິກພັກ ເປັນແຕ່ລະກ້າວ; ປັບປຸງ ແລະ ປະກາດໃຊ້ກົດໝາຍ, ການໂຄສະນາເຜີຍແຜ່ກົດ ໝາຍ ແລະ ຕິດຕາມກວດກາການປະຕິບັດກົດໝາຍ; ປັບ ປຸງກົງຈັກລັດຕາມທິດລັດແຫ່ງອຳນາດກົດໝາຍ ຂອງປະຊາ ຊົນ, ໂດຍປະຊາຊົນ ແລະ ເພື່ອ ປະຊາຊົນ; ສຶກສາຮຳ່ຮຽນສິດ ແລະ ພັນທະ ພົນລະເມືອງ, ຄວາມຮັບຜິດຊອບຂອງບັນ ດາອົງການລັດ, ພິເສດແມ່ນຄວາມຮັບຜິດຊອບຂອງຄະນະພັກ, ຫົວໜ້າບັນດາອົງການລັດ, ປຸກລະດົມທົ່ວສັງຄົມຕໍ່ສູ້ຕ້ານປະກົດການຫຍໍ້ທໍ້, ເຜີຍແຜ່ບັນດາການກະທຳຜິດທີ່ຝືນກັບຄຸນທາດການ ເມືອງ, ຄຸນສົມບັດສິນທຳປະຕິວັດ ທີ່ກໍ່ຜົນເສຍຫາຍໃຫ້ແກ່ສັງຄົມຜ່ານພາຫະ ນະສື່ມວນຊົນດ້ວຍຫຼາຍຮູບຫຼາຍສີ. ເລືອກເຟັ້ນເອົາພະນັກ ງານ, ສະມາຊິກພັກທີ່ພຽບພ້ອມ ໄປດ້ວຍຄວາມສາມາດ ແລະ ຄຸນທາດ, ສິນລະທຳເຂົ້າໃນການຈັດຕັ້ງກົງຈັກ ເພື່ອສະກັດ ກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ຊອກໃຫ້ເຫັນ, ຂໍ້ຈຳກັດແກ້ໄຂເຂັ້ມງວດຕໍ່ກັບພະນັກ ງານ, ສະມາຊິກພັກທີ່ມີການກະທຳທີ່ບໍ່ຖືກຕ້ອງໄປພ້ອມໆກັບການບູລະນະກົງຈັກການ ຈັດຕັ້ງພັກແຕ່ລະຂັ້ນໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ການພິຈາລະນາແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ, ບໍ່ວ່າຜູ້ມີຖານະ ຫຼື ບໍ່ມີຖານະຕ້ອງປະ ຕິບັດຕາມຫຼັກການທີ່ວ່າ: ພົນ ລະເມືອງລາວທຸກຄົນ ລ້ວນແຕ່ມີຄວາມສະເໝີພາບຕໍ່ໜ້າກົດ ໝາຍ; ກຳນົດແຈ້ງບາດກ້າວດຳເນີນການກວດກາ ແລະ ຕ້ານປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນຢ່າງເຂັ້ມງວດ ແລະ ທັນການ.
6. ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນພັກ.
ສືບຕໍ່ເສີມຂະຫຍາຍມູນ ເຊື້ອຄວາມສາມັກຄີເປັນເອກະ ພາບໃນພັກດ້ວຍການໝູນໃຊ້ ແລະ ປະຕິບັດບາງບົດຮຽນພຶດຕິກຳທີ່ບັນດາພັກກອມມູນິດໄດ້ສັງລວມຄື: ຕ້ອງເດັດ ດ່ຽວຕໍ່ສູ້ກັບລັດທິເອກະຊົນ ແລະ ລັດທິສວຍໂອກາດ ທີ່ເກີດຂຶ້ນພາຍໃນພັກ; ຊອກຫາວິທີແກ້ໄຂແນວຄິດ ແລະ ຄວາມເຫັນທີ່ແຕກຕ່າງກັນຢູ່ໃນບັນຫາຕ່າງໆທີ່ນຳມາປຶກສາຫາລືພາຍໃນພັກໃຫ້ຖືກຕ້ອງ ແລະ ສອດຄ່ອງກັບສະ ພາບຄວາມເປັນຈິງ; ເດັດດ່ຽວແກ້ໄຂປະ ກົດການອະພິສິດ, ການໄດ້ຮັບຜົນປະໂຫຍດພິເສດທີ່ບໍ່ຖືກຕ້ອງຕາມນະໂຍ ບາຍ ແລະ ເງື່ອນໄຂດຳລົງຊີວິດຕົວຈິງ; ພັກຕ້ອງເປັນຜູ້ວາງແນວທາງ, ແຜນນະໂຍບາຍທີ່ຖືກຕ້ອງ, ສ້າງກົນໄກການຈັດຕັ້ງທີ່ເໝາະສົມ, ກຳນົດລະບຽບການເຮັດວຽກງານຈະແຈ້ງ, ເດັດດ່ຽວຕ້ານພະຍາດອາຍາສິດ; ວາງມາດ ຕະການເດັດຂາດໃນການ ແກ້ໄຂສະພາບການທີ່ເປັນໜໍ່ແໜງຄວາມບໍ່ສາມັກຄີຢູ່ພາຍໃນພັກນັ້ນໃຫ້ທັນການ; ເດັດ ດ່ຽວຕ້ານສົງຄາມຫັນປ່ຽນໂດຍສັນຕິຂອງສັດຕູໃຫ້ທັນການ ແລະ ເດັດຂາດ ເພື່ອປົກປັກຮັກ ສາຄວາມສາມັກຄີພາຍໃນພັກ.
7. ເອົາໃຈໃສ່ຕິດຕາມ, ກວດກາ ແລະ ສະຫຼຸບຖອດຖອນບົດຮຽນເປັນປະຈຳ ກ່ຽວກັບ ການເຄື່ອນໄຫວກໍ່ສ້າງພັກ.
ພັກປະຊາຊົນປະຕິວັດລາວ ຍາມໃດກໍຖືວ່າ “ຖ້າບໍ່ມີການກວດກາ ກໍໝາຍຄວາມວ່າບໍ່ມີການນຳພາ” ນັ້ນແມ່ນຊີ້ບອກເຖິງການຕິດຕາມກວດກາ ແມ່ນຫຼັກການໜຶ່ງທີ່ສຳຄັນ, ແມ່ນສ່ວນປະກອບທີ່ຕັດແຍກອອກບໍ່ໄດ້ ແລະ ເປັນໜຶ່ງໃນພາລະບົດບາດຕົ້ນຕໍໃນການນຳພາຂອງພັກ, ເປັນຂອດທີສາມຂອງການນຳພາ. ການປະຕິບັດລະ ບຽບການຕິດຕາມ, ກວດກາ ແລະ ສະຫຼຸບຖອດຖອນບົດຮຽນໃນການປະຕິບັດໜ້າທີ່ຂອງໜ່ວຍພັກ, ການປະຕິບັດມະຕິ, ຄຳສັ່ງຂອງຂັ້ນເທິງ, ການປະຕິບັດໜ້າທີ່ຂອງຄະນະພັກ, ຄະນະກຳມະການ ແລະ ແຕ່ລະສະຫາຍແລ້ວ ຕ້ອງເປັນເຈົ້າການລາຍ ງານສະພາບການທັງໝົດຂຶ້ນໃຫ້ຂັ້ນເທິງໄດ້ຮັບຮູ້, ເອົາໃຈໃສ່ແກ້ໄຂບັນ ດາປະກົດການຂາດປະຊາທິ ປະໄຕ ຫຼື ເສລີປະຊາທິປະໄຕໃນການດຳເນີນງານ, ຕ້ອງສົ່ງເສີມຫຼັກການນຳພາປຶກສາຫາລື ແລະ ແກ້ໄຂບັນຫາຕ່າງໆ ເປັນໝູ່ຄະນະ, ບຸກຄົນຮັບຜິດ ຊອບ, ປະຕິບັດລະບຽບຫຼັກ ການຂອງພັກຢ່າງເຂັ້ມງວດ. ການຕິດຕາມ, ກວດກາ ແລະ ສະຫຼຸບຖອດຖອນບົດຮຽນ ແມ່ນເນື້ອໃນໜຶ່ງຂອງການເຄື່ອນ ໄຫວຄຸ້ມຄອງ-ປ້ອງກັນພະນັກ ງານ, ສະມາຊິກພັກ, ຮັບປະກັນຄວາມໂປ່ງໃສ, ຮອບດ້ານຂອງການຈັດຕັ້ງ ແລະ ການເຄື່ອນ ໄຫວປະຕິບັດໜ້າທີ່ວຽກງານ ຂອງຖັນແຖວພະນັກງານ, ສະ ມາຊິກພັກ ຊຶ່ງຄຸນຄ່າທີ່ແທ້ຈິງຂອງການກວດກາ, ສະຫຼຸບຖອດຖອນບົດຮຽນແຕ່ລະຄັ້ງຕ້ອງໄດ້ກຳນົດ ໃນລັກສະນະປະສິດທິຜົນຕໍ່ດ້ານເສດຖະກິດ, ການ ເມືອງ ແລະ ຄວາມຢູ່ດີກິນດີ ຂອງພະນັກງານ, ສະມາຊິກພັກຕະຫຼອດຮອດປະຊາຊົນ ແລະ ກວດກາຕ້ອງໄປເຖິງຂໍ້ສະ ຫຼຸບຄວາມຖືກຕ້ອງ ແລະ ຂໍ້ຜິດ ພາດຕາມທິດເສີມຂະຫຍາຍ ຫຼື ປົວແປງໃນລະດັບລົງວິໄນຢ່າງຈະແຈ້ງ. ການກໍ່ສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແມ່ນການສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ຜົນງານທີ່ພົ້ນເດັ່ນທັງເດັດດ່ຽວປັບປຸງ, ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທົດສອບທີ່ເປັນອັນ ຕະລາຍຕໍ່ພັກແນໃສ່ເຊີດຊູບົດ ບາດຄວາມສາມາດນຳພາຂອງພັກ ແລະ ຍົກສູງຄວາມເປັນແບບຢ່າງນຳໜ້າຂອງສະມາ ຊິກພັກໃນທົ່ວພັກ; ຍົກສູງຄຸນນະພາບຂອງການຈັດຕັ້ງພັກ ແລະ ສະມາຊິກພັກ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າດ້ວຍບາດ ກ້າວບຸກທະລຸ, ສາມາດເປັນແກນນຳທີ່ເຂັ້ມແຂງໃນລະບົບການເມືອງ; ຮັບປະກັນເຮັດໃຫ້ການນຳພາຂອງພັກຕອບສະໜອງການເລັ່ງທວງຂອງການພັດທະນາປະເທດຊາດໃນເງື່ອນໄຂ ແລະ ສະພາບແວດລ້ອມໃໝ່, ພັກປະຊາຊົນ ປະຕິວັດລາວມີຄວາມຈຳເປັນຕ້ອງປັບປຸງກໍ່ ສ້າງຕົນເອງ ເພື່ອເຮັດໃຫ້ຄະນະພັກແຕ່ລະຂັ້ນ, ສະມາຊິກພັກແຕ່ລະສະຫາຍມີຄວາມສາມາດນຳພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດວາງອອກແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com