Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການກໍ່ສ້າງພະນັກງານ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 06/05/2020 10:12:43 ຈຳ​ນວນ​​ຢ້ຽມ​ຊົມ 8665 ຄັ້ງ

ນັບ​ແຕ່​ມື້​ສ້າງຕັ້ງ​ພັກ​ປະ ຊາຊົນ ປະຕິວັດລາວ ເປັນຕົ້ນ​ມາ​ບໍ່​ວ່າ​ເວລາ​ໃດ​ພັກ​ເຮົາ ກໍ​ໄດ້​ຖື ສຳຄັນ​ຕໍ່​ກັບ​ການ​ກໍ່ສ້າງ ແລະ ບຳລຸງ​ຖັນ​ແຖວພະນັກງານ​ທຸກ​ປະ​ເພດ. ພະນັກງານ​ເປັນ​ຜູ້​ຕັດສິນຜົນໄດ້ຜົນເສຍໃນ​ການຈັດຕັ້ງ​ປະຕິບັດແນວທາງ​ນະໂຍບາຍ​ຂອງ​ພັກ, ວຽກ​ຈະ​ຊ້າ ຫຼື ໄວ, ມີ​ປະສິດ​ທິ​ຜົນ ຫຼື ບໍ່​ນັ້ນ ຂຶ້ນ​ກັບ​ພະນັກງານເປັນ​ຜູ້​ຕັດ​ສິນ. ພ້ອມ​ນີ້ ພະນັກງານ​ກໍ​ຍັງ​ເປັນ​ຜູ້ ປຸກລະດົມ​ຂົນຂວາຍ, ໂຄສະນາ​ສຶກສາ​ອົບຮົມ, ເປັນ​ຜູ້ນຳ​ເອົາ​ຄວາມ​ມຸ່ງ​ມາດ​ປາຖະ ໜາ​ຂອງປະຊາຊົນມາ​ສ່ອງ​ແສງ​ໃຫ້ ພັກ​-​ລັດ ເພື່ອ​ປັບປຸງ ແນວທາງ​ນະໂຍບາຍ​ໃຫ້​ສອດ ຄ່ອງ​ກັບ​ສະພາບ​ການ​ຕົວ​ຈິງ​ໃນ​ແຕ່​ລະ​ໄລ​ຍະ.  ປະທານ ໄກສອນ ພົມວິຫານ ໄດ້​ໃຫ້​ທັດສະນະ​ວ່າ: “ບັນຫາ​ສຳຄັນ​ທີ່​ສຸດ​ບັນຫາ​ໜຶ່ງ​ໃນ​ວຽກ​ງານ​ສ້າງພັກແມ່ນ​ວຽກ​ງານ​ກໍ່ສ້າງ​ບຳລຸງ​ພະນັກງານຢາກ​ປະຕິບັດ​ແນວທາງ​ນະໂຍບາຍ​ຂອງ​ພັກ ໄດ້ຕ້ອງ​ມີ​ກຳລັງ​ພະນັກງານ​ທີ່​ເຂັ້ມແຂງພະນັກງານ​ເປັນ​ທຶນຮອນ​ອັນ​ປະເສີດ​ທີ່​ສຸດ​ຂອງ​ພັກ, ເປັນ​ຜູ້ນຳ​ພາ​ປະຊາຊົນ, ເປັນ​ຜູ້​ຮັບ​ໃຊ້​ປະຊາຊົນ,ເປັນ ​ຂົວຕໍ່ລະຫວ່າງ​ພັກ​ກັບ​ປະຊາ ຊົນ, ຫຼັງ​ຈາກ​ພັກ​ໄດ້​ມີ​ນະໂຍ ບາຍ​ອັນ​ຖືກຕ້ອງ​ແລ້ວ ທຸກ​ວຽກ​ງານ​ປະຕິວັດ​ຂອງ​ພັກ​ຈະ​ດີ ຫຼື ຮ້າຍ, ຈະ​ມີ​ໄຊ ຫຼື ປະ​ລາ​ໄຊ ກໍ​ລ້ວນ​ແຕ່​ແມ່ນ​ພະນັກ ງານ​ຂອງ​ພັກ​ເປັນ​ຜູ້​ຕັດສິນ”.(ໄກສອນ ພົມວິຫານ ນິພົນ​ເລືອກເຟັ້ນ​ເຫຼັ້ມ I, ປີ 1985, ໜ້າ​ທີ 68-69).
ວຽກ​ງານ​ພະນັກງານ​ເປັນ​ວຽກ​ທີ່​ຫຍຸ້ງຍາກ​ສັບສົນ ແລະ ລະອຽດ​ອ່ອນ ເພາະວ່າ ແມ່ນ​ວຽກ​ວິທະຍາສາດ​ກ່ຽວ​ກັບ​ຄົນ. ປະທານ ໄກສອນ ພົມວິຫານ ໄດ້​ກ່າວ​ໄວ້​ວ່າ: “ຕ້ອງ​ຮູ້​ພະນັກ ງານ, ເຂົ້າໃຈ​ພະນັກງານ, ຮັກ​ພະນັກງານ ​ແລະ ຮູ້​ນຳ​ໃຊ້​ພະ ນັກ​ງານ... ພວກ​ເຮົາ​ຕ້ອງ​ຮັບຮູ້​ຄວາມ​ເປັນ​ຈິງ​ທີ່​ວ່າ ຖັນ​ແຖວ​ພະນັກງານ​ຂອງພວກ​ເຮົາຍັງ​ຕິດພະຍາດ​ຮ້າຍ​ແຮງ​ຊະນິດ​ໜຶ່ງນັ້ນ​ຄື ພະຍາດ​ຂີ້ຄ້ານ​ອ່ານ, ຂີ້ຄ້ານ​ຄົ້ນຄວ້າ ຮໍ່າ​ຮຽນ, ຂີ້ຄ້ານ​ຄິດ​ຫງຳ, ບໍ່​ສະແຫວງຫາ​ຄວາມ ຮູ້ ແລະ ບົດຮຽນ​ໃໝ່ໆ, ມັກ​ຢູ່​ຊື່ໆຕາມ​ຄວາມ​ຊິນເຄີຍ​ເກົ່າ​ແບບ​ຊາວນາ​ຜູ້​ຜະລິດ​ນ້ອຍ, ດັ່ງນັ້ນ ວຽກ​ງານ​ພະນັກງານ​ຈຶ່ງ​ເປັນ​ວຽກ​ທີ່​ຕ້ອງ​ໄດ້ເຮັດ​ຢ່າງ​ເນື່ອງນິດ​ລຽນຕິດ, ເຮັດ​ຢ່າງ​ມີ​ແຜນການ, ມີ​ຈຸດ​ສຸມ, ຈຸດ​ເລັ່ງ​ຢ່າງ​ຈະແຈ້ງ ພ້ອມ​ທັງ ເຮັດ​ຢ່າງ​ຄົບ​ຊຸດ ເລີ່ມ​ແຕ່​ການ​ເລືອກເຟັ້ນ​ກໍ່ສ້າງ, ການ​ບັນຈຸ, ສັບ​ຊ້ອນ​ຈັດ​ວາງ, ການ​ຄຸ້ມ ຄອງ​-​ປ້ອງ​ກັນ, ການ​ຕີ​ລາຄາ ແລະ ການ​ປະຕິບັດ​ນະໂຍບາຍ​ດ້ານ​ຕ່າງໆ​ຕໍ່​ພະນັກງານມັນເປັນ​ສາຍ​ພົວພັນ​ແບບ​ກາຍ​ອິນ​ຊີ, ມີ​ການ​ຂຶ້ນແຜນ​ກໍ່ສ້າງ​ພະນັກງານ​ຢ່າງ​ຈະແຈ້ງຈະ​ຮັບ​ປະກັນ​ການ​ດັດສົມ​ຖັນ​ແຖວ​ພະນັກງານ​ແຕ່​ລະພາກສ່ວນ, ແຕ່​ລະຂົງ ເຂດ ແລະ ແຕ່​ລະ​ຮຸ່ນ​ສືບທອດ ໂດຍ​ຕິດ​ພັນ​ສອດຄ່ອງ ແລະ ຕອບ​ສະໜອງ​ກັບ​ໜ້າທີ່​ການເມືອງ​ຂອງ​ພັກ​ແຕ່​ລະ​ໄລຍະ, ບໍ່ ຄວນກໍ່ສ້າງ​ພະນັກງານ​ຕາມມີ ຕາມເກີດ ໂດຍ​ບໍ່​ມີ​ແຜນ​ກໍ່ ສ້າງແມ່ນ​ຈະ​ຕົກ​ເຂົ້າ​ໃສ່​ສະ ພາບ​ພະນັກງານ​ເຫຼືອ​ບໍ່ພໍ ຄື​ດັ່ງ​ປັດຈຸບັນ” (ແນວ​ຄິດ​ຂອງ​ປະທານ ໄກສອນ ພົມວິຫານ ໃນ​ການ​ສ້າງ ແລະ ຂະຫຍາຍ​ລະບອບ​ປະຊາທິປະໄຕ ປະຊາ ຊົນ ຕາມ​ເສັ້ນທາງ​ສັງຄົມ​ນິ ຍົມ, ປີ 2006, ໜ້າ​ທີ 167). ການ​ກໍ່ສ້າງ​ພະນັກງານ​ຕ້ອງ​ເລັ່ງ​ໃສ່​ພະນັກງານ​ສາມ​ຮຸ່ນ, ສາມ​ປະເພດ​ຄື: ພະນັກງານ ອາວຸໂສ, ພະນັກງານ​ຮຸ່ນ​ກາງ ແລະ ພະນັກງານ ວິຊາ​ການ​-​ເຕັກນິກ​ວິທະຍາສາດ, ໃນ​ນັ້ນຕ້ອງເອົາໃຈໃສ່​ກໍ່ສ້າງ​ພະ ນັກງານ​ເພດ​ຍິງ, ເຜົ່າ ແລະ ພະນັກງານ​ໜຸ່ມແໜ້ນ ສືບ​ທອດ​ປ່ຽນ​ແທນ. ການ​ກໍ່ສ້າງ​ພະນັກງານ​ຕ້ອງ​ໄປ​ຕາມ​ຫຼັກ ການ, ມີ​ແຜນການ​ກຳນົດ​ສ້າງ​ພະນັກງານ, ການສັບ​ຊ້ອນ​ຈັດ​ວາງ​ພະນັກງານ, ການ​ຄຸ້ມ​ ຄອງ​ນຳ​ໃຊ້​ພະນັກງານ, ການ ​ກວດກາ​ຕີ​ລາຄາ​ປະເພດພະ ນັກງານ ແລະ ວຽກ​ນະໂຍບາຍ​ຕໍ່​ພະນັກ​ງານ.
ປະທານ ໄກສອນ ພົມ ວິຫານ ໄດ້​ຢັ້ງຢືນຕື່ມ​ວ່າ: “ຕ້ອ​ງວາງ​ແຜນ​ກຳນົດ ແລະ ແຜນການ ກໍ່ສ້າງ​ພະນັກງານ​ຢ່າງຮອບດ້ານ, ຕາມ​ລວງ ກວ້າງ ແລະ ລວງ​ເລິກ ເພື່ອ​ໃຫ້​ມີ​ຖັນ​ແຖວ​ພະນັກງານ​ທີ່​ຮູ້​ເຮັດ​ວຽກ​ເສດຖະກິດ, ຮູ້​ເຮັດ​ທຸລະ​ກິດ, ຮູ້​ເຮັດ​ວຽກ​ກັບ​ຄົນ ແລະ ກ້າວ​ຂຶ້ນ​ກຳ​ວິທະຍາສາດ​ຄຸ້ມ​ຄອງ​ທີ່​ທັນ​ສະໄໝ​ໄດ້. ຕ້ອງ​ເອົາໃຈໃສ່ກໍ່​ສ້າງ​ພະນັກງານ​ທັງ 4 ປະເພດ: ຄຸ້ມຄອງ​ທຸລະກິດ, ຄຸ້ມ​ຄອງ​ລັດ, ພະນັກງານ​ວິທະຍາສາດ​ເຕັກນິກ, ພະນັກງານ​ວິຊາ​ສະ​ເພາະ. ຖື​ເອົາ​ການ ກໍ່ສ້າງ​ຕາມ​ໂຄງການ​ໄລຍະ​ຍາວ,
ເປັນ​ລະບົບ​ ແລະ ກໍ່ສ້າງ​ຄືນໃໝ່​ຢູ່​ໃນ​ຂະບວນ​ວິວັດ​ແຫ່ງ ການ​ເຮັດ​ວຽກ​ງານ​ເປັນ​ສອງ​ແບບ​ວິທີ​ຕົ້ນຕໍ ໃນການ​ສ້າງ​ພະນັກ ງານຕ້ອງ​ວາງ​ແຜນການ​..ທີ່ແທດ​ຕົວ​ຈິງ​ໃນ​ການ​ສ້າງ​ຖັນ​ແຖວ​ພະນັກງານສຳ​ຮອງ. ພະ ນັກງານ​ທຸກ​ຄົນ​ທີ່​ພວມ​ດໍາ​ລົງ​ຕໍາແໜ່​ງ​ຢູ່​ນັ້ນ, ເປັນຕົ້ນ​ແມ່ນ​ສະຫາຍ​ຫົວໜ້າຕ້ອງ​ຮັບຜິດຊອບ​ວຽກ​ງານ​ບຳລຸງ​ພະ ນັກງານ ສໍາ​ຮອງ, ຮັບປະກັນ​ໃຫ້​ແກ່​ພະນັກງານ​ທີ່​ມີ ອະນາຄົດ​ໄດ້​ຮໍ່າ​ຮຽນ, ຄົ້ນຄວ້າ​ເພື່ອ​ຂະ ຫຍາຍຄວາມ​ຮູ້​-​ຄວາມສາ ມາດ ແລະ ສະຕິປັນຍາຂອງ​ ເຂົາ​ເຈົ້າ. ຕ້ອງ​ດັດແປງ​ການ​ແບ່ງ​ງານ, ແບ່ງ​ຂັ້ນ​ຄຸ້ມ​ຄອງ​ພະນັກງານ​ຕາມ​ທິດ​ທີ່​ວ່າ: ເອົາ​ການ​ກຳ​ວຽກ​ຕິດ​ແໜ້ນ​ກັບ​ການ​ກຳ​ຄົນ, ເປີດ​ກວ້າງ​ສິດ​ຂອງ​ຂະແໜງການ​ຂັ້ນ​ຕ່າງໆ ແລະ ຮາກ​ຖານ​ໃນ​ການ​ຄຸ້ມ​ຄອງ​ພະນັກ​ງານ. ປະຕິບັດ​ຂໍ້​ກໍາ​ນົດ​ກ່ຽວ​ກັບ​ພະນັກງານ​ຢ່າງ​ເຂັ້ມງວດ, ຮັບປະກັນ​ປະຊາທິປະໄຕ, ເປັນ​ໝູ່​ຄະນະ ຢ່າງ​ແທ້​ຈິງ, ຕ້ານ​ແບບແຜນ​ເຮັດ​ວຽກ​ທີ່​ເອົາແຕ່​ຮູບ​ນອກ, ຕາມ​ລຳພັງ​ໃຈ, ບໍ່​ມີ​ຫຼັກ​ການ. ຄະນະ​ພັກ ແລະ ຫົວໜ້າ​ຂັ້ນ​ ຕ່າງໆ​ຕ້ອງ​ເຮັດ​ວຽກງານ​ພະ ນັກງານ​ໂດຍ​ຕົນ​ເອງ, ແບ່ງ​ເວລາ​ເພື່ອໃກ້ຊິດຕິດແທດ, ຊອກ​ເຫັນ, ເລືອກເຟັ້ນ ແລະ ບຳລຸງ​ພະນັກງານ, ເປັນຕົ້ນ​ພະນັກງານ​ທີ່​ມີ​ອະນາຄົດ. ປັບປຸງ​ບູລະນະ​ລະບົບ​ເສນາ​ທິ​ການດ້ານ​ວຽກ​ງານ​ພະນັກ ງານ, ບໍ່​ປະ​ໃຫ້​ບຸກຄົນທີ່​ບໍ່​ມີ​ຄຸນສົມບັດ​ຢ່າງ​ພຽງພໍ, ຮັກສາ​ເດີມ, ຄັບແຄບ, ອະຄະຕິ​ ເຂົ້າ​ເຮັດ​ວຽກ​ງານ​ຄຸ້ມ​ຄອງພະນັກ ງານ”(ໄກສອນ ພົມວິຫານ ນິພົນ​ເລືອກເຟັ້ນ​ເຫຼັ້ມ II ປີ 1987, ໜ້າ​ທີ 372-373).
ພ້ອມ​ກັນ​ນີ້ ປະທານ ໄກສອນ ພົມວິຫານ ຍັງ​ໄດ້​ໃຫ້​ທັດສະນະ​ຕໍ່​ການ​ກໍ່ສ້າງ​ພະນັກງານ ວ່າ: “ຕ້ອງ​ເອົາ​ຜູ້​ທີ່​ເປັນ​ຕົວ​ແທນ​ທີ່ແທ້​ຈິງ​ໃຫ້ ປະຊາຊົນ​ຜູ້​ອອກແຮງ​ງານ ແລະ ມີ​ຄວາມ​ຈົງຮັກ​ພັກດີ​ຕໍ່​ຜົນ​ປະໂຫຍດ​ຂອງ​ປະຊາຊົນ​ເຂົ້າກຳ​ຕຳແໜ່ງ​ອັນ​ສຳຄັນ​ໃນ​ອຳນາດ​ການ​ປົກຄອງ​ປະຊາ​ຊົນ. ຢາກ​ເຮັດ​ໄດ້​ແນວ​ນັ້ນ​ຈະ​ຕ້ອງ ເລືອກເຟັ້ນ​ພະນັກງານ​ຜູ້​ທີ່​ດີ​ຢູ່​ໃນ​ຊົນ​ຊັ້ນ​ພື້ນຖານ, ບຳລຸງ ແລະ ຍົກ​ລະດັບ​ການເມືອງ, ວິຊາ​ການ ແລະ ວິທີ​ເຮັດ​ວຽກ​ຂອງ​ເຂົາເຈົ້າໃຫ້​ສູງ​ຂຶ້ນ ເພື່ອ​ໃຫ້​ເຂົາເຈົ້າ​ສາມາດເປັນ​ຫຼັກ ແຫຼ່ງ​ແກ່ນສານ​ຢູ່​ໃນ​ອຳນາດ​ການ​ປົກຄອງ​ທຸກຂັ້ນ” (ໄກສອນ ພົມວິຫານ ນິພົນ​ເລືອກເຟັ້ນ​ເຫຼັ້ມ I, ປີ 1985, ໜ້າ​ທີ 56). “ໃນ​ການ​ເລືອກເຟັ້ນ, ນຳ​ໃຊ້, ສັບ​ຊ້ອນ, ເລື່ອນ​ຊັ້ນ, ພະນັກງານ​ຕ້ອງ​ຖື​ດ້ານ​ຄຸນສົມບັດ ປະຕິວັດ ແລະ ດ້ານ​ຄວາມ​ສາມາດ​ເປັນ​ສຳຄັນ, ບໍ່​ເບິ່ງ​ເບົາ​ດ້ານ​ໃດ​ດ້ານ​ໜຶ່ງ, ແຕ່​ຕ້ອງ​ເອົາ​ຄຸນສົມບັດ​ປະຕິວັດ​ເປັນ​ກົກ,... ໃນ​ຄວາມ​ສາ​ມັກ ຄີ​ພາຍ​ໃນ ແລະ ສາມັກຄີ​ກັບ​ມະຫາຊົນໄດ້ ຫຼື ບໍ່? ໃນ​ການ​ກໍ່ສ້າງ​ບຳລຸງ​ພະນັກງານ​ຕ້ອງ​ເຮັດ ທາງ​ດ້ານ​ການເມືອງ, ຄຸນສົມບັດ​ປະຕິວັດທັງທາງ​ດ້ານ​ວັດທະນະທຳ ແລະ ວິຊາ​ສະເພາະ, ແຕ່​ຕ້ອງ​ຖື​ການ​ບໍາ​ລຸງ​ຫຼັກ​ໝັ້ນ​ການເມືອງ​ແນວ ຄິດ ແລະ ຄຸນສົມບັດ​ປະຕິວັດ​ເປັນ​ພື້ນ​ຖານ. ພັກຕ້ອງ​ມີ​ນະ ໂຍບາຍ​ພະນັກງານ​ຢ່າງ​ຖືກ ຕ້ອງ, ຮອບດ້ານ, ຍາວ​ນານສຳ ລັບ​ທຸກ​ປະເພດ​ພະນັກ​ງານ​ການເມືອງ, ການ​ທະຫານ, ເສດ​ຖະກິດ, ວັດທະນະທຳ ແລະ ໃນ​ທຸກ​ຂອດ...”(ໄກສອນ ພົມວິຫານ ນິພົນ​ເລືອກເຟັ້ນ​ເຫຼັ້ມ I, ປີ 1985, ໜ້າ​ທີ 166).
ໃນ​ໄລຍະ​ຜ່ານ​ມາ, ການ​ໝູນ​ໃຊ້​ແນວຄິດ​ຂອງ ປະທານ ໄກສອນ ພົມວິຫານ ເຂົ້າ​ໃນ ການຈັດຕັ້ງ​ປະຕິບັດ​ການ​ກໍ່ສ້າງ​ພະນັກງານຢູ່​ປະເທດ​ເຮົາໄດ້​ສະແດງ​ອອກ​ຢູ່​ໃນ​ບັນດາ ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ແຕ່​ລະ​ຄັ້ງ  ແລະ  ໃນ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ ພັກ ກໍ​ໄດ້​ເນັ້ນ​ວ່າ: “... ພັກ​ກຳ​ອຳນາດ​ຕ້ອງ​ກຳພະນັກງານ​ໃຫ້​ແໜ້ນ ແລະ ຄຸ້ມ​ຄອງ​ພະນັກງານໃຫ້​ດີ...ຕ້ອງ​ປ່ຽນແປງ​ໃໝ່​ເນື້ອ​ໃນ ແລະ ວິທີການ​ປະຕິບັດ​ຕົວ​ຈິງ​ກ່ຽວ​ກັບ​ວຽກ​ງານ​ພະນັກ ງານ ໂດຍ​ເລີ່ມ​ຈາກ​ການ​ຂຶ້ນ​ແຜນ​ກຳນົດ​ພະນັກ​ງານ ແລະ ແຜນ​ກໍ່ສ້າງ, ບຳລຸງ​ຍົກ​ລະດັບ ພະນັກງານ, ການ​ຈັດ​ວາງ​ສັບ​ຊ້ອນ, ການ​ເຄື່ອນຍ້າຍ ແລະ ການ​ຄຸ້ມ​ຄອງ​-​ນຳ​ໃຊ້, ການ​ຕິດຕາມ ກວດກາ​ຕີ​ລາຄາ ແລະ ການ​ປະຕິບັດ​ນະ​ໂຍບາຍ​ຕໍ່​ພະນັກ​ງານ...” (ເອກະສານ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ​ປະຊາຊົນ ປະຕິວັດລາວ, ປີ 2016, ໜ້າ​ທີ 68). ໃນ​ໄລຍະ​ຜ່ານ​ມາ, ພັກ​ເຮົາ​ໄດ້​ສຸມ​ໃສ່​ກໍ່ສ້າງ​ແຜນ​ກໍາ​ນົດ​ພະນັກງານ​ນໍາ​ພາ​-​ຄຸ້ມ​ຄອງ​ແຕ່​ລະ​ຂັ້ນ ຊຶ່ງ​ເປັນ​ບ່ອນ ອີງ​ໃຫ້​ແກ່​ການ​ກໍ່​ສ້າງ​-ບໍາ​ລຸງ, ຈັດ​ວາງ, ສັບຊ້ອນ​ຢ່າງ​ຕັ້ງໜ້າ; ຂະແໜງການ ແລະ ທ້ອງຖິ່ນ​ຈໍາ​ນວນ​ໜຶ່ງ​ໄດ້​ຫັນ​ເອົາ​ພະນັກງານ​ຫຼັກແຫຼ່ງ​ຂອງ​ຕົນ​ລົງ​ສູ່​ທ້ອງຖິ່ນ, ເມືອງ, ຮາກ​ຖານ ເພື່ອ​ສ້າງ​ເປັນ​ພະນັກງານ​ສືບ​ທອດ, ປ່ຽນ​ແທນ ແລະ ຮັບ​ໃຊ້​ການ​ກະກຽມ​ກອງ​ປະຊຸມ​ໃຫຍ່ 3 ຂັ້ນ​ຂອງ​ພັກ; ຜ່ານ​ຂະບວນ​ການ​ດັ່ງກ່າວ​ໄດ້ເຮັດ​ໃຫ້​ຂະບວນ​ການ​ເລືອກ​ເຟັ້​ນນໍາ​ໃຊ້​ພະນັກງານ​ມີ​ການ​ຫັນປ່ຽນ​ດີ​ຂຶ້ນ, ພະນັກງານ​ໜຸ່ມ​ມີຄວາມ​ຮູ້​-​ຄວາມ​ສາມາດ ແລະ ໄດ້​ຜ່ານ​ຂະບວນການ​ວຽກ​ງານ​ຕົວ​ຈິງ​ປະກອບ​ເຂົ້າ​ໃນ​ໂຄງ​ປະ ກອບ​ຄະນະ​ບໍລິຫານ​ງານ​ພັກ​ຂັ້ນ​ຕ່າງໆ​ເພີ່ມຂຶ້ນ; ເອົາໃຈໃສ່​ປະຕິບັດ​ນະໂຍບາຍ​ດ້ານ​ວັດ ຖຸ, ຈິດໃຈ​ຕໍ່​ພະນັກງານ​ໄດ້​ດີ​ພໍ​ສົມຄວນ​ເຮັດ​ໃຫ້ເຂົາເຈົ້າ​ມີ​ຄວາມ​ອຸ່ນ​ອ່ຽນ​ທຸ່ນ​ທ່ຽງ​ໃນ​ການ​ປະຕິບັດ​ໜ້າ​ທີ່. ພ້ອມ​ກັນ​ນັ້ນ ຍັງ​ໄດ້​ເອົາໃຈໃສ່​ກໍ່ສ້າງ ແລະ ບຳລຸງ​ຍົກ​ລະດັບ​ພະນັກງານ​ຢູ່​ໃນ​ລະບົບ​ໂຮງຮຽນ​ພັກ ໂດຍ​ຖື​ເອົາ​ການ​ຍົກ​ສູງ​ຄຸນ​ນະພາບ ແລະ ຄວາມ​ຮູ້​-​ຄວາມ​ສາມາດ​ດ້ານ​ການ​ນຳພາ​ຈັດ​ຕັ້ງ​ປະຕິບັດ ເປັນ​ອັນ​ຕົ້ນຕໍ (ບໍ່​ແລ່ນນຳ​ປະລິມານ ແລະ ບໍ່​ຖື​ເອົາ​ການ​ໄດ້​ປະລິນຍາບັດ​ດ້ານ​ວຸດ​ທິ​ການ​ສຶກສາ​ເປັນຕົ້ນ​ຕໍ) ຮີບ​ຮ້ອນປັບປຸງ​ເນື້ອ​ໃນ​ຫຼັກສູດ, ຍົກ​ລະດັບ​ຖັນ​ແຖວ​ຄູ-ອາຈານ, ປ່ຽນແປງ​ແບບ​ວິທີ​ການ​ຮຽນ​-​ການສອນ, ເອົາໃຈໃສ່​ຄັດ​ເລືອກ​ເປົ້າ​ໝາຍ​ເຂົ້າຮຽນ​ໃຫ້​ໄປ​ຕາມ​ແຜນ​ກຳນົດ ແລະ ມາດຖານ​ແຕ່ ລະ​ຕຳແໜ່ງ​ງານ. ກຳນົດ​ລະບຽບ​ການ​-​ກົນ​ໄກ ຄຸ້ມ​ຄອງ​ໂຮງຮຽນ​ພັກ ແລະ ສູນ​ຝຶກ​ອົບຮົມດ້ານການ​ເມືອງ​-​ການ​ປົກຄອງ​ຢູ່​ທ້ອງຖິ່ນ ແລະ ຂະແໜງ​ການ; ເລັ່ງ​ລັດ​ການ​ກໍ່ສ້າງ ແລະ ບຳລຸງ​ຍົກລະດັບ​ພະນັກງານ​ໃຫ້​ເມືອງ ແລະ  ບ້ານ​ຕາມ​ທິດ 3 ສ້າງ, ຈັດ​ຕັ້ງ​ຝຶກ​ອົບຮົມ​ໃຫ້​ແກ່​ພະນັກງານ ຂັ້ນ​ບ້ານ​ຢ່າງ​ເປັນ​ລະບົບ, ຕໍ່​ເນື່ອງ ແລະ ທົ່ວ​ເຖິງ ເພື່ອ​ສ້າງ​ໃຫ້​ໄດ້​ພະນັກງານ​ກັບ​ທີ່​ທີ່​ເປັນ​ຫຼັກແຫຼ່ງ​ໃນ​ຂະບວນ​ການ​ສ້າງ​ບ້ານ​ພັດ​ທະ​ນາ. ຜ່ານ​ການຈັດຕັ້ງ​ປະຕິບັດ​ແຜນການ​ກໍ່ສ້າງ​ພະນັກງານໃນ​ໄລຍະ​ຜ່ານ​ມາ​ເຫັນ​ວ່າ​ມີບາດກ້າວ​ຂະຫຍາຍ​ຕົວ. ປີ 2018 ທົ່ວ​ປະເທດມີ​ພະນັກ​ງານ​-​ລັດຖະ ກອນ​ທັງ​ໝົດ 184.161 ຄົນ, ຍິງ 84.745 ຄົນ, ໃນ​ນັ້ນ; ຂັ້ນ​ສູນ​ກາງ 26.619 ຄົນ, ຍິງ 11.655 ຄົນ, ຢູ່​ແຂວງ 37.053 ຄົນ, ຍິງ 15.563 ຄົນ, ຂັ້ນ​ເມືອງ 120.489 ຄົນ, ຍິງ 57.527 ຄົນ; ລະດັບ​ວິຊາ​ສະເພາະ​ເໜືອ​ປະລິນຍາ​ຕີ​ຂຶ້ນ​ໄປ 9.771 ຄົນ, ຍິງ 2.550 ຄົນ, ປະລິນຍາ​ຕີ ແລະ ອະນຸ​ປະລິນຍາ 59.877 ຄົນ, ຍິງ 24.158 ຄົນ, ຊັ້ນ​ກາງ 41.335 ຄົນ, ຍິງ 22.282 ຄົນ, ຊັ້ນ​ຕົ້ນ 8.901 ຄົນ, ຍິງ 4.393 ຄົນ, ບໍ່​ມີ​ຊັ້ນ​ວິຊາ​ສະເພາະ 1.726 ຄົນ, ຍິງ 726 ຄົນ. ບັນດາ​ໝາກຜົນ​ທີ່​ຍາດ​ມາ​ໄດ້​ນັ້ນ, ນອກຈາກ​ມີ​ການ​ຊີ້​ນໍາ-ນໍາ​ພາ​ຈາກ​ສູນ​ກາງ​ພັກ ແລ້ວ, ປັດ​ໄຈ​ສໍາ​ຄັນ​ຕັດສິນ​ໂດຍ​ກົງ​ແມ່ນຄວາມ​ບຸກ​ບືນ, ສູ້​ຊົນ​ຂອງ​ ຄະນະ​ພັກ, ຄະນະຈັດ​ຕັ້ງແຕ່​ລະ​ຂັ້ນ ກໍ​ຄື​ພະນັກງານ​ຂະແໜງ​ຈັດຕັ້ງ​ທຸກ​ສະຫາຍ​ທີ່​ໄດ້​ທຸ້ມເທ​ເຫື່ອແຮງ, ສະຕິ​ປັນຍາ​ຂອງ​ຕົນ​ໃນ​ການຈັດຕັ້ງ​ຜັນ​ຂະຫຍາຍ​ແນວຄິດ​ຂອງ ປະທານ ໄກສອນ ພົມວິຫານ ກ່ຽວກັບ​ວຽກ​ງານ​ກໍ່ສ້າງ​ພະນັກ ງານ​ດ້ວຍ​ຄວາມຈົງ​ຮັກ​ພັກດີ, ມີ​ຄວາມ​ຮັບຜິດຊອບ ແລະ ມີ​ຈິດໃຈ​ເສຍສະຫຼະ​ສູງ. ຈາກ​ຜົນສຳເລັດ​ໃນ​ການ​ໝູນ​ໃຊ້ ແລະ ຈັດ​ຕັ້ງ​ຜັນ​ຂະຫຍາຍ​ແນວ​ຄິດ ປະທານ ໄກສອນ ພົມວິຫານ ກ່ຽວ​ກັບ​ການ​ກໍ່ສ້າງ​ພະນັກງານຢູ່ປະເທດ​ເຮົາເຫັນ​ວ່າ​ຍັງ​ມີ​ຫຼາຍ​ບັນຫາທີ່​ຈະຕ້ອງ​ໄດ້​ເອົາໃຈໃສ່​ປັບປຸງແກ້​ໄຂ ເປັນຕົ້ນ​ແມ່ນ ປັດຈຸບັນ​ການ​ກໍ່ສ້າງ​ພະນັກງານ​ໄດ້​ຫຼາຍ​ສົມ ຄວນ​ໃນ​ແຕ່​ລະ​ປີ, ນັບ​ທັງ​ດ້ານ​ທິດ​ສະ​ດີ​ການເມືອງ ແລະ ວິຊາ​ສະເພາະ, ແຕ່​ເບິ່ງ​ດ້ານ​ຄຸນ ທາດ​ການເມືອງ​ພະນັກງານ​ຈຳນວນ​ໜຶ່ງ​ຍັງ​ບໍ່​ທັນ​ໜັກ​ແໜ້ນ, ຂາດ​ຄຸນສົມບັດ​ສິນ​ທຳ​ປະຕິ​ວັດ, ຄວາມ​ເປັນ​ແບບ​ຢ່າງ​ນໍາ​ໜ້າ​ຍັງ​ບໍ່​ທັນ​ໄດ້ດີ, ເຫັນ​ຜົນ​ປະໂຫຍດ​ສ່ວນ​ຕົວ​ສູງ​ກວ່າ​ຜົນ​ປະໂຫຍ​ດ​ສ່ວນ​ລວມ; ມີ​ແນວ​ຄິດ​ປຽບທຽບ​ຊັ່ງຊາ, ບ່ອນ​ໃດ​ທີ່​ຕິດ​ພັນ​ກັບ​ຜົນ​ປະໂຫຍດ​ຢາກເຮັດກົງກັນຂ້າມ​ບ່ອນ​ໃດ​ບໍ່​ຕິດ​ພັນ​ກັບ​ຜົນ​ປະໂຫຍດ​ແມ່ນ​ບໍ່​ຢາກ​ເຮັດ; ການກໍ່ສ້າງ​ໄດ້​ພະນັກງານ​ທີ່​ມີ​ລະດັບ​ການ​ສຶກສາຖ້າ​ທຽບໃສ່​ເມື່ອກ່ອນ ເພີ່ມ​ຂຶ້ນ​ຈຳນວນ​ຫຼາຍ​ສົມຄວນ ນັບ​ທັງດ້ານ​ທິດ​ສະ​ດີ ແລະ ວິຊາ​ສະເພາະ ແຕ່​ຖ້າ​ທຽບໃສ່​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ວຽກ ງານ​ໃນ​ໄລຍະ​ໃໝ່ ເຫັນ​ວ່າ​ຍັງ​ບໍ່​ທັນ​ພຽງ​ພໍ. ການ​ສ້າງ​ແຜນ​ກໍ່ສ້າງ​ພະນັກງານ​ບໍ່​ທັນ​ຕິດ​ພັນ ກັບແຜນ​ກໍາ​ນົດ​ພະນັກງານ, ພາໃຫ້​ບາງ​ຂົງເຂດ​ວຽກ​ງານ​ເກີດ​ມີ​ປະກົດ​ການ​ພະນັກງານ ເຫຼືອ​ບໍ່​ພໍ, ບໍ່​ທັນ​ມີ​ນະໂຍບາຍ​ເພື່ອ​ກະຕຸກ​ຊຸກຍູ້​ຜູ້​ທີ່​ຮຽນ​ດີ, ຮຽນ​ເກັ່ງ​ ເພື່ອ​ສ້າງ​ເປັນ​ຊ່ຽວຊານ ສະເພາະ​ດ້ານ​ໃດ​ດ້ານ​ໜຶ່ງ; ບໍ່​ທັນ​ມີ​ການ​ປະເມີນ​ຜົນ​ເປັນ​ແຕ່​ລະ​ໄລຍະ​ຢ່າງ​ລະອຽດ​ນັບ​ທັງເວລາ​ກຳລັງ​ສຶກສາ ແລະ ພາຍຫຼັງ​ສຳເລັດ​ການສຶກ​ສາ; ການ​ກໍ່ສ້າງ​ພະນັກງານ​ຍັງ​ບໍ່​ທັນ​ອີງໃສ່ມາດຖານ ແລະ ເງື່ອນໄຂ​ທີ່​ໄດ້​ກໍາ​ນົດ​ໄວ້.  ການສົ່ງພະ ນັກງານ​ໄປ​ຍົກ​ລະດັບ​ບໍ່​ທັນ​ເລືອກເຟັ້ນໄດ້ຜູ້​ທີ່​ດີເດັ່ນ​ໃນ​ຂະບວນ​ການ, ບໍ່​ທັນ​ໄດ້​ອີງໃສ່​ແຜນ​ກຳນົດ​ທີ່​ໄດ້​ວາງ​ໄວ້ໃນ​ການ​ກໍ່ສ້າງພະນັກງານ​ສືບ​ທອດ​-​ປ່ຽນ​ແທນ​ແຕ່​ລະ​ຂັ້ນ, ເຮັດ​ໃຫ້​ເກີດ​ພະນັກງານ​ຈຳນວນ​ໜຶ່ງ ເວລາ​ໄດ້ ໄປ​ຄົ້ນ​ຄວ້າ​ຮໍ່າ​ຮຽນ​ບໍ່​ຕັ້ງໃຈ​ຮຽນ, ໃຊ້​ຈ່າຍ​ຟຸມເຟືອຍ, ເມື່ອ​ຈົບ​ກັບ​ໄປ​ກົມ​ກອງ​ເຮັດ​ວຽກ​ງານ​ບໍ່ໄດ້​ມາດຖານ, ນຳພາ​ບໍ່​ໄດ້, ຮຽນ​ເພື່ອ​ເອົາຊັ້​ນ-​ຂັ້ນ​ເງິນເດືອນ ແຕ່​ການ​ປະຕິບັດ​ໜ້າທີ່ບໍ່​ມີ​ຄຸນ​ນະ​ພາບ, ສວຍ​ໃຊ້​ໜ້າທີ່​ຕຳແໜ່ງ ຫຼື ຊ່ອງຫວ່າງ​ຫາ​ຜົນ​ປະໂຫຍດ ພາໃຫ້​ເກີດ​ມີ​ການ​ສໍ້ລາດ​ບັງ​ຫຼວງ​ຂຶ້ນ.
ເພື່ອ​ສືບຕໍ່​ໝູນ​ໃຊ້​ແນວ​ຄິດ​ຂອງ​ປະທານ ໄກສອນ ພົມວິຫານ ກ່ຽວ​ກັບ​ການ​ກໍ່ສ້າງ​ພະນັກ ງານ​ໃຫ້​ກາຍເປັນ​ຮູບ​ປະ​ທຳ​ນັ້ນ ຈະ​ຕ້ອງ​ໄດ້ເອົາໃຈໃສ່​ຝຶກ​ຝົນ​ຫຼໍ່​ຫຼອມ​ພະນັກງານ​ໃຫ້​ມີ​ຄຸນທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນທຳ​ປະຕິວັດ ແລະ ແບບແຜນ​ການ​ດຳລົງ​ຊີວິດ​ທີ່ປອດ​ໃສ​ຂາວ​ສະອາດ, ສ້າງ​ພະນັກງານ​ໃຫ້ມີ​ຄວາມ​ຮູ້​ -​ຄວາມ​ສາມາດ​ດ້ວຍ​ຫຼາຍ​ຮູບ, ຫຼາຍ ລະດັບ, ກໍ່ສ້າງ​ພະນັກງານ​ໜຸ່ມ​ນ້ອຍ​ທີ່​ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ​ຢ່າງ​ແທ້​ຈິງ, ມີ​ຄຸນທາດ​ການເມືອງ​ໜັກ​ແໜ້ນ​ສະເໝີ​ຕົ້ນ​ສະເໝີ ປາຍ, ມີ​ແນວ​ຄິດ​ຫຼັກ​ໝັ້ນ​ຊົນ​ຊັ້ນ, ຮູ້​ຈຳແນກ​ມິດສັດຕູ​ຢ່າງ​ຈະແຈ້ງ, ມີ​ຄວາມ​ຈົງ​ຮັກ​ພັກດີ​ຕໍ່ປະເທດ​ຊາດ, ເປັນ​ແບບຢ່າງ​ໃຫ້​ແກ່​ມະຫາຊົນ, ເຫັນແກ່​ຜົນປະໂຫຍດ​ສ່ວນ​ລວມ​ສູງ​ກວ່າ​ຜົນປະໂຫຍດ​ສ່ວນ​ຕົວ, ມີ​ຄວາມ​ຮັບຜິດຊອບ​ສູງ​ຕໍ່​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ທີ່​ຂັ້ນ​ເທິງ​ມອບໝາຍ​ໃຫ້. ການ​ກໍ່ ສ້າງ​ພະນັກງານ​ໃຫ້​ມີ​ຄວາມ ຮູ້​-​ຄວາມ​ສາມາດ​ທາງ​ດ້ານ​ທິດ​ສະ​ດີ ແລະ ວິຊາສະເພາະ​ໃຫ້​ສູງ​ຂຶ້ນ​ນັ້ນ​ຕ້ອງ​ໄດ້​ກໍ່ສ້າງ​ທັງ​ໄລຍະ​ສັ້ນ ແລະ ໄລຍະ​ຍາວ ໂດຍ​ເນັ້ນ​ໜັກ​ທາງດ້ານ​ຄຸນ​ນະ​ພາບ​ເປັນຕົ້ນ​ຕໍ ເພື່ອ​ແນໃສ່​ກໍ່ສ້າງໃຫ້​ໄດ້​ຜູ້​ທີ່​ມີ​ຫຼັກ​ໝັ້ນ​ການເມືອງ​ໜັກ​ແໜ້ນ, ຫຼີກ ເວັ້ນ​ການ​ກໍ່ສ້າງ​ພະນັກງານ​ທີ່​ບໍ່​ມີ​ຄຸນ​ນະ​ພາບ ແລະ ພະນັກງານ​ທີ່​ບໍ່​ໄດ້​ມາດຖານ ຫຼື ພະນັກງານ​ທີ່​ບໍ່​ມີ​ຫຼັກ​ໝັ້ນ​ຊົນ​ຊັ້ນ; ອົງການ​ຈັດ​ຕັ້ງ​ທຸກຂັ້ນ​ຄວນ​ຂຶ້ນແຜນ​ກໍາ​ນົດ​ການ​ກໍ່ສ້າງ​ພະນັກງານ​ຢ່າງ​ລະອຽດ, ເຮັດ​ເປັນ​ປະຈຳ​ຕໍ່​ເນື່ອງ ເພື່ອຮັບປະກັນ​ໃນ​ການ​ກໍ່ສ້າງ​ພະນັກງານ​ທັງ 3 ປະເພດ, 2 ລະບົບ​ໄປ​ພ້ອມ​ກັນ​ຄື: ພະນັກ​ງານ​ນໍາພາ, ພະ ນັກງານ​ຄຸ້ມ​ຄອງ ແລະ ພະ ນັກງານວິຊາ​ການ; ລະບົບ​ບຳ ລຸງ​ໄລຍະ​ສັ້ນ ແລະ ໄລຍະ ຍາວ, ສິ່ງ​ສຳຄັນ​ຕ້ອງ​ສ້າງ​ໃຫ້​ໄດ້​ພະນັກງານ ຫຼັກ​ແຫຼ່ງ​ສືບ​ທອດ, ປ່ຽນ​ແທນ ເພື່ອ​ບັນຈຸ​ເຂົ້າຕຳແໜ່ງ​ງານ​ໃຫ້​ເໝາະ​ສົມ ແລະ ເປັນ​ລະບົບ​ຕໍ່ເນື່ອງ​ຂອງ​ແຕ່​ລະ​ຮຸ່ນ​ພະນັກງານ ໂດຢຶດໝັ້ນຫຼັກການ​ລວມ​ສູນ​ປະຊາທິປະໄຕ, ອີງໃສ່​ມາດ ຖານ ແລະ ເງື່ອນໄຂ​ທີ່​ກຳນົດ​ໄວ້; ຫຼີກເວັ້ນ​ຫາງສຽງ, ແນວ​ຄິດ​ທ້ອງຖິ່ນ, ຄົນ​ເຈົ້າ​ຄົນ​ຂ້ອຍ, ປະຕິ​ບັດ​ຕາມ​ຫຼັກການ​ນຳພາ​ຂອງ​ພັກ​ຢ່າງ​ເດັດດ່ຽວ; ເວົ້າ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ກະທຳ, ເວົ້າໜ້ອຍ​ເຮັດ​ຫຼາຍ.
ແນວ​ຄິດ ປະທານ ໄກສອນ ພົມວິຫານ ກ່ຽວ​ກັບ​ການກໍ່ສ້າງ​ ພະນັກງານມີ​ຄວາມຈຳເປັນ​ພາວະ​ວິໄສ ແລະ ເປັນບັນຫາ​ຮີບ​ດ່ວນ ໂດຍສະເພາະໃນ​ຍຸກ​ເສດຖະກິດ​ຕະຫຼາດ, ການ ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ແລະ ສາກົນ ຍິ່ງ​ມີຄວາມ​ຮຽກຮ້ອງ​ຕ້ອງການໃຫ້​ພະນັກງານ​ມີ​ຄຸນ ທາດການເມືອງ, ຄຸນສົມບັດ​ສິນ​ທຳ​ປະຕິວັດໜັກ​ແໜ້ນ, ມີ​ຄວາມ​ຮູ້​-​ຄວາມສາມາດ​ທາງດ້ານ​ທິດ​ສະ​ດີ ແລະ ວິຊາ​ສະເພາະທີ່​ແນ່​ນອນ. ວຽກ​ງານ​ກໍ່ສ້າງ​ພະ ນັກງານ ແມ່ນ​ຄວາມ​ຮັບ​ຜິດ ຊອບ​ໂດຍ​ກົງ​ຂອງ​ຄະນະ​ພັກ​ທຸກ​ຂັ້ນ ແລະ ພະນັກ​ງານທຸກ​ ຄົນ. ສະນັ້ນ, ຕ້ອງ​ມີ​ແຜນ​ລະ ອຽດ, ມີ​ຈຸດ​ສຸມ​ຄັກແນ່, ຕິດ ຕາມ​ການເຄື່ອນໄຫວ​ປະຕິບັດ​ໜ້າທີ່​ຄວາມ​ຮັບຜິດຊອບ​ຂອງ​ເຂົາເຈົ້າ​ໃຫ້ເລິກເຊິ່ງ ເພື່ອ​ກໍ່ ສ້າງ​ພະນັກງານ​ສືບ​ທອດປ່ຽນ ແທນ​ທີ່​ມີ​ຄຸນ​ນະ​ພາບ, ມີ​ຄວາມ​ຮັບຜິດຊອບ​ໜ້າທີ່​ການເມືອງ​ຂອງ​ພັກ​-​ລັດ ໃຫ້​ມີ​ຜົນສຳເລັດ, ອີກ​ດ້ານ​ໜຶ່ງ ກໍ​ຕ້ອງ​ເອົາໃຈໃສ່​ປັບປຸງ​ອົງການ ແລະ ພະນັກງານ​ທີ່​ເຮັດ​ວຽກ​ງານ​ຈັດ​ຕັ້ງ​ໃຫ້​ມີ ຄຸນ​ນະ​ພາບ ແລະ ເປັນ​ເສນາ​ທິ​ການ​ໃຫ້​ຄະນະພັກ​ຂັ້ນ​ຕ່າງໆ.

ໂດຍ: ໂຊກ​ທະ​ວ​ີ​ໄຊ

(ຄັດຈາກວາ​ລະ​ສານ​ອາ​ລຸນ​ໃໝ່ ສະ​ບັບ 12/2019)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com