Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເປັນເວລາກວ່າຫົກທົດສະ ວັດທີຜ່ານມາ ນັບແຕ່ມື້ພັກເຮົາ ໄດ້ຮັບການສ້າງຕັ້ງຂຶ້ນ (22/ 3/1955), ພັກເຮົາໄດ້ນຳພາປະຊາຊົນ ຕໍ່ສູ້ຢ່າງລຽນຕິດ ເພື່ອຈຸດໝາຍເອກະລາດ ແຫ່ງຊາດ, ປະຊາທິປະໄຕ ແລະ ສັງຄົມ ນິຍົມ. ໃນຂະບວນວິວັດແຫ່ງການນຳພາການປະຕິວັດນັ້ນ, ພັກໄດ້ຖືເອົາວຽກງານແນວຄິດ ເປັນວຽກທີ່ສຳຄັນຂອງຕົນ. ວຽກງານແນວຄິດຂອງພັກໄດ້ປະກອບສ່ວນອັນສຳຄັນ ເຂົ້າ ໃນໄຊຊະນະ ອັນສະຫວ່າງສະ ໄຫວຂອງພັກ ແລະ ປະຊາຊົນລາວເຮົາ. ບັນດາບົດຮຽນອັນ ອຸດົມສົມບູນຂອງວຽກງານແນວຄິດຂອງພັກ ກວ່າຫົກທົດສະວັດຜ່ານມາຄວນໄດ້ສະຫຼຸບຢ່າງເລິກເຊິ່ງ ເພື່ອປະກອບສ່ວນກໍ່ສ້າງທິດສະດີກ່ຽວກັບວຽກງານແນວຄິດ ເພື່ອໝູນໃຊ້ ແລະ ເສີມຂະຫຍາຍເຂົ້າໃນໄລຍະໃໝ່, ປະຕິບັດໜ້າທີ່ປະຫວັດສາດ, ປົກປັກຮັກສາເອກະລາດແຫ່ງຊາດ, ສິດເປັນເຈົ້າປະເທດຊາດ, ກໍ່ສ້າງ ແລະ ປັບປຸງລະບອບປະຊາທິປະ ໄຕປະຊາຊົນກ້າວຂຶ້ນສັງຄົມນິຍົມໃຫ້ສຳເລັດຜົນ. ນີ້ເປັນວຽກງານໃຫຍ່, ຮຽກຮ້ອງຕ້ອງມີການຄົ້ນຄວ້າຢ່າງເລິກເຊິ່ງ ຕິດພັນກັບການສະຫຼຸບການກໍ່ສ້າງ ແລະ ຈັດຕັ້ງປະຕິບັດ ແນວທາງຂອງພັກແຕ່ລະໄລຍະຂອງການປະຕິວັດ. ດັ່ງນັ້ນຈຶ່ງສະເໜີບາງບົດຮຽນກ່ຽວກັບວຽກງານແນວຄິດຂອງພັກດັ່ງນີ້:
1. ວຽກງານແນວຄິດກ່ອນອື່ນໝົດຕ້ອງຢຶດໝັ້ນລັດທິມາກ-ເລນິນ ແລະ ແນວຄິດ ໄກສອນ ພົມວິຫານ, ເລີ່ມຈາກພຶດຕິກຳເພື່ອໝູນໃຊ້ຢ່າງປະດິດສ້າງ, ຮັບໃຊ້ໃຫ້ແກ່ວຽກສ້າງແນວ ທາງການເມືອງ, ນຳເອົາແນວ ທາງ ເຂົ້າສູ່ຊີວິດສັງຄົມ, ປະຕິ ບັດໜ້າທີ່ການເມືອງໃນແຕ່ລະໄລຍະການປະຕິວັດ.
ພັກເຮົາແມ່ນຜົນຂອງການສົມທົບລັດທິ ຮັກຊາດຂອງປະຊາຊົນລາວບັນດາເຜົ່າ ກັບຂະບວນການຕໍ່ສູ້ຂອງຊົນຊັ້ນກຳມະກອນ ແລະ ລັດທິມາກ-ເລນິນ ການກຳເນີດເກີດຂຶ້ນຂອງພັກໄດ້ສ້າງບາດລ້ຽວໃໝ່ຂອງການປະຕິວັດລາວ, ຢຸດຕິວິກິດການແນວທາງກອບກູ້ປະເທດຂອງປະຊາຊົນເຮົາ ໃນວິວັດທະນາການ ການປະຕິ ວັດອັນຍາວນານ, ປະທານ ໄກສອນ ພົມວິຫານ ໄດ້ເອົາລັດທິມາກ-ເລນິນເປັນ ໃຈກາງ, ສືບທອດສິ່ງຍອດຍິ່ງທີ່ເປັນມູນເຊື້ອຂອງຊາດ ແລະ ແນວຄິດຂອງມວນມະນຸດ, ໝູນໃຊ້ເຂົ້າສູ່ພຶດຕິກຳການປະຕິວັດລາວ. ນັ້ນແມ່ນແນວຄິດເພື່ອປົດປ່ອຍຊາດ, ປົດປ່ອຍຊົນຊັ້ນ, ປົດປ່ອຍສັງຄົມ ແລະ ປົດປ່ອຍ ຄົນ; ກ່ຽວກັບເອກະລາດແຫ່ງຊາດ, ປະຊາທິປະໄຕຕິດພັນກັບສັງຄົມນິຍົມ, ສົມທົບກຳລັງ ແຮງຂອງຊາດ ກັບກໍາລັງແຮງຍຸກສະໄໝ; ກຳລັງແຮງຂອງປະຊາຊົນ, ກ້ອນກຳລັງສາມັກຄີ ແຫ່ງຊາດ; ສິດເປັນເຈົ້າຂອງປະຊາຊົນ; ກໍ່ສ້າງລັດຂອງປະ ຊາຊົນ, ໂດຍປະຊາຊົນ, ເພື່ອ ປະຊາຊົນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບທົ່ວປວງຊົນ; ການກໍ່ສ້າງກຳລັງປະ ກອບອາວຸດປະຊາຊົນ; ການຂະຫຍາຍເສດຖະກິດສິນຄ້າ, ວັດທະນະທຳມີເອກະລັກຂອງຊາດ, ປະຊາຊົນ ແລະ ກ້າວ ໜ້າ; ການຍົກສູງຊີວິດການເປັນຢູ່ຂອງປະຊາຊົນທາງດ້ານ ວັດຖຸ ແລະ ຈິດໃຈ; ຄຸນສົມບັດປະຕິວັດ, ປະຢັດມັດທະຍັດ, ເສຍສະຫຼະຢ່າງບໍ່ມີຂອບເຂດ, ຄວາມເປັນຫວ່ງເປັນໄຍບຳລຸງສ້າງຮຸ່ນຜູ້ສືບທອດປະຕິວັດໃນອະນາຄົດ; ກ່ຽວກັບການກໍ່ ສ້າງພັກໃຫ້ຂາວສະອາດ, ໜັກແໜ້ນ ແລະ ເຂັ້ມແຂງ, ພະນັກງານສະມາຊິກພັກທັງເປັນຜູ້ນຳພາທັງແມ່ນຜູ້ຮັບໃຊ້ທີ່ບໍລິສຸດຂອງປະຊາຊົນ. ແນວຄິດ ໄກສອນ ພົມວິຫານ ແມ່ນມໍລະດົກ ດ້ານຈິດໃຈອັນປະເສີດຂອງພັກ ແລະ ຂອງ ຊາດລາວ ນັ້ນກໍແມ່ນການປະກອບສ່ວນຂອງ ພັກເຮົາເຂົ້າໃນການຂະຫຍາຍລັດທິມາກ-ເລນິນ ແລະ ຂະບວນການປະຕິວັດໂລກ.
ໃຕ້ແສງສະຫວ່າງຂອງລັດທິມາກ-ເລນິນ ແລະ ແນວຄິດ ໄກສອນ ພົມວິຫານ, ພັກເຮົາໄດ້ສ້າງແນວທາງການເມືອງຂອງຕົນ ຜ່ານບັນດາຍຸກສະໄໝຂອງການປະຕິວັດ; ພັກເຮົາໄດ້ຢຶດໝັ້ນ ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ສັງຄົມນິຍົມ, ໂຄສະນາແນວທາງ, ແຜນນະໂຍບາຍຂອງພັກໃຫ້ແກ່ພະນັກງານ, ສະມາຊິກພັກ, ມະຫາຊົນຕິດພັນກັບການປະ ຕິບັດໜ້າທີ່ການເມືອງແຕ່ລະ ໄລຍະໃນຂະບວນວິວັດແຫ່ງການນຳເອົາແນວທາງເຂົ້າສູ່ຊີວິດສັງຄົມ, ພັກເຮົາຜ່ານວຽກງານພຶດຕິກຳ, ຫງ່ຽງຫູຟັງຄວາມຄິດເຫັນຂອງປະຊາຊົນ ເພື່ອສະຫຼຸບບົດຮຽນ, ເພີ່ມເຕີມເຮັດໃຫ້ແນວທາງ, ແຜນນະໂຍບາຍຄົບຖ້ວນ ແລະ ເໝາະສົມກັບການປະຕິວັດປະເທດເຮົາ.
ນັບແຕ່ມື້ພັກເຮົາໄດ້ກຳ ເນີດເກີດຂຶ້ນມາ, ວຽກງານແນວ ຄິດໄດ້ຮັບການກຳນົດເປັນວຽກ ງານທຳອິດ ເພື່ອເຜີຍແຜ່ໂຄງ ການການເມືອງ, ແນວທາງຂອງພັກໃນໝູ່ປະຊາຊົນຢ່າງ ກວ້າງຂວາງ ແລະ ເລິກເຊິ່ງ, ເຮັດໃຫ້ມະຫາຊົນ ມີຄວາມຕື່ນຕົວປະຕິວັດ, ເຂົ້າໃຈແນວທາງ ກອບກູ້ປະເທດຊາດ, ຂະຫຍາຍຂະບວນການຮັກຊາດຂອງປະຊາຊົນຕາມຫຼັກໝັ້ນຂອງຊົນ ຊັ້ນກຳມະກອນ, ໂຄສະນາ, ປຸກລະດົມ ແລະ ເຜີຍແຜ່ໂທດກຳຂອງພວກປະຕິການ, ອະທິ ບາຍແນວທາງກອບກູ້ປະເທດ ແລະ ປະຊາຊົນ ຕິດພັນກັບການຕໍ່ສູ້ຂອງມະຫາຊົນ, ຍາດເອົາ ສິດໃນການດຳລົງຊີວິດ, ສິດປະຊາທິປະໄຕ... ດ້ວຍການ ເຄື່ອນໄຫວດ້ານແນວຄິດ ແລະ ການຈັດຕັ້ງຢ່າງກວ້າງຂວາງ, ພັກເຮົາໄດ້ປຸກລະດົມ ຂະບວນປະຕິວັດທົ່ວປະເທດລຸກຮື່ຂຶ້ນຢຶດອຳນາດດ້ວຍກຳລັງປະ ກອບອາວຸດໃນວັນທີ 23 ສິງຫາ ແລະ ປະກາດປະເທດລາວເປັນເອກະລາດໃນວັນທີ 12 ຕຸລາ ປີ 1945.
ຜ່ານແຕ່ລະໄລຍະການຂະຫຍາຍຕົວ, ຈາກແນວລາວ ອິດສະຫຼະເຖິງແນວລາວຮັກຊາດ, ຜ່ານສອງຂະບວນການ ຕໍ່ສູ້ຕ້ານຈັກກະພັດຝຣັ່ງ ແລະ ອາເມຣິກາຜູ້ຮຸກຮານ, ການ ເຄື່ອນໄຫວດ້ານແນວຄິດຂອງພັກເວລາໃດກໍໄດ້ຢຶດໝັ້ນລັດ ທິມາກ-ເລນິນ, ຢ່າງເລິກເຊິ່ງ ຍ້ອນແນວນັ້ນພັກເຮົາຈຶ່ງກຳນົດແນວທາງ ການປະຕິວັດຢ່າງຖືກຕ້ອງ, ໂຄສະນາສຶກສາ ອົບຮົມ, ປຸກລະດົມພະນັກງານ, ສະມາຊິກ ພັກ ແລະ ປະຊາຊົນ, ເຊື່ອມຊຶມແນວທາງ, ຍົກສູງມາ ນະຈິດຕັດສິນໃຈເຮັດສຳເລັດໜ້າທີ່ການປະຕິວັດ.
ວຽກງານແນວຄິດຂອງພັກໄດ້ເປັນປັດໄຈສຳຄັນອັນທຳອິດໃນການທົດສອບສິ່ງທ້າທາຍຕ່າງໆ ເພື່ອຍາດເອົາໄຊຊະນະຄັ້ງປະຫວັດສາດໃນການຕີເອົາຊະນະຈັກກະພັດ ໃຫຍ່ສອງໂຕຄື: ຝຣັ່ງ ແລະ ອາເມລິກາ, ຍາດເອົາເອກະ ລາດ ເສລີພາບ ມາໃຫ້ປະເທດຊາດ, ນຳພາປະເທດສ້າງ ແລະ ຂະຫຍາຍລະບອບປະຊາ ທິປະ ໄຕປະຊາຊົນກ້າວຂຶ້ນສູ່ສັງຄົມນິຍົມ.
ບັນດາຄວາມຜິດພາດຂອງພັກເຮົາໃນການຟ້າວຟັ່ງນຳເອົາປະເທດກ້າວຂຶ້ນສັງຄົມ ນິຍົມໂດຍກົງນັ້ນແມ່ນຍ້ອນທັດສະນະກົນຈັກ, ຄຳພີ, ຈົດກ່າຍເອົາຂອງຕ່າງປະເທດ, ຫຼ້າຫຼັງທາງດ້ານທິດສະດີ, ບໍ່ເລີ່ມຈາກຕົວຈິງຂອງ ປະເທດລາວ...
ໂດຍ: ກ.ອໍລະບູນ
(ຄັດຈາກວາລະສານອາລຸນໃໝ່ ສະບັບ 12/2019)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com