Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຕອນທີ 1:
ນາງ ສົມພອນ ສະຫົວ ແລະ ອາບນ້ໍາແລ້ວໆ. ນາງນຸ່ງເສື້ອ ໝາກກະແລ່ງສີອອນ ແລະ ສິ້ນ ມຸກສີຄາມ ຕຸ້ມແພຕຸ້ນສີເຫຼືອງ ອ່ອນກົ້ມໄລເຄື່ອງຢູ່ໂດຍລາໍພັງ ຄົນດຽວ. ນາງ ສົມພອນ ເກີດໃນຄອບຄົວໜຶ່ງທີ່ບ້ານລາດບວກ, ນາງໄດ້ຮັບການອົບຮົມສັ່ງສອນຕາມຮີດຄອງປະເພນີອັນດີ ງາມຂອງຊາວເມືອງພວນ ທີ່ເຮືອງນາມມາແຕ່ປາງບູຮານນະການວ່າ ເປັນຄົນອ່ອນໂຍນສັດຊື່ ແລະ ຢາໍເກງຜູ້ເຖົ້າຜູ້ແກ່ມີນ້ໍາໃຈເອື້ອເຟື້ອເຜື່ອແຜ່ຕໍ່ເພື່ອນ ມະນຸດດ້ວຍກັນ, ບໍ່ແຕ່ງເພດ ແບບພວງເຫຼືອເຮືອ, ມັກເກັບ ຕົວຢູ່ຢ່າງຫງຽບໆ, ສຸຂຸມຈຶ່ງຈະສົມເປັນນາງສາວເມືອງພວນທີ່ແທ້ຈິງ. ປີນີ້ນາງ ສົມພອນ ມີອາຍຸ 18 ປີເຕັມແຕ່ນາງຍັງບໍ່ ເຄີຍລົມບ່າວຈັກເທື່ອນາງໄປທາໍບຸນກິນທານໃນວັດກໍມັກນັ່ງ ຢູ່ເບື້ອງຫຼັງຂອງແມ່, ເວລາມີ ອ້າຍບ່າວຢອກໄຍນາງມັກຍິ້ມ ຫົວ ແລ້ວກົ້ມໜ້າຍິ້ມຫົວຜູ້ດຽວ ແບບລັບໆ. ນາງຫາກໍເສັງໄດ້ ຊັ້ນມັດທະຍົມບໍລິບູນທີ່ໂຮງຮຽນ ຄຸນພໍ່ທີ່ເມືອງຊຽງຂວາງ, ນາງອາດຈະຂໍເປັນຄູສອນຢູ່ທີ່ເມືອງ ແປກນີ້ເອງ ເພາະນາງເປັນລູກສາວດຽວພໍ່ແມ່ຂອງນາງບໍ່ຢາກໃຫ້ນາງໄປໄກຈາກຄອບຄົວ.
ໃນເວລາທີ່ນາງ ສົມພອນ ພວມກົ້ມໄລເຄື່ອງນຸ່ງຢູ່ນັ້ນ ນາງໄດ້ຍິນສຽງເວົ້າມະໂລໂຈເຈຢູ່ໃກ້ໆຫັ້ນ ນາງສະຫງັດຟັງສຽງ ດ້ວຍຄວາມສົນໃຈມີສຽງໜຶ່ງ ຊຶ່ງເປັນສຽງຂອງແມ່ຍິງແກ່ຄົນໜຶ່ງ ເວົ້າຂຶ້ນດ້ວຍຄວາມຕື່ນເຕັ້ນວ່າ:
- ແມ່ນທະຫານກອງໃດມາເຕັມບ້ານເໜືອຫັ້ນນໍ? ເບິ່ງ ເຄື່ອງນຸ່ງເປັນສີແປກໆ.
ໃນທັນໃດນັ້ນກໍມີສຽງຂອງ ແມ່ຍິງອີກຜູ້ໜຶ່ງເວົ້າຕອບວ່າ:
- ຈັ່ງວ່ານີ້ລະ ຂ້ອຍກໍບໍ່ຮູ້ ແຕ່ເຫັນໄທບ້ານເໜືອແຕກຂຶ້ນ ເຮືອນອັດປະຕູມິດຢູ່ໄດ໋!
ຮວ່າຍ! ຄັນຊັ້ນມັນບໍ່ແມ່ນ ພວກປຸ້ນສາບໍ?
ໃນທັນໃດນັ້ນມີສຽງໜຶ່ງ ທັງແລ່ນທັງເວົ້າມາໃສ່ພວກສົນທະນາກັນຢູ່ນັ້ນວ່າ:
- ພວກເຈົ້າໂສເຫຼ້ກັນຢູ່ ຫັ້ນ, ພວກເຈົ້າບໍ່ຢ້ານບໍ່? ນັ້ນແລ້ວ ກອງທະຫານຂອງຝ່າຍປະເທດລາວ.
ຕໍ່ຈາກນັ້ນ ນາງ ສົມພອນ ໄດ້ຍິນສຽງຕີນຄົນແລ່ນ ຫົວໃຈຂອງນາງຕົກວາບລົງທັນທີ, ນາງປັ້ນເສື້ອທີ່ນາງໄລຍັງບໍ່ທັນຄັກຢ່າງຟ້າວຟັ່ງຈັບຍັດໃສ່ຊາມ ລືມຮອດນຸ່ງເສື້ອແຂນຍາວ. ປະ ຮອດຊາມເຄື່ອງນຸ່ງປົບຂຶ້ນຝັ່ງ ແລ່ນລິບເຂົ້າໄປປ່າກ້ວຍ ລັດ ປ່າໝາກສີດາ ແລ່ນເມືອເຮືອນຢ່າງບໍ່ມີທີບຢູ່. ຟ້າວທະຍານ ຂຶ້ນຂັ້ນໄດເຮືອນເທື່ອລະສອງ ຂັ້ນຊຸກປະຕູໂດດເຂົ້າໄປໃນເຮືອນດ້ວຍຄວາມຕົກໃຈ ເຮັດໃຫ້ແມ່ຂອງນາງທີ່ພວມນັ່ງຄ້ຽວ ໝາກຢູ່ກາງເຮືອນ ຕື່ນຈົນຄາໍໝາກເກືອບຫຼຸດອອກຈາກປາກ.
- ອຸ້ຍ! ອີ່ ສົມພອນ ມຶງເປັນຫຍັງຫຶ?
ແມ່ຂອງນາງເວົ້າຂຶ້ນດ້ວຍຄວາມບໍ່ພໍໃຈ. ນາງ ສົມພອນ ຫາຍ ໃຈຊິຫູຊິເຫົ່າ ເອົາມືມາບັງ ປາກເວົ້າດ້ວຍສຽງສັ່ນສຽງເຊັ່ນວ່າ:
- ທະຫານປະເທດລາວເຂົ້າບ້ານ!
- ທະຫານຫຍັງຫວະ? ທະຫານປະເທດລາວຫວະ? ຢູ່ໃສ? ແມ່ນາງ ສົມພອນ ຖາມ ຂຶ້ນດ້ວຍຄວາມສົນໃຈ ຕາຂອງແມ່ກໍລຸກຂຶ້ນດ້ວຍຄວາມຕື່ນເຕັ້ນ.
- ມາຮອດຫົວບ້ານເຮົານີ້ແລ້ວ!
ນາງ ສົມພອນ ທັງເວົ້າທັງແລ່ນເຂົ້າໄປໃນສ້ວມຟ້າວອັດປະຕູປ່ອງຢ້ຽມເຕັມແຮງຈົນດັງຕຶກໆ. ແມ່ຂອງນາງກໍຕົກໃຈບໍ່ແມ່ນໜ້ອຍເໝືອນກັນ ແມ່ຟ້າວ ເລືອເຂົ້າໄປໃນສ້ວມຂຸເຂົ່າລົງຕໍ່ ໜ້າຮ້ານບູຊາກົ້ມຂາບວິງວອນ ເຖິງສິ່ງສັກສິດ ຈົ່ງດົນບັນດານ ໃຫ້ພົ້ນຈາກອັນຫານຢ່າໄດ້ພົບພານອັນຮ້າຍ.
- ກອງພັນທີສອງຂອງແນວລາວຮັກຊາດເປັນແຖວຍາວຢຽດຍ່າງຜ່ານລາດບວກ ຢ່າງສະຫງ່າຜ່າເຜີຍ, ອ້າຍນ້ອງ ແລະ ພົນທະຫານທຸກຄົນມີສີໜ້າຍິ້ມແຍ້ມແຈ່ມໃສ ເວົ້າລົມກັນໄປຢ່າງຊົມຊື່ນເບີກບານ. ນາງ ສົມພອນ ທີ່ນັ່ງຄອກມອກ ຢູ່ເທິງຕຽງນອນ ເມື່ອບໍ່ເຫັນມີເລື່ອງຫຍັງເກີດຂຶ້ນກໍຄ່ອຍຢ່ອງ ແຢ່ງລົງມາຢືນແພະຢູ່ແຄມປະ ຕູປ່ອງຢ້ຽມ ຊຸກບານປະຕູອອກພໍເປັນລັບແລສ່ອງເບິ່ງນາຍ ແລະ ພົນທະຫານຂອງຝ່າຍປະ ເທດລາວ ເບິ່ງຜູ້ໃດກໍອຸນຸອໍເນາະ ໜ້າຍິ້ມແຍ້ມແຈ່ມໃສດວງຕາວ່ອງໄວ ແລະ ສ້ຽມແຫຼມເປັນຕາ ໜ້າຮັກໜ້າແພງ ເຂົາບໍ່ໄດ້ລັກ ເລັມຂອງໃຜ ແລະ ບໍ່ໄດ້ກໍ່ຄວາມ ເດືອດຮ້ອນໃຫ້ແກ່ຊາວບ້ານແຕ່ ປະການໃດ, ມັນໂລດແຕກຕ່າງ ກັນກັບຄວາມຊວນເຊື່ອ ຊຶ່ງນາງເຄີຍໄດ້ຍິນມາວ່າ: ທະຫານ ຂອງຝ່າຍປະເທດລາວຂົນຍາວ, ແຂ້ວຊວາກ, ຫົວຫຍອງທ້ອງປຸ້ງຂ້າເຈົ້າເອົາຂອງຂົ່ມຂືນ ທໍາສໍາເລົາຜູ້ເຖົ້າ ແລະ ເດັກນ້ອຍ ນາງ ຫຼຽວເບິ່ງອ້າຍນ້ອງ ແລະ ພົນ ທະຫານທີ່ຍ່າງຜ່ານບ້ານດ້ວຍ ຄວາມທຸ່ນທ່ຽງຄາວໜຶ່ງນາງ ສົມພອນ ຄິດໄດ້ຄິດດີແນວໃດ, ນາງອອກຈາກສ້ວມທາງຕາ ຊອກຫາທາງປາກຮ້ອງຄ່ອຍໆ ວ່າ:
- ແມ່ເອີຍແມ່?
- ແມ່ນຫຍັງຫວະ? ແມ່ຢູ່ໃນສ້ວມພີ້ນາ!
ແມ່ຂອງນາງຮ້ອງຄ່ອຍໆ ອອກມາແຕ່ໃນສ້ວມ. ແມ່ກໍພວມຕີຝາ ເຮືອນກົ້ມສ່ອງເບິ່ງ ກອງທະຫານຂອງແນວລາວຮັກຊາດຢູ່ເໝືອນກັນ.
ນາງ ສົມພອນ ເຕັ້ນຢອດເຂົ້າໄປໃນສ້ວມຂອງແມ່, ຢາກຊຸກບານປະຕູປ່ອງຢ້ຽມອອກແຕ່ແມ່ຂອງນາງຫ້າມພ້ອມທັງເວົ້າໃສ່ນາງວ່າ:
- ອີ່ ສົມພອນ ມຶງເປັນຫຍັງຫຶ ! ຢ່າໄຂໄດ໋!
- ແມ່ຂອງນາງທັງເວົ້າ ທັງເງືອດກາໍປັ້ນໃສ່ນາງດ້ວຍຄວາມບໍ່ພໍໃຈ. ແຕ່ໃດມານາງສົມພອນ ບໍ່ເຄີຍຂີນຄວາມ ຂອງແມ່ບອກຈັກເທື່ອ. ເທື່ອນີ້ ນາງກໍບໍ່ກ້າຊຸກປະຕູອອກ ແຕ່ນາງຍັງຢືນຢູ່ບ່ອນເກົ່າ ແລະ ຫົວຂຶ້ນດ້ວຍຄວາມຊົມຊື່ນ ເພາະໃບໜ້າໜີເຫດຂອງແມ່ ເຮັດໃຫ້ນາງ ອົດທົນ. ບໍ່ໄດ້, ແມ່ຂອງນາງອົດບໍ່ໄດ້ອີກແລ້ວ, ແມ່ໄດ້ລຸກ ຂຶ້ນຈັບແຂນຂອງນາງລາກອອກຈາກປະຕູປ່ອງຢ້ຽມ ພ້ອມທັງຮ້າຍໃຫ້ນາງ ວ່າ:
- ນຸ່ງເສື້ອໝາກກະແລ່ງ ແຕະແຊະຢູ່ແນວນັ້ນ ມຶງກໍຍັງຢາກ ໄຂປະຕູຢືນຕໍ່ໜ້າຫຼາຍຄົນ ຊັ້ນບໍ? ເສື້ອແຂນຍາວມຶງເອົາໄວ້ຢູ່ໃສແລ້ວ ເອົາມານຸ່ງທະແມ້!
- ນາງ ສົມພອນ ຊວາດຮູ້ເມື່ອ, ກົ້ມເບິ່ງເລົາຄີງຂອງນາງແລ້ວຍິ້ມ ຫົວເປັນສີອາຍໆ ຟ້າວຄວາມືໄປຈັບເອົາແພຕູ້ມທີ່ເຮ່ຍຢູ່ປາກປະຕູສ້ວມມາຕູ້ມ ແລ້ວຈຶ່ງຄ່ອຍເວົ້າຕໍ່ແມ່ດ້ວຍຄວາມຍິ້ມແຍ້ມວ່າ:
- ລູກປະກົດເຫັນຄົນໜຶ່ງຄືອ້າຍ ຄາໍແດງ ຈຶ່ງຢາກໃຫ້ແມ່ເບິ່ງນໍາກັນແມ່ນແທ້ບໍ ຫຼື ບໍ່?
ພໍໄດ້ຍິນແນວນັ້ນໃບໜ້າອັນເຄັ່ງຂຶມຂອງແມ່ປະກົດວ່າ ມາຍຄືນມາຄືເກົ່າ ແມ່ໄດ້ຖາມນາງ ສົມພອນ ດ້ວຍຄວາມສົນໃຈວ່າ:
- ຢູ່ໃສຊີ້ໃຫ້ແມ່ເບິ່ງດູ!
ນາງ ສົມພອນ ແປງຜ້າຕູ້ມຕື່ມອີກ ຈຶ່ງຄ່ອຍຢືດຄໍຂຶ້ນຫວິດແຄມປະຕູ ນາງຄ່ອຍເງີງ ບານປະຕູອອກແລ້ວສົ່ງສາຍ ຕາຊອກຫາ. ນາງ ບອກໃຫ້ແມ່ວ່າ:
- ແມ່ເບິ່ງຜູ້ຢືນຢູ່ຮົ່ມກົກໝາກກ້ຽງໃກ້ກັບເຮືອນເຈັກຕຸ້ຍນັ້ນນາ ແມ່ເຫັນບໍ? ລູກເບິ່ງຄືອ້າຍ ຄາໍແດງ ແທ້ໆໃດ!
ແມ່ຂອງນາງກໍຢືດຄໍຂຶ້ນຫຼຽວໄປຕາມນິ້ວມືຂອງນາງ ແຕ່ຕາຂອງແມ່ເຫັນພໍເປັນມົວໆ ບໍ່ໍຈື່ໃຜໄດ້ ແມ່ພຶມພໍາຜູ້ດຽວວ່າ:
- ມັນເປັນໄປບໍ່ໄດ້ຕິ! ຄົນຄືຄົນບໍ່ຈັກ ອ້າຍ ຄາໍແດງ ຂອງລູກຖືກທະຫານລາວຂ້າຕາຍຢູ່ເມືອງໂມ້ ຕັ້ງແຕ່ສອງສາມປີ ພຸ້ນແລ້ວເດ! ແລະ ແມ່ນອ້າຍ ຄາໍແດງ ຂອງລູກລາວກໍມາຫາເຮືອນລະບໍ?
- ແມ່ໂລດເວົ້າແນວນັ້ນ, ອ້າຍ ຄໍາແດງ ຊິຮູ້ວ່າພວກເຮົາ ຍ້າຍມາຢູ່ລາດບວກມື້ໃດ?
- ເອີແມ່ນແທ້ໃດນໍ! ເວລາອ້າຍລູກໄປຄ້າ ພວກເຮົາຍັງຢູ່ເມືອງຊຽງຂວາງພຸ້ນໃດນໍ?
ອ້າຍນ້ອງກອງພັນທີສອງ ພັກຜ່ອນຢູ່ຄາວໜຶ່ງແລ້ວກໍພາ ກັນອອກເດີນທາງຕໍ່ໄປ ໂດຍມຸ້ງໜ້າໄປຫາຄັງໝາແລ່ນ. ນາງ ສົມພອນ ຄອຍເບິ່ງອ້າຍນ້ອງໄປຈົນສຸດສາຍຕາ ອ້າຍນ້ອງໄປ ຫວິດໝົດແລ້ວ ນາງຈຶ່ງຄິດຊວາດເຖິງເລື່ອງນາງປົບປະຊາມ ເຄື່ອງນຸ່ງ ນາງລັກຫົວຂວັນຕົນເອງທີ່ຢ້ານຢ່າງບໍ່ມີເຫດຜົນເກີນຂອບເຂດ ນາງຍ່າງລົງໄປ ຫາທ່ານ້ຳແລ້ວສືບຕໍ່ການໄລເຄື່ອງນຸ່ງຕໍ່ໄປ ນາງທັງໄລເຄື່ອງທັງຂັບຄ່ອຍໆ ສາໍລັບໃຫ້ນາງຟັງຄົນດຽວ. ແນວຄິດຂອງນາງກໍເລື່ອນລອຍ ໄປຕາມສຽງຂັບຮູບພາບອັນສວຍງາມໃນຄາວນາງຍັງນ້ອຍໄດ້ຄ່ອຍປະກົດ ຂຶ້ນໃນມັນສະໝອງຂອງນາງ. ນາງຄິດເຖິງທ້າວ ຄຳແດງ ຊຶ່ງເປັນອ້າຍຄີງຂອງນາງ. ໃນຄາວຍັງນ້ອຍສອງອ້າຍນ້ອງເຄີຍຕາມຫຼັງກັນໄປໂຮງຮຽນຮ່ວມສຸກຮ່ວມທຸກນາໍກັນ ພາຍໃຕ້ສາຍຄາເຮືອນຫຼັງດຽວ ຢູ່ໃນອ້ອມອົກອັນອົບອຸ່ນຂອງພໍ່ແມ່. ເກີດມາໃນຊາດນີ້ນາງມີພຽງແຕ່ສອງອ້າຍນ້ອງຄວາມຫວັງທັງໝົດນາງຝາກໄວ້ນາໍແຕ່ອ້າຍ ຄົນດຽວ. ແຕ່ເວນກາໍແຕ່ປາງໃດກໍບໍ່ຮູ້ໄດ້ມາເຮັດໃຫ້ສອງອ້າຍ ນ້ອງພັດພາກຈາກກັນ, ມື້ອ້າຍຂອງນາງອອກຈາກເຮືອນໄປນັ້ນ ນາງຍັງຈໍາໄດ້ດີວ່າ ແມ່ນຍາມບຸນສົງພະ.
ພໍ່ຂອງນາງ ໄດ້ມອບຢາ ຝິ່ນໃຫ້ອ້າຍຂອງນາງ ປະມານ ສີ່ຫ້າ ປົງ ເພື່ອເອົາໄປຂາຍທີ່ເມືອງປາກຊັນ ແຕ່ພໍໄປຮອດເມືອງທ່າໂທມ, ອ້າຍຂອງນາງຖືກພວກທະຫານພາສີຈັບໄດ້ ຢາຝິ່ນທັງໝົດຖືກຢຶດ ແລະ ອ້າຍຂອງນາງກໍຍັງຖືກຈໍາຄຸກອີກ. ຫຼັງຈາກອອກຈາກຄຸກ ແລ້ວ ອ້າຍຂອງນາງບໍ່ຍອມກັບ ບ້ານໄດ້ໄປຫາຮັບຈ້າງເປ້ເຄື່ອງໃຫ້ພວກພໍ່ຄ້າຝິ່ນທີ່ເມືອງພາງ ເມືອງງານ. ຕໍ່ມາຄອບຄົວຂອງນາງໄດ້ຮັບຂ່າວອັນເສົ້າສະຫຼົດໃຈວ່າ ອ້າຍຂອງນາງໄດ້ຖືກ ພວກທະຫານຝ່າຍປະເທດ ລາວຈັບໄດ້ແລ້ວນຳໄປປະຫານຊີວິດ ຢູ່ທີ່ບ້ານໝ້ໍ ເມືອງໂມ້. ນັບແຕ່ນັ້ນມາຊີວິດຂອງນາງປຽບເໝືອນເຮືອລໍານ້ອຍເລື່ອນ ລອຍຢູ່ກາງທະເລ ຊຶ່ງປົກຄຸມ ໄປດ້ວຍບັນຍາກາດແຫ່ງຄວາມ ໂດດດ່ຽວປ່ຽວພອຍແຕ່ມາຮອດມື້ນີ້ ດວງຕາທັງຄູ່ຂອງນາງປະ ກົດເຫັນໃບໜ້າຂອງອ້າຍແຕ່ ມັນຈະແມ່ນອ້າຍຂອງນາງ ແທ້ບໍ? ເລື່ອງນີ້ ນາງບໍ່ສາມາດຢັ້ງ ຢືນໄດ້. ແຕ່ເຖິງແນວໃດກໍຕາມນາງຈະໃຊ້ຄວາມພະຍາຍາມທຸກຢ່າງ ເພື່ອຊອກຮູ້ເລື່ອງນີ້ ໃຫ້ມັນກະຈ່າງແຈ້ງ.
ໃນວັນຕໍ່ມາພໍ່ຂອງນາງ ກັບມາແຕ່ເມືອງໂພນສະຫວັນ ໄດ້ເລົ່າ ສູ່ແມ່ ແລະ ນາງຟັງກ່ຽວ ກັບເລື່ອງກອງພັນທີສອງ ຂອງ ແນວລາວຮັກຊາດມາຮອດ ທົ່ງໄຫຫີນ. ຄວາມຊ່າລືຂອງກອງ ພັນທີສອງໄດ້ແຜ່ຂະຫຍາຍ ອອກເໝືອນດັ່ງຄື້ນຟອງທະເລໃນຍາມມີລົມພາຍຸ, ໄປຮອດບ້ານໃດທີ່ກອງພັນທີສອງຂອງ ຝ່າຍປະເທດລາວຜ່ານໄປຊາວ ບ້ານຕ່າງກໍລົມສູ່ກັນວ່າ ນາຍ ແລະ ພົນທະຫານໃນກອງພັນດັ່ງກ່າວມີລະບຽບວິໄນອັນເຄ່ັງ ຄັດ, ສຸພາບອ່ອນໂຍນຢາໍເກງພໍ່ແມ່ປະຊາຊົນ ແລະ ບໍ່ແຕະຕ້ອງເຖິງຊັບສົມບັດຂອງປະຊາຊົນແຕ່ປະການໃດ, ຢູ່ທີ່ລາດເຫຼີ້ງປະຊາຊົນເວົ້າສູ່ກັນຟັງວ່າກອງ ພັນທີສອງໄດ້ຜ່ານສວນແຕງ ກວາຂອງພໍ່ທິດສີແຕ່ຫົວທີຊາວ ບ້ານລາດເຫຼິ້ິງກະວ່າ ແຕງກວາໃນສວນດັ່ງກ່າວຈະບໍ່ເຫຼືອພໍ ໜ່ວຍແຕ່ເມື່ອກອງພັນທີສອງ ຜ່ານໄປແລ້ວເຈົ້າຂອງສວນແລ່ນ ໄປເບິ່ງ ເວົ້າຫຍັງແຕງກວາທີ່ມີລາຄາແພງແດ່ແຕ່ໝາກພິກຂີ້ ໜູໜ່ວຍໜຶ່ງເຂົາກໍບໍ່ປີດຜັກບົ່ວໃບໜຶ່ງເຂົາກໍບໍ່ເດັດ.
- ເລື່ອງນີ້ເຮັດໃຫ້ນາງ ສົມພອນ ຍິ່ງຄິດກໍຍິ່ງສົນໃຈ ພ້ອມກັນນັ້ນ ນາງ ສົມພອນ ຍັງໄດ້ຮັບຄວາມສັ່ງຈາກພໍ່ແມ່ຂອງນາງທີ່ຈະຊອກຖາມຫາອ້າຍຂອງນາງ ໃນກອງພັນທີສອງ ເພາະໃນບໍ່ນານນີ້ ນາງຈະໄດ້ໄປເປັນຄູສອນທີ່ເມືອງໂພນສະຫວັນ.
- ຄາໍໝັ້ນ!
- ຢູ່
- ມາຫາອ້າຍໜ້ອຍໜຶ່ງ.
ສະຫາຍ ຈາໍນຽນ ໃນຊຸດສີ ຂຽວໃບຕອງກ້ວຍ ຢືນຢູ່ປາກ ປະຕູຫ້ອງທຳງານຮ້ອງໄປໃສ່ ສະຫາຍ ຄາໍໝັ້ນ ທີ່ພວມທຳຄວາມສະອາດຢູ່ເດີ່ນຄ້າຍ. ສະ ຫາຍ ຄາໍໝັ້ນ ວາງໄມ້ຕາດສຳ ຫຼວດເບິ່ງເຄື່ອງນຸ່ງ ແລະ ແປງ ໝວກໃຫ້ທ່ຽງດີແລ້ວ ສະຫາຍກໍແລ່ນໄປຢືນກົງຢູ່ຕໍ່ໜ້າສະຫາຍ ຈາໍນຽນ.
- ມື້ນີ້ນ້ອງຈະໄປເມືອງ ໂພນສະຫວັນແມ່ນບໍ? ສະ ຫາຍ ຈາໍນຽນ ຖາມດ້ວຍສີໜ້າຍິ້ມແຍ້ມ.
ເອີ! ໄປກໍໃຫ້ມີສະຕິລະວັງຕົວ, ຮັກສາຄຸນສົມບັດຂອງນັກ ຮົບປະຕິວັດໃຫ້ດີ, ເວົ້າຈາປາໃສ ກັບພໍ່ແມ່ປະຊາຊົນກໍໃຫ້ອ່ອນ ໂຍນສຸພາບ ແຕ່ບໍ່ເສຍຫຼັກໝັ້ນ, ນ້ອງຈື່ແລ້ວຕິ.
- ຈື່ແລ້ວ.
ສະຫາຍ ຄາໍໝັ້ນ ຕອບດ້ວຍຄວາມໜັກແໜ້ນ ພ້ອມທັງ ຂາໍ່ນັບ ສະຫາຍ ຈາໍນຽນ ໂດຍຄວາມເຄົາລົບອັນເລິກເຊິ່ງ. ສະ ຫາຍ ຄາໍໝັ້ນ ກັບຫັນແລ້ວຍ່າງ ໄປຫາໄມ້ຕາດ ທຳຄວາມສະ ອາດກາງເດີ່ນຕໍ່ໄປ. ສະຫາຍ ຈາໍນຽນ ຮັກແພງອ້າຍນ້ອງນາຍ ແລະ ພົນທະຫານພາຍໃຕ້ການບັນຊາຂອງຕົນທຸກທົ່ວໜ້າແຕ່ພິເສດແມ່ນສະຫາຍ ຄາໍໝັ້ນ ເຂົາເປັນຊົນຊາດລາວເທິງ ເປັນກາໍພອຍທຸກຍາກກາກກາໍມາແຕ່ນ້ອຍ. ນອກຈາກເອົາໃຈ ໃສ່ສ້ຽມສອນທິດສະດີປະຕິວັດແລ້ວ ສະຫາຍ ຍັງເອົາໃຈວັດທະ ນະທຳໃຫ້ສະຫາຍ ຄາໍໝັ້ນ ອີກ.
ສະຫາຍ ຄາໍໝັ້ນ ມີອາຍຸ 21 ປີ. ເຂົາເປັນຄົນກ້າວກຶງ, ກວ້າງ ຜົມຍັກປີກຈີລໍ່, ເອິກແຮ້ງ, ຕາກາ, ເຂົາເກີດຂຶ້ນມາໃນຄອບ ຄົວລະເວນທີ່ເກົ່າແກ່ຄອບຄົວ ໜຶ່ງທີ່ບ້ານໜອງພະນວນ ປູ່ຂອງ ເຂົາເປັນຫະຫານອົງກົມມະດາໍ ແລະ ຖືກທະຫານຝຣັ່ງປະຫານຊີວິດທີ່ບ້ານຫ້ວຍກອງ ໃນປີ 1936 ພໍ່ຂອງເຂົາກໍໄດ້ເປັນ ທະ ຫານອິດສະຫຼະພາຍໃຕ້ການບັນຊາຂອງທ່ານ ສີທົນ ກົມມະດຳ ໃນສະໄໝເລີ່ມຕໍ່ຕ້ານພວກລ່າເມືອງຂຶ້ນຝຣັ່ງທີ່ເຂດໃຕ້ ແລະ ໄດ້ຖືກພວກລ່າເມືອງ ຂຶ້ນຝຣັ່ງຈັບໄດ້ທີ່ບໍລິເວນເມືອງປາກຊ່ອງ ແລ້ວນຳໄປປະຫານຊີວິດທີ່ເມືອງປາກເຊ ໃນປີ 1949 ໃນເວລານັ້ນສະຫາຍ ຄາໍໝັ້ນ ມີອາຍຸພຽງແຕ່ 13 ປີຕໍ່ມາບໍ່ດົນແມ່ຂອງເຂົາໄດ້ເຖິງແກ່ ກາໍໄປຍ້ອນຄວາມອິດອ່ອນໂຮຍ ແຮງເພາະທຸກຍາກກາກກາໍຫາ ອັນປຽບບໍ່ໄດ້ ສະຫາຍ ຄາໍໝັ້ນ ໄດ້ຊັດເຊພະເນຈອນໄປທົ່ວ ດົງບໍລິເວນໝົດຮັບຈ້າງລ້ຽງ ຄວາຍກໍຮັບຈ້າງຖາງສວນກາ ເຟໃຫ້ເພິ່ນປີນີ້ຢູ່ບ້ານນີ້, ປີໜ້າກໍຕົກໄປຢູ່ບ້ານອື່ນຊີວິດຂອງສະຫາຍ ບໍ່ຕ່າງຫຍັງກັບເຄື່ອງມືທີ່ມີປາກໄດ້ໃນສະໄໝຂ້າທາດ. ແຕ່ຂະບວນການປະຕິວັດປົດປ່ອຍຊາດໄດ້ດຶງເອົາສະຫາຍ ອອກຈາກຊີວິດອັນມືດມົນດັ່ງ ກ່າວ, ສະຫາຍໄດ້ເຂົ້າເປັນຕິດ ຕໍ່ໃນກອງໄຊເຊດຖາ ໃນປີ 1952 ແລ້ວໄດ້ຂຶ້ນໄປເຕົ້າໂຮມ ຢູ່ແຂວງຊໍາເໜືອ ໃນປີ 1954 ໃນແຫ່ງນີ້ ສະຫາຍໄດ້ຮັບການ ອົບຮົມທາງການເມືອງວິຊາການ ທະຫານ ແລະ ສືບຕໍ່ການຮຽນວັດທະນະທໍາ ນອກນັ້ນ ສະຫາຍຍັງໄດ້ເຂົ້າການຕໍ່ສູ້ຕ້ານຢັນການ ໂຈມຕີບຽດຢຶດຂອງສັດຕູທີ່ເມືອງ ເປິນ ໃນປີ 1956, ຫຼັງຈາກສັນ ຍາວຽງຈັນໄດ້ຮັບການເຊັນກັນ ການລວມລາວເທື່ອທີໜຶ່ງໄດ້ເລີ່ມ ຕົ້ນສະຫາຍໄດ້ຖືກຄັດເລືອກເຂົ້າປະຈໍາການຢູ່ກອງພັນທີສອງ ໃນຕາໍແໜ່ງຮອງນາຍໝູ່.
ຫຼັງຈາກນຸ່ງເຄື່ອງເປັນລະ ບຽບຮຽບຮ້ອຍດີແລ້ວ ສະຫາຍ ຄໍາແດງ ແລະ ສະຫາຍ ຄາໍໝັ້ນ ກໍອອກຈາກຄ້າຍໄປ. ເຂົາທັງ ສອງພາກັນຍ່າງໄປຫາເມືອງ ໂພນສະຫວັນ ໃນເວລາ 8:00 ໂມງເຊົ້າມື້ນັ້ນແມ່ນວັນອາທິດ ພໍເຂົາ ໄປຮອດຫ້ວຍຄາໍ ນາງ ສົມພອນ ນຸ່ງເສື້ອແລນສີຟ້າ, ນຸ່ງສິ້ນຂັ້ນສີຕັບໝູເອົາແພນີລົງຂາວຄຽນຄໍຂີ່ລົດຖີບເປີໂຊ.
ທ້າວ ຄາໍໝັ້ນ ຫຼຽວເຫັນ ນາງ ສົມພອນ ແຕ່ໄກກໍຈື່ໂລດແລ້ວ ເວົ້າຕໍ່ທ້າວ ຄາໍແດງ ວ່າ:
- ສະຫາຍ ຄາໍແດງ ນັ້ນເດນ້ອງສາວຂອງສະຫາຍ.
- ຢູ່ໃສ?
- ພຸ້ນເດ.
- ໂອ! ແມ່ນແທ້!
- ສະຫາຍກໍຈື່ດີແທ້ນໍ?
- ບໍ່ຈື່ແນວໃດ ລາວເຂົ້າໄປຫຼິ້ນນາໍພວກເຮົາທີ່ບ້ານອ່າງຄັງໄຂຫຼາຍເທື່ອແລ້ວເດ...
ນາງ ສົມພອນ ລົງລົດຖີບດ້ວຍສີໜ້າຍິ້ມແຍ້ມແຈ່ມໃສແລ້ວ ເວົ້າຕໍ່ອ້າຍຂອງນາງຢູ່ຕໍ່ໜ້າ ທ້າວ ຄາໍໝັ້ນ ວ່າ:
- ອ້າຍ ຄາໍແດງ ເມື່ອຮູ້ຂ່າວຂອງອ້າຍ ແມ່ ແລະ ພໍ່ກໍພາກັນມາໂລດດຽວນີ້ ເພິ່ນຍັງຢູ່ເມືອງໂພນສະຫວັນພຸ້ນ ເພິ່ນໃຫ້ນ້ອງມານຳຫາອ້າຍ.
- ພວກອ້າຍກໍຕັ້ງໃຈວ່າ ຈະໄປຫານ້ອງພຸ້ນແລ້ວເປັນແນວ ໃດພໍ່ແມ່ກໍຍັງສະບາຍດີຕິ?
- ສະບາຍດີ.
ນາງ ສົມພອນ ຍິ້ມຫົວຢ່າງມີສະເໜ່ ນາງເຫຼືອດຕາໄປໃສ່ສະຫາຍ ຄາໝັ້ນ, ສະຫາຍ ຄາໍແດງ ເລີຍແນະນາໍໃຫ້ນາງຮູ້ວ່າ:
- ນີ້, ສະຫາຍ ຄາໍໝັ້ນ ຜູ້ຮອງ ໝູ່ຂອງອ້າຍ, ນາງ ສົມພອນ ນ້ອງ ສາວຄີງຂອງເຮົາ.
ນາງ ສົມພອນ ຍົກມືຂຶ້ນໄຫວ້ຕອບຢ່າງຄ່ອງແຄ້ວ, ເຂົາທັງສາມພາກັນຍ່າງຮຽງໜ້າກັນໄປສູ່ເມືອງໂພນສະຫວັນທັງຍ່າງລົມກັນໄປ ແລະ ຫຼຽວເບິ່ງ ປ່າແປກທີ່ສູງລັງມັ່ງຢູ່ຕາມໂນນພູອັນສວຍງາມຂອງພູພຽງຊຽງຂວາງ ນາງ ສົມພອນ ເວົ້າຂຶ້ນດ້ວຍສຽງເສາະໃສວ່າ:
- ນ້ອງບໍ່ນຶກບໍ່ຝັນວ່າຈະໄດ້ພົບອ້າຍ ໂອຍ! ມື້ພວກອ້າຍ ຍ່າງກາຍລາດບວກນັ້ນ ຖ້າອ້າຍ ຮູ້ອ້າຍຊິຫົວຂວັນນ້ອງຈົນແຂ້ວ ແຫ້ງພຸ້ນລະ.
ເວົ້າແລ້ວ ນາງອວ່າຍໜ້າໄປລີ້ຫົວຜູ້ດຽວ, ນາງຈູງລົດໄປໄລຍະໜຶ່ງນາງເລີຍເວົ້າອີກວ່າ:
- ກ່ອນຈະໄດ້ພົບກໍບໍ່ແມ່ນ ງ່າຍ, ນ້ອງທຽວໄປບ້ານອ່າງ, ບ້ານດ່ອງເຖິງສອງສາມເທື່ອແຕ່ໃຜກໍແກ່ວງຫົວບໍ່ກ້າເຂົ້າຫາ ພວກອ້າຍ ເພາະນາຍພັນເນ ແຕ່ງທະຫານໄປປ່າວວ່າ ພວກອ້າຍ...ນາງຢຸດຢູ່ຄາວ ໜຶ່ງ ພ້ອມທັງງວາກໜ້າໄປຫາສະຫາຍ ຄາໍໝັ້ນ ເຮັດລຶງລືຢູ່ ຄາວໜຶ່ງເວົ້າຕໍ່ວ່າ ພວກເພິ່ນ ເວົ້າຄວາມດີໃສ່ພວກອ້າຍຫຼາຍແນວວ່າ: ພວກອ້າຍອຶດຜູ້ສາວ ມາຫຼາຍປີເຫັນຜູ້ສາວແລ້ວແລ່ນໃສ່ໂລດ ສະນັ້ນ, ຈຶ່ງຫ້າມບໍ່ໃຫ້ໃຜເຂົ້າໃກ້ ຍ້ອນແນວນັ້ນລະພີ່ນ້ອງຊາວ ບ້ານອ່າງ, ບ້ານດ່ອງ ແລະ ບ້ານ ໜອງຫຍ້າມ້າ ຕະຫຼາດເມືອງຄັງ ໄຂ ຈຶ່ງບໍ່ກ້າມາຕາມທາງຫຼວງລັດຂ້າມຄັງໄປທາງຄັງກິວ ພຸ້ນ.
ສະຫາຍ ຄາໍແດງ ຍິ້ມຫົວແລ້ວເວົ້າຕໍ່ນາງ ສົມພອນ ວ່າ:
- ແຕ່ຫົວທີ ພວກອ້າຍກໍບໍ່ ໄດ້ໄວ້ໃຈເຫັນວ່າເພິ່ນລັດຄັງໄປ ກໍຄິດວ່າພວກເພິ່ນເຄີຍໄປທາງນັ້ນ, ບັດແມ່ເຖົ້າບ້ານອ່າງມາເວົ້າພີ້ພວກອ້າຍ ຈຶ່ງຮູ້.
- ແມ່ເຖົ້າບ້ານອ່າງກໍເວົ້າສູ່ນ້ອງຟັງວ່າ ມື້ນັ້ນແດດຮ້ອນແມ່ບໍ່ໄປທາງໂຄ້ງອີກແມ່ລັດຊື່ຜ່ານຄ້າຍພວກອ້າຍໄປຄິດໃນໃຈວ່າຈະເປັນແນວໃດກໍເປັນເທາະເຖົ້າແລ້ວລະ.
ນາງ ສົມພອນ ເອົາແພມົນຂຶ້ນມາອັດປາກ ເພື່ອບໍ່ໃຫ້ສຽງຫົວເກີນໄປ ແລະ ນາງຮູ້ສຶກກະ ດຽມຄີງຕໍ່ຄວາມເວົ້າອັນໂລດ ຜົນຂອງຕົນ. .... ມື້ນັ້ນ, ກໍແມ່ນອ້າຍນີ້ລະເຊີນ ເພິ່ນແວະດື່ມນ້ຳເຊົາແຮງເພາະເຫັນເພິ່ນເຫື່ອ ຍ້ອຍເທື່ອຍັງຢູ່, ທາໍອິດເພິ່ນກໍ ເຮັດຢຸດໆຢ່ອນໆ ແຕ່ເມື່ອໄດ້ຍິນສຽງປາກໄທພວນຂອງອ້າຍຄັກແລ້ວ ເພິ່ນເລີຍທຸ່ນທ່ຽງຄືນມາ. ພວກອ້າຍເອົານ້ຳໃຫ້ເພິ່ນ ດື່ມເອົາເຂົ້າໜົມໃຫ້ເພິ່ນເມືອ ຕ້ອນລູກຫຼານທາງ ບ້ານຕື່ມອີກ, ໂອຍ! ເພິ່ນດີໃຈ ເພິ່ນຈຶ່ງເວົ້າສູ່ ພວກອ້າຍຟັງທຸກສິ່ງທຸກຢ່າງວ່າ ພວກພັນຕີສັງໃສ່ຮ້າຍປ້າຍສີພວກອ້າຍແນວໃດ?
ເວົ້າມາຮອດນີ້, ສະຫາຍ ຄາໍແດງ ອວ່າຍໜ້າໄປຫາສະ ຫາຍ ຄໍາໝັ້ນ ແລ້ວເວົ້າວ່າ:
- ສະຫາຍຍັງຈື່ເຮົາພະ ລາດມື້ນັ້ນໄດ້ບໍ່? ຄາໍໝັ້ນ ງຶກຫົວ ຄ່ອຍໆ ທັງຊີ້ໄປໃສ່ແຄມທາງ ແລ້ວເວົ້າວ່າ:
- ບໍ່ແມ່ນນັ້ນບໍ?
- ແມ່ນແທ້ໃດນໍ
- ແມ່ນຫຍັງອ້າຍ? ນາງ ສົມພອນ ຖາມດ້ວຍຄວາມສົນໃຈ.
- ໂອຍ! ມື້ພວກອ້າຍມາຮອດທົ່ງໄຫຫີນນັ້ນນາ ຝົນຕົກລົມແຮງແຂ່ງຝົນເຂົ້າໄປຮອດເຂດຍ່ອຍຂ້າງເດີ່ນຍົນພຸ້ນແລ້ວພັດປີ້ນບອກໃຫ້ກັບໄປຫາບ້ານອາງມາຮອດນີ້ອ້າຍເມື່ອຍຫຼາຍຕີນພັດມື່ນອ້າຍເລີຍພະລາດຍັງໜ້ອຍໜຶ່ງລະແມ່ນນອນແທກ ທາງ. ເວົ້າແທ້ມື້ນັ້ນ ຖ້າສະຫາຍ ຜູ້ກອງ ບົວຄາໍ ບໍ່ຈີ້ກົ້ນ ຮ້ອຍຕີ ໄຕ ພວກເຮົາຍັງຈະຢືນຕາກຝົນ ຕາກລົມຢູ່ກາງຄັງໝາແລ່ນນັ້ນອີກມາເບິ່ງຊ່ວຍກັນແດ່, ຈັກ ວ່າປາກກາຊຶມຂອງເຮົາເຮ່ຍຢູ່ທີ່ນີ້.
- ຄາໍແດງ ຍ່າງລົງໄປຊອກ ຫາປາກກາຢູ່ຮ່ອມທາງນາງ ສົມພອນ ວາງລົດຖີບໃຫ້ຄາໍໝັ້ນ ແລ້ວຍ່າງລົງໄປຊອກຫານາໍອ້າຍໃນເວລາລົດຈິບຄັນໜຶ່ງ ແລ່ນອອກມາແຕ່ເມືອງໂພນ ສະຫວັນ ມາຢຸດຢູ່ຕໍ່ໜ້າ ທັງສາມ ຜູ້ຂັບລົດຖືໝວກແກ໊ບປີ ໃນຊຸດແວັດສະປອຍຖືແວ່ນຕາດຳ.. ໂດ່ງມາໃສ່ນາງ ສົມພອນ ວ່າ:
- ຊອກຫຍັງນ້ອງສາວ! ທະ ຫານໝວດນີ້ຢູ່ກົມກອງໃດເວີຍ, ສັງມາບໍ່ມີຄວາມຢ້ານ. ນາງບໍ່ຮູ້ຈັກຈະເຮັດແນວໃດດີເລີຍນັ່ງໂຍບລົງ ແລ້ວຕອບດ້ວຍສຽງສັ່ນໆວ່າ:
- ຂ້ານ້ອຍຊອກປາກກາຊ່ວຍອ້າຍຂ້ານ້ອຍ!
- ດ້າມປາກກາຊິຊອກແມ່ມັນຫຍັງ! ພວກນີ້ແມ່ນທະຫານມາແຕ່ໃສ, ສັງບໍ່ຂາໍ່ນັບເຈົ້າຂາໍ່ ນັບນາຍຫຶ? ຄຳໝັ້ນ ອວ່າຍໜ້າໄປຫາສາຍຕາຂອງລູກດົງບໍລິ ເວນມັນໄດ້ປຽບເໝືອນລູກສອນ ສັກເຂົ້າໃສ່ແກ່ນຕາຂອງຜູ້ຂັບລົດ, ຄາໍໝັ້ນ ຕອບດ້ວຍຄວາມໜັກແໜ້ນວ່າ:
- ໝູ່ຂ້ອຍຢູ່ກອງພັນທີສອງ ຂອງແນວຮັກຊາດ, ເຈົ້າຢາກເຮັດຫຍັງ?
- ຮື! ຫຶ!
ໝໍຂັບລົດທັ່ງສຽງອອກມາ ດັງເປັນສີອັ່ງໆໃນລໍາຄໍງຶກຫົວແບບທ້າທາຍ ແລ້ວປ່ຽນເກຍລົດແລ່ນມຸ່ງໜ້າໄປຫາເມືອງ ຄັງໄຂ. ການຊອກຫາຄັນປາກ ກາເລີຍຢຸດຊະງັກ.
- ເມືອເທາະອ້າຍ! ເພິ່ນຜູ້ນີ້ຮ້າຍກາດແທ້ໃດ!
- ມັນແມ່ນໃຜ? ຄາໍແດງ ຖາມຂຶ້ນດ້ວຍຄວາມສົນໃຈ.
- ອ້າຍບໍ່ຮູ້ຫວະ? ນັ້ນແລ້ວຮ້ອຍເອກ ເກດສະໜາ ເພັດຊະ ຄາດຂ້າຄົນນ້ຳເບີໜຶ່ງ.
- ຊິຢ້ານຫົວມັນຫຍັງ? ຄາໍໝັ້ນ ໄດ້ຍິນແນວນັ້ນເລີຍເວົ້າຂຶ້ນວ່າ:
ໄປເທາະ ຄາໍແດງ! ພວກເຮົາແມ່ນບໍ່ຢ້ານແທ້! ແຕ່ມັນຊິກໍຄວາມຫຍຸ້ງຍາກໃຫ້ນາງ ສົມພອນ ໃດ!
ເທື່ອນີ້ເປັນເທື່ອທໍາອິດ ພັດແຕ່ຍ່າງຮຽງໜ້າກັນມາທີ່ນາງ ສົມພອນ ໄດ້ຍິນສຽງເວົ້າຂອງ ທ້າວ ຄາໍໝັ້ນ, ນາງງຶກຫົວ ສະແດງຄວາມເຫັນ ພ້ອມແລ້ວ ເຂົາທັງສາມພາກັນອອກເດີນ ທາງໄປສູ່ເມືອງໂພນສະຫວັນ. ເຮືອນທີ່ນາງສົມພອນ ມາອາ ໄສຢູ່ແມ່ນເຮືອນພີ່ນ້ອງທາງ ແມ່ຢູ່ທີ່ບ້ານນາວັງ ເປັນເຮືອນແປ້ນຫຼັງໃຫຍ່ ພໍພວກເຂົາໄປຮອດ, ພໍ່ແມ່ ແລະ ຍາດພີ່ນ້ອງຂອງທ້າວ ຄາໍແດງ ກໍພາກັນ ມານັ່ງອ້ອມພວກເຂົາດ້ວຍສີ ໜ້າຍິ້ມແຍ້ມແຈ່ມໃສ..
- ດີໃຈແລ້ວພວກລູກມາຢາມ.
- ເປັນແນວໃດຍັງສະບາຍ ດີບໍ ?
- ຄາໍແດງ ຫຼານເອົາເມຍແລ້ວບໍ ?
- ເປັນແນວໃດຊິບໍ່ເກີດເສິກກັນອີກຕິ ?
- ພວກຫຼານກໍກິນເຂົ້າແຊບ ນອນຫຼັບຢູ່ບໍ ?
- ພວກອາດຍາເພິ່ນຢູ່ທົ່ງໄຫຫີນບໍ່ໄດ້ເຮັດຮ້າຍຫຍັງໃຫ້ພວກຫຼານຕິ?
ຄຳຖາມຂອງພວກຍາດຕິພີ່ນ້ອງສັບສົນຈົນທ້າວ ຄຳແດງ ບໍ່ຮູ້ຈັກຊິຕອບໃຜກ່ອນໃຜລຸນ, ສ່ວນທ້າວ ຄາໍໝັ້ນ ນັ່ງອີງຝາເຮືອນຢູ່ຢ່າງງຽບໆ ແຕ່ນາງ ສົມພອນ ຕິດຕາມເຂົາດ້ວຍຄວາມສົນໃຈເພາະນາງຮູ້ສຶກເຫັນວ່າ ເຂົາມີສາຍຕາອັນສະຫຼາດສ່ອງໃສເບິ່ງແນວໜຶ່ງຄືຊາວນາແຕ່ເບິ່ງອີກແນວໜຶ່ງທ່າທີຂອງເຂົາ ສະຫງ່າອົງອາດ ແລະ ມີລິດແຫ່ງຄວາມສາມາດ. ຫຼັງຈາກກິນເຂົ້າງາຍແລ້ວການສົນທະນາປາໄສລະຫວ່າງທ້າວ ຄາໍແດງ ກັບຍາດຕິພີ່ນ້ອງຂອງເຂົາໄດ້ເລີ່ມຕົ້ນ. ແຕ່ຫົວທີການລົມກັນ ວົນວຽນຢູ່ອ້ອມບັນຫາການທາໍມາຫາກິນ ແຕ່ຕໍ່ມາເລື່ອງລົມກັນໄດ້ເກາະກ່າຍເຖິງເລື່ອງການເມືອງ ໂດຍບໍ່ຮູ້ ສຶກຕົວ.
ທ້າວ ຄາໍແດງ ໄດ້ເອົາແຂນ ສອກເດິະຂ້າງທ້າວ ຄຳໝັ້ນ ຄ່ອຍໆ ໃນທໍານອງເຕືອນວ່າ: “ສະຫາຍອອກຄາໍເຫັນຊ່ວຍເຮົາແດ່ , ຄາໍໝັ້ນ ຈຶ່ງເລີ່ມອອກຄາໍເຫັນຕໍ່ຄວາມຂັດຂ້ອງໝອງໃຈຂອງຍາດຕິພີ່ນ້ອງທ້າວ ຄຳແດງ. ທ້າວ ຄາໍໝັ້ນ ເວົ້າຂຶ້ນວ່າ:
- ພວກເຮົາມາທົ່ງໄຫຫີນເທື່ອນີ້ ບໍ່ແມ່ນພວກເຮົາມາຍອມ ພວກເຮົາມາເພື່ອສ້າງຄວາມຖືກຕ້ອງປອງດອງຊາດ ໂດຍມີສັນຍາວຽງຈັນຄ້ຳປະກັນ ພວກເຮົາກໍຮູ້ເລື່ອງທີ່ພວກນາຍທະ ຫານໃນຝ່າຍວຽງຈັນ ຈາໍນວນ ໜຶ່ງໃສ່ຮ້າຍປ້າຍສີພວກເຮົາ ເພື່ອແບ່ງແຍກພວກເຮົາກັບພໍ່ແມ່ປະຊາຊົນແລ້ວປິດລ້ອມ ແລະ ທໍາລາຍພວກເຮົາໃນທີ່ສຸດແຕ່ພວກມັນຈະເຮັດໄດ້ ຫຼື ບໍ່ນັ້ນກໍຍັງເປັນບັນຫາຢູ່.
ຫຼັງຈາກນັ້ນ ທ້າວ ຄຳແດງ ໄດ້ເວົ້າເຖິງການເສກສັນປັ້ນເລື່ອງຂອງພວກປະຕິການຂວາຈັດຈໍານວນໜຶ່ງທີ່ວ່າ ຄົນແນວລາວຮັກຊາດ ບໍ່ມີສາສະໜາ, ລວມລູກລວມເມຍເປັນຄົນປ່າຮ້າຍກາດແມ່ຍິງບໍ່ຄວນເຂົ້າໃກ້ ເພາະພວກນີ້ເປັນຄົນຫິວ.... ເວົ້າມາຮອດນີ້ ຜູ້ຄົນທີ່ມານັ່ງຟັງພາກັນຍິ້ມຫົວເລື່ອງນີ້ເຂົາ ເຈົ້າໄດ້ຍິນພວກນາຍ ແລະ ພົນ ທະຫານບາງຄົນໃນຝ່າຍຂວາ ເວົ້າແນວນັ້ນແທ້. ຕໍ່ຈາກນັ້ນ ທ້າວ ຄາໍໝັ້ນ ໄດ້ເວົ້າເຖິງເລື່ອງ ປະເທດຊາດເສຍຄວາມເປັນເອກະລາດໃຫ້ພວກລ່າເມືອງຂຶ້ນຝຣັ່ງຖືກພວກມັນກົດຂີ່ຂູດ ຮີດພາຍໃຕ້ຊິກໂສ້ ແລະ ຄອບ ຄອງລ່າເມືອງຂຶ້ນອັນປ່າເຖື່ອນ ແລະ ໄດ້ເລົ່າເຖິງມູນເຊື້ອອັນພິ ລະອາດຫານຂອງປວງປະຊາຊົນລາວທີ່ໄດ້ລຸກຮື້ຂຶ້ນຕໍ່ສູ້ຕ້ານຢັນພວກມັນຄືນ ໃນຂະບວນການຂອງພໍ່ກະດວດ, ອົງແກ້ວ ອົງກົມມະດາໍ ແລະ ເຈົ້າຟ້າປັດໄຈ ເປັນຕົ້ນແມ່ນຂະບວນການກູ້ຊາດຂອງປວງປະຊາຊົນລາວ ພາຍໃຕ້ການນຳພາຂອງ ສູນກາງແນວລາວຮັກຊາດໂດຍ ແມ່ນທ່ານປະທານ ສຸພານຸວົງ ເປັນຜູ້ນຳໜ້າ, ສະຫາຍ ຄາໍໝັ້ນ ໄດ້ເນັ້ນເຖິງການຕໍ່ສູ້ອັນ ເດັດດ່ຽວໜຽວແໜ້ນຂອງກອງ ທັບປົດປ່ອຍ ແລະ ປະຊາຊົນ ເຮົາ ໃນການຕໍ່ຕ້ານພວກລ່າ ເມືອງຂຶ້ນຝຣັ່ງທີ່ຍືດເຍື້ອຍາວນານມາໄດ້ເກົ້າປີ. ແລ້ວສະ ຫາຍໄດ້ຍົກຄາໍຖາມຂຶ້ນວ່າ:
ຖ້າບໍ່ມີການຕໍ່ຕ້ານອັນເດັດ ຂາດຂອງກອງທັບປົດປ່ອຍ ແລະ ປະຊາຊົນເຮົາດັ່ງກ່າວແລ້ວ ພວກລ່າເມືອງຂຶ້ນຝຣັ່ງຈະຍອມ ເຊັນສັນຍາເຊີແນວຮັບຮອງ ຄວາມເປັນເອກະລາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວເຮົາບໍ?
- ພໍ່ເຖົ້າເປາະ ນັ່ງຄາບກອກຢູ່ຂ້າງນາງ ສົມພອນ ໄອ ອະຮຶສອງສາມບາດ ເພື່ອໝາດ ຄໍແລ້ວເວົ້າຂຶ້ນດ້ວຍສຽງດັງໆ ວ່າ:
- ໂອ້ຍ! ຄັນບໍ່ມີການຕໍ່ສູ້ຂອງພວກອາຍາລູກ, ຈ້າງຫົວແຕກພວກຝຣັ່ງຕາລວກນີ້ກໍບໍ່ອອກໜີຈາກລາວເຮົາດອກ.
- ແມ່ເຖົ້າຕຸ້ຍ ກົ້ມໜ້າຖົ່ມໝາກລົງໃສ່ງ້ຽງ ເອົານິ້ວຊີ້ເຊັດຮີມສົບຈູບປາກສອງສາມເທື່ອແລ້ວເວົ້າຂຶ້ນວ່າ:
- ພໍ່ເຖົ້າເປາະ ເວົ້າຖືກແຕ່ ຂ້ອຍສົນໃຈຂໍ້ໜຶ່ງພວກລູກສັງ ມາ ນ້ອຍແທ້? ພວກ... ແມ່ເຖົ້າ ບຸ້ຍສົບໄປທາງຄັງໝາແລ່ນບ່ອນ ທີ່ຕັ້ງຂອງກອງທະຫານຝ່າຍ ຂວາແລ້ວເວົ້າວ່າ: ຫຼາຍແທ້ໃດ! ແມ່ໄດ້ຍິນວ່າຫຼອກເສືອອອກຈາກດົງເພື່ອ... ແມ່ເຖົ້າຕຸ້ຍ ເອົານິ້ວຊີ້ເຮັດກະວ້ອຍບາດໜຶ່ງ ຊຶ່ງມີຄວາມໝາຍວ່າລັ່ນໄກປືນຍິງ ໃສ່ເສືອ.
ຄາໍເວົ້າຂອງແມ່ເຖົ້າຕຸ້ຍ ໄດ້ເຮັດຫຼາຍຄົນຄິດ, ບັນຍາ ກາດແຫ່ງການໂອ້ລົມກັນປະກົດ ວ່າໜັກໜ່ວງ ສາຍຕາທັງໝົດສຸມໃສ່ສະຫາຍ ຄໍາໝັ້ນ ແລະ ຄາໍແດງ ໃບໜ້າອັນສົດໃສ ແລະ ຈົບງາມເໝືອນກາບບົວຍາມ ເຊົ້າຂອງນາງ ສົມພອນ ກໍປະ ກົດວ່າ ຜ່ອນຄາຍຄວາມເພີດ ເພີນລົງ, ຂົນຕາຍາວ ແລະ ກົ່ງ ຂອງນາງພັບເປັນສີໄວໆຜິດປົກ ກະຕິແສງຕາທີ່ເປັນສີເທືອບໆ ຂອງນາງໄດ້ເຈືອຈານໄປດ້ວຍຄວາມເປັນຫ່ວງ ແຕ່ສະຫາຍ ຄຳໝັ້ນ, ໃນເວລາທີ່ສະຫາຍ ຄາໍແດງ ຕັ້ງໃຈວ່າຈະເວົ້າຂຶ້ນນັ້ນ ທິດພິບ ເວົ້າຂຶ້ນດ້ວຍຄວາມໜັກ ແໜ້ນວ່າ:
ຂ້ອຍເຊີບໍ່ເຫັນດີນຳອີ່ນາຍ ຕຸ້ຍ! ໃຜວ່ານ້ອຍ! ໃຫ້ແປະເບິ່ງ ຄັນບໍ່ເຫັນຄວັນ ເມື່ອກ່ອນນີ້ຢູ່ໜອງເປັດຍອດນ້ຳງື່ມ ນີ້ລະຂ້ອຍເຫັນກັບຕາມີອ້າຍນ້ອງທະຫານກອງຮ້ອຍໜຶ່ງຂອງພວກນີ້ປົບຂີ້ຫິຼວໄປ! ກະເສີນນັບເປັນຮ້ອຍໆແນວນີ້, ຂ້ອຍວ່າມັນ, ພໍ່ເຖົ້າທິດພິບ: ເປົ່າພູບາດ ໜຶ່ງເຮັດໃຫ້ຂີ້ກອກຢາຂອງພໍ່ ເຖົ້າເປາະຟົງອອກໜົດແຮງຈົນ ວ່າ ພໍ່ເຖົ້າ ເປາະ ຕື່ນຍຸບບາດ ໜຶ່ງ, ທຸກຄົນພາກັນຍູ້ມເປື້ອຍ ບາດ ໜຶ່ງພໍ່ເຖົ້າ ທິດພິບ! ເວົ້າຕໍ່ວ່າ:
- ໃຫ້ເຊື່ອໝັ້ນ, ຄັນບໍ່ແມ່ນຄວາມເຮົາໃຫ້ຢຽບຂີ້ມາທາປາກ ເຮົານີ້.
ສະຫາຍ ຄາໍໝັ້ນ ມິດຢູ່ຄາວໜຶ່ງ ເມື່ອບໍ່ເຫັນໃຜເວົ້າຫຍັງເລີຍ ເວົ້າຂຶ້ນຊ້າ ແລະ ແຈ່ມແຈ້ງດີວ່າ: ພວກລູກແມ່ນລູກຫຼານຂອງພໍ່ແມ່ປະຊາຊົນບໍ່ມີຈຸດປະສົງ ອື່ນໃດ ນອກຈາກຮັບໃຊ້ສິດຜົນປະໂຫຍດອັນເປັນທາໍຂອງພໍ່ແມ່ປະຊາຊົນ. ສະ ນັ້ນ ພໍ່ແມ່ປະຊາຊົນກໍມີໜ້າທີ່ເປັນຫູເປັນຕາບອກສອນພວກ ລູກ ເພື່ອໃຫ້ພວກລູກຮັບໃຊ້ພໍ່ແມ່ກໍໄດ້ເບິ່ງແຍງລ້ຽງດູ ແລະ ຊ່ວຍເຫຼືອພວກລູກໄດ້ດີທີ່ສຸດ, ພວກລູກເຊື່ອວ່າ ໃນຂັ້ນຕໍ່ໄປພໍ່ແມ່ກໍເບິ່ງແຍງຊ່ວຍເຫຼືອພວກລູກທະວີຄູນຍິ່ງຂຶ້ນ.
ພໍ່ເຖົ້າ ເປາະ ໄອອະຮຶແລ້ວຖົ່ມນ້ຳລາຍອອກປ່ອງຢ້ຽມປິດບາດໜຶ່ງ ແລ້ວຈຶ່ງເວົ້າວ່າ:
- ລູກເວົ້າຖືກ, ເສືອເພິ່ງດົງ ດົງເພິ່ງເສືອລະບໍລູກເອີຍ! ພວກມັນຫ້າມບໍ່ໃຫ້ພວກພໍ່ແມ່ໄປຫາພວກລູກແຕ່...ພໍ່ເຖົ້າເປາະ ທັງດັງປຶດບາດໜຶ່ງ ຈຶ່ງເວົ້າຕໍ່, ພີ່ ນ້ອງຕາແສງຄັງຕາແສງຄາຍ ພຸ້ນກໍໄຫຼມາຢາມລູກບໍ່ເຫັນພວກມັນເຮັດຫຍັງໄດ້ແມ່ນບໍ່ລູກ?
ທ້າວ ຄຳແດງ ຕອບດ້ວຍສີໜ້າຍິ້ມແຍ້ມວ່າ:
- ແມ່ນແທ້!
ມາຮອດນີ້ ພໍ່ແມ່ຂອງທ້າວ ຄຳແດງ ຈຶ່ງເລີງໃຈແດ່ຜູ້ເປັນແມ່ຈຶ່ງເວົ້າຕໍ່ນາງ ສົມພອນ ວ່າ:
- ຢູ່ໃສໝາກຫຸ່ງວ່າຊິຕຳສົ້ມໃຫ້ພວກອ້າຍເຈົ້າກິນ?
ນາງ ສົມພອນ ຍິ້ມຫົວເປັນສີອາຍໆ ແລ້ວຟ້າວລຸກຂຶ້ນຍ່າງອອກໄປຫາເຮືອນຄົວ ແຕ່ກ່ອນຈະອອກໄປຫວິດເຮືອນ ນາງສົ່ງສາຍຕາຫວານເຂົ້າມາໃນເຮືອນອີກແຕ່ບໍ່ມີໃຜຮູ້ວ່າ ແສງຕານັ້ນແມ່ນນາງມອບໃຫ້ໃຜ?
ຕອນທີ2:
ແສງແດດຍາມເຊົ້າຂອງ ລະດູໜາວໄດ້ສອດສ່ອງລອດ ປ່າແປກທີ່ກົ້ວນົວໄປດ້ວຍນ້ຳ ໝອກ, ເຮັດໃຫ້ທິວທັດອັນສວຍ ງາມແຫ່ງປ່າແປກ ເມືອງພວນ ເພີ່ມຄວາມສະຫງ່າງາມຕາຍິ່ງ ຂຶ້ນ. ຕາມເສັ້ນທາງທີ່ເລາະລ້ຽວ ໄປຕາມຫວ່າງດອຍ ຊຶ່ງມີປ່າ ແປກສູງສັງລັ່ງເປັນຖັນແຖວຢູ່ ນັ້ນ ມີພວກແມ່ຄ້າຫາບກະຊ້າພາກັນໄປຕະຫຼາດ ພວກເຂົາພາ ກັນໄປເປັນໝູ່ສີ່ໝູ່ຫ້າ ບາງໝູ່ກໍມີມ້າຕ່າງເຄື່ອງໄປນຳພວກເຂົາເຈົ້າລົມກັນໄປຢ່າງມ່ວນຊື່ນ ແລະ ຊວນຫົວ, ມີລົດຈິບຄັນໜຶ່ງແລ່ນມາເຂົາເຈົ້າພາກັນຫຼີກ ອອກນອກທາງແມ່ເຖົ້າຜູ້ໜຶ່ງ ອວ່າຍໜ້າໄປເວົ້າຕໍ່ລຸງຜູ້ໜຶ່ງທີ່ຈູງມ້າມານຳຫຼັງວ່າ:
- ເຈົ້າຮູ້ບໍ່ວ່າແມ່ນໃຜຂັບ ລົດໄປເມື່ອກີ້ນີ້?
- ໂອ້ຍ! ຂ້ອຍບໍ່ສົນໃຈ ດອກເຂົາມີລົດເຂົາກໍຂີ່ ເຮົາບໍ່ມີກໍຍ່າງແຕ່ຂີ່ໄວແນວມື້ກີ້ນີ້ ບໍ່ ດົນດອກມົດງ່າມຊິຕອມຕາ.
- ໃຫ້ເຈົ້າຮູ້ໄວ້ສາ, ນັ້ນລະຜີປອບຜູ້ສາວ, ຮັກສາອີ່ນ້ອຍ ເຮືອນເຈົ້າໄວ້ແດ໋.
- ໂອ! ບໍ່ແມ່ນ ຄອມມັງດັງ ອ່ອນຈັນ ຫວະ?
- ແມ່ນແລ້ວ ຈືຶ່ໄວ້ສາ!
- ຊິເວົ້າຫຍັງແຕ່ອີ່ນ້ອຍ ເຮືອນຂ້ອຍ, ຊຸມພວກເຈົ້າກໍໃຫ້ ລະວັງ, ແມ່ນຜີປອບໂຕນີ້ລະ ກຸມແມ່ເຖົ້າຕຸ້ຍ ທ່ອງພຶບ ບ້ານ ນາໝູນ.
- ອຸ້ຍ! ເຈົ້າມັນຫາກຮູ້ແຕ່ ແນວບໍ່ເປັນຕາຂົບຕາກິນທໍ່ນັ້ນ ລະ!
ເວົ້າມາຮອດນີ້ ຊາວແມ່ຄ້າ ແທບທຸກຄົນມີສີໜ້າເຄັ່ງຂຶມຄຽດແຄ້ນຕໍ່ການກະທຳອັນຊົ່ວຊ້າຂອງໝໍອ່ອນຈັນ.
ໝໍອ່ອນຈັນ ໄປຮອດຕະ ຫຼາດເມືອງໂພນສະຫວັນ ກໍພໍດີ ພໍ້ ເກດສະໜາ ເຂົາທັງສອງຕ່າງ ກໍຕິດແວດສະປອຍ ສີຕອງກ້ວຍ ອ່ອນ ຍ່າງໝ່າຍຜູ້ສາວທີ່ມາຕະ ຫຼາດ.
- ຈັກໂມງແລ້ວເຖົ້າ?
ໝໍເກດສະໜາ ຖາມຂຶ້ນ ດ້ວຍທ່າທີຖືເປັນກັນເອງ.
- ເຈັດໂມງເຄິ່ງ. ໂມງໂອ ເມກາ ຂອງເຖົ້າເດຊັ້ນ?
ໝໍອ່ອນຈັນ ຖາມຄືນ.
- ໂມງເຮົາຫວະ? ອີ່ຫົງລູກ ເຈັກແປະ ຊຽງຂວາງ ແກະເອົາ ໄປຈ້ອຍແລ້ວລະ!
ໝໍອ່ອນຈັນ ຫົວ “ຮຶ” ບາດ ໜຶ່ງພ້ອມທັງເອົາກຳປັ້ນແດກ ສ້ວງໝໍເກດສະໜາ, ເຂົາທັງ ສອງພາກັນຫົວດ້ວຍທ່າທີລື່ນ ເລີງ. ຕໍ່ມາຄາວໜຶ່ງໝໍອ່ອນຈັນ ເລີຍເວົ້າຂຶ້ນວ່າ:
- ໄປເປັນວິສະກີຈັກຈອກ ກ່ອນເທາະເຖົ້າ!
- ຮວ້າຍກະດຽວວ່າໂກໂລ ແນນ ຄຳສຸກ ເຊີນໄປປະຊຸມ!
- ປະຊຸມກໍ 8:00 ໂມງພຸ້ນ ດອກ, ຍັງເຊົ້າປານນີ້ ໝໍຄົງບໍ່ ທັນຕື່ນນອນຄືນນີ້ໝໍໄປນອນ ນຳອີ່ໜ້າມົນລາດຮ່ວງຈົນວ່າ ເມຍຂອງໝໍໄປບິດຫູແກ່ລາກ ມາພຸ້ນຕະວາ!
- ເຖິງປານນັ້ນ ພຸ້ນຫວະ ເຖົ້າເຮົານີ້ບໍ່ໄດ້ໃດເຮັດແນວ ນັ້ນ.
(ອ່ານຕໍ່ສະບັບໜ້າ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com