Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ບາງບົດຮຽນວຽກງານແນວຄິດຂອງພັກ ຕອນທີ 2

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 12/05/2020 09:07:07 ຈຳ​ນວນ​​ຢ້ຽມ​ຊົມ 5850 ຄັ້ງ

(ຕໍ່​ຈາກ​ສະ​ບັບ​ກ່ອນ)

3). ກໍານົດ​ທິດ​ແນວ​ຄິດ ​ຖືກຕ້ອງ ແລະ ທັນ​ການ, ເປັນ ຕົ້ນ​ແມ່ນ​ເວລາ​ມີ​ສະພາບ​ການ ປ່ຽນແປງ​ທີ່​ສັບສົນ ແລະ ໃນ ແຕ່​ລະບາດລ້ຽວ​ຂອງ​ການ​ປະ ຕິ​ວັດ. 
ການ​ປະຕິວັດ​ແມ່ນ​ການ​ຕໍ່ສູ້​ທີ່​ດຸເດືອດ ຕ້ານ​ຄືນ​ບັນດາ​ກຳລັງ​ປໍ​ລະ​ປັກ, ດັດ​ສ້າງ​ສັງ ຄົມ​ເກົ່າ, ກໍ່ສ້າງ​ສັງຄົມ​ໃໝ່. ມັນ​ບໍ່​ສາມາດ​ສະແດງ​ອອກ​ດ້ວຍ​ຄວາມ​ສະຫງົບ​ໃນ​ທາງ​ຊື່​ທັດ ແຕ່​ຫາກ​ຄົດ​ລ້ຽວ, ວົນວຽນ, ມີ​ການ​ຫັນປ່ຽນ​ທີ່ສັບສົນ, ມີ​ບາດ​ລ້ຽວ​ຕິດ​ພັນ​ບັນດາ​ການ​ກະທົບ ດ້ານ​ແນວ​ຄິດ, ສະທ້ອນ​ເຖິງ​ການ​ກະທຳ​ຂອງທຸກ​ຄົນ. ວຽກ​ງານ​ແນວ​ຄິດ​ຕ້ອງ​ໄດ້​ຕິດ​ແທດ ກັບ​ພຶດຕິ​ກຳ, ກຳ​ໃຫ້​ໄດ້​ການ​ຫັນປ່ຽນ​ແນວຄິດ, ຄາດ​ຄະເນ​ທິດ​ຂະຫຍາຍຕົວ ເພື່ອ​ກຳນົດ ທິດ​ແນວ​ຄິດ​ໃຫ້​ຖືກຕ້ອງ ແລະ ທັນ​ການ. ກຳນົດ​ທິດ​ທາງ​ຖືກຕ້ອງ ແລະ ທັນ​ການ ຈຶ່ງ ສ້າງ​ຄວາມ​ເປັນ​ເອກະ​ພາບ​ທາງ​ດ້ານ​ແນວ​ຄິດ ແລະ ການ​ກະທຳ, ຂະຫຍາຍ​ບັນດາ​ປັດ​ໄຈ​ອັນຕັ້ງໜ້າ, ຈຳກັດ​ການ​ຫຼ້າ​ຫຼັງ, ເຮັດ​ໃຫ້ການປະຕິວັດ​ຂະ ຫຍາຍຕົວ​ຢ່າງ​ສະ​ດວກ. ໃນ​ປະຫວັດ​ສາດ, ໄດ້​ມີ​ຫຼາຍ​ຍຸກ​ສະໄໝ, ສະພາບການ​ຂອງ​ໂລກ ແລະ ພາຍ​ໃນ​ປະເທດ​ມີ​ການ ຫັນປ່ຽນ​ອັນ​ສັບສົນ, ການ​ປະຕິວັດ​ມີ​ບັນດາບາດ​ລ້ຽວ, ພັກ​ເຮົາ​ໄດ້​ກຳນົດ​ທິດ​ທາງ​ຖືກຕ້ອງ​ແລະ ທັນ​ການ. 
ບັນດາ​ເອກະສານ​ຂອງ​ພັກ​ໄດ້​ມີ​ຄວາມ ໝາຍ​ສຳຄັນ​ໃນ​ການ​ກຳນົດ​ທິດ​ທາງ​ແນວ​ຄິດ ໃຫ້​ແກ່​ພະນັກງານ, ສະມາຊິກ​ພັກ ແລະ ມະຫາຊົນ ເປີດ​ສາກ​ປຸກລະດົມ​ຂະບວນ​ປົດປ່ອຍ​ຊາດ. ການ​ກຳນົດ​ທິດ​ທາງ​ແນວ​ຄິດ​ຖືກຕ້ອງ ແລະ ທັນ​ການບໍ່​ພຽງ​ແຕ່​ສຳຄັນ​ຕໍ່​ບັນດາ​ບັນ ຫາ​ຍຸດທະສາດ ຫຼື ການ​ຫັນປ່ຽນ​ດ້ານ​ການເມືອງ ຫາກ​ຍັງ​ເປັນ​ສິ່ງ​ຕ້ອງການ​ອັນ​ຈຳເປັນຕໍ່​ກັບ​ບັນດາ​ບັນຫາ​ສະຖານະ​ການສຳຄັນ, ບັນຫາໃໝ່​ທີ່​ເກີດ​ຂຶ້ນ​ໃນ​ທຸກ​ຂົງເຂດ​ຂອງ​ຊີວິດສັງຄົມ, ຕໍ່​ກັບ​ການ​ຫຼອກ​ລວງ, ທຳລາຍ​ຂອງ​ສັດຕູ. ການ​ຊີ້​ນຳ​ແນວ​ຄິດ​ຕ້ອງ​ຕິດ​ພັນ​ກັບ​ຊີວິດມີການ​ກຳນົດ​ທິດ​ທາງທີ່​ ຖືກຕ້ອງ, ເປັນຕົ້ນ​ແມ່ນຕໍ່​ໜັງ ສືພິມ, ວາລະສານ, ສິລະ​ປະ​ວັນນະຄະດີ ທີ່​ເປັນ​ເຄື່ອງມື​ອັນ​ແຫຼມ​ຄົມ, ມີ​ໄຫວ​ພິກ​ແຕ່​ລະ ວັນ​ກະທົບ​ໃສ່​ມະຫາຊົນ​ສ່ວນ​ຫຼວງ​ຫຼາຍ. 
4). ຮັກສາ ແລະ ຂະຫຍາຍ​ທ່າ​ເປັນ​ເຈົ້າການ​ບຸກ​ຕີ​ໃນ​ສະ ໜາມຮົບ​ແນວ​ຄິດ, ສົມທົບຢ່າງ​ ໜັກ​ແໜ້ນ​ລະຫວ່າງ “ສ້າງ” ກັບ “ຕ້ານ” ຊົມເຊີຍ ແລະ ຕຳ​ນິ​ວິ ຈານ​ເອົາ “ສ້າງ” ເປັນພື້ນ​ຖານ. 
ປະ​ຕິບັດ​ຈຸດໝາຍ​ເອກະ ລາດ​ແຫ່ງ ຊາດ, ປະຊາທິປະໄຕ ແລະ ສັງຄົມ​ນິຍົມ ເປັນການ​ຕໍ່ສູ້​ປະຕິວັດ​ອັນ​ຍາວ​ນານ, ທຸກ​ຍາກ​ລຳບາກ ແຕ່​ລະບາດ​ກ້າວ​ເດີນ​ກ້າວ​ຂຶ້ນ​ຂອງ​ການ ປະຕິວັດ​ລ້ວນ​ແຕ່​ມີ​ການ​ຕໍ່ສູ້​ລະຫວ່າງ​ຄວາມ ກ້າວໜ້າ ແລະ ຄວາມ​ທໍລະ​ຍົດ, ລະຫວ່າງ​ອັນກ້າວໜ້າ​ກັບ​ອັນ​ຫຼ້າ​ຫຼັງ ບົນ​ສະໜາມຮົບ​ແນວຄິດ, ແຕ່​ລະ​ມື້​ຕ້ອງ​ແນະນຳ​ແນວ​ຄິດ, ການ ກະທຳ​ຂອງ​ປະຊາຊົນ, ຕໍ່ສູ້​ຕ້ານ​ກັບ​ບັນດາຖ້ອຍ​ທໍາ​ນອງ​ບິດ​ເບືອນໃສ່​ຮ້າຍ​ປ້າຍ​ສີ​ຂອງສັດ​ຕູ, ບັນດາ​ແນວ​ຄິດ​ທີ່​ຜິດພາດ ຍ້ອນ​ແນວນັ້ນ ວຽກ​ງານ​ແນວ​ຄິດ​ຕ້ອງ​ຮັກສາ ແລະ ເສີມ ຂະ ຫຍາຍ​ທ່າ​ເປັນ​ເຈົ້າ​ການ, ບໍ່​ຢູ່​ໃນ​ທ່າ​ຮັບ, ບໍ່ເບື່ອ​ໜ່າຍ ແລະ ປ່ອຍປະ​ທີ່​ຕັ້ງ​ແນວ​ຄິດ. ຢາກ ເຮັດ​ໄດ້​ແນວ​ນັ້ນຕ້ອງ​ຕິດ​ແທດ​ພຶດຕິ​ກຳ, ມີການ​ຈຳແນກ​ທິດ​ສະ​ດີ, ການເມືອງ​ຖືກຕ້ອງ, ຄາດ​ຄະເນ​ໃຫ້​ໄດ້​ການ​ຂະຫຍາຍຕົວ​ຂອງ ສະພາບ​ການເມືອງ, ແນວ​ຄິດ​ແຕ່​ລະ​ໄລຍະ, ວາງ​ທິດ​ທາງ​ວຽກ​ງານ​ແນວ​ຄິດ​ຖືກຕ້ອງ, ເປັນ ເຈົ້າ​ການ​ຕໍ່ສູ້​ບໍ່​ປ່ອຍ​ໃຫ້ບັນດາ​ທັດສະນະ​ປະຕິ ການ​ຂອງ ​ສັດຕູ​ແຊກ​ເຂົ້າ. ຍົກ​ສູງ​ລັກສະນະ ແກ້​ໄຂ, ເປີດ​ກວ້າງ​ສົນທະນາ​ໃນ​ການ​ຕໍ່ສູ້ແນວ​ຄິດ​ຕໍ່​ກັບ​ຜູ້​ມີ​ທັດສະນະ​ບໍ່​ຖືກ​ຕ້ອງ. ນັ້ນ​ກໍ ແມ່ນ​ລັກສະນະ​ວິທະຍາສາດ ແລະ ລັກສະນະຕໍ່ສູ້​ຂອງ​ວຽກ​ງານ​ແນວ​ຄິດ. 
ໃນ​ພາລະ​ກິດ​ປ່ຽນແປງ​ໃໝ່, ເລີ່ມ​ແຕ່ ຕົ້ນ, ພັກ​ເຮົາ​ໄດ້​ເປັນ​ເຈົ້າ​ການ​ກຳນົດ​ທິດທາງ​ ວຽກ​ງານ​ແນວ​ຄິດ​ຖືກ​ຕ້ອງ. ປ່ຽນແປງ​ໃໝ່​ຈິນຕະ​ນາ​ການ, ເສີມ​ຂະ​ຫຍາ​ຍນໍ້າ​ໃຈ​ເອກະ ລາດ ເປັນ​ເຈົ້າ​ຕົນ​ເອງ, ຊອກ​ຫາ, ປ່ຽນແປງ​ຢ່າງຕັ້ງໜ້າ, ຢຶດ ໝັ້ນ​ຈຸດໝາຍ​ເອກະລາດ​ແຫ່ງ ຊາດ, ປະຊາທິປະໄຕ ແລະ ສັງຄົມ​ນິຍົມ, ບໍ່​ສັບສົນປົນ​ເປ​ຫັນທິດ​ທາງ, ບໍ່​ຄຳ​ພີ, ຈົດ​ກ່າຍ, ປ່ຽນແປງ​ຄວາມ​ຜິດພາດ​ແຕ່ບໍ່​ ໄດ້​ປະຕິເສດ​ຜົນງານ​ຂອງ​ການ​ປະຕິວັດ ແລະ ບົດຮຽນ​ອັນ​ຖືກຕ້ອງ​ຂອງ​ອະ​ດີດ. ວຽກ​ງານ​ແນວ​ຄິດ​ໄດ້​ເປັນເຈົ້າ​ການ​ປະກອບສ່ວນ​ຊອກ​ຫາ, ຊອກ​ເຫັນການ​ປະດິດ​ສ້າງ​ຂອງ​ພະ ນັກງານ, ສະມາຊິກພັກ ແລະ ປະຊາຊົນ​ຢູ່​ທ້ອງຖິ່ນ ແລະ ຮາກຖານ, ປະກອບສ່ວນ​ເຂົ້າ​ໃນ​ການ​ສະຫຼຸບ​ບົດຮຽນ​ເພື່ອ​ສ້າງ ແລະ ຂະຫຍາຍ​ແນວທາງ​ປ່ຽນແປງ​ໃໝ່, ພ້ອມ​ກັນ​ນັ້ນ ກໍ​ຕ້ອງ​ໄດ້​ຕໍ່ສູ້​ຢ່າງເປັນ​ປົກກະຕິ​ກັບ​ຖ້ອຍ​ທຳນອງ​ບິດ​ເບືອ​ນ​ຂອງສັດຕູ​ທີ່​ແນໃສ່ “ຫັນປ່ຽນ​ໂດຍ​ສັນຕິ” ຕ້ານ​ກັບ ທັດສະນະ​ຜິດພາດ​ຍ້ອງຍໍ​ທຶນ​ນິຍົມ, ລັດ ທິສັງຄົມ​ປະຊາທິປະໄຕ, ປະຕິ ເສດ ລັດທິ​ມາກ​-​ເລນິນ ແລະ ບັນດາ​ຜົນງານ​ຂອງ​ການ​ປະ ຕິວັດ, ຄອນ​ແຄນ, ບໍ່​ເຊື່ອ​ໝັ້ນ​ສັງຄົມ​ນິຍົມ, ຮຽກຮ້ອງໃຫ້​ມີ​ຫຼາຍ​ເຄົ້າ, ຫຼາຍ​ພັກ... 
ລັກສະນະ​ເປັນ​ເຈົ້າຂອງ​ວຽກ​ງານ​ແນວ ຄິດ​ຍັງ​ສະແດງ​ອອກ​ໃນ​ການ​ປຸກລະດົມ, ຊົມ ເຊີຍ​ບັນດາ​ຕົວ​ແບບ​ທີ່​ດີ, ປະ ກົດ​ການ​ຕັ້ງໜ້າໃນ​ຊີວິດ​ໄປ​ຄຽງ​ຄູ່​ກັບ​ການ​ຕຳ​ນິ​ວິຈານ​ຕົວ ແບບ​ບໍ່​ດີ, ບັນດາ​ປະກົດ​ການ​ທໍ້ຖອຍ, ສົມທົບ “ສ້າງ” ແລະ “ຕ້ານ” ບຳລຸງ​ແນວ​ຄິດ​ຈິດໃຈ ປະຕິວັດ​ກັບ​ການ​ຕຳ​ນິ​ວິຈານ​ປະກົດ​ການ​ແນວຄິດ​ຫຼ້າ​ຫຼັງ, ຍ້ອງຍໍ​ຈຸດ​ດີ​ໄປ​ຄຽງ​ຄູ່​ກັບ​ການຕຳ​ນິ​ຈຸດ​ອ່ອນ, ຄວາມ​ບົກ​ຜ່ອງ. ພວກ​ເຮົາ ຕ້ອງ​ເອົາ “ສ້າງ” ເປັນ​ອັນ​ຕົ້ນຕໍ ເພາະວ່າ ນັ້ນ​ແມ່ນ​ວິທີ “ຕ້ານ” ເປັນ​ເຈົ້າ​ການ​ສະກັດກັ້ນ​ອັນ​ບໍ່​ດີ. ແຕ່ “ສ້າງ” ຕ້ອງ​ຕິດ​ພັນ​ກັບ “ຕ້ານ” ຈຶ່ງ​ຄ່ອຍ “ສ້າງ” ໄດ້​ຢ່າງ​ໜັກ​ແໜ້ນ. ໃນ​ວິວັດ​ການ​ສຶກສາ​ອົບຮົມ​ບຸກຄົນ, ລວມ​ໝູ່ຕ້ອງ​ຍົກ​ເອົາ​ດ້ານ​ດີເພື່ອ​ປົວແປງ ດ້ານບົກຜ່ອງ. ໃນ​ໄລຍະ​ຕໍ່ສູ້​ຕ້ານ​ຝຣັ່ງ, ພັກ​ເຮົາ​ໄດ້ເປີດ​ຂະ ບວນ​ການ​ແຂ່ງຂັນ​ຮັກ​ຊາດ ແນໃສ່ເສີມ​ຂະຫຍາຍມູນເຊື້ອ​ ຮັກ​ຊາດ​ຂອງ​ຊາດ ເພື່ອ​ຊຸກຍູ້​ຂະບວນ​ການ​ຕໍ່ສູ້​ຢ່າງ​ເດັດດ່ຽວ ໄດ້ມີ​ຫຼາຍ​ກົມ​ກອງ​ກາຍເປັນ​ກົມ​ກອງ​ແບບຢ່າງ, ກົມ​ກອງ​ວິລະ​ຊົນ, ນັກຮົບ​ແຂ່ງຂັນ, ປະທານ ໄກສອນ ພົມວິຫານ ໄດ້​ຖື​ວຽກ​ດີ​ຄົນ​ເດັ່ນ ເປັນ​ອັນ​ສຳຄັນ, ເອົາໃຈໃສ່​ກໍ່ສ້າງ​ຄົນ​ລາວໃໝ່, ກໍ່ສ້າງ​ບັນດາ​ການ ຈັດຕັ້ງ​ປະຕິວັດ ແລະ ກໍ່ສ້າງ​ພັກ.
5). ສຶກສາ​ອົບຮົມ​ຮອບ​ດ້ານ, ສົມທົບສາມ​ດ້ານ​ການ​ສຶກສາ​ອົບຮົມ​ທິດ​ສະ​ດີມາກ​-​ເລນິນ, ແນວ​ຄິດ ໄກສອນ ພົມວິຫານ, ແນວທາງ​ນະໂຍ ບາຍ​ຂອງ​ພັກ; ຄວາມ​ຮູ້​ວັດ ທະນະທຳ, ການ​ຄຸ້ມ​ຄອງ​ວິທະ ຍາ​ການ; ທາດ​ແທ້ ແລະ ຄຸນ ສົມບັດ​ປະຕິ​ວັດ. 
ປະຊາຊົນ​ເຮົາ​ແມ່ນ​ເຈົ້າ​ການ​ປະດິດ ສ້າງ​ປະຫວັດສາດ, ການ​ປະຕິວັດ​ສັງຄົມ​ນິຍົມ ແມ່ນ​ພາລະກິດ​ຕື່ນ​ຕົວ​ຂອງ​ມະຫາ​ຊົນ. ພັກ​ເຮົາຕ້ອງ​ໄດ້​ສຶກສາ​ອົບຮົມ​ຢ່າງຮອບດ້ານ​ໃຫ້​ແກ່ ມະຫາຊົນ ເພື່ອ​ເຮັດ​ໃຫ້​ທຸກ​ຄົນ​ມີ​ຄຸນ​ທາດ ການເມືອງ, ມີ​ຄວາມ​ສາມາດ​ພຽງພໍ​ປະຕິບັດທຸກ​ໜ້າທີ່​ຢ່າງ​ມີ​ໄຊ. ດັ່ງນັ້ນ ການ​ປະຕິບັດໜ້າທີ່​ສຶກສາ​ອົບຮົມ​ຕ້ອງ​ສົມທົບ​ການ​ສຶກສາ ອົບຮົມ ລັດທິ​ມາກ​-​ເລ​ນິນ, ແນວ​ຄິດ ປະທານ ໄກສອນ ພົມວິຫານ, ແນວທາງ​ນະໂຍບາຍ ຂອງ​ພັກ​ກັບ​ການ​ສຶກສາ​ອົບຮົມ​ຄວາມ​ຮູ້​ວັດ​ທະ ນະ​ທຳ ແລະ ການ​ສຶກສາ​ອົບຮົມ​ຄຸນ​ທາດ​ການ ເມືອງ, ຄຸນສົມບັດ​ສິນ​ທຳ​ປະຕິ​ວັດ. 
ພາລະກິດ​ປະຕິວັດ​ແມ່ນ​ຂອງ​ປະຊາ ຊົນ, ໂດຍ​ປະຊາຊົນ ເພື່ອ​ປະຊາຊົນ, ປະທານ ໄກ ສອນ ພົມວິຫານ ແລະ ພັກ​ເຮົາ​ເວລາ​ໃດ​ກໍເຊື່ອ​ໝັ້ນ, ກຳລັງ​ແຮງ, ແນວ​ຄິດ​ປະດິດ​ສ້າງ ຂອງ​ປະຊາຊົນ, ຄວາມ​ຕື່ນ​ຕົວ ແລະ ຈັດ​ຕັ້ງ ປະຊາຊົນ, ບຳລຸງ​ກຳລັງ​ແຮງ ແລະ ຈິດໃຈ​ປະດິດ​ສ້າງ​ດັ່ງກ່າວ​ນັ້ນ ເພື່ອ​ເອົາ​ຊະນະ​ກັບ​ສັດຕູ, ກໍ່ສ້າງ​ສັງຄົມ​ໃໝ່ ນັບ​ແຕ່​ມື້​ກຳເນີດ​ເກີດ​ຂຶ້ນ, ພັກ​ເຮົາ​ໄດ້​ດຳເນີນ​ການ​ໂຄສະນາ​ເຜີຍແຜ່ ລັດທິ​ມາກ​-​ເລ​ນິນ ແລະ ໂຄງການ​ກອບ​ກູ້​ປະ ເທດ​ຂອງ​ຕົນ, ຄຽງ​ຄູ່​ກັບ​ວຽກ​ປຸກລະດົມ​ການຕໍ່ສູ້​ໃຫ້​ແກ່​ຈຸດ ໝາຍ​ດຳລົງ​ຊີວິດ, ປະຊາ​ທິ​ປະໄຕ… ບັນດາ​ມະຕິ​ຂອງ​ສູນ​ກາງ​ພັກ ລ້ວນ​ແຕ່ ໄດ້​ເນັ້ນ​ໜັກ​ການ​ເຜີຍແຜ່ ລັດທິ​ມາກ​-​ເລ​ນິນ, ແນວທາງ​ນະໂຍບາຍ​ຕ້ອງ​ຕິດ​ພັນ​ກັບ​ການ ກ່າວ​ປະ​ນາ​ມ​ສັດຕູ, ປຸກລະດົມ​ການ​ຕໍ່ສູ້ ເພື່ອສິດຜົນປະໂຫຍດ​ຂອງ​ມະຫາ​ຊົນ. 
ໃນ​ການ​ສຶກສາ​ອົບຮົມ​ພະນັກງານ, ສະມາ​ຊິກ​ພັກ ປະທານ ໄກສອນ ພົມວິຫານ ແລະ ພັກ​ເຮົາ​ເວລາ​ໃດ​ກໍ​ຖື​ສຳ ຄັນ​ຄວາມ​ເປັນ​ເອກະພາບ​ທິດ​ສະ​ດີ​ກັບ​ພຶດຕິ​ກຳ, ຮຽນ​ໄປ​ຄຽງ​ຄູ່​ກັບເຮັດ, ຮຽນ​ທິດ​ສະ​ດີ ເພື່ອ​ເຂົ້າໃຈ​ສັດຈະທຳທົ່ວ​ໄປ, ນຳ​ໃຊ້​ຢ່າງ​ປະດິດ​ສ້າງ​ເຂົ້າ​ໃນ​ເງື່ອນໄຂ​ຕົວ​ຈິງ​ຂອງປະ ເທດ​ຊາດ ເພື່ອ​ເຊື່ອມ​ຊຶມ ແນວທາງ, ນະໂຍບາຍ​ຂອງ​ພັກ​ຢ່າງ​ເລິກ ເຊິ່ງ ເພື່ອ​ແກ້​ໄຂ​ທຸກ​ວຽກ​ງານ, ທຸກ​ຄົນ ແລະ ຕົນເອງ​ຢ່າງຖືກ ຕ້ອງ, ຮຽນ​ແນວທາງ, ນະໂຍ ບາຍ ກໍ​ຕ້ອງ​ເຂົ້າໃຈ​ບ່ອນ​ອີງ​ທາງ​ດ້ານ​ທິດ​ສະ​ດີ ແລະ ພຶດຕິ​ກຳ​ຂອງ​ແນວທາງ, ນະໂຍບາຍ, ຕື່ນ​ຕົວ​ປະຕິບັດ​ຢ່າງ​ປະດິດ​ສ້າງ ແລະ ມີ​ປະສິດທິ​ຜົນ.
 ໃນ​ເງື່ອນໄຂ​ປັດຈຸບັນ, ເພື່ອ​ຍົກ​ສູງຄວາມ​ສາມາດ​ເຄື່ອນ​ໄຫວ​ພຶດຕິ​ກຳ​ຂອງ​ພະ ນັກ​ງານ, ພັກ​ຮຽກຮ້ອງ​ພະ ນັກງານ​ຕ້ອງ​ຍົກ​ສູງ​ຄວາມ​ຮູ້​ວິທະຍາສາດ, ເປັນຕົ້ນ​ແມ່ນ​ວິທະຍາ ສາດ​ເສດຖະກິດ, ການ​ຄຸ້ມ​ຄອງ, ວິທະຍາສາດ ວິທະຍາ​ການ​ທັນ​ສະ​ໄໝ. 
ປະທານ ໄກສອນ ພົມວິ ຫານ ແລະ ພັກ ເຮົາ​ຖື​ຄຸນສົມບັດ​ເປັນ​ກົກ, ແມ່ນ​ພື້ນຖານ​ຂອງ ຄົນ​ປະຕິວັດ “ຄົນ​ປະຕິວັດ​ຕ້ອງ​ມີ​ຄຸນສົມບັດ, ບໍ່​ມີ​ຄຸນສົມບັດ​ເຖິງ​ວ່າ​ມີ​ຄວາມ​ເກັ່ງ​ກ້າ​ສາມາດ ປານໃດ ກໍ​ບໍ່​ສາມາດ​ນຳພາ​ປະ ຊາຊົນ”. ເພາະວ່າ​ຢາກ​ປົດ​ປ່ອຍ​ຊາດ ແລະ ປົດ​ປ່ອຍ​ມວນ​ມະ ນຸດ​ເປັນ​ວຽກ​ງານ​ອັນ​ໃຫຍ່​ຫຼວງ​ແຕ່​ຕົນ​ເອງ ບໍ່​ມີ​ຄຸນສົມບັດ, ບໍ່​ມີ​ພື້ນຖານ​ບ່ອນ​ອີງມີແຕ່ຕົນ​ເອງ​ເສ​ເພ, ບໍ່​ດີ ກໍ​ບໍ່​ສາມາດ​ເຮັດ​ວຽກ​ອັນໃດ​ໄດ້. 
ປະທານ ໄກສອນ ພົມ ວິຫານ ບໍ່​ພຽງແຕ່​ຍົກ​ມາດ ຖານລວມ​ໃຫ້​ແກ່​ພະນັກງານ, ສະມາຊິກພັກ​ຄື: ປະຢັດ​ສັດ ຊື່ແຕ່​ຍັງ​ໄດ້​ຍົກມາດຖານສະ ເພາະໃຫ້​ແກ່​ບັນດາ​ພະນັກ ງານແຕ່​ລະ​ຂັ້ນ. ເມື່ອ​ເວົ້າເຖິງ ​ວັດທະນະທຳ ເພິ່ນໄດ້​ຊີ້​ແຈງ ​ວ່າ: ຄວນ​ເຮັດ​ໃຫ້​ວັດທະ ນະ ທຳ​ຊຶມເລິກ​ໃນ​ແນວ​ຄິດ​ຈິດ ຕະສາດ​ຂອງ​ປະຊາຊົນ, ໝາຍ​ຄວາມ​ວ່າ​ວັດທະນະທຳ​ຕ້ອງ​ປົວແປງ, ປ່ຽນແປງ​ໃຫ້​ໄດ້ ຄວາມ​ຂີ້ຄ້ານ, ມັກ​ງ່າຍ. ຈິດ ຕະ​ສາດ​ຂອງ​ພວກ​ເຮົາ​ເອົາ​ເສ ລີພາບ ເອກະລາດ ເປັນ​ກົກ, ວັດ ທະນະທຳ​ຕ້ອງ​ເຮັດ​ແນວ ໃດ​ໃຫ້​ຜູ້​ໃດ ກໍ​ມີ​ອຸດົມ​ການ, ເປັນ​ເຈົ້າ​ຕົນ​ເອງ, ເອກະລາດເສລີ​ພາບ. 
ຫຼັງຈາກ​ປົດ​ປ່ອຍປະ​ເທດ​ຊາດ​ປີ 1975 ໃນ​ເງື່ອນໄຂ​ໃໝ່, ຍ້ອນ​ພວກ​ເຮົາ​ເຮັດ​ວຽກ​ສຶກສາ​ອົບຮົມ​ດ້ານ​ແນວ​ຄິດ​ພະນັກງານ, ສະ​ມາຊິກ​ພັກ​ບໍ່​ທັນ​ດີ, ຍ້ອນ​ກົນ​ໄກ​ນະໂຍບາຍ​ບໍ່​ທັນ ຄົບ​ຊຸດ ແລະ ມີ​ຫຼາຍ​ຊ່ອງ​ວ່າງ ແລະ ການ ກະທົບ​ອັນ​ຫຍໍ້ທໍ້​ຂອງ​ກົນ​ໄກ​ຕະຫຼາດ​ໄດ້​ເຮັດ ໃຫ້​ພະນັກງານ, ສະມາຊິກ​ພັກ​ຈຳນວນ​ໜຶ່ງ ໄດ້​ມີ​ການ​ທົດຖອຍ​ດ້ານ​ຄຸນ​ທາດ​ການເມືອງ, ຄຸນ ສົມບັດ, ແບບແຜນ​ດຳລົງ​ຊີ​ວິດ. ການ​ສະແດງ​ອອກ​ທົ່ວ​ໄປ​ແມ່ນ​ໄພ​ອາຍາ​ສິດ, ສໍ້​ລາດ ບັງ​ຫຼວງ, ຟຸມ​ເຟື້ອຍ​ຂອງ​ສ່ວນ​ລວມ, ດຳລົງຊີວິດ​ຫຼີ້ນ​ກິນ, ໂລເລ… ພວມ​ສ້າງ​ຜົນ​ຮ້າຍ ອັນ​ໜັກໜ່ວງ, ກ່ອນ​ອື່ນ​ໝົດ​ແມ່ນ​ຄວາມ​ເຊື່ອໝັ້ນ ແລະ ການ​ນຳພາ​ຂອງ​ພັກ. ດັ່ງນັ້ນ, ການ​ສຶກສາ​ອົບຮົມ​ທິດ​ສະ​ດີ​ການເມືອງ​ຕ້ອງຕິດ​ພັນ​ແໜ້ນ​ກັບ​ການ​ສຶກສາ​ອົບຮົມ​ທາດ​ແທ້, ຄຸນສົມບັດ​ປະຕິ​ວັດ. ຢາກ​ກຳ​ແໜ້ນ​ທາດ​ແທ້ຂອງ​ລັດທິ​ມາກ​-​ເລ​ນິນ, ແນວ​ຄິດ ໄກສອນ ພົມວິຫານ ແມ່ນ​ທັງ​ຕ້ອງ​ມີ​ຄວາມ​ຮູ້​ປະຕິວັດ, ທັງ​ຕ້ອງ​ມີ​ນໍ້າ​ໃຈ​ປະຕິວັດ​ເດັດ​ດ່ຽວ. ການ​ທົດຖອຍ​ຄຸນສົມບັດແນ່ນອນ​ຈະ​ພາ​ໄປ​ສູ່​ການ​ທົດ ຖອຍ​ດ້ານ​ການ​ເມືອງ. 
6). ຍົກ​ສູງ​ລັກສະນະ​ວິທະຍາສາດ, ປະ ຕິ​ບັດ ປະຊາ ທິປະໄຕ ໃນ​ວຽກ​ງານ​ແນວ​ຄິດ
ກ. ລັກສະນະ​ວິທະຍາສາດ ແມ່ນ​ຫຼັກການ​ພື້ນຖານ​ຂອງ​ວຽກ​ງານແນວ​ຄິດ, ມັນ​ຮຽກ ຮ້ອງ​ວຽກ​ງານ​ແນວ​ຄິດ​ຕ້ອງ​ເລີ່ມ​ຈາກ​ລັດທິ ມາກ​-​ເລ​ນິນ, ແນວ​ຄິດ ໄກສອນ ພົມວິຫານ ເອົາ​ອັນ​ນັ້ນ​ເປັນ​ພື້ນຖານ​ເພື່ອ​ອະທິບາຍ​ບັນດາບັນຫາ​ທີ່​ວາງ​ອອກຢ່າງ​ມີ​ບ່ອນ​ອີງ​ວິທະຍາ ສາດແກ້​ໄຂ​ແນວ​ຄິດ​ຂອງ​ມະ ຫາຊົນ​ເພື່ອ ໃຫ້​ເຂົາເຈົ້າ​ມີ​ການ​ກະທຳ​ຢ່າງ​ຕື່ນ​ຕົວ ແລະ ມີ​ປະສິດ​ທິ​ຜົນ. ໃນ​ເງື່ອນໄຂ​ປັດ ຈຸບັນ ໃນ​ເມື່ອລະດັບ​ຂອງ​ພະ ນັກງານ, ສະມາຊິກ​ພັກ ແລະ ປະຊາຊົນ ນັບ​ມື້​ໄດ້​ຍົກ​ສູງ​ຂຶ້ນ ກໍ​ຍິ່ງ​ຕ້ອງ​ໄດ້ ຍົກ​ສູງ​ລັກສະນະ​ວິທະຍາສາດ​ຂອງ​ວຽກ​ງານ ແນວ​ຄິດ ຈຶ່ງ​ຈະ​ມີ​ປະສິດ​ທິ​ຜົນ​ທີ່​ຢາກ​ໄດ້. 
ລັກສະນະ​ວິ​ທະ​ສາດ​ຂອງ​ວຽກ​ງານ ແນວ​ຄິດ ຍັງ​ສະແດງ​ອອກ​ໃນ​ການ​ສ່ອງ​ແສງ ຖືກ​ກັບ​ຕົວ​ຈິງ​ພາວະ​ວິໄສ, ກົດເກນ​ການ​ເຄື່ອນເໜັງ ນັ້ນ​ກໍ​ແມ່ນ​ລັກສະນະ​ຕົວ​ຈິງ​ຂອງ​ວຽກ ງານ​ແນວ​ຄິດ​-​ທ່າ​ທີ​ຂອງ​ພັກ​ເຮົາ ແມ່ນ​ເບິ່ງຄວາມ​ເປັນ​ຈິງ, ຕີ​ລາ ຄາ​ຖືກ​ກັບ​ຄວາມ​ຈິງ, ເວົ້າ​ແຈ້ງ​ຄວາມ​ຈິງ​ໃຫ້​ແກ່​ປະຊາຊົນ​ຮູ້, ບໍ່​ປິດ ບັງ.  ວຽກ​ງານ​ແນວ​ຄິດ ຕ້ອງ​ເວົ້າ​ທັງ​ໄຊຊະນະຂອງ​ການ​ປະຕິວັດ ເພື່ອ​ຂະຫຍາຍ, ຄວາມ ຫຍຸ້ງຍາກ, ຄວາມ​ຂາດ​ຕົກ​ບົກ​ຜ່ອງ, ສາເຫດເພື່ອ​ແກ້​ໄຂ, ບໍ່ “ເວົ້າ​ໂຍກ”, ບໍ່ “ປິດ ບັງ”. ການ​ຍ້ອງຍໍ ຫຼື ຕຳ​ນິ​ບຸກຄົນ, ລວມ​ໝູ່ກໍ​ຕ້ອງ​ຖືກ​ລະດັບ, ເຄົາລົບ​ຄວາມ​ຈິງ; ການອະທິບາຍ​ຄວາມ​ຈິງບາງ​ທີຕິດ​ພັນ​ກັບ​ການຕຳ​ນິ, ຫາກ​ຕຳ​ນິ​ຄວາມ​ຮຽກຮ້ອງ, ຄວາມ​ຖືກຕ້ອງ, ກ້າຫານ, ມີ​ຄວາມ​ຮັບຜິດຊອບ​ສູງຕໍ່ພັກ  ແລະ  ປະຊາ​ຊົນ. ດ້ວຍ​ທິດ​ນຳ​ເບິ່ງ​ຄວາມເປັນ​ຈິງ, ເວົ້າ​ຖືກ​ກັບ​ຄວາມ​ເປັນ​ຈິງ, ມະຕິ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IV ຂອງ​ພັກ ໄດ້​ຢັ້ງຢືນ​ບັນດາ​ຜົນງານ ແລະ ຊີ້​ແຈງ​ຄວາມ​ຜິດພາດ​ກ່ຽວ​ກັບ​ຄວາມ​ເຂົ້າໃຈ​ສັງຄົມ​ນິຍົມ ແລະ ເສັ້ນທາງ​ກ້າວຂຶ້ນ ສັງຄົມ​ນິຍົມ, ແຜນນະໂຍ ບາຍ,  ນະໂຍບາຍ, ການ​ນຳພາ​ຍຸດທະສາດ ແລະ ສາເຫດ​ຂອງ​ຄວາມ​ຜິດພາດ​ດັ່ງກ່າວ​ນັ້ນ. ປະຊາຊົນ​ລາວ​ຮູ້ແຈ້ງ​ຄວາມ​ເປັນ​ຈິງ ຈຶ່ງ​ເຂົ້າໃຈແຈ້ງ​ສະພາບ​ການ, ໜ້າທີ່ ແລະ ການ​ກະທຳ​ຢ່າງຕື່ນຕົວ. ລັກສະນະ​ວິທະຍາສາດ​ຂອງ​ວຽກ​ງານ ແນວ​ຄິດ ຍັງ​ຮຽກຮ້ອງ​ຕ້ອງ​ຄົ້ນຄວ້າ​ເຖິງ​ຈຸດພິເສດ ຂອງ​ບັນດາ​ຊັ້ນ​ຄົນ​ປະຊາຊົນ​ແຕ່​ລະ ເປົ້າ​ໝາຍ ເພື່ອ​ມີ​ເນື້ອ​ໃນ, ວິທີ​ການ​ອັນເໝາະ​ສົມ. ຍ້ອນ​ແນວ​ນັ້ນ, ເພື່ອ​ດຳເນີນ​ວຽກງານ​ແນວ​ຄິດຕ້ອງ​ມີ​ການ​ຄົ້ນຄວ້າ ເພື່ອ​ຊອກຮູ້​ໃຫ້​ເລິກເຊິ່ງ​ກວ່າ​ເກົ່າ, ຖື​ສຳຄັນ​ວຽກ​ກວດກາ ຫາງ​ສຽງ​ສັງຄົມ ເພື່ອ​ສາມາດ​ຕີ​ລາຄາ​ສະພາບການ, ແນວ​ຄິດ​ມີ​ພື້ນຖານ​ວິທະຍາສາດ​ກວ່າເກົ່າ. ຕ້ອງ​ໝູນ​ໃຊ້​ບັນດາ​ຜົນສຳເລັດ​ຂອງບັນດາ​ວິຊາ​ວິທະຍາສາດ​ສັງຄົມ, ນຳ​ໃຊ້ບັນ ດາ​ພາຫະ​ນະ​ສື່​ມວນ​ຊົນ​ທີ່​ທັນ​ ສະ​ໄໝ. 

 (ອ່ານ​ຕໍ່​ສະ​ບັບ​ໜ້າ) 


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com