Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ເຊີດຊູບົດບາດ ແລະ ຄວາມສາມາດນຳພາຂອງພັກ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 14/05/2020 09:44:17 ຈຳ​ນວນ​​ຢ້ຽມ​ຊົມ 6194 ຄັ້ງ

(ຄັດຈາກເອ​ກະ​ສານ​ຄົ້ນ​ຄວ້າ​ຮ່ຳ​ຮຽນ​ໃນ​ໂອ​ກາດ ຄົບ​ຮອບ 50 ປີ 
ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ 22/3/1955-22/3/2005)

ກ. ຄວາມ​ຈຳເປັນ​ທີ່​ຕ້ອງ​ເຊີດ​ຊູ​ບົດບາດ ແລະ ຄວາມ​ສາມາດ​ນຳພາ​ຂອງ​ພັກ:
- ຍ້ອນ​ພັກ​ເຮົາ ມີ​ຄວາມ​ຮັບຜິດຊອບ​ຕໍ່​ຊາ​ຕາກ​ຳຂອງ​ປະເທດ​ຊາດ ກໍຄື​ພາ​ລະ​ກຳປະ ຫວັດ​ສາດ​ທີ່​ປະຊາຊົນ​ບັນດາ ເຜົ່າ​ມອບ​ໝາຍ​ໃຫ້, ປະທານ ຄໍາໄຕ ສີ​ພັນ​ດອນ ໄດ້​ເນັ້ນ​ໜັກກ່ຽວ​ກັບບັນຫາດັ່ງກ່າວ​ວ່າ: “ພັກ​ປະຊາຊົນ​ປະຕິວັດ​ລາວ ແມ່ນ​ພັກ​ການເມືອງ​ຂອງ​ຊົນ​ຊັ້​ນກາໍ​ມະກອນ ແລະ ຊາວ​ຜູ້​ອອກແຮງ​ງານ​ລາວ .... ພັກ​ເປັນ​ຜູ້​ນໍາ​ພາ​ທົ່ວ​ສັງຄົມ, ດັ່ງນັ້ນ ພັກ​ຕ້ອງ​ຍົກ​ສູງຄວາມ​ຮູ້​ຄວາມ​ສາມາດ​ຂອງ​ຕົນ​ໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ” .
- ການ​ເຊີດ​ຊູ​ບົດບາດ ແລະ ຄວາມ​ສາ​ມາດ​ນໍາ​ພາ​ຂອງ​ພັກ ແມ່ນ​ເພື່ອ​ຮັບປະກັນ​ທິດ​ກ້າວຂຶ້ນ​ສູ່​ສັງຄົມ​ນິຍົມ, ບົນ​ພື້ນຖານ​ການ​ພັດທະນາ​ປະເທດ​ໃຫ້​ຂະຫຍາຍຕົວ​ດ້ວຍ​ຈັງຫວະ​ໄວ ແລະ ຕໍ່​ເນື່ອງ​ຢ່າງ​ໝັ້ນ​ທ່ຽງ ພາ​ປະເທດ​ຊາດ​ຫຼຸດ​ພົ້ນ​ຈາກ​ຄວາມ​ດ້ອຍ​ພັດທະນາ ນໍາ​ເອົາ​ຜົນ​ປະໂຫຍດ ແລະ ຄວາມ​ສົມບູນ​ພູນ​ສຸກ​ມາໃຫ້​ແກ່​ປະຊາຊົນ, ຮັບປະກັນ​ຄວາມ​ໝັ້ນຄົງ​ຂອງ​ຊາດ ແລະ ການຂະຫຍາຍຕົວ​ກ້າວ​ຂຶ້ນຢ່າງ​ ໜັກແໜ້ນ​ພາຍ​ໃຕ້​ກະແສ​ໂລ ກາພິ​ວັດ.
ຂ. ປັບປຸງ ແລະ ເພີ່ມ​ທະວີ​ການ​ນໍາ​ພາ​ຂອງ​ພັກ: ຈະ​ຕ້ອງ​ສຸມ​ໃສ່:
1. ຕ້ອງ​ເພີ່ມທະວີຍົກ​ລະດັບ​ຄວາມ​ຮູ້​ຂອງ​ຕົນກ່ຽວ​ກັບ​ແນວທາງ​ລວມຂອງ​ພັກ, ກ່ຽວ​ກັບສະພາບ​ຈຸດ​ພິເສດ​ຂອງ​ຂະແໜງການ ແລະ ທ້ອງຖິ່ນ​ຂອງ​ຕົນກ່ຽວ​ກັບ​ເຕັກນິກ​ວິຊາ​ການ​ຕ່າງໆໃຫ້​ດີ ແລະ ມີ​ຄວາມ​ສາມາດ​ຫັນ​ເອົາ​ແນວທາງ​ຂອງ​ພັກ​ເປັນແຜນການວຽກ​ງານ​ລະອຽດ ເພື່ອ​ຈັດຕັ້ງ​ປະຕິບັດ​ໃຫ້​ເກີດ​ໝາກ​ເກີດ​ຜົນ.
2. ຕ້ອງ​ເຄື່ອນ​ໄຫວ​ເຮັດ​ວຽກ​ງານ​ການ​ເມືອງ​-​ແນວ​ຄິດ ຕັ້ງໜ້າ​ຕື່ມ​ອີກ​ດ້ວຍ​ເນື້ອ​ໃນ, ຮູບການ, ວິທີ​ການ​ອັນ​ແຫຼມ​ຄົມ, ແທດເໝາະ​ກັບ​ແຕ່​ລະ​ເປົ້າ​ໝາຍ, ແຕ່​ລະ​ຂົງເຂດ ແລະ ຂະແໜງ​ການ, ປະກອບສ່ວນ​ເຮັດ​ໃຫ້​ວຽກ​ງານ​ເຫຼົ່າ​ນັ້ນ​ສໍາ​ເລັດ​ຜົນ. ໝາຍ​ຄວາມ​ວ່າ ເຮັດ​ໃຫ້ການ​ໂຄສະນາ​ສຶກສາ​ອົບຮົມຕິດ​ພັນ​ສະໜິດແໜ້ນ​       ກັບການເຄື່ອນໄຫວ​ປະຕິບັດ​         ຕົວ​ຈິງ.
3. ຄະນະ​ພັກ​ທຸກ​ຂັ້ນ ຕ້ອງ​ເອົາໃຈ​ໃສ່​ກາໍ​ແໜ້ນ, ປັບປຸງ​ລະບົບ​ການຈັດຕັ້ງ​ໃຫ້​ສອດຄ່ອງ, ກະທັດ​ຮັດ, ມີ​ຄຸນ​ນະພາບ ແລະ ຄຸ້ມ​ຄອງ​ນາໍ​ໃຊ້​ພະນັກງານ​ໃນ​ກົງຈັກ​ຢ່າງ​ມີ​ປະສິດ​ທິ​ຜົນ.
4. ຕ້ອງ​ເອົາໃຈໃສ່​ຕິດ ຕາມ​ຊີ້​ນໍາ-ນໍາ​ພາ ແລະ ກວດ ກາ​ການເຄື່ອນໄຫວຂອງ​ອົງ ການລັດ, ອົງການ​ຈັດຕັ້ງ​ມະ ຫາຊົນ ແລະ ທົ່ວ​ສັງຄົມກ່ຽວ​ກັບ​ການ​ປະຕິບັດ​ແນວທາງ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ລະບຽບ​ກົດໝາຍ​ຂອງ​ລັດ​ຢ່າງ​ເປັນ​ປະຈຳ; ຊອກ​ໃຫ້​ເຫັນ​ປັດ​ໄຈ, ໜໍ່​ແໜງ​ໃໝ່ ເພື່ອ​ເສີມ​ຂະຫຍາຍ ກໍ​ຄື​ຂໍ້​ຫຍຸ້ງຍາກ, ສິ່ງ​ກົດ​ໜ່ວງ​ໃນ​ການຈັດຕັ້ງ​ປະຕິບັດເພື່ອ​ຜ່ານ​ຜ່າ​ແກ້​ໄຂ.
5. ສະມາຊິກ​ພັກ​ແຕ່ລະ ຄົນ ຕ້ອງ​ເປັນ​ແບບຢ່າງ​ທີ່​ດີ​ໃນ​ການ​ປະຕິບັດ​ກົດ​ລະບຽບ​ຂອງ​ພັກກົດໝາຍ​ຂອງ​ລັດ, ປະຕິບັດ​ໜ້າທີ່​ວິຊາ​ສະເພາະ​ຂອງ​ໃຜລາວ ແລະ ການ​ດໍາ​ລົງ​ຊີວິດ​ໃຫ້​ປອດໄສ​ຂາວ​ສະອາດ ເປັນ​ທີ່​ນັບຖື, ເຊື່ອ​ໝັ້ນ ​ແລະ​ ໄວ້​ວາງໃຈ​ຂອງ​ມະຫາຊົນ, ອຸດົມ​ການ ແລະ​ ແນວທາງ​ຂອງ​ພັກ ຈະ​ຖືກຕ້ອງ​ປານໃດ​ກໍຕາມ; ຖ້າ​ສະມາຊິກ​ພັກ ບໍ່​ເປັນ​ແບບຢ່າງ ໃນ​ພາກ​ປະຕິບັດ​ການ​ກະ​ທາໍ​ແລ້ວ ຜົນ​ສໍາ​ເລັດ​ຈະ​ບໍ່ເກີດ​ຂຶ້ນ​ໄດ້, ອິດ​ທິ​ພົນ​ບົດບາດ​ຂອງ​ພັກ​ຈະ​ບໍ່​ໄດ້​ຮັບ​ການ​ເຊີດ​ຊູ.
ຄ ເພີ່ມ​ທະວີ​ການ​ນໍາ​ພາ​ຂອງ​ພັກ​ຕໍ່​ລັດ, ເພີ່ມຄວາມ​ສັກສິດຂອງ​ການ​ຄຸ້ມ​ຄອງ​ລັດ:
- ໃນ​ເງື່ອນໄຂ​ທີ່​ພັກ​ເຮົາ​ເປັນ​ພັກ​ກຳອໍາ​ນາດ ແລະ ມີ​ຄວາມ​ຮັບຜິດຊອບ​ຕໍ່​ທ່ົວ​ສັງຄົມ ການ ເພີ່ມ​ທະວີ​ການນຳພາ​ຂອງ​ພັກ​ຕ້ອງ​ສະແດງ​ອອກ ກ່ອນ​ອື່ນ​ໝົດ​ໃນ​ການ​ເພີ່ມ​ທະວີ​ການ​ນໍາ​ພາ​ຕໍ່ອົງການ​ລັດ ຄື:
+ ພັກ​ຜ່ານ​ລັດ ເພື່ອນຳ​ພາໃນ​ທຸກ​ຂົງເຂດ​ຊີວິດ​ສັງ​ຄົມ. ນາໍ​ພາ​ລັດ ເພື່ອ​ໃຫ້​ລັດ​ຫັນ​ແນວ ທາງ​ຂອງ​ພັກ​ເປັນ​ແຜນການ, ເປັນ​ໂຄງ​ການດຳ​ເນີນ​ງານ ແລະ ເປັນ​ນະໂຍ​ບາຍ​ລະອຽດ​ຂອງ​ ລັດ ເພື່ອ​ໃຫ້​ປະຊາຊົນ​ພົນລະ ເມືອງ​ປະຕິ​ບັດ.
+ ພັກ​ຕ້ອງ​ນາໍ​ພາ​ລັດ​ໃຫ້​ປະຕິບັດ​ສິດ​ອາໍນາດ​ຂອງ​ຕົນ​ຢ່າງ​ຖືກຕ້ອງ. 
+ ພັກ​ນາໍ​ພາ​ລັດ ເພື່ອຮັບ ປະກັນ​ໃຫ້​ແນວທາງ​ພື້ນຖານ ແລະ ອຸດົມຄະຕິ​ຂອງ​ພັກຖືກ ຫັນ​ເປັນ​ລັດ​ຖະ​ທໍາ​ມະນູນ ແລະ ກົດໝາຍ​ຂອງ​ລັດ​ຢ່າງ​ຖືກ ຕ້ອງ, ສອດຄ່ອງ ຊຶ່ງ​ສະມາຊິກ​ພັກ ກໍ​ຄື​ພັກຕ້ອງ​ໄດ້​ເຄົາລົບ ແລະ ເຄື່ອນ​ໄຫວ​ພາຍ​ໃຕ້​ຂອບ​ເຂດ​ຂອງ​ລັດ​ຖະ​ທໍາ​ມະນູນ ແລະ ກົດໝາຍ. 
ງ. ພັກນຳ​ພາ​ການ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ:
- ການ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າຂອງ​ປະຊາຊົນ ເປັນ​ບັນຫາ​ພື້ນຖານ​ຂອງ​ພາລະກິດ ປະຕິວັດ​ຢູ່​ປະເທດ​ເຮົາ, ທັງ​ແມ່ນ​ໜ້າ​ທີ່​ສໍາ​ຄັນ​ຂອງ​ພັກ​ເຮົາກໍ​ຄື​ຂອງ​ຄະນະ​ພັກ​ທຸກ​ຂັ້ນ  ແລະ ສະມາຊິກ​ພັກ​ແຕ່ລະຄົນ ໄດ້​ລະບຸ​ໄວ້​ຢ່າງ​ຄົບ​ຖ້ວນ​ໃນ​ລັດ​ຖະ​ທໍາ​ມະນູນ ແຫ່ງ ສປປ ລາວ.
- ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າຂອງ​ປະຊາຊົນໃນຕໍ່ໜ້າ​ນີ້​ຕ້ອງ​ສຸມ​ໃສ່​ບາງ​ດ້ານ​ດັ່ງນີ້ :
1. ສຶກສາ​ອົບຮົມປຸກລະ ດົມ​ໃຫ້​ປະຊາຊົນ​ເປັນ​ເຈົ້າ, ເຂົ້າ​ຮ່ວມ​ໃນ​ວຽກ​ງານ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະຫງົບ, ກ່ອນ​ອື່ນ​ໝົດ ແມ່ນ​ການ​ຮັກສາ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບຮຽບຮ້ອຍ​ພາຍ​ໃນ​ບ້ານ​ຊ່ອງ​ຂອງ​ຕົນບໍ່​ໃຫ້​ມີ​ພວກ​ຄົນ​ບໍ່​ດີ​ເຄື່ອນ​ໄຫວ, ສະກັດ​ກັ້ນ ແລະ  ກ ໍາ​ຈັດ ການ​ລັກຂະ​ໂມຍ, ການ​ຄ້າຂາຍ​ຢາ​ເສບ​ຕິດ ແລະ ຂອງ​ເຖື່ອນ, ບໍ່​ໃຫ້​ມີ​ການ​ຫຼິ້ນ​ພະນັນ ແລະ ອື່ນໆ.
2. ສຶກສາ​ອົບຮົມ ແລະ ປຸກລະດົມ ຈັດ​ຕັ້ງ​ປະຊາ​ຊົນ​ທໍາ​ການ​ຜະລິດ​ເປັນ​ສິນຄ້າ,ຍຸດ ຕິການ​ຖາງ​ປ່າ​ເຮັດ​ໄຮ່ ແລະ ລຶບລ້າງ​ການ​ຜະລິດ​ແບບ​ຕາມ ທຳ​ມະ​ຊາດ​ເປັນ​ກ້າວໆ. ອັນ​ພື້ນຖານແມ່ນ​ສຸມ​ໃສ່​ຜະລິດ​ເຂົ້າ​ໃຫ້​ພໍ​ກິນ, ມີ​ສ່ວນ​ແຮ​ໄວ້ ແລະ ຂາຍ​ອອກ ດ້ວຍ​ການ​ເຮັດ​ກະເສດ​ສຸມ ຍົກ​ສະມັດຖະພາບ​ຜົນ​ຜະລິດ​ໃຫ້​ສູງ​ຂຶ້ນ; ພ້ອມ​ກັນ​ນັ້ນກໍປູກ​ພືດ​ອັນ​ອື່ນ, ລ້ຽງສັດ​ເປັນ​ສິນຄ້າ ສ້າງ​ລາຍ​ໄດ້​ເຂົ້າ​ຄອບຄົວ ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ດີ​ຂຶ້ນ​ເລື້ອຍໆ.
3. ສຶກສາ​ອົບຮົມ, ປຸກລະ ດົມ​ບັນດາ​ຊັ້ນ​ຄົນ ແລະ ພາກ ສ່ວນເສດຖະກິດ​ຕ່າງໆ ປະ ກອບ​ສ່ວນ​ຊຸກຍູ້​ສົ່ງເສີມ​ການ​ຜະລິດ ແລະ ການ​ບໍລິການ​ຢູ່​ພາຍ​ໃນ​ໃຫ້​ຂະຫຍາຍຕົວ ແລະ ເປັນສິນຄ້າ​ຂາຍ​ອອກ ສະນັ້ນ​ຕ້ອງ​ມີ​ນະໂຍບາຍ, ມີມາດ​ຕະການ​ສົ່ງເສີມການ​ຜະລິດ​ພາຍ​ໃນ​ໃຫ້​ຂະຫຍາ​ຍ​ຕົວຢ່າງ​ແຂງແຮງ ດ້ວຍ​ການ​ສົ່ງເສີມ​ບົດບາດ​ຂອງ​ທຸກ​ພາກສ່ວນ​ເສດຖະກິດ​ ແລະ ​ຄອບ​ຄົວ.
4. ສຶກສາ​ອົບຮົມ, ປຸກລະ ດົມ​ປະຊາຊົນ​ບັນດາ​ຊັ້ນ​ຄົນ ປະ ກອບສ່ວນ​ເຂົ້າ​ໃນ​ການ​ກໍ່ສ້າງ, ປົກ​ປັກ​ຮັກສາ​ບູລະນະຖະໜົນ​ຫົນທາງ, ໂຮງຮຽນ, ໂຮງໝໍ, ສຸກສາລາ, ວັດ​ວາ​ອາ​ຮາມ, ລະບົບ​ຊົນລະປະທານ (ເໝືອງ​ຝາຍ, ຈັກ​ສູບ​ນ້ໍາ, ອ່າງ​ໂຕ່ງ​ນາໍ້,  ໜອງ, ຄູ​ກັນ​ນ້ຳ...), ນ​້ຳສ້າງ, ນາໍ້ ບາ​ດານ... ພ້ອມ​ກັນ​ນັ້ນ ກໍຮັກ ສາ​ຄວາມ​ສະອາດ ແລະ ເຮັດ​ອະນາ​ໄມ​ພາຍ​ໃນ​ບ້ານ ຢູ່​ກິນ ໃຫ້​ຖືກຫຼັກ​ສຸຂາພິບານ; ຮັກສາ​ປ່າໄມ້, ສັດປ່າ ແລະ ສະພາບ​ແວດ​ລ້ອມ​ທາໍ​ມະ​ຊາດ​ອື່ນໆ.
5. ສຶກສາ​ອົບຮົມ​ປະຊາ ຊົນ ໃຫ້​ມີ​ຄວາມ​ຖືກຕ້ອງປອງ ​ດອງ​ກັນຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ສາມັກ​ຄີ ຮັກແພງ ແລະ ເອື້ອເຜື້ອ​ຊ່ວຍເຫຼືອ​ກັນ ພ້ອມພຽງກັນ​ ສ້າງສາ​ພັດທະນາ​ບ້ານ​ຊ່ອງ, ລຶບລ້າງ​ຄວາມ​ອຶດ​ຢາກ​ຂາດ ເຂີນ​ເປັນ​ກ້າວໆ; ຮັກສາ ແລະ ເສີມ​ຂະຫຍາຍ​ມູນເຊື້ອ​ວັດ​ທະ​ນະ​ທໍາຂອງ​ທ້ອງຖິ່ນ; ສ້າງ​ບ້ານ​ວັດ​ທະ​ນະທຳ ແລະ ຄອບຄົວ​ວັດ​ທະ​ນະ​ທໍາ, ແກ້​ໄຂ​ປະເພນີ ແລະ ແບບ​ດໍາ​ລົງ​ຊີວິດ​ທີ່​ຫຼ້າຫຼັງ​ງົມ​ງວາຍ. 
 


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com