Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຜ່ານການຕໍ່ສູ້ອັນເຕັມໄປດ້ວຍການເສຍສະຫຼະທີ່ຍືດເຍື້ອຍາວນານ, ມາເຖິງປັດຈຸບັນ ການປະຕິວັດຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ແມ່ນໄດ້ຮັບໄຊຊະນະຢ່າງໃຫຍ່ຫຼວງ. ໄຊຊະນະທຸກປະການທີ່ຍາດມາໄດ້ນັ້ນ ລ້ວນແຕ່ແມ່ນພັກປະຊາຊົນປະຕິວັດລາວ ເປັນຜູ້ຊີ້ນຳ - ນໍາພາໃນ ການຕໍ່ສູ້. ດ້ວຍເຫດນັ້ນ, ຢາກປົກປັກຮັກສາໄຊຊະນະທີ່ຍາດມາໄດ້ ເພື່ອກ້າວຂຶ້ນຍາດເອົາໄຊຊະນະໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ, ວຽກງານກໍ່ສ້າງພັກ ຈຶ່ງເປັນບັນຫາທີ່ຈະຕ້ອງໄດ້ມີການປັບປຸງຕະຫຼອດເວລາ ເພື່ອແນໃສ່ເຮັດໃຫ້ພັກ ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ວຽກງານກໍ່ສ້າງພັກ ແລະ ບຳລຸງສ້າງພະນັກງານ ຍາມໃດກໍມີຄວາມໝາຍ, ຄວາມສຳຄັນມາເປັນອັນດັບໜຶ່ງ ເພາະວ່າ: “ເມື່ອມີ ແນວທາງການເມືອງແລ້ວບັນ ຫາການຈັດຕັ້ງ, ຊີ້ນຳ - ນໍາພາ ເປັນບັນຫາຕັດສິນ”.
ຈາກແນວທາງກອງປະ ຊຸມໃຫຍ່ແຕ່ລະຄັ້ງ ຂອງພັກປະຊາຊົນ ປະຕິວັດລາວ; ຈາກການປະຕິບັດມະຕິຄຳສັ່ງຕ່າງໆ ຂອງສູນກາງພັກ ທີ່ໄດ້ວາງອອກ; ຈາກການຮ່ຳຮຽນບັນດາມູນເຊື້ອແຫ່ງການປະຕິວັດ ແລະ ຈາກການປະຕິບັດວຽກງານປຸກລະດົມຂົນຂວາຍປະ ຊາຊົນ ໃຫ້ເຂົ້າມາມີສ່ວນຮ່ວມໃນ ການປະຕິບັດວຽກງານກໍ່ສ້າງ ຮາກຖານການເມືອງ.... ເຫັນໄດ້ວ່າການປະຕິວັດຢູ່ໃນໄລ ຍະໃໝ່ນີ້ ແມ່ນນັບມື້ນັບຫຍຸ້ງ ຍາກ ທັງຂະຫຍາຍຕົວໄປຢ່າງ ສັບສົນ. ສະນັ້ນ, ຄວາມຮຽກ ຮ້ອງຕ້ອງການທາງໜ້າທີ່ວຽກງານກໍຍິ່ງນັບມື້ນັບໃຫຍ່ຫຼວງ ແລະ ໜັກໜ່ວງຂຶ້ນເຊັ່ນດຽວກັນ. ໝາຍຄວາມວ່າ, ວຽກງານ ກໍ່ສ້າງບຳລຸງຍົກລະດັບສະມາ ຊິກພັກ ແລະ ວຽກງານພະ ນັກງານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຕໍ່ການປະຕິວັດໃນໄລຍະໃໝ່ນີ້ ຕ້ອງໄດ້ຮັບການເອົາໃຈໃສ່ຢ່າງສຸດຂີດ ເພາະມັນໄດ້ຮຽກຮ້ອງໃຫ້ມີຄວາມມານະບາກບັ່ນຢ່າງໃຫຍ່ຫຼວງ ໃຫ້ມີການຫັນປ່ຽນດ້ວຍຄວາມ ໜັກແໜ້ນເຂັ້ມແຂງຢ່າງແທ້ຈິງໝົດທົ່ວພັກ, ທົ່ວລັດ ແລະ ທົ່ວກອງທັບລວມທັງປວງຊົນ ລາວທັງຊາດ. ການປັບປຸງ ແລະ ສົ່ງເສີມວຽກງານຜັນຂະ ຫຍາຍຖານະບົດບາດການນຳ ພາຂອງພັກ; ການເພີ່ມທະວີຖັນແຖວພະນັກງານດ້ານຈໍານວນ ແລະ ຄຸນນະພາບເປັນຕົ້ນແມ່ນການຊັບຊ້ອນພະນັກງານທີ່ດີ, ມີຄວາມສາມາດ ແລະ ມີຄຸນສົມບັດສິນທໍາປະຕິວັດ; ສົ່ງ ເສີມຂະຫຍາຍປັດໄຈທີ່ຫ້າວ ຫັນ, ຈຳກັດຮັດແຄບປັດໄຈທີ່ຫຼ້າຫຼັງທໍ້ຖອຍ. ພ້ອມກັນນັ້ນ, ການກໍ່ສ້າງຖັນແຖວພະນັກງານຫຼັກແຫຼ່ງໃຫ້ມີຈຳນວນພຽງພໍທາງດ້ານປະລິມານ ແລະ ຄຸນນະພາບທີ່ດີ ເພື່ອຕອບສະໜອງໄດ້ເຖິງຄວາມຮຽກຮ້ອງຕ້ອງການ ຂອງສະພາບການປະຕິວັດໃໝ່ໃນປັດຈຸບັນ. ໂດຍແນໃສ່ບ່ອນທີ່ເປັນຫົວຈັກຫຼັກແຫຼ່ງອັນແໜ້ນແກ່ນຂອງພັກ ແລະ ເປັນກຳລັງດັນອັນເຂັ້ມແຂງໃນການຊຸກຍູ້ວຽກງານທຸກດ້ານ ຂອງພັກ; ເພີ່ມທະວີວຽກງານການຄຸ້ມຄອງພະນັກງານ, ຍົກສູງ ແລະ ນຳໃຊ້ຖັນແຖວພະ ນັກງານທີ່ມີຢູ່ ເຂົ້າໃນບັນດາກົງຈັກບໍລິຫານຂອງພັກ - ລັດຖະບານ. ສິ່ງສຳຄັນຈຳເປັນທີ່ສຸດ ແລະ ຮີບດ່ວນທີ່ສຸດຂອງບາງວຽກງານບໍລິຫານຈຳນວນໜຶ່ງ ແມ່ນຍັງບໍ່ທັນໄດ້ຮັບການບັນຈຸພະນັກງານເຂົ້າໃສ່ຢ່າງຖືກຕ້ອງເໝາະສົມກັບຄວາມອາດສາມາດຂອງພະນັກງານທີ່ມີຢູ່ນັ້ນ ເຫັນໄດ້ວ່າຍັງຈຳຕ້ອງໄດ້ມີການປັບປຸງຄືນໃໝ່ ເພາະມັນເປັນຂອດຂອງບັນຫາໃນການຕັດສິນວຽກງານກໍ່ສ້າງພັກ ແລະ ວຽກງານຄຸ້ມຄອງພະ ນັກງານ; ບັນດາສະມາຊິກພັກ ທຸກສະຫາຍ ຕ້ອງໄດ້ເຊື່ອມຊຶມ ແລະ ກຳແໜ້ນບັນດາເນື້ອ ໃນຫຼັກການ - ທິດທາງຂອງວິ ທີປະຕິບັດວຽກງານກ່ຽວກັບການກໍ່ສ້າງພັກ ແລະ ວຽກງານຄຸ້ມຄອງພະນັກງານໃນທຸກດ້ານ; ຍົກສູງຈິດໃຈປະຕິບັດ, ຈິດໃຈຮັບຜິດຊອບ ຂອງບຸກຄົນໃນໜ້າທີ່ວິຊາສະເພາະໃຫ້ສຳເລັດຜົນຢ່າງດີ; ດໍາເນີນວຽກງານການຂະຫຍາຍພັກຢ່າງເປັນ ປົກກະຕິຕໍ່ເນື່ອງ, ເອົາໃຈໃສ່ ບັນດາບ່ອນທີ່ບໍ່ທັນມີຮາກຖານພັກເປັນຕົ້ນແມ່ນຢູ່ຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ; ຕ້ອງຊອກ ຮູ້, ເລືອກເຟັ້ນ ແລະ ບໍາລຸງສ້າງມະຫາຊົນຜູ້ກ້າວໜ້າ, ມີຄຸນສົມບັດສິນທຳປະຕິວັດຢ່າງຖືກຕ້ອງ, ປອດໃສ ເພື່ອສ້າງໃຫ້ເຂົາເຈົ້າກາຍເປັນພະນັກງານຜູ້ສືບທອດຕໍ່ພາລະກິດວຽກງານປະຕິວັດຂອງພັກໃນອະນາຄົດ. ສະນັ້ນ, ສະມາຊິກພັກທຸກສະຫາຍ ຕ້ອງເອົາໃຈໃສ່ກຳແໜ້ນເງື່ອນໄຂຂະຫຍາຍພັກ ໃຫ້ເຂົ້າເຖິງປະຊາຊົນທຸກຊັ້ນຄົນ ແລະ ໃຫ້ປະຊາຊົນບັນດາເຜົ່າທຸກຊັ້ນຄົນສາມາດເຂົ້າເຖິງພັກ ແຕ່ຕ້ອງແນໃສ່ການທົດສອບ, ທົດລອງຈາກວຽກງານຕົວຈິງ ບົນພື້ນຖານສ້າງໄດ້ແນວຄິດການເມືອງ ເປັນອັນຕັດສິນ, ຕ້ອງເອົາການຕຳໜິຕິຊົມຕົນເອງ ແລະ ໝູ່ຄະນະໃນຊີວິດປະຈຳຂອງໜ່ວຍພັກ ເພື່ອສຶກສາອົບຮົມ ແລະ ກໍ່ສ້າງພັກ ໃຫ້ພັດທະນາກ້າວໜ້າຕະຫຼອດໄປ.
ສິ່ງທີ່ເປັນເປົ້າໝາຍໃນອະນາຄົດນັ້ນ, “ຕ້ອງສ້າງໃຫ້ພັກ ກາຍເປັນໃຈກາງແຫ່ງ ຄວາມສາມັກຄີໃນການເຕົ້າ ໂຮມກຳລັງ ເພື່ອປະຕິບັດໃຫ້ສຳເລັດໜ້າທີ່ວຽກງານທຸກປະການ ໂດຍຢຶດໝັ້ນຫຼັກການນຳພາທີ່ຕ້ອງປະຕິບັດເປັນໝູ່ຄະນະ, ມີບຸກຄົນຮັບຜິດຊອບ; ໝາຍຄວາມວ່າ ຕ້ອງມີການປຶກ ສາຫາລື ແລະ ຕົກລົງເປັນໝູ່ຄະນະ ແລ້ວຈຶ່ງມອບໝາຍ ຫຼື ແຕ່ງຕັ້ງໃຫ້ບຸກຄົນທີ່ຢູ່ໃນຄະນະຮັບຜິດຊອບນຳເອົາໄປ ຈັດຕັ້ງປະຕິບັດ”. ສະພາບຄວາມເປັນຈິງຂອງການທີ່ມີ ພັກເປັນແກນນຳໃນການຊຸກຍູ້ຢ່າງຕັ້ງໜ້າ, ມີພະນັກງານຮັບຜິດຊອບຕາມວິຊາສະ ເພາະ, ມີການສຶກສາອົບຮົມ ວຽກງານຈັດຕັ້ງນັ້ນ ແມ່ນເປັນການສະແດງອອກໃຫ້ເຫັນຢ່າງຈະແຈ້ງວ່າ: “ມີພະນັກງານທີ່ດີ, ມີສະມາຊິກພັກທີ່ເຂັ້ມແຂງ, ມີການຊີ້ນຳ - ນໍາພາຢ່າງຖືກຕ້ອງຈາກພັກ ໃນບັນດາແນວທາງ - ນະໂຍບາຍ ຂອງວຽກງານທຸກປະການ ກໍລ້ວນແລ້ວແຕ່ຖືກປະ ຕິບັດໄດ້ຢ່າງສໍາເລັດຜົນ ແລະ ມີປະສິດທິພາບສູງ”.
(ໂດຍ: ແກ້ວຊຽງຄານ ຄຳມຸງຄຸນ)
ສະຖາບັນວິທະຍາສາດສັງຄົມແຫ່ງຊາດ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com