Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ X ຂອງອົງຄະນະພັກແຂວງເຊກອງໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 28 ກໍລະກົດນີ້ ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍມີສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ; ມີຕາງໜ້າອົງຄະນະພັກແຂວງຈໍາປາສັກ, ສາລະວັນ, ອັດຕະປື, ພະນັກງານປະຕິວັດອາວຸໂສ ແລະ ຜູ້ແທນສົມບູນ 155 ສະຫາຍ, ຍິງ 21 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວແຂວງທັງໝົດ 9.182 ສະຫາຍ, ຍິງ 2.185 ສະຫາຍເຂົ້າຮ່ວມ.
ສະຫາຍ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງເຊກອງ ໄດ້ກ່າວເປີດກອງປະຊຸມ ພ້ອມທັງຜ່ານຮ່າງບົດລາຍງານການເມືອງຕໍ່ກອງປະຊຸມວ່າ: ຕະຫຼອດໄລຍະ 5 ປີແຫ່ງການຈັດຕັ້ງປະຕິບັດມະຕິ Xຂອງສູນກາງພັກ, ມະຕິ IX ຂອງອົງຄະນະພັກແຂວງເຊກອງ ແລະແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII (2016-2020) ເຮັດໃຫ້ທົ່ວແຂວງມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ລະບົບການເມືອງໄດ້ຮັບການປັບປຸງດີຂຶ້ນ, ການພັດທະນາເສດຖະກິດ-ສັງຄົມມີການຂະຫຍາຍຕົວຢ່າງຕໍ່ເນື່ອງສະເລ່ຍໃນລະດັບ 7,7% ຕໍ່ປີທຽບໃສ່ແຜນ 5 ປີຫຼຸດແຜນ 3,3% ມູນຄ່າ (GDP) ສະເລ່ຍໃສ່ຫົວຄົນໄດ້ 1.728 ໂດລາຕໍ່ຄົນຕໍ່ປີທຽບໃສ່ປີ 2016 ເພີ່ມຂຶ້ນ 204 ໂດລາ.
ຂົງເຂດວັດທະນະທໍາ-ສັງຄົມ ກໍໄດ້ຮັບການປັບປຸງ ແລະພັດທະນາຢ່າງຕັ້ງໜ້າ ເຮັດໃຫ້ເປົ້າໝາຍການພັດທະນາແບບຍືນຍົງດ້ານການສຶກສາບັນລຸຈໍານວນໜຶ່ງ, ໄດ້ນໍາພາປັບປຸງຄຸນນະພາບ ແລະຍົກລະດັບຄວາມຮູ້ຄວາມສາມາດຂອງຄູ-ອາຈານ, ຖືສໍາຄັນການສັບຊ້ອນຈັດວາງຄູໃຫ້ເຂດຊົນນະບົດຫ່າງໄກສອກຫຼີກ ແລະແກ້ໄຂບັນຫາການຂາດເຂີນຄູໄດ້ໂດຍພື້ນຖານ; ຕາໜ່າງສາທາລະນະສຸກໄດ້ຮັບການປັບປຸງ ແລະຂະຫຍາຍໄປສູ່ບັນດາເມືອງ, ເຂດຫ່າງໄກສອກຫຼີກເຮັດໃຫ້ປະຊາຊົນສາມາດເຂົ້າເຖິງການບໍລິການດ້ານສາທາລະນະສຸກໄດ້ຂັ້ນພື້ນຖານ; ການສົ່ງເສີມ-ການພັດທະນາສີມືແຮງງານ ແລະຈັດຫາງານໃຫ້ປະຊາຊົນເພີ່ມຂຶ້ນການຄຸ້ມຄອງແຮງງານຕ່າງປະເທດໄດ້ຫັນເຂົ້າສູ່ລະບຽບກົດໝາຍ.
ວຽກງານພັດທະນາຊົນ ນະບົດ, ລຶບລ້າງຄວາມທຸກຍາກ ແລະວຽກງານສາມສ້າງ ໄດ້ຮັບການເອົາໃຈໃສ່ ແລະດໍາເນີນໄປດ້ວຍຫຼາຍຮູບແບບ, ປັບປຸງອົງການປົກຄອງບ້ານຈາກ 8 ຕໍາແໜ່ງງານມາເປັນ 5 ຕໍາແໜ່ງງານ, ນໍາພາປະຊາຊົນບັນດາເຜົ່າແກ້ໄຂຄວາມທຸກຍາກຢ່າງເປັນລະບົບ ດ້ວຍຄວາມຮັບຜິດຊອບສູງ ແລະເປັນຮູບປະທໍາຫຼາຍຂຶ້ນ, ຊີວິດປະຊາຊົນໄດ້ຮັບການປັບປຸງເກີດມີຄອບຄົວຕົວແບບ, ບ້ານຕົວແບບດ້ານການຜະລິດ, ການປູກຝັງ-ລ້ຽງສັດ, ການບໍລິການ ແລະຫັດຖະກໍາຈັກສານ ສາມາດສ້າງລາຍໄດ້ເຂົ້າຄອບຄົວ-ບ້ານເພີ່ມຂຶ້ນຊຶ່ງເຮັດໃຫ້ອັດຕາຄອບຄົວທຸກຍາກນັບມື້ຫຼຸດລົງເປັນກ້າວໆ.
ກອງປະຊຸມໃນຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ 5 ປີຄັ້ງທີ VIII (2016-2020) ແລະວາງທິດທາງແຜນການ 5 ປີຄັ້ງທີ IX (2021-2025); ຮັບຟັງການຜ່ານບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງເຊກອງສະໄໝທີ IX; ການປະກອບຄໍາເຫັນຂອງຂົງເຂດວຽກງານຕ່າງໆ, ພ້ອມທັງດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດທີ X ແລະປ່ອນບັດເລືອກເອົາຜູ້ແທນສົມບູນໄປເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກທີ່ຈະຈັດຂຶ້ນໃນຕໍ່ໜ້າ. (ຂ່າວ : ສັນຍາ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com