Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ພາຍຫຼັງທີ່ປະເທດຊາດ ໄດ້ຮັບການປົດປ່ອຍຢ່າງສົມ ບູນ ແລະ ສະຖາປະນາເປັນປະເທດ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ແຕ່ຍັງປະເຊີນກັບຄວາມຫຍຸ້ງ ຍາກ ແລະ ສິ່ງທ້າທາຍຢ່າງຫຼວງຫຼາຍ ໂດຍສະເພາະບັນດາອິດທິກຳລັງປໍລະປັກ ໄດ້ສຸມທຸກຄວາມພະຍາຍາມ ເພື່ອທຳລາຍລະບອບໃໝ່ຂອງພວກເຮົາແຕ່ຫົວທີ ດ້ວຍກົນອຸບາຍ ແລະ ວິທີການຕ່າງໆຢ່າງຮອບດ້ານ ແລະ ເລິກແລບແນບນຽນ, ໃນຂະນະດຽວກັນ ພື້ນຖານເສດຖະກິດພາຍໃນປະເທດ ຍັງບໍ່ເຂັ້ມແຂງ ແລະ ປະສົບການຍັງອ່ອນນ້ອຍ, ແຕ່ພັກ ແລະ ລັດຖະບານ ໄດ້ເປັນເຈົ້າການຊີ້ນຳ - ນຳ ພາການເຄື່ອນໄຫວວຽກງານການຕ່າງປະເທດຢ່າງຕັ້ງໜ້າ ແລະ ຄ່ອງແຄ້ວ ບົນພື້ນຖານແນວທາງການຕ່າງປະເທດ ທີ່ໄດ້ຖືກຮັບຮອງເອົາໃນກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກ (ປີ 1982) ຄື: ສັນຕິພາບ ເອກະລາດ ມິດຕະພາບ ແລະ ສັງຄົມນິຍົມ ເພີ່ມທະວີຢ່າງບໍ່ຢຸດຢັ້ງຄວາມສາມັກຄີພິເສດ, ການຮ່ວມສຳພັນສູ້ຮົບ ແລະ ການຮ່ວມມືຮອບດ້ານກັບ ຫວຽດນາມ ແລະ ກຳປູເຈຍ, ສາມັກຄີແໜ້ນແຟ້ນ ແລະ ຮ່ວມມືຮອບດ້ານກັບ ສະຫະພາບ ໂຊວຽດ ແລະ ບັນດາປະເທດສັງຄົມນິຍົມ ແລະ ປະຊາຊົນທີ່ຮັກຫອມສັນຕິພາບ ແລະ ຄວາມເປັນທຳໃນໂລກ, ສ້າງເງື່ອນ ໄຂສາກົນ ອຳນວຍຄວາມສະດວກ ໃຫ້ແກ່ພາລະກິດປົກປັກຮັກສາ ແລະ ກໍ່ສ້າງປະເທດຊາດ, ອອກແຮງປົກປັກຮັກສາສັນຕິພາບໃນອິນດູຈີນ ແລະ ອາຊີອາຄະເນ, ປະກອບສ່ວນເຂົ້າໃນການຕໍ່ສູ້ລວມຂອງບັນ ດາປະຊາຊາດໃນໂລກ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ, ຍົກພຶດຕິກຳຕົວຈິງມາຢັ້ງຢືນ ໃນການພົວພັນກັບປະເທດໃກ້ຄຽງ, ບໍ່ຮ່ວມກຸ່ມ, ອາຊຽນ ແລະ ສປຊ.
ໃນຕົ້ນຊຸມປີ 80, ຍ້ອນສະພາບການຂອງໂລກ ໄດ້ມີການຜັນແປໄປຢ່າງສັບສົນ, ໄວວາ ແລະ ຍາກທີ່ຈະຄາດຄະເນໄດ້ນັ້ນ, ພັກ-ລັດຖະບານ ໄດ້ສັງເກດຕີລາຄາສະພາບການພາກພື້ນ - ສາກົນ ຢ່າງພາວະວິໄສ ແລະ ໄດ້ວາງແນວ ທາງການຕ່າງປະເທດ ອອກມາໃໝ່ ເພື່ອໃຫ້ສອດຄ່ອງ ແລະ ແທດເໝາະກັບແນວທາງການປ່ຽນແປງໃໝ່ທີ່ມີຫຼັກການ ຊຶ່ງຮັບຮອງເອົາໃນກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ ໃນປີ 1986 ຄື: ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມື ໂດຍຖືສໍາຄັນການເພີ່ມທະວີການຮັດແໜ້ນຄວາມສາມັກຄີ, ການພົວພັນມິດຕະພາບ ແລະ ການຮ່ວມມືກັບ ຫວຽດນາມ, ກໍາປູເຈຍ, ສະຫະພາບໂຊ ວຽດ ແລະ ປະເທດສັງຄົມນິ ຍົມອ້າຍນ້ອງອື່ນໆ ສືບຕໍ່ເສີມຂະຫຍາຍການພົວພັນກັບທຸກໆປະເທດໃນໂລກ ໂດຍບໍ່ຈໍາແນກລະບອບການເມືອງ ແລະ ສັງຄົມ ທີ່ແຕກຕ່າງກັນບົນພື້ນຖານເຄົາລົບ ເອກະລາດ, ອະທິປະໄຕ ຊຶ່ງກັນ ແລະ ກັນ, ສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແນໃສ່ສ້າງສະພາບແວດລ້ອມພາຍນອກທີ່ອໍານວຍຄວາມສະດວກໃຫ້ແກ່ການປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ.
ໃນໄລຍະນີ້, ວຽກງານການຕ່າງປະເທດ ໄດ້ມີບົດບາດສໍາຄັນຫຼາຍໃນການຕໍ່ສູ້ການເມືອງການທູດ ເພື່ອຍາດແຍ່ງຫາງສຽງສະໜັບສະໜູນຈາກຕ່າງປະເທດ ດ້ວຍຫຼາຍຮູບການ ອັນໄດ້ເຮັດໃຫ້ຊາວຕ່າງປະເທດ ລວມທັງພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ ມີຄວາມເຂົ້າໃຈ ກ່ຽວກັບແນວ ທາງນະໂຍບາຍຂອງພັກ-ລັດ ກໍຄື ສະພາບຄວາມເປັນຈິງຂອງປະເທດເຮົານັບມື້ນັບຫຼາຍຂຶ້ນ, ຄວາມກົດດັນ ແລະ ທ່າທີເປັນປໍລະປັກຂອງອິດທິກຳລັງປໍລະປັກ ທີ່ມີຕໍ່ປະເທດເຮົາໃນດ້ານບັນຫາສິດທິມະນຸດ ແລະ ດ້ານອື່ນໆ ໄດ້ຫຼຸດລົງໃນລະດັບທີ່ແນ່ນອນ ຜົນສຳເລັດອັນພົ້ນເດັ່ນ ແມ່ນການປະສານສົມທົບຢ່າງ ແໜ້ນແຟ້ນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຕີຖອຍອິດທິກຳລັງປໍລະປັກ ແລະ ບັນດາກົນອຸບາຍຂອງພວກສັດຕູເລາະລຽບຕາມຊາຍແດນ ຈົນສາມາດຍາດໄດ້ໄຊຊະນະ ແລະ ປົກປັກຮັກສາອໍານາດ ແລະ ອະທິປະໄຕ ໄວ້ໄດ້ຢ່າງໝັ້ນຄົງ. ຄຽງຄູ່ກັນນັ້ນ, ສປປ ລາວ ຍັງມີຜົນສຳເລັດອັນພົ້ນເດັ່ນໃນການຂົນຂວາຍຍາດແຍ່ງເອົາການຊ່ວຍເຫຼືອ ແລະ ສະໜັບສະໜູນດ້ານການເງິນຈາກຕ່າງປະເທດ ແຕ່ປີ 1975-1990 ປະມານ 3,4 ຕື້ໂດລາ ໃນນັ້ນ ເງິນຊ່ວຍ ເຫຼືອຈາກປະເທດເພື່ອນມິດສັງຄົມນິຍົມ ປະມານ 2,6 ຕື້ໂດລາ ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນລະບອບໃໝ່.
ການຫັນປ່ຽນກົນອຸບາຍໂດຍສັນຕິຂອງອິດທິກຳລັງປໍລະປັກ ແລະ ການພັງທະລາຍຂອງປະເທດມະຫາອຳນາດຂອງໂລກ ເປັນຕົ້ນແມ່ນສະ ຫະພາບໂຊວຽດ ແລະ ຄ້າຍສັງ ຄົມນິຍົມຢູ່ເອີຣົບ ໃນຕົ້ນຊຸມປີ 90 ພາຍໃຕ້ແນວທາງປ່ຽນ ແປງໃໝ່ ໂດຍມີຫຼັກການ, ພັກ-ລັດຖະບານ ໄດ້ສືບຕໍ່ດໍາເນີນການເຄື່ອນໄຫວການທູດຢ່າງຕັ້ງໜ້າ ແລະ ມີຫົວຄິດປະດິດສ້າງ ຈຶ່ງສາມາດຮັກສາລະບອບໃໝ່ຂອງພວກເຮົາໄດ້ຈົນຮອດທຸກມື້ນີ້ ຜົນງານດັ່ງກ່າວນີ້ ແມ່ນຍ້ອນພັກປະຊາຊົນ ປະຕິວັດລາວ ຮູ້ນຳໃຊ້ວຽກງານການທູດຢ່າງຄ່ອງແຄ້ວ ແລະ ມີໄຫວພິບ ບວກກັບການເສີມຂະຫຍາຍການພົວພັນ ແລະ ການຮ່ວມມືກັບທຸກປະເທດໃນໂລກ ບົນພື້ນຖານ 5 ຫຼັກການ ຢູ່ຮ່ວມກັນໂດຍສັນຕິ ຊຶ່ງບັນດາກອງປະຊຸມໃຫຍ່ຂອງພັກ ຄັ້ງທີ V (ປີ 1991), ຄັ້ງທີ VI (ປີ 1996), ຄັ້ງທີ VII (ປີ 2001), ຄັ້ງທີ VIII (ປີ 2006), ຄັ້ງທີ IX (ປີ 2011) ແລະ ຄັ້ງທີ X (ປີ 2016) ພັກ ປປ ລາວ ລ້ວນແຕ່ໄດ້ຢືນຢັນສືບຕໍ່ນະໂຍບາຍການຕ່າງປະເທດດັ່ງກ່າວ, ປະຕິບັດນະໂຍບາຍພົວພັນແບບຫຼາຍທິດ, ຫຼາຍຮູບແບບທີ່ສອດຄ່ອງກັບເງື່ອນ ໄຂ ແລະ ຄວາມສາມາດຂອງ ຕົນ, ເອົາການພົວພັນດ້ານ ການເມືອງ, ການທູດຕິດພັນກັບການພົວພັນຮ່ວມມືດ້ານເສດຖະກິດກັບສາກົນ ຊຶ່ງເຫດການອັນພົ້ນເດັ່ນໃນການ ເຄື່ອນໄຫວຕ່າງປະເທດ ໃນໄລຍະນີ້ແມ່ນການທີ່ ສປປ ລາວ ໄດ້ເຂົ້າເປັນຜູ້ສັງເກດການຂອງ ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ (ASEAN) ໃນປີ 1992 ຊຶ່ງຕໍ່ມາກໍໄດ້ເຂົ້າເປັນສະມາຊິກສົມບູນຂອງອາຊຽນ ໃນວັນທີ 23 ກໍລະກົດ 1997 ແລະ ໄດ້ປະກອບສ່ວນເຄື່ອນໄຫວຢ່າງເປັນເຈົ້າການ ເຮັດໃຫ້ບົດບາດອິດທິພົນຂອງປະເທດເຮົາສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ສາມາດຂົນຂວາຍເອົາການຊ່ວຍເຫຼືອ ແລະ ສະໜັບສະໜູນຈາກສາກົນ ປະມານ 2,4 ຕື້ໂດລາ ແຕ່ປີ 1991-2005 ໃນນັ້ນ ການຊ່ວຍເຫຼືອແມ່ນກວມມູນຄ່າສ່ວນໃຫຍ່.
ຜົນສຳເລັດໃນການເຄື່ອນ ໄຫວການທູດສອງຝ່າຍ, ສປປ ລາວ ສືບຕໍ່ຢຶດໝັ້ນເສີມຂະ ຫຍາຍສາຍພົວພັນທີ່ເປັນມູນ ເຊື້ອອັນດີ, ຄວາມສາມັກຄີແໜ້ນແຟ້ນ ແລະ ການຮ່ວມມືທີ່ມີປະສິດທິຜົນກັບບັນດາປະເທດເພື່ອນມິດຍຸດທະສາດ ທັງຢູ່ໃກ້ ແລະ ຢູ່ໄກ ເປັນຕົ້ນ ສືບຕໍ່ຮັດແໜ້ນການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານກັບ ສສ ຫວຽດນາມ ໂດຍໄດ້ມີການແລກ ປ່ຽນການຢ້ຽມຢາມສອງຝ່າຍ ທັງສາຍພັກ-ສາຍລັດ ແລະ ໄດ້ມີການຜັດປ່ຽນກັນຈັດກອງປະຊຸມຄະນະກໍາມະການຮ່ວມມືສອງຝ່າຍ ລະຫວ່າງ ລັດຖະບານ ລາວ-ຫວຽດນາມ ຕະຫຼອດໄລຍະຜ່ານມາ, ພິເສດ ໃນຊຸມປີ 2017 ສອງປະເທດ ໄດ້ຮ່ວມກັນສະເຫຼີມສະຫຼອງສອງວັນປະຫວັດສາດ 40 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ແລະ 55 ປີ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ແລະ ເຫດການສຳຄັນອື່ນໆ.
ສ້າງສາຍພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ຄື: ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີກັບ ສປ ຈີນ, ການນຳຂັ້ນສູງສຸດຂອງສອງປະເທດ ໄດ້ຢ້ຽມຢາມ ແລະ ພົບປະແລກປ່ຽນສອງຝ່າຍຕະຫຼອດໄລຍະຜ່ານມາ. ອັນພິເສດ ໄດ້ຕ້ອນຮັບການເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ສີ ຈິ້ນ ຜິງ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປ ຈີນ ຊຶ່ງກາຍເປັນຂີດໝາຍແຫ່ງປະຫວັດສາດ ລະຫວ່າງສອງປະເທດ, ໄດ້ຮ່ວມກັນລົງນາມໃນແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ຊຶ່ງກຳລັງໄດ້ຮັບ ການຜັນຂະຫຍາຍໃຫ້ເຂົ້າສູ່ລວງກວ້າງ ແລະ ລວງເລິກ, ແທດເໝາະກັບສະພາບຕົວຈິງ, ມີປະສິດທິຜົນ ແລະ ມີຄຸນນະພາບໃໝ່; ໄດ້ມີການລົງນາມໃນແຜນແມ່ບົດ ວ່າດ້ວຍ ການຮ່ວມມືກັນຊຸກຍູ້ເພື່ອສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຊຶ່ງປິ່ນອ້ອມກໍມີການສ້າງແຜນແມ່ບົດແລວເສດຖະກິດ ລາວ-ຈີນ, ໄດ້ເປີດປີທ່ອງທ່ຽວລາວ-ຈີນ, ຈີນ-ລາວ ເພື່ອຊຸກຍູ້ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ ແລະ ອື່ນໆ ສໍາລັບການພົວພັນກັບ ສປປ ເກົາຫຼີ ໄດ້ສືບຕໍ່ເສີມຂະຫຍາຍອັນເປັນມູນເຊື້ອຍາວນານ ລະຫວ່າງສອງພັກ, ສອງລັດ, ປະຊາຊົນສອງຊາດ ສປປ ລາວ ແລະ ສປປ ເກົາຫຼີ ໂດຍມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ໃນແຕ່ລະໄລຍະ, ອັນພົ້ນເດັ່ນ ສະຫາຍເລຂາທິການໃຫຍ່ ປະທານປະເທດ ຈູມມາລີ ໄຊຍະສອນ ໄດ້ເດີນທາງໄປຢ້ຽມຢາມ ສປປ ເກົາຫຼີ ຢ່າງເປັນທາງການໃນປີ 2011, ຄະນະຜູ້ແທນລາວ ໄດ້ໄປເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງ ສປປ ເກົາຫຼີ ຄົບຮອບ 70 ປີ ທີ່ ນະ ຄອນຫຼວງພຽງຢາງ; ສະຫາຍ ພັນຄໍາ ວິພາວັນ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ເດີນທາງຢ້ຽມຢາມທາງການ ແລະ ເຂົ້າຮ່ວມສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ສປປ ລາວ-ສປປ ເກົາຫຼີ ຄົບຮອບ 45 ປີ ໃນປີ 2019, ສອງຝ່າຍ ໄດ້ສະ ໜັບສະໜູນ ແລະ ຊ່ວຍເຫຼືອກັນ ຢ່າງສະເໝີຕົ້ນສະເໝີປາຍໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະໃນອົງການ ສປຊ ແລະ ເວທີອື່ນໆ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີຖານອ້າຍນ້ອງກັບ ສ ກູບາ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈກັນ, ສະໜັບສະໜູນ ແລະ ຊ່ວຍເຫຼືອກັນ, ມີການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງຂອງສອງປະເທດ ຕາມກົນໄກປົກກະຕິທັງສາຍພັກ ແລະ ສາຍລັດ, ອັນພົ້ນເດັ່ນ ຄະນະຜູ້ແທນລາວ ນຳໂດຍ ສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມລັດຖະກິດ ສ ກູບາ ຢ່າງເປັນທາງການ ໃນປີ 2015, ສະຫາຍ ພັນຄໍາ ວິພາວັນ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ເດີນທາງຢ້ຽມຢາມ ສ ກູບາ ເພື່ອເຂົ້າຮ່ວມພິທີໄວ້ອາໄລແກ່ດວງວິນຍານຂອງ ສະຫາຍ ຟີແດນ ກາສໂຕຣ ອະດີດຜູ້ນໍາການປະຕິວັດຂອງກູບາ ໃນປີ 2016. ພ້ອມນີ້, ສປປ ລາວ ກໍໄດ້ຕ້ອນຮັບ ສະຫາຍ ມີເກັນ ດີເອັດສ-ກາແນນ ແບຣມູເດັດສ ປະທານສະພາແຫ່ງລັດ ແລະ ປະທານສະພາລັດຖະມົນຕີ ແຫ່ງ ສ ກູບາ ມາຢ້ຽມຢາມລັດຖະກິດຢ່າງ ເປັນທາງການ ໃນປີ 2018 ຊຶ່ງໄດ້ກາຍເປັນເຫດການສໍາຄັນທາງດ້ານປະຫວັດສາດແຫ່ງການພົວພັນສອງປະເທດ.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com