Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ຈັດຕັ້ງສະຫຼອງບຸນປີໃໝ່ລາວ ດ້ວຍບັນຍາກາດເບີກບານ ມ່ວນຊື່ນ ແລະ ບົນຈິດໃຈປະຢັດ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 05/10/2020 16:44:50 ຈຳ​ນວນ​​ຢ້ຽມ​ຊົມ 2235 ຄັ້ງ

ເມື່ອວັນທີ 22 ມີນາ 2019 ຜ່ານມາ ທ່ານລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ເລກທີ 506/ຫສນຍ ເລື່ອງການຈັດຕັ້ງສະເຫຼີມສະຫຼອງວັນບຸນປີໃໝ່ລາວ ປະຈຳປີ ພສ 2562 ໃຫ້ມີບັນຍາກາດເບີກບານມ່ວນຊື່ນ, ຖືກຕ້ອງຕາມຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ ຕິດພັນກັບການສົ່ງເສີມການທ່ອງທ່ຽວ ແລະ ບົນຈິດໃຈປະຢັດມັດທະຍັດ.

ເນື້ອໃນສຳຄັນຂອງແຈ້ງການມີດັ່ງນີ້: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ແລະ ຊີ້ນຳຂອງທ່ານນາຍົກລັດຖະມົນຕີ ມາຍັງບັນດາທ່ານລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງ, ທ່ານເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານເຈົ້າແຂວງ, ຫົວໜ້າອົງການຈັດຕັ້ງພັກ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ຕະຫຼອດຮອດພະນັກງານ- ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດຊາບດັ່ງນີ້:

1. ການສະເຫຼີມສະຫຼອງວັນບຸນປີໃໝ່ລາວ ປະຈຳປີ ພສ 2562

ເປັນປີທີ່ມີຄວາມໝາຍສຳຄັນ ຊຶ່ງເປັນປີທີ່ທົ່ວພັກ ທົ່ວປວງຊົນລາວ ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2019 ໃຫ້ໄດ້ຮັບໝາກຜົນເປັນຈິງ.

2. ໃຫ້ຖືເອົາການສະເຫຼີມສະຫຼອງວັນບຸນປີໃໝ່ລາວ ປະຈຳປີ ພສ 2562 ທີ່ຈະໝູນວຽນມາເຖິງນີ້ ເປັນໂອກາດໜຶ່ງທີ່ສຳຄັນ ໃນການສືບຕໍ່ຂະຫຍາຍມູນເຊື້ອຮີດຄອງປະເພນີອັນດີງາມ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງຊາດ ທີ່ມີມາແຕ່ດົນນານ, ເປັນບຸນໃຫຍ່ປະຈຳຊາດ ທີ່ທົ່ວປວງຊົນລາວທັງຊາດ ຖືເອົາໂອກາດນີ້ ອວຍໄຊໃຫ້ພອນຊຶ່ງກັນ ແລະ ກັນ, ຈັດຕັ້ງສະເຫຼີມສະຫຼອງດ້ວຍບັນຍາກາດເບີກບານມ່ວນຊື່ນ, ຖືກຕ້ອງຕາມຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ ຕິດພັນກັບການສົ່ງເສີມການທ່ອງທ່ຽວ ແລະ ບົນຈິດໃຈປະຢັດມັດທະຍັດ.

3. ເນື່ອງຈາກວັນປີໃໝ່ລາວປີນີ້ ແມ່ນວັນທີ 14, 15 ແລະ 16 ເມສາ 2019 (ກົງກັບວັນອາທິດ, ວັນຈັນ ແລະ ວັນອັງຄານ), ຍ້ອນວ່າວັນທີ 14 ເມສາ ເປັນມື້ວັນອາທິດ ຊຶ່ງເປັນມື້ພັກທາງລັດຖະການ. ສະນັ້ນ, ຈຶ່ງຕົກລົງເຫັນດີກຳນົດເອົາວັນທີ 17 ເມສາ 2019 (ກົງກັບວັນພຸດ) ເປັນວັນພັກຊົດເຊີຍ.

4. ມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃນຂອບເຂດທົ່ວປະເທດ ເອົາໃຈໃສ່ຊີ້ນຳການຜະລິດສະບຽງອາຫານ, ການສະໜອງເຄື່ອງອຸປະໂພກ ແລະ ບໍລິໂພກ ໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ, ລວມທັງການຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ໃນທ້ອງຕະຫຼາດ ເພື່ອບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ສະບຽງອາຫານ ໂດຍບໍ່ມີເຫດຜົນ.

5. ໃຫ້ບັນດາກະຊວງ, ອົງການຈັດຕັ້ງທຽບເທົ່າກະຊວງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ເອົາໃຈໃສ່ຊີ້ນຳໃນການຮັກສາຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໂດຍໃຫ້ມີການແບ່ງຄວາມຮັບຜິດຊອບ ໃນການຕິດຕາມ, ກວດກາເວນຍາມ ແລະ ປະຈຳການຄັກແນ່ ເພື່ອປ້ອງກັນສຳນັກງານອົງການ ຕະຫຼອດໄລຍະຫຼິ້ນບຸນປີໃໝ່ລາວ ແລະ ໃຫ້ສາມາດປະສານງານໄດ້ຢ່າງປົກກະຕິ.

6. ໃຫ້ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ້ອງຖິ່ນ ຈັດສັນ ແລະ ອຳນວຍຄວາມສະດວກໃນການສັນຈອນໄປ-ມາ ໃຫ້ມີຄວາມປອດໄພ ແລະ ໃຫ້ເພີ່ມທະວີການໂຄສະນາ ເພື່ອສ້າງຈິດສຳນຶກໃຫ້ພົນລະເມືອງໃນທົ່ວສັງຄົມ ເຄົາລົບກົດລະບຽບຈະລາຈອນ ເພື່ອປ້ອງກັນການເກີດອຸບັດເຫດ.

7. ມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃນຂອບເຂດທົ່ວປະເທດ ເພີ່ມທະວີການໂຄສະນາ ແລະ ປະຊາສຳພັນ ໃຫ້ປະຊາຊົນໃນທົ່ວສັງຄົມ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ ເພື່ອດຶງດູດການທ່ອງທ່ຽວ ໂດຍສະເພາະແມ່ນສົ່ງເສີມປີທ່ອງທ່ຽວລາວ-ຈີນ ປີ 2019 ໃຫ້ໄດ້ຮັບຜົນດີ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com